ໂຄວິດ 19 ເປັນໂອກາດເພື່ອໃຫ້ພະນັກງານທັງໝົດຂອງເຕີນຫຽບຟາດປ່ຽນແປງ, ໂດຍເລີ່ມຈາກຜູ້ນໍາ

13:58 | 26/03/2022

ຍ​ສ​ໝ - ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ເຕີນຫຽບຟາດ ຢືນຢັນ​ວ່າ ການປ່ຽນໃໝ່​ປະດິດ​ສ້າງ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຜູ້ນຳຈົນ​ເຖິງ​ພະນັກງານ ຈຶ່ງສາມາດ​ນຳ​ມາເຊິ່ງ​ໝາກຜົນ​ໃຫ້ແກ່​ວິ​ສາ​ຫະກິດ.

ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19 ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19
ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ
ໂຄວິດ 19 ເປັນໂອກາດເພື່ອໃຫ້ພະນັກງານທັງໝົດຂອງເຕີນຫຽບຟາດປ່ຽນແປງ, ໂດຍເລີ່ມຈາກຜູ້ນໍາ
ທ່ານ​ນາງ ເຈີນ​ອວຽນ​ເຟືອງ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ​ກຸ່ມ​ບໍລິສັດເຕີນຫຽບຟາດ

ທ່ານ​ນາງ ເຈີນ​ອວຽນ​ເຟືອງ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ​ກຸ່ມ​ບໍລິສັດເຕີນຫຽບຟາດ ກ່າວໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວກັບການປ່ຽນແປງໃໝ່ຫົວ​ຄິດ​ປະ​ດິດ​ສ້າງ​ໂດຍ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນຈັດຕັ້ງ: “ການປ່ຽນໃສ່ໂມງ ແຕ່ມືຊ້າຍມາມືຂວາມັນກໍຍາກສໍາລັບຄົນເຮົາແລ້ວ. ດັ່ງນັ້ນ ຈະເຮັດແນວໃດເພື່ອໃຫ້ວິສາຫະກິດຍົກອອກຈິນຕະນາການປ່ຽນແປງໃໝ່ຫົວ​ຄິດ​ປະ​ດິດ​ສ້າງຢ່າງຕໍ່ເນື່ອງເຂົ້າໃນວັດທະນະທຳ ເພື່ອໃຫ້ແຕ່ລະຄົນຮັບຮູ້ວ່າ ນີ້ຈະຊ່ວຍໃຫ້ພວກເຂົາປັບຕົວກ້າວທັນ ແລະ ປັບຕົວເຂົ້າກັບຄວາມຕ້ອງການຂອງວຽກງານ”.

ຮຽກຮ້ອງຕ້ອງການໃຫ້ມີການດັດປັບໃໝ່ຢ່າງຕໍ່ເນື່ອງໃນວຽກງານ

ຜູ້ນໍາເຕີນຫຽບຟາດກ່າວວ່າ ສິ່ງ​ທີ່​ນຳ​ມາເຊິ່ງ​​ຜົນ​ສຳ​ເລັດ​ໃຫ້​ວິ​ສາ​ຫະ​ກິດ​ໃນ​ຂະ​ບວນ​ການ​ປ່ຽນແປງໃໝ່ປະດິດສ້າງແມ່ນ​ການ​ຜັນຂະຫຍາຍປະຕິບັດ​ຢ່າງລຸລ່ວງ ແລະ ສະເໜີຕົ້ນສະເໝີປາຍ. ໃນນັ້ນ ຄວາມສະເໜີຕົ້ນສະເໝີປາຍຂອງແນວຄວາມຄິດແມ່ນຫນຶ່ງໃນສິ່ງທີ່ສໍາຄັນທີ່ສຸດ.

ເນື່ອງຈາກວ່າໃນເວລາປ່ຽນແປງໃໝ່ ໝາຍເຖິງວ່າເຮັດໃຫ້ທຸກສິ່ງທຸກຢ່າງຕ່າງກັບປະຈຸບັນ ສະນັ້ນບໍ່ສາມາດຫລີກລ້ຽງຄວາມສົງໄສຈາກຫຼາຍດ້ານໄດ້. ຊ້ຳບໍ່ໜຳ ອັດຕາການລົ້ມເຫຼວໃນການປ່ຽນແປງໃໝ່ກໍບໍ່ແມ່ນໜ້ອຍ. ເຖິງຢ່າງໃດກໍຕາມ ​ທ່ານນາງ ເຟືອງ ໃຫ້ຮູ້ວ່າ ສິ່ງ​ທີ່​ສຳຄັນແມ່ນ​ບົດຮຽນ​ທີ່​ສາມາດ​ຖອດ​ຖອນ​ໄດ້​ຈາກ​ການລົ້ມ​ເຫຼວຂອງ​ວິສາຫະກິດ​ໃນແຕ່ລະເທື່ອ ເພື່ອ​ປ່ຽນແປງໃໝ່ໃນ​ຄັ້ງຕໍ່ໄປ.

ສະນັ້ນ ນາຍ​ພົນ​ຍິງ​ຂອງ​ເຕີນ​ຫຽບຟາດ ຢືນຢັນ​ວ່າ “ການປ່ຽນແປງໃໝ່ປະດິດສ້າງ​ຕ້ອງ​ເລີ່ມແຕ່ຜູ້ນໍາ ດ້ວຍ​ຄວາມສະເໜີຕົ້ນສະເໝີປາຍ ແລະ ເຫັນດີເຫັນພ້ອມ​ກັນລຸລ່ວງ. ເມື່ອນັ້ນ ການປ່ຽນແປງໃໝ່ປະດິດສ້າງຈຶ່ງຈະສາມາດ​ນຳ​ມາເຊິ່ງ​ໝາກຜົນ​ໃຫ້ແກ່​ວິ​ສາ​ຫະກິດ".

ທ່ານນາງ ເຟືອງ ໃຫ້ຮູ້ວ່າ ຈິນຕະນາການປ່ຽນແປງໃໝ່ປະດິດສ້າງໄດ້ກາຍເປັນບັນທັດວັດແທກໃນດ້ານກຳລັງຄວາມສາມາດດ້ານການນໍາຂອງເຕີນຫຽບຟາດ. ແຕ່ລະພາລະບົດບາດ ແລະ ຕໍາແໜ່ງຢູ່ໃນກຸ່ມບໍລິສັດ ຈະມີລະດັບຕ່າງກັນເລີ່ມແຕ່ຜູ້ນໍາຈົນຮອດພະນັກງານ.

ຕົວຢ່າງຄື ຂັ້ນພະນັກງານໄດ້ຮຽກຮ້ອງກ່ຽວກັບການປັບປຸງເລື້ອຍໆ, ຜູ້ຊ່ຽວຊານຮຽກຮ້ອງການປັບຕົວ... ສ່ວນຄະນະຜູ້ນໍາຈໍາເປັນຕ້ອງຊອກຫາວິທີແກ້ໄຂເພື່ອບັນລຸເປົ້າຫມາຍທີ່ໄດ້ຮັບມອບຫມາຍ ເຖິງວ່າຈະມີຄວາມຫຍຸ້ງຍາກໃນເວລາໂລກລະບາດ.

ໂອກາດປ່ຽນແປງໃໝ່ເລີ່ມຈາກຄວາມຫຍຸ້ງຍາກ

ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ກຸ່ມບໍລິສັດເຕີນຫຽບຟາດ ໃຫ້ຮູ້ວ່າ ພະຍາດ​ລະບາດ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ການ​ເຊື່ອມ​ຕໍ່​ຜູ້​ບໍລິ​ໂພ​ກກັບ​ວິ​ສາ​ຫະກິດ. ໃນ​ໄລ​ຍະແຍກ​ຫ່າງສັງຄົມ, ເຕີນຫຽບຟາດ ໄດ້​ຊອກ​ຫາ​ວິ​ທີ​ການ​ເພື່ອ​ເຂົ້າ​ໃກ້​ກັບຜູ້​ບໍ​ລິ​ໂພກ.

​ລະອຽດ, ວິສາຫະກິດ​ຈັດຕັ້ງໄດ້ 6 ​ຕອນ “ສູນອົງສາ - Chill and Cool Show” ​ຕອນ​ລະ​ອາທິດ ​ເພື່ອສ້າງ​ຄວາມ​ບັນເທີງ ​ແລະ ​ເຊື່ອມ​ຕໍ່​ກັບຜູ້​ບໍລິ​ໂພ​ກ ​ໂດຍ​ສະ​ເພາະ​ແມ່ນລຸ້ນ​ໜຸ່ມ​ໃນ​ເວລາ​ທີ່​ເຮັດ​ວຽກ​ຢູ່​ບ້ານ. ​ ຈຸດພິເສດຄືວ່າ​ໂຄງການ​ນີ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ​ໃນ​ສະພາບ​ການ​ແຍກ​ຫ່າງສັງຄົມເຊິ່ງໃນເວລານີ້ບໍ່​ມີ​ໜ່ວຍ​ງານ​​ໃດສາມາດ​ຖ່າຍ​ ຫຼື ຈັດຕັ້ງ event ໄດ້.

ທ່ານ​ນາງ ​ອວຽນ​ເຟືອງ ​ກ່າວ​ວ່າ: “ບໍ່​ແມ່ນ​ຍ້ອນສາເຫດ​ແຍກ​ຫ່າງສັງຄົມ ເຊິ່ງທີມ​ງານ​ການ​ຕະຫຼາດ​ຂອງ​ເຕີນຫຽບຟາດ​ຖືກ​ຢຸດ​ເຊົາ, ​ກົງກັນຂ້າມ​ມັນ​ແມ່ນ​ມາດຖານ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​​ໃຫ້​ພະນັກງານ​ເຕີນຫຽບຟາດ ​ຕ້ອງມີ​ຫົວຄິດ​ປະດິດ​ສ້າງກວ່າ​ເພື່ອສາມາດ​ເຊື່ອມ​ຕໍ່​ກັບ​ຜູ້​ບໍລິ​ໂພກໄດ້”.

ໃນໄລຍະການລະບາດ, ສິ່ງທີ່ໄດ້ຮັບຄວາມສົນໃຈທີ່ສຸດຂອງຜູ້ບໍລິໂພກແມ່ນຜະລິດຕະພັນທີ່ດີຕໍ່ກັບສຸຂະພາບ. ສະນັ້ນ, ເຕີນຫຽບຟາດ ຍັງໄດ້ເປີດອອກຫຼາຍຜະລິດຕະພັນໃໝ່ທີ່ມີຄຸນຄ່າທາງໂພຊະນາການຫຼາຍດ້ານ ແຕ່ລາຄາທໍາມະດາ, ເໝາະສົມກັບກະເປົ໋າຂອງລູກຄ້າສ່ວນຫຼາຍ.

ທ່ານຮອງ​ຜູ້​ອໍານວຍການໃຫຍ່ຂອງເຕີນຫຽບຟາດ ໃຫ້ຮູ້ວ່າ: “ໂດຍເຂົ້າໃຈໄດ້ເຖິງຄວາມຫຍຸ້ງຍາກຂອງລູກຄ້າໃນຍຸກໂລກລະບາດ, ພວກເຮົາກໍໄດ້ວາງອອກນະໂຍບາຍໜູນຊ່ວຍຫຼາຍດ້ານຄື ຮັກສາລາຄາຄົງທີ່, ຢືນຢັນບໍ່ຂຶ້ນລາຄາ, ມີຫຼາຍໂປໂມຊັນໃຫ້ເຂົາເຈົ້າ. ພ້ອມກັນນັ້ນ ເຕີນຫຽບຟາດກໍຮ່ວມເດີນທາງກັບ​ບັນດາ​ຕົວ​ແທນ ​ແລະ ຜູ້​ຈຳໜ່າຍ​ເພື່ອ​ນຳ​ເອົາ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບ ແລະ ລາຄາດີທີ່ສຸດ​ມາໃຫ້​ຜູ້​ບໍລິ​ໂພ​ກ.”

ຕາມທ່ານ​ນາງ​ແລ້ວ, ​​ຜູ້​ບໍລິ​ໂພ​ກ ​ແລະ ບັນດາຄວາມ​ຫຍຸ້ງຍາກ​ແມ່ນ​​ໂອກາດ​ເພື່ອ​ໃຫ້​ພະນັກງານຂອງເຕີ​ນຫຽບຟາດປ່ຽນແປງ.

ນຳໃຊ້ການຫັນເປັນດິຈິຕອນເພື່ອປະດິດສ້າງ

ສິ່ງທ້າທາຍອັນໃຫຍ່ຫຼວງອັນໜຶ່ງທີ່ບັນດາວິສາຫະກິດ ມີຄວາມສົນໃຈໃສ່ໃນໄລຍະແຍກຫ່າງສັງຄົມ ກໍຄືຫຼັງ COVID-19 ແມ່ນການປ່ຽນແປງໃໝ່ດ້ານເຕັກໂນໂລຊີ. ​ໃນ​ໄລຍະ​ທີ່​ຜ່ານ​ມາ, ​ເຕີນຫຽບຟາດ​ຍັງ​ໄດ້ປະຕິບັດຕາມລະບຽບ​ການ ຄືວ່າ​ໃຫ້ພະນັກງານ​ຢູ່​ເຂດ​ສີຂຽວ​ ​ມາ​ເຮັດ​ວຽກປົກກະຕິ, ສ່ວນ​ພະນັກງານ​ຢູ່​ເຂດ​ສີ​ເຫຼືອງ ​ແລະ ສີ​ສົ້ມ​ຈະ​ເຮັດ​ວຽກ​ຢູ່ບ້ານ.

ສະນັ້ນ ຜູ້ນໍາຂອງກຸ່ມບໍລິສັດກໍໃຫ້ຮູ້ວ່າ ໃນ 125 ມື້ທີ່ແຍກ​ຫ່າງສັງຄົມ, ບໍລິສັດກໍໄດ້ນໍາໃຊ້ລະບົບຫ້ອງການ virtual Work From Home ແລະ ເຕັກໂນໂລຊີນີ້ໄດ້ຊ່ວຍໃນການດໍາເນີນຈັດຕັ້ງຢ່າງຫຼວງຫຼາຍ.

ຍິ່ງ​ກວ່າ​ນັ້ນ, ໜຶ່ງ​ໃນ​ບັນດາ​ພື້ນ​ຖານ​ທີ່​ເຕີນຫຽບຟາດ​ສ້າງ​ເປັນ​ແປ້ນຢັນໃຫ້​ແກ່​ຂະ​ບວນການ​ຫັນ​ເປັນດີ​ຈີ​ຕອນ​ແມ່ນ​ ເຊີນໜຶ່ງໜ່ວຍງານທີ່ປຶກສາເພື່ອສ້າງຕັ້ງຂະບວນການທັງໝົດຂຶ້ນໃໝ່ໃຫ້ກຸ່ມບໍລິສັດ. ຕາມ​ທ່ານ​ນາງ ​ເຟືອງ ​ແລ້ວ, ນັ້ນ​ແມ່ນ​ຮາກຖານ​ເພື່ອ​ໃຫ້​ກຸ່ມບໍລິສັດ​ຍາດ​ໄດ້​ລາງວັນ​ຄຳທີ່ມີ​ຄຸນ​ນະພາ​ບ.

ທ່ານນາງເຟືອງໃຫ້ຮູ້ວ່າ: “ຍ້ອນການດໍາເນີນຂະບວນການຢ່າງຊັດເຈນໃນການແບ່ງສິດ, ພະນັກງານຈະເຫັນໄດ້ບົດບາດຂອງເຂົາເຈົ້າໃນອົງການຈັດຕັ້ງ, ຊ່ວຍໃຫ້ພວກເຂົາເຫັນເສັ້ນທາງການພັດທະນາ. ​ບັນດາ​ສິ່ງ​ເຫຼົ່າ​ນີ້​ໄດ້​ຊ່ວຍ​ໃຫ້​ເຕີນ​ຫຽບ​ຟາດ ດຳ​ເນີນ​ຂະ​ບວນການ​ຫັນ​ເປັນ​ດິຈິ​ຕອນ​ໃນ​ໂລຍະໂລກລະບາດ, ​ເຮັດ​ໃຫ້​ການເຮັດວຽກ​​ສະດວກ​ກວ່າ”.

ບາງຮູບແບບຂອງການປ່ຽນແປງໃໝ່ໃນຍຸກໂລກລະບາດຢູ່ເຕີນຫຽບຟາດ ທີ່ອາດເວົ້າເຖິງເຊັ່ນ ການໄລ່ຄ່າແຮງງານຜ່ານຊູມ, ການປະຊຸມຢູ່ເຮືອນ, ນໍາເອົາຫ້ອງການ virtual ເຂົ້າໃນກິດຈະກໍາການບຳລຸງສ້າງ...

ທ່ານ​ນາງ ​ເຟືອງ​ ກ່າວ​ເນັ້ນ​ວ່າ: “COVID-19 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພະນັກງານ​ຂອງ​ກຸ່ມບໍລິສັດເຕີນຫຽບຟາດ​ໄດ້​ປ່ຽນ​ແປງ. ໃນຄວາມເປັນຈິງ, ຖ້າພວກເຂົາບໍ່ມີການປ່ຽນແປງ, ອົງການຈັດຕັ້ງຈະບໍ່ຍືນຍົງ. ນີ້​ແມ່ນ​ການກະຕຸ້ນ”.

ໄຊພອນ

ເຫດການ
302 Found

Found

The document has moved here.