ສະຖານທູດຫວຽດນາມປະຈຳລາວ ມອບເງິນຊ່ວຍເຫລືອລາວ ເພື່ອຜ່ານຜ່າຜົນຮ້າຍຈາກໄພທຳມະຊາດ

10:58 | 20/09/2019

ຍສໝ - ຕອນບ່າຍວັນທີ 19 ກັນຍາ, ທີ່ນະຄອນຫຼວງວຽງຈັນ ລາວ, ເອກອັກຄະລັດຖະທູດຫວຽດນາມປະຈຳ ລາວ ທ່ານ ຫງວຽນບາຮຸ່ງ ໄດ້ມອບຂອງຂວັນ ສະໜັບສະໜູນ ແລະ ເງິນທີ່ປະຊາຄົມຊາວຫວຽດນາມຢູ່ລາວບໍລິຈາກ ເພື່ອໜູນຊ່ວຍປະຊາຊົນເຂດພາກໃຕ້ ແລະ ພາກກາງຂອງລາວ ຜ່ານຜ່າຜົນຮ້າຍຈາກ ໄພນ້ຳຖ້ວມ ແລະ ລົມພາຍຸໃນຕົ້ນເດືອນກັນຍາ.

ຕາງໜ້າໃຫ້ພະນັກງານຂອງສະຖານທູດ, ບັນດາອົງການຕົວແທນຫວຽດນາມ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ຢູ່ລາວ, ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ສະແດງຄວາມເຂົ້າໃຈ ແລະ ຄວາມເຫັນໃຈຢ່າງເລິກເຊິ່ງ ເຖິງປະຊາຊົນພາກກາງ ແລະ ພາກໃຕ້ຂອງລາວທີ່ຖືກຮັບຄວາມເສຍຫາຍຢ່າງໜັກໃນໄລຍະນ້ຳຖ້ວມໃນທ້າຍເດືອນສິງຫາ ແລະ ຕົ້ນເດືອນກັນຍາ. ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ມອບເງິນ - ວັດຖຸສິ່ງຂອງໂດຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ບໍລິຈາກແນໃສ່ໜູນຊ່ວຍປະຊາຊົນບັນດາແຂວງພາກໃຕ້ ແລະ ພາກກາງລາວ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພນ້ຳຖ້ວມທີ່ເກີດຂຶ້ນໃນຕົ້ນເດືອນ ກັນຍາ ນີ້, ດ້ວຍຈຳນວນເງິນກ່ວາ 25 ພັນ USD ແລະ ວັດຖຸສິ່ງຂອງ.

ສະຖານທູດຫວຽດນາມປະຈຳລາວ ມອບເງິນຊ່ວຍເຫລືອລາວ ເພື່ອຜ່ານຜ່າຜົນຮ້າຍຈາກໄພທຳມະຊາດ

ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ມອບເງິນ - ວັດຖຸສິ່ງຂອງເຖິງປະຊາຊົນພາກກາງ ແລະ ພາກໃຕ້ຂອງລາວ. (ພາບ: TTXVN)

ທ່ານ ຄຳແພງ ໃຊສົມແພງ - ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວໄດ້ສະແດງຄວາມສະເທືອນໃຈ ເຖິງຄວາມຮັກແພງຂອງປະຊາຊົນຫວຽດນາມເວົ້າລວມ ແລະ ປະຊາຄົມຊາວຫວຽດນາມທີ່ເຮັດທຸລະກິດຢູ່ລາວເວົ້າສະເພາະ. ທ່ານ ຄຳແພງ ໃຊສົມແພງ ເນັ້ນໜັກ ວ່າ ເຖິງວ່າ ທ່ານ ຄຳແພງ ໃຊສົມແພງ ຖືກຮັບຜົນເສຍຫາຍຈາກໄພນ້ຳຖ້ວມ ແລະ ລົມພາຍຸຫຼາຍຄັ້ງຫຼາຍກ່ວາປະເທດລາວ ແຕ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບພັກ, ລັດຖະບານ ແລະ ປະຊາຊົນ ລາວ ໃນຕອນທີ່ຫຍຸ້ງຍາກ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສາມັກຄີພິເສດ, ຄວາມຮັກແພງຍາມໃດກເປັນອັນໜຶ່ງອັນດຽວ ຂອງສອງຊົນເຜົ່າລາວ - ອ້າຍນ້ອງຫວຽດນາມ. ທ່ານ ຄຳແພງ ໃຊສົມແພງ ໃຫ້ຄຳໝັ້ນສັນຍາວ່າ ຈະໂອນເງິນ ແລະ ວັດຖຸທີ່ໄດ້ຮັບທັງໝົດໃນມື້ນີ້ ໃຫ້ປະຊາຊົນໃນບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ເພື່ອຊ່ວຍເຫຼືອປະຊາຊົນແກ້ໄຂບັນດາໄພນ້ຳຖ້ວມ ແລະ ເຮັດໃຫ້ຊີວິດການເປັນຢູ່ປົກກະຕິໂດຍໄວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.