​ມີ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ​ກ່ຽວ​ກັບ​ ​ໂລກ​ລະ​ບາດ Covid – 19

19:33 | 10/03/2020

ຍສໝ - ກະຊວງສາທາລະນະສຸກ ຫາກໍ່ໄກ້ກ່າວເຕືອນປະຊາຊົນມີສະຕິລະວັງຕົວຕໍ່ຂ່າວບໍ່ມີມູນຄວາມຈິງ.

​ມີ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ​ກ່ຽວ​ກັບ​ ​ໂລກ​ລະ​ບາດ Covid – 19

ພາບປະກອບ

ໃນໄລຍະໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ບັນດາຜູ້ນຳໃຊ້ສື່ສັງຄົມອອນລາຍຄວນມີສະຕິສຳລັບປະຊາຄົມຫຼີກລ້ຽງເລື່ອງ ພຽງແຕ່ຢາກດຶງດູດຈຳນວນຜູ້ຕິດຕາມນັ້ນ, ກໍ່ໄດ້ໃຫ້ຂ່າວທີ່ຜິດກົດໝາຍ. ນີ້ແມ່ນການກະທຳທີ່ຜິດກົດໝາຍ ແລະ ບັນດາສ່ວນບຸກຄົນ, ອົງການທີ່ໃຫ້ຂ່າວບໍ່ມີມູນຄວາມຈິງນັ້ນ, ແມ່ນອາດຈະຖືກປັບໄໝເງິນຂຶ້ນເຖິງ 50 ລ້ານດົ່ງ.

ປັດຈຸບັນ, ຢູ່ປະເທດ ອີຕາລີ ມີ 9.172 ກໍລະນີຕິດເຊື້ອພະຍາດດັ່ງກ່າວ, ໃນນັ້ນ ມີ 463 ກໍລະນີເສຍຊີວິດ. ຕາມລັດຖະດຳລັດສະບັບໃໝ່ ຈະໄດ້ຮັບການຮັບຮອງເອົາ ແລະ ປະຕິບັດໃນທົ່ວປະເທດ, ເຊິ່ງມີຜົນສັກສິດນັບແຕ່ວັນທີ 10 ມີນາ ເປັນຕົ້ນໄປ, ລັດຖະບານ ອີຕາລີ ໄດ້ຕັດສິນໃຈເປີດກ້ວາງບັນດາມາດຕະການປິດລ້ອມທົ່ວຜືນແຜ່ນດິນ. ໃນຂະນະນັ້ນ, ຢູ່ ອາເມລິກາ, ວັນທີ 09 ມີນາ, ທ່ານ Kimberly Reynold ຜູ້ວ່າການລັດ Iowa ໃຫ້ຮູ້ວ່າ: ໄດ້ກວດພົບ 3 ກໍລະນີທຳອິດທີ່ຕິດເຊື້ອພະຍາດດັ່ງກ່າວຢູ່ລັດນີ້. ໄລ່ຮອດວັນທີ 08 ມີນາ (ຕາມເວລາ ອາເມລິກາ), ຈຳນວນຜູ້ຕິດໄວຣັດ SARS-CoV-2 ຢູ່ ອາເມລິກາ ໄດ້ລື່ນກາຍລະດັບ 500 ຄົນ, ໃນນັ້ນ ມີ 21 ຄົນເສຍຊີວິດ ແລະ ສົ່ງຜົນສະທ້ອນຕໍ່ 30 ລັດ.

ວັນທີ 09 ມີນາ, ຢູ່ ສ.ເກົາຫຼີ ໄດ້ກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ 165 ຄົນ, ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 7.478 ຄົນ. ຢູ່ ຍີ່ປຸ່ນ, ປັດຈຸບັນຈຳນວນກໍລະນີຕິດເຊື້ອໄວຣັດ SARS-CoV-2 ແມ່ນ 1.226 ກໍລະນີ. ອີຣານ ມີ 7.161 ກໍລະນີຕິດເຊື້ອ Covid-19 ແລະ 237 ກໍລະນີເສຍຊີວິດ. ປັດຈຸບັນໂລກລະບາດ Covid-19 ໄດ້ແຜ່ລາມອອກສູ່ 31 ແຂວງ, ນະຄອນທັງໝົດຂອງປະເທດນີ້, ເຮັດໃຫ້ ອີຣານ ກາຍເປັນປະເທດມີເຊື້ອພະຍາດ Covid-19 ລະບາດຢ່າງຮ້າຍແຮງທີ່ສຸດຖັດຈາກ ຈີນ.

ໂລກລະບາດ Covid-19 ພວມແຜ່ລາມອອກສູ່ວົງກວ້າງໃນທົ່ວໂລກ, ໄດ້ສົ່ງຜົນກະທົບເຖິງດ້ານເສດຖະກິດ, ເຮັດໃຫ້ລາຍຮັບຫຼຸດລົງ, ລະບົບສະໜອງຖືກຂາດວັກຂາດຕອນ, ເຮັດໃຫ້ທົ່ວໂລກເສຍຫາຍນັບຫຼາຍພັນຕື້ USD ແລະ ອາດຈະເຮັດໃຫ້ພື້ນຖານເສດຖະກິດໂລກຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ. ໂລກລະບາດໄດ້ເກີດມາຈາກແຂວງ ຮູເປີຍ, ປະເທດຈີນ, ປະຈຸບັນໄດ້ແຜ່ລະບາດຢູ່ກວ່າ 100 ປະເທດ ແລະ ເຂດແຄ້ວນ. ໂລກລະບາດໄດ້ເຮັດໃຫ້ລະບົບສະໜອງທົ່ວໂລກຂາດວັກຂາດຕອນຍ້ອນ ຈີນ ແມ່ນຄູ່ຮ່ວມມືສະໜອງສິນຄ້າສົ້ນເຂົ້າສຳຄັນສຳລັບຫຼາຍປະເທດ ແລະ ກຸ່ມບໍລິສັດນາໆຊາດໃນໂລກ. ຂະແໜງຜະລິດສິນຄ້າເອເລັກໂຕນິກ, ລົດໂອໂຕ, ເຄື່ອງຕຳແຜ່ນຕັດຫຍິບ ແລະ ເກີບໜັງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ຂະແໜງທ່ອງທ່ຽວ, ການບໍລິການ ແລະ ການບິນຂອງໂລກ ກໍ ຫຼຸດລົງຢ່າງແຮງ ຍ້ອນ ການໄປມາຖືກຈຳກັດ. ບັນດາພື້ນຖານເສດຖະກິດຫຼັກແຫຼ່ງພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.