ປະເທດລາວ ຊ່ວຍຊາວຫວຽດນາມ 45 ຄົນທີ່ຖີກຕິດຄ້າງເນື່ອງຈາກດິນເຈື່ອນ

10:54 | 11/08/2023

ຍສໝ - ກຳລັງກອງກູ້ໄພຂອງ ກອງທັບລາວ ໄດ້ຊ່ອຍຫຼາຍຄົນຖີກຕິດຄ້າງຢູ່ເສັ້ນທາງເລກ 8 ຍ້ອນດິນເຈື່ອນ, ໃນນັ້ນ ມີຊາວຫວຽດນາມ 45 ຄົນ.

ບັນດາເຫດ​ດິນ​ເຈື່ອນ​ທີ່​ເກີດ​ຈາກ​ຝົນ​ຕົກ​ໜັກຢູ່ເສັ້ນທາງເລກ 8 ຂອງ​ລາວທີ່​ເຊື່ອມ​ຕໍ່​ແຂວງ​ບໍ​ລິ​ຄຳ​ໄຊຫາ ແຂວງ ຮ່າ​ຕິງ ປະ​ເທດ​ຫວຽດ​ນາມ ເກີດຂຶ້ນໃນ​ວັນ​ທີ 3 ສິງຫາ. ບາງຕອນຢູ່ເສັ້ນທາງເລກ 8 ມີລົດອັ່ງອໍ, ໃນນັ້ນ ແມ່ນແຕ່ໄລຍະກິໂລແມັດທີ 45 ຫາ 66. ພາຫະນະຫຼາຍຄັນຖີກຕິດຄ້າງຢູ່ເສັ້ນທາງດັ່ງກ່າວ.

ຈາກນັ້ນ, ກະຊວງປ້ອງກັນປະເທດລາວ ໄດ້ສົ່ງກອງກູ້ໄພໄປສະຖານທີ່ເກີດເຫດ ເພື່ອຊອກຫາວິທີເອົາຄົນທີ່ຖີກຕິດຄ້າງອອກມາ. ກອງກູ້ໄພກ່າວ​ວ່າ ມີ​ຄົນ​ຫວຽດນາມ 45 ຄົນ​ຕິດຄ້າງຢູ່​ໃນ​ລົດ 22 ຄັນ.

ປະເທດລາວ ຊ່ວຍຊາວຫວຽດນາມ 45 ຄົນທີ່ຖີກຕິດຄ້າງເນື່ອງຈາກດິນເຈື່ອນ
ພາຫະນະທີ່ຖີກຕິດຄ້າງຢູ່ຕາມເສັ້ນທາງໃນແຂວງບໍລິຄຳໄຊ, ປະເທດລາວ ໃນວັນທີ 6 ສິງຫາ. ພາບ: ຕາມສຳນັກຂ່າວສານຫວຽດ ນາມ

ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 5 ສິງຫາ, ຊາວ​ຫວຽດນາມ ​ທັງ​ 45 ຄົນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ໄດ້​ພາອອກ​ໄປຈາກ​ເຂດ​ດັ່ງກ່າວ.​ ໃນ​ນັ້ນ, 35 ຄົນ​ໄດ້ສົ່ງໄປ​​ເມືອງ​ຄຳ​ເກີດ, ​ແຂວງ​ບໍລິ​ຄຳ​ໄຊ​ ແລະ 10 ຄົນ ໄດ້ສົ່ງ​ໄປ​ເມືອງ​ຄູນ​ຄຳ​, ແຂວງ​ຄຳ​ມ່ວນ, ສຸຂະພາບ​ຂອງ​ພວກ​ເຂົາ​ກຳລັງໄດ້ຮັບການ​ຟື້ນ​ຟູ.

ກອງກູ້ໄພຂອງລາວ ກ່າວວ່າ ມີລົດບັນທຸກຄັນໜຶ່ງ ຝັງຢູ່ກັບຄົນຂັບ ແຕ່ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ຄົນນີ້ແມ່ນຄົນສັນຊາດໃດ.

ຝົນຕົກໜັກເຮັດໃຫ້ນໍ້າຖ້ວມ ແລະ ດິນເຈື່ອນ, ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊັບສິນ, ທັນຍາຫານ ແລະ ພື້ນຖານໂຄງລ່າງຂອງລາວ, ກໍ່ຄືເຮັດໃຫ້ທາງຄົມມະນາຄົມຈຳນວນໜຶ່ງທີ່ໃກ້ກັບຊາຍແດນຫວຽດນາມຖືກຕັດຂາດ. ວົງການເຈົ້າໜ້າທີ່ລາວ ກຳລັງພະຍາຍາມກູ້ຊີບ ແລະ ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ.

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ໃນວັນທີ 4 ສິງຫາ ໄດ້ປະກາດໂຈະການສັນຈອນຜ່ານເສັ້ນທາງເລກ 8 ບາງຈຸດ ເນື່ອງຈາກດິນເຈື່ອນ, ໃນນັ້ນມີຈຸດໜຶ່ງຢູ່ໃກ້ກັບດ່ານຊາຍແດນ ກາວເເຈ່ວ ຫວຽດນາມ. ອົງການນີ້​ກ່າວ​ວ່າ ກຳລັງ​ພະຍາຍາມ​ແກ້​ໄຂ​ບັນຫາ​​ເພື່ອ​ໃຫ້​ເສັ້ນທາງ​​ສາມາດ​ເປີດການສັນຈອນ​ໄດ້​ໂດຍ​ໄວ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.