ຈະມີຫຼາຍນະໂຍບາຍໜູນຊ່ວຍເພື່ອແກ້ໄຂຟື້ນຟູຜົນສະທ້ອນຂອງພະຍຸລູກທີ 3

16:27 | 29/09/2024

ຍສໝ - ລັດຖະບານໄດ້ປະກາດໃຊ້ມະຕິສະບັບເລກທີ 143/NQ-CP ລົງວັນທີ 17 ກັນຍາ 2024 ວ່າດ້ວຍບັນດາໜ້າທີ່ສຳຄັນ ແລະ ວິທີການແກ້ໄຂຈຸດສຸມເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸລູກທີ 3 (Yagi) ຢ່າງຮີບດ່ວນ .

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ
ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ -  ໄທ ໄປ ຫວຽດນາມ ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ - ໄທ ໄປ ຫວຽດນາມ
ຈະມີຫຼາຍນະໂຍບາຍໜູນຊ່ວຍເພື່ອແກ້ໄຂຟື້ນຟູຜົນສະທ້ອນຂອງພະຍຸລູກທີ 3

ພະຍຸລູກ​ທີ 3 ​ເຮັດ​ໃຫ້​ຫຼາຍ​ເຂດ​ຖືກ​ນ້ຳ​ຖ້ວມ​ຢ່າງ​ຮ້າຍ​ແຮງ (ພາບ: ວາລະສານ​ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ).

ມະຕິ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ເຖິງ​ຂອບ​ເຂດ ​ແລະ ​ເປົ້າໝາຍທີ່ໜູນ​ຊ່ວຍ​ແມ່ນ​ປະຊາຊົນ, ຜູ​້ອອກແຮງານ, ຜູ້​ທີ່ອ່ອນແອ, ຄອບຄົວ​ທຸລະກິດ, ສະຫະກອນ, ວິ​ສາ​ຫະກິດ​ຢູ່​ບັນດາ​ເຂດ​ຖືກ​ຜົນສະທອນຈາກພະຍຸ​ລູກທີ 3, ນ້ຳ​ຖ້ວມ, ດິນ​ເຈື່ອນ.

ໄລຍະເວລາຫນູນຊ່ວຍ ຕົ້ນຕໍແຕ່ເດືອນກັນຍາ ຮອດ ເດືອນຕຸລາ 2024; ບາງນະໂຍບາຍເພື່ອໜູນຊ່ວຍຄົວເຮືອນທີ່ດຳເນີນທຸລະກິດ ແລະ ວິສະຫະກິດອາດຈະແກ່ຍາວ ແລະ ເພື່ອເສີມຕື່ມຊັບພະຍາກອນການຈັດຕັ້ງປະຕິບັດຈົນຮອດທ້າຍປີ 2025 ເພື່ອໃຫ້ເໝາະສົມກັບການຟື້ນຕົວຂອງວິສາຫະກິດ, ຄົວເຮືອນດຳເນີນທຸລະກິດ ແລະ ປັດໄຈຕາມລະດູການໃນການຜະລິດດຳເນີນທຸລະກິດ.

ລັດຖະບານ​ໄດ້​ວາງອອກ 6 ກຸ່ມໜ້າ​ທີ່​, ວິທີການ​ແກ້​ໄຂ​ຈຸດສຸມເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະຍຸ​ລູກທີ 3 ຢ່າງ​ຮີບ​ດ່ວນ.

ທີ​ໜຶ່ງ​ແມ່ນ​ກຸ່ມໜ້າ​ທີ່, ວິທີ​ການແກ້​ໄຂ​ຈຸດສຸມ​ກ່ຽວ​ກັບ​ການ​ປົກ​ປ້ອງ​ຊີວິດ, ຄວາມ​ປອດ​ໄພ ​ແລະ ສຸຂະພາບ​ຂອງ​ປະຊາຊົນ.

ທີ 2 ​ແມ່ນ​ກຸ່ມ​​ໜ້າ​ທີ່, ວິທີ​ການແກ້​ໄຂຈຸດສຸມກ່ຽວກັບການໜູນຊ່ວຍ​​ຟື້ນ​ຟູ​ການ​ເຄື່ອນ​ໄຫວຊີວິດ​ສັງຄົມ ​ເພື່ອ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກັບມາເປັນປົກກະຕິ.

ໃນນັ້ນ, ລັດຖະບານ ໄດ້ກຳນົດຢ່າງຈະແຈ້ງວ່າ ຈະນຳໃຊ້ງົບປະມານແຫ່ງລັດສຳຮອງເພື່ອໃຊ້ໃນການສ້ອມແປງຢ່າງຮີບດ່ວນ ແລະ ນຳກິດຈະກຳທີ່ໃຊ້ໃນຊິວິດປະຈຳວັນ, ໂຮງຮຽນ, ຮາກຖານການແພດ, ສຸກສາລາ, ຊົນລະປະທານ ເຂົ້າເຄື່ອນໄຫວນຳໃຊ້.

ສຳລັບກິດຈະການໂຮງຮຽນ ແລະ ຮາກຖານການແພດ ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ແລະ ບໍ່ສາມາດນຳໃຊ້ໄດ້, ເບື້ອງຕົ້ນແມ່ນໃຫ້ກໍ່ສ້າງໂຮງຮຽນຊົ່ວຄາວໃຫ້ນັກຮຽນເຂົ້າຮຽນໃນເດືອນກັນຍາ ແລະ ຮາກຖານສາທາລະນະສຸກ ເພື່ອຮັບໃຊ້ການກວດ ແລະ ປິ່ນປົວພະຍາດກ່ອນ; ຫຼັງຈາກນັ້ນ, ກໍ່ວາງແຜນທີ່ຈະສ້າງກິດຈະການທີ່ບໍ່ສາມາດສືບຕໍ່ນໍາໃຊ້ໄດ້ຄືນໃໝ່.
ກະຊວງ​ສຶກສາ​ທິການ - ບຳລຸງ​ສ້າງ ​ແລະ ບັນດາທ້ອງ​ຖິ່ນ​ຈະ​ປະຕິບັດການຍົກ​ເວັ້ນ ​ແລະ ຫຼຸດຜ່ອນ​ຄ່າ​ຮຽນ​ໃຫ້​ນັກສືກສາ ​ແລະ ນັກຮຽນ​ທີ່​ຖືກ​ຜົນກະທົບ​ຈາກ​ພະຍຸ​ລູກ​ທີ 3 ​ໃນ​ສົກຮຽນ 2024-2025.

ທີ​ສາມແມ່ນກຸ່ມ​​ໜ້າ​ທີ່​​, ວິທີການແກ້​ໄຂ​ຈຸດສຸມກ່ຽວ​ກັບ​ການ​ໜູນ​ຊ່ວຍ​ບັນດາ​ຮາກຖານການ​ຜະລິດ, ຄອບຄົວ​ດຳເນີນທຸລະ​ກິດ, ສະຫະກອນ ​ແລະ ວິ​ສາ​ຫະກິດ ​ເພື່ອ​ຟື້ນ​ຟູຕ່ອງໂສ້​ການ​ຜະລິດ, ການ​ສະໜອງ, ແຮງ​ງານໂດຍໄວ, ຟື້ນ​ຟູ ​ແລະ ຊຸກຍູ້​ການ​ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ​ການເຕີບໂຕຂອງເສດຖະກິດ.

ລັດ​ຖະ​ບານ​ຮຽກ​ຮ້ອງ​ຢ່າງຮີບດ່ວນໃຫ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ, ​​ຫຼຸດ​ຜ່ອນ​ ແລະ ຕໍ່ກຳນົດເວລາຈ່າຍພາ​ສີ, ຄ່າ​ທຳ​ນຽມ, ຄ່າ​ເຊົ່າທີ່ດີນ, ຄ່າ​ເຊົ່າ​ໜ້ານ້ຳ... ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ ແລະ ຖືກຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ, ໄພ​ນ້ຳ​ຖ້ວມ, ດິນ​ເຈື່ອນ​ ຕາມ​ຂໍ້​ກຳ​ນົດ ຂອງກົດໝາຍ.

ທະນາຄານແຫ່ງລັດຈັດແບ່ງປະເພດຊັບສິນທີ່ມີ, ລະດັບການຫັກເອົາໄວ້ສ້າງບ້ວງສຳຮອງຄວາມສ່ຽງ, ແບບວິທີການຈັດຫັກເອົາໄວ້ສ້າງບ້ວງສຳຮອງຄວາມສ່ຽງ ແລະ ບ້ວງສຳຮອງເພື່ອແກ້ໄຂບັນຫາຄວາມສ່ຽງ, ແນໃສ່ໜູມຊ່ວຍລູກຄ້າທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຖືກຄວາມເສຍຫາຍຍ້ອນຜົນກະທົບຈາກພະຍຸ ລູກທີ 3; ຊີ້​ນຳ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​​ຕັ້ງ​ໜ້າ​ຄິດໄລ່​ບັນ​ດາວິທີການ​ໜູນ​ຊ່ວຍ, ປະຕິປັດການປັບ​ໂຄງ​ສ້າງ​ໄລ​ຍະເວລາ, ຮັກສາ​ກຸ່ມ​ໜີ້​ສິນ​ຄື​ເກົ່າ, ພິ​ຈາ​ລະ​ນາ​ຍົກ​ເວັ້ນ ຫຼື ຫຼຸດອັດຕາ​ດອກ​ເບ້ຍ​ເງິນ​ກູ້​ໃຫ້​ລູກ​ຄ້າ​ທີ່ຖືກເສຍ​ຫາຍ; ສ້າງ​ລາຍການ​ສິນ​ເຊື່ອ​ໃໝ່​ດ້ວຍ​ອັດຕາ​ດອກ​ເບ້ຍ​ບຸລິມະສິດ​ທີ່​ເໝາະ​ສົມ, ສືບ​ຕໍ່​ສະໜອງ​ເງິນ​ກູ້​ໃໝ່​ໃຫ້​ແກ່​ລູກ​ຄ້າ​ເພື່ອ​ຟື້ນ​ຟູ​ການ​ຜະລິດດຳ​ເນີນ​ທຸລະ​ກິດ​ພາຍຫຼັງ​ພະຍຸ​ ຕາມ​ລະບຽບ​ກົດໝາຍ​ປະຈຸ​ບັນ...

ທີ​ສີ່ ແມ່ນກຸ່ມ​ໜ້າ​ທີ່​​, ວິທີການແກ້​ໄຂຈຸດສຸມ​​ກ່ຽວກັບການກະກຽມຄວາມພ້ອມໃນການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ພະຍຸ, ​ໄພ​ນ້ຳ​ຖ້ວມ, ດິນ​ເຈື່ອນ... ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທີ​ຫ້າ ແມ່ນກຸ່ມໜ້າ​ທີ່​​, ວິທີການແກ້​ໄຂ​​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ, ວິທີ​ແກ້​ໄຂ​ເພື່ອ​ຫຼຸດຜ່ອນ ​ແລະ ຫັນບັນດາລະບຽບ​ການ​ບໍລິຫານເປັນງ່າຍດາຍ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ.

ທີ​ຫົກ ແມ່ນກຸ່ມ​​ໜ້າ​ທີ່​​, ວິທີການແກ້​ໄຂ​​ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ.

ພະຍຸລູກທີ 3 (Yagi) ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ປະຊາຊົນ, ຊັບສິນ, ຜົນລະປູກ, ສັດລ້ຽງ ແລະ ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ; ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ, ການ​ເຄື່ອນໄຫວທຳການຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ, ພິ​ເສດ​ແມ່ນ​ການ​ຜະລິດ​ກະສິກຳ, ການ​ບໍລິການ, ການທ່ອງທ່ຽວ.

ສະຖິຕິ​ເບື້ອງ​ຕົ້ນ​ໄລ່ຮອດ​ວັນ​ທີ 17 ກັນຍາ​ນີ້ ມີ​ຜູ້​ເສຍ​ຊີວິດ​ ແລະ ຫາຍ​ສາບ​ສູນປະມານ 329 ຄົນ, ບາດເຈັບ ປະມານ 1.929 ຄົນ...

ຍອດ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ທີ່​ເກີດ​ຈາກ​ພະຍຸ​ລູກທີ 3 ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ​ແມ່ນ​ກວ່າ 50.000 ຕື້​ດົ່ງ, ຄາດ​ວ່າ​ຈະ​ອາດຈະເຮັດໃຫ້ຫຼຸດ​ລະດັບການ​ເຕີບ​ໂຕ GDP ທັງ​ປີ​ປະມານ 0,15% ​ເມື່ອ​ທຽບ​ໃສ່​ແຜນ​ການ​ເຕີບ​ໂຕ 6,8-7%.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.