ຄວບຄຸມການເຄື່ອນໄຫວເຂົ້າອອກເມືອງຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ຕ້ານພະຍາດ COVID-19

06:38 | 27/12/2021

ຍສໝ - ກະຊວງຄົມມະນາຄົມຂົນສົ່ງ ໄດ້ອອກເອກະສານ ເລກທີ 13575/BGTVT-CYT ສະເໜີໃຫ້ກົມໃຫຍ່ທາງບົກ ຫວຽດນາມ; ບັນດາກົມການບິນ​ຫວຽດນາມ, ທາງ​ລົດ​ໄຟ​ຫວຽດນາມ, ການ​ເດີນ​ເຮືອ​ຫວຽດນາມ, ​ຄົມມະນາຄົມທາງ​ນ້ຳ​ ພາຍໃນ ​ຫວຽດນາມ ​ຈົ່ງ​ເລັ່ງ​ປະຕິບັດ​ບາງ​ວຽກ​ງານ​ສະ​ເພາະຈໍານວນໜຶ່ງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ສໍາລັບຄົນເຂົ້າອອກເມືອງ.

ມອບເຄື່ອງຊ່ວຍເຫຼືອໃຫ້ກໍາລັງປະກອບອາວຸດລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ມອບເຄື່ອງຊ່ວຍເຫຼືອໃຫ້ກໍາລັງປະກອບອາວຸດລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19
ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ພາບປະກອບ: truyenhinhthanhhoa.vn
ພາບປະກອບ: truyenhinhthanhhoa.vn

ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ສະເໜີບັນດາ​ໜ່ວຍງານ ບົນພື້ນຖານບົດບາດ, ​ໜ້າ​ທີ່​ຂອງ​ບັນດາ​ອົງການ ​ແລະ ໜ່ວຍງານ​ຂອງ​ຕົນ ຈົງຈັດຕັ້ງປະຕິບັດຖືກຕ້ອງຕາມ​ຄຳ​ແນະນຳ​ຂອງ​ເອກະສານ ກະຊວງ​ສາທາລະນະ​ສຸກສະບັບ​ເລກທີ 10688/BYT-MT ລົງ​ວັນ​ທີ 16 ພຶດສະພາ 2021 ກ່ຽວກັບ​ການ​ປ້ອງ​ກັນ ​ແລະ ຕ້ານການລະບາດຂອງ ພະຍາດ COVID-19 ສຳລັບຄົນເຂົ້າອອກເມືອງ.

ພ້ອມ​ກັນ​ນັ້ນ, ກໍສືບ​ຕໍ່​ປ້ອງ​ກັນ ​ແລະ ຕ້ານ​ຄວາມ​ສ່ຽງ​ເກີດການ​ແຜ່​ລະບາດ​ຂອງ​ພະຍາດ​ຈາກ​ພາຍ​ນອກ, ສົມທົບ​ກັບ​ບັນດາໜ່ວຍງານ​ທີ່ກ່ຽວຂ້ອງ​ຄວບ​ຄຸມ​ບັນດາ​ການ​ເຄື່ອນ​ໄຫວຄົນເຂົ້າອອກເມືອງ​ຜ່ານຊາຍແດນ​ທາງ​ອາກາດ, ທາງ​ບົກ, ​ທາງ​ທະ​ເລຢ່າງເຂັ້ມງວດ; ຮັບປະກັນ​ວຽກງານ​ຄຸ້ມ​ຄອງ ​ແລະ ກວດກາ​ຄົນ​ເຂົ້າ​ອອກເມືອງ ໄດ້ຮັບການປະຕິບັດ​ຢ່າງ​ເຂັ້ມ​ງວດ, ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ເຂົ້າ​ສູ່​ຊຸມ​ຊົນ.

ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຊີ້​ນຳ​ກົມ​ການບິນ​ຫວຽດນາມ ສະເໜີ ​ແລະ ແນະ​ນຳ​ບັນດາ​ສາຍ​ການບິນ, ບັນດາວິສາຫະ​ກິດ​ການບິນ​ທີ່​ກ່ຽວຂ້ອງ ​ແຈ້ງ​ໃຫ້​ຜູ້​ໂດຍສານ​ຮັບຊາບ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ສໍາລັບ​ຄົນເຂົ້າເມືອງ​ກ່ອນ​ທີ່ຈະເຂົ້າ​ປະ​ເທດ ເມື່ອຈັດ​ຕັ້ງ​ການ​ຟື້ນ​ຟູບັນດາ​ຖ້ຽວ​ບິນ​ການ​ຄ້າ​ສາກົນ​ເປັນ​ປົກກະຕິ​ຕາມ​ແຜນ​ການ​ທີ່​ລັດ​ຖະ​ບານ​ໄດ້​ອະ​ນຸ​ມັດ (ເລີ່ມ​ຕົ້ນ​ປະຕິບັດໃນໄລ​ຍະ​ທົດ​ລອງ​ແຕ່​ວັນ​ທີ 1 ມັງ​ກອນ 2022).

ສືບ​ຕໍ່​ດຳ​ເນີນ​ການ​ເຈລະຈາ, ​ເຮັດ​ວຽກ​ກັບອົງການເຈົ້າໜ້າທີ່​ການບິນ​ຂອງ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ​ເພື່ອ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ການ​ຟື້ນ​ຟູ​ບັນດາຖ້ຽວ​ບິນ​ການ​ຄ້າ​ສາກົນ​ເປັນ​ປົກກະຕິ.

ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເປັນເຈົ້າການໃນການເຮັດວຽກ​ກັບ​ບັນດາ​ອົງການ, ໜ່ວຍງານ​ຂອງບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ໃນ​ການ​ເຈລະຈາ ​ເພື່ອ​ຮັບ​ຮອງເຊິ່ງກັນ ແລະ ກັນ ກ່ຽວກັບ “​ໜັງສືຜ່ານ​ແດນ​ວັກ​ແຊັງ”, ນຳ​ໃຊ້​ຊອບ​ແວ​ ແຈ້ງອາການສຸຂະພາບ PC-COVID ​ສໍາລັບ​ຜູ້​ໂດຍສານ​ໃນ​ຖ້ຽວ​ບິນ​ສາກົນ​ປົກກະຕິ.

ໄຊພອນ

ເຫດການ
302 Found

Found

The document has moved here.