ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ໄດ້​ເປີດ​ກອງ​ປະຊຸມ​ວິ​ສາ​ມັນຄັ້ງ​ທຳ​ອິດ, ​ໄດ້​ຕັດສິນ​ຫຼາຍ​ບັນຫາ​ສຳຄັນ

14:46 | 06/01/2022

ຍສໝ - ຕອນ​ເຊົ້າ​ວັນ​ທີ 4 ມັງກອນ​ນີ້, ຢູ່​ຮ່າ​ໂນ້ຍ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ໄດ້​ໄຂ​ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທຳ​ອິດ​ທາງ​ອອນລາຍໄປຍັງ 62 ຈຸດເຊື່ອມຕໍ່ຖ່າຍທອດສົດຢູ່ບັນດາ​ແຂວງ, ນະຄອນ.

Vietnam Airlines ຂຸດ​ຄົ້ນ​ຖ້ຽວ​ບິນ​ສາ​ກົນ​ຖ້ຽວ​ທຳ​ອິດ ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 Vietnam Airlines ຂຸດ​ຄົ້ນ​ຖ້ຽວ​ບິນ​ສາ​ກົນ​ຖ້ຽວ​ທຳ​ອິດ ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ປ​ີ​ທ່ອ​ງ​ທ່​ຽວ​ແຫ່ງ​ຊາດ 2022 ໄດ້​ຈັດ​ຂຶ້ນ​ຢູ່ ​ແຂວງກວາງ​ນາມ ປ​ີ​ທ່ອ​ງ​ທ່​ຽວ​ແຫ່ງ​ຊາດ 2022 ໄດ້​ຈັດ​ຂຶ້ນ​ຢູ່ ​ແຂວງກວາງ​ນາມ
ພາບ
ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ໄດ້​ເປີດ​ກອງ​ປະຊຸມ​ວິ​ສາ​ມັນຄັ້ງ​ທຳ​ອິດ, ​ໄດ້​ຕັດສິນ​ຫຼາຍ​ບັນຫາ​ສຳຄັນ. ພາບ:TTXVN

ເຂົ້າຮ່ວມພິທີເປີດມີ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ, ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະ ບັນດາຜູ້ແທນສະພາແຫ່ງຊາດຊຸດທີ 15. ວາລະ​ເປີດ​ໄດ້​ມີ​ການ​ຖ່າຍ​ທອດ​ສົດ​ທາງ​ວິ​ທະ​ຍຸ​ແລະ ​ໂທລະ​ພາບ​.

ທີ່​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ ແລະ ຕັດ​ສິນ​ກ່ຽວ​ກັບ 4 ບັນ​ຫາ​ສຳ​ຄັນ, ລາຍລະອຽດແມ່ນ:

ເນື້ອໃນທີ 1: ກວດກາຄືນ ແລະ ຮັບຮອງເອົາມະຕິກ່ຽວກັບນະໂຍບາຍປີການເງິນ, ເງິນຕາ ເພື່ອໜູນຊ່ວຍການຈັດຕັ້ງປະຕິບັດແຜນງານພັດທະນາເສດຖະກິດ-ສັງຄົມ. ມະຕິ​ດັ່ງກ່າວ​ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ແກ້ໄຂຄວາມ​ເສຍ​ຫາຍ, ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ​ຢ່າງ​ຍືນ​ຍົງ, ຟື້ນ​ຟູ​ຕະຫຼາດ​ແຮງ​ງານ, ​ແກ້​ໄຂ​ບັນດາບັນຫາຮັບ​ປະກັນຊີວີດ​ສັງຄົມ, ​ສະຫວັດດີ​ການ​ສັງຄົມ. ນີ້​ແມ່ນ​ນະ​ໂຍບາຍ​ເພີ່ມ​ເຕີມ, ​ນອກຂອບ​ເຂດ​ນະ​ໂຍບາຍ​ການ​ເງິນ, ​ ​ເງິນຕາ​ທີ່​ໄດ້ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງ​ໃນ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ; ແຜນ​ການ​ດ້ານ​ການ​ເງິນ, ແຜນ​ການ​ກູ້​ຢືມ​ເງິນ ແລະ ຊໍາ​ລະ​ໜີ້​ສາ​ທາ​ລະ​ນະ, ແຜນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ໄລ​ຍະ​ກາງ 5 ປີ​ໄລ​ຍະ 2021-2025.

ເນື້ອໃນທີສອງ: ພິຈາລະນາ ແລະ ຮັບຮອງເອົາມະຕິກ່ຽວກັບແຜນນະໂຍບາຍການລົງທຶນໂຄງການກໍ່ສ້າງທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021-2025 ລວມມີ 12 ໂຄງການອົງປະກອບ. ຍອດ​ເງິນ​ລົງທຶນ​ເບື້ອງ​ຕົ້ນ​ແມ່ນ 146.990 ຕື້​ດົ່ງ. ​​ການຈັດຕັ້ງ​ປະຕິບັດ​ໂຄງການ​ໂດຍໄວມີ​ຄວາມ​ໝາຍ​ທີ່​ແທດ​ຈິງ, ຊຸກຍູ້​ການ​ເບີກ​ຈ່າຍ​ເງິນ​ລົງທຶນ​ພາກ​ລັດ, ປະກອບສ່ວນ​ຟື້ນ​ຟູ ​ແລະ​ ການເຕີບ​ໂຕ​ດ້ານ​ເສດຖະກິດ, ​ສາມາດແຜ່ກະຈາຍໃນວົງກວ້າງ, ​ປັບປຸງ​ການ​ເຊື່ອມ​ໂຍງ​ລະຫວ່າງເຂດ.

ເນື້ອໃນທີສາມ: ກວດກາ ແລະ ຮັບຮອງເອົາຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນພາກລັດ, ກົດໝາຍວ່າດ້ວຍການລົງທຶນພາຍໃຕ້ຮູບແບບຄູ່ຮ່ວມພາກລັດ-ເອກະຊົນ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການປະມູນ, ກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ອາກອນ​ຊົມ​ໃຊ້​ພິ​ເສດ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ຄຳ​ຕັດສິນ​ທາງ​ແພ່ງ; ພິຈາລະນາ ​ແລະ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ທົດລອງບາງ​ກົນ​ໄກ, ນະ​ໂຍບາຍ​ສະ​ເພາະ​ໃຫ້​ແກ່​ການ​ພັດທະນາ​ນະຄອນ ​ເກີນ​ເທີ ​ເພື່ອ​ປະກອບສ່ວນ​ຊຸກຍູ້​​ຄວາມ​ສາມາດ​ບົ່ມ​ຊ້ອນ, ສ້າງ​ກຳລັງ​ແຮງ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ ​ເກີ່ນ​ເທີ ​ໃຫ້​ກາຍ​ເປັນ​ນະຄອນ​ໃຈກາງ​ເຂດ, ນິເວດວິທະຍາ, ສີວິໄລ, ທັນ​ສະ​ໄໝ, ເປັນ​ຕົວ​ເມືອງ​ຫຼັກ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

ເນື້ອໃນທີ 4: ລັດຖະບານສົ່ງບົດລາຍງານເພີ່ມເຕີມກ່ຽວກັບສະຖານະການປ້ອງກັນ ແລະ ຄວບຄຸມ COVID-19 ໃນປະຈຸບັນ, ໂດຍສະເພາະແມ່ນການຮັບມືກັບໄວຣັດສາຍພັນໃໝ່ Omicron ; ໂຄງການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ​ໂຄງການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ.

ໄຊພອນ

ເຫດການ
302 Found

Found

The document has moved here.