ສະຫະລັດອາເມລິກາ ຊ່ວຍເຫຼືອ ຫວຽດນາມ ຮັບມືກັບການມົນລະພິດດີໂອຊິນ

11:33 | 16/03/2020

ຍສໝ - ເມື່ອບໍ່ດົນມານີ້, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ກອງທັບອາກາດ ຫວຽດນາມ ໄດ້ຈັດພິທີເລີ່ມລົງມືໂຄງການແກ້ໄຂບັນດາທາດ Dioxin ຢູ່ສະໜາມບິນ ບຽນຫ່ວາ ແລະ ໄດ້ເຊັນຂໍ້ຕົກລົງໃນການຈັດຕັ້ງປະຕິບັດໂຄງການ 65 ລ້ານໂດລາ ເພື່ອສະໜັບສະໜູນຄົນພິການ.

ເຂົ້າຮ່ວມພິທີມີທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ເຈືອງຮ່ວາບິ່ງ, ທ່ານນາງ Caryn R. McClelland, ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ, ພ້ອມດ້ວຍຜູ້ນຳກະຊວງປ້ອງກັນປະເທດ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງສູນກາງ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ເຈືອງຮ່ວາບິ່ງ ໄດ້ເນັ້ນໜັກວ່າ, ຫວຽດນາມ - ອາເມລິກາ ໄດ້ລົງນາມໃນຂໍ້ຕົກລົງປະຕິບັດໂຄງການ 65 ລ້ານໂດລາ ເພື່ອສະໜັບສະໜູນຄົນພິການ. ກອງທັບອາກາດ ຫວຽດນາມ ໄດ້ໂອນເນື້ອທີ່ດິນ 37 ເຮັກຕາ ຕາມທິດທາງຕາເວັນຕົກຂອງສະໜາມບິນ ບຽນຫ່ວາ ໃຫ້ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ເພື່ອເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການ.

ສະຫະລັດອາເມລິກາ ຊ່ວຍເຫຼືອ ຫວຽດນາມ ຮັບມືກັບການມົນລະພິດດີໂອຊິນ

ພິທີລົງນາມໃນຂໍ້ຕົກລົງ. (ພາບ: thoidai.com.vn)

ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ USAID, ທີມງານກໍ່ສ້າງໄດ້ສ້າງທາງເຂົ້າ ແລະ ຫ້ອງການຕ່າງໆ ເພື່ອຮັບໃຊ້ໂຄງການ; ວຽກງານເກັບກູ້ ແລະ ຕິດຕາມກວດກາກໍ່ໄດ້ເລີ່ມຕົ້ນປະຕິບັດແລ້ວ.

ເປົ້າໝາຍທຳອິດ ແມ່ນການກຳຈັດຄວາມສ່ຽງຈາກການຮົ່ວໄຫຼອອກຂອງດີໂອຊີນອອກສູ່ນອກເຂດສະໜາມບິນ; ປະສານສົມທົບກັບອຳນາດການປົກຄອງແຂວງ ດົງນາຍ ເພື່ອເຮັດຄວາມສະອາດບໍລິເວນນອກເຂດສະໜາມບິນ, ຮັກສາ ແລະ ແຍກດິນ, ລ້ອມດ່ຽວເຂດທີ່ມີສານດີໂອຊິນ.

ລັດຖະບານສະຫະລັດອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະໜູນດ້ວຍຈໍານວນເງິນ 300 ລ້ານໂດລາສະຫະລັດ ເພື່ອຟື້ນຟູສະພາບແວດລ້ອມໃຫ້ສະໜາມບິນ ແລະ ບໍລິເວນອ້ອມແອ້ມ. ຄາດວ່າໂຄງການດັ່ງກ່າວຈະສຳເລັດການກໍ່ສ້າງໃນ 10 ປີ.

ແລະກໍ່ໃນພິທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ເຈືອງຮ່ວາບິ່ງ, ທ່ານນາງ Caryn R. McClelland, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ, ຜູ້ນຳບັນດາກະຊວງ ແລະ ທ້ອງຖິ່ນ ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອ 65 ລ້ານໂດລາສະຫະລັດ ລະຫວ່າງ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ USAID ແລະ NACCET ເພື່ອສະໜັບສະໜູນຢ່າງໂດຍກົງ ແກ່ຄົນພິການທີ່ໃນ 8 ແຂວງບຸລິມະສິດໃນ 5 ປີຕໍ່ໜ້າ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.