ນາຍົກລັດຖະມົນຕີ ຫວຽດນາມ ສົ່ງສານເຖິງກອງປະຊຸມອອນລາຍ "ສາມັກຄີກັນຕ້ານໂລກລະບາດໂຄວິດ-19" ຂອງ WHO

ນາຍົກລັດຖະມົນຕີ ຫວຽດນາມ ສົ່ງສານເຖິງກອງປະຊຸມອອນລາຍ "ສາມັກຄີກັນຕ້ານໂລກລະບາດໂຄວິດ-19" ຂອງ WHO

11:10 | 09/04/2020

ຍສໝ - ວັນທີ 08 ເມສາ, ອົງການອະນາໄມໂລກ (WHO) ໄດ້ຈັດກອງປະຊຸມອອນລາຍ ບັນດາລັດຖະມົນຕີກະຊວງສາທາລະນະສຸກ ພາກພື້ນປາຊີຟິກຕາເວັນຕົກ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານຂອງລັດຖະບານຫວຽດນາມ ເຖິງກອງປະຊຸມດັ່ງກ່າວ.

ນາຍ ກລ ດຖະມ ນຕ ຫວຽດນາມ ສ ງສານເຖ ງກອງປະຊ ມອອນລາຍ ສາມ ກຄ ກ ນຕ ານໂລກລະບາດໂຄວ ດ 19 ຂອງ who ມີຫລາຍລ້ານແຮງງານໃນພາກພື້ນ ອາຊີ-ປາຊິຟິກ ອາດຈະຕ້ອງວ່າງງານເນື່ອງຈາກການແຜ່ລາມຂອງພະຍາດ ໂຄວິດ-19
ນາຍ ກລ ດຖະມ ນຕ ຫວຽດນາມ ສ ງສານເຖ ງກອງປະຊ ມອອນລາຍ ສາມ ກຄ ກ ນຕ ານໂລກລະບາດໂຄວ ດ 19 ຂອງ who ລັດຖະບານຫວຽດນາມໄດ້ຮຽກຮ້ອງໃຫ້ມີການແຍກຕົວສຳລັບຜູ້ເຂົ້າເມືອງຫວຽດນາມທັງໝົດທີ່ມາຈາກບັນດາປະເທດຢູ່ພາກພື້ນ
ນາຍ ກລ ດຖະມ ນຕ ຫວຽດນາມ ສ ງສານເຖ ງກອງປະຊ ມອອນລາຍ ສາມ ກຄ ກ ນຕ ານໂລກລະບາດໂຄວ ດ 19 ຂອງ who
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.(ພາບ:laodong.vn)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງຕໍ່ບົດບາດ, ໜ້າທີີ່ຄວາມຮັບຜິດຊອບຂອງ WHO ແລະ ຊົມເຊີຍກອງປະຊຸມທາງອອນລາຍດ້ວຍຫົວຂໍ້ວ່າ “ສາມັກຄີກັນຕ້ານໂລກລະບາດໂຄວິດ-19”. ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ແບ່ງປັນບົດຮຽນຂອງຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ພ້ອມທັງ ໃຫ້ຮູ້ວ່າ, ມາຮອດປະຈຸບັນ ຫວຽດນາມ ພວມຄວບຄຸມໄດ້ສະພາບການຂອງໂຄວິດ - 19, ຍັງບໍ່ທັນມີຜູ້ເສຍຊີວິດເທື່ອ ແລະ ສາມາດປິ່ນປົວໃຫ້ຜູ້ຕິດໂຄວິດ-19 ຫາຍດີເປັນປົກກະຕິໄດ້ເກືອບ 50% ກໍລະນີແລ້ວ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກໍ່ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງປະຊາຄົມສາກົນ, ຂອງປະຊາຊົນບັນດາປະເທດສຳລັບການຕໍ່ສູ້ກັບໂລກລະບາດໂຄວິດ- 19; ພ້ອມທັງເຊື່ອໝັ້ນວ່າ, ເລື່ອງບັນດາປະເທດໄດ້ຮຽງບ່າຮຽງໄຫຼ່ເຊິ່ງກັນ ແລະ ກັນ, ໂລກຈະໄດ້ຮັບໄຊຊະນະໃນການຕ້ານໂລກລະບາດໂຄວິດ- 19 ນີ້.

ຕາມຄະນະຊີ້ນຳແຫ່ງຊາດ ຫວຽດນາມ ກ່ຽວກັບການ ປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ແລ້ວ, ປະຈຸບັນ ຫວຽດນາມພວມສາມາດຄວມຄຸມໂລກລະບາດຕາມແຜນການທີ່ໄດ້ຄາດຄະເນ ແລະ ໃນໄລຍະທີ່ຈະມາເຖິງ ຈະປະກົດມີບັນດາກໍລະນີຕິດເຊື້ອພະຍາດໃນເຂດຊຸມຊົນ, ພິເສດໃນໄລຍະນີ້ ຕ້ອງເອົາໃຈໃສ່ເຖິງການຄົ້ນພົບບັນດາກໍລະນີຕິດແປດໃນເຂດຊຸມຊົນ ແລະ ຖືວ່າ ນີ້ແມ່ນແຫຼ່ງກຳເນີດໂລກພະຍາດເພື່ອປະຕິບັດມາດຕະການແຍກຕົວ, ລ້ອມເຂດ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຕ້ອງປະຕິບັດຢ່າງຂ້ຽວຂາດ, ບໍ່ຄວນປະໝາດ, ພິເສດ ຄວນປະຕິບັດການແຍກຕົວໃນສັງຄົມຢ່າງຂ້ຽວຂາດ, ຄົ້ນພົບໃນເຂດຊຸມຊົນ ບັນດາແຫຼ່ງກຳເນີດເຊື້ອພະຍາດເພື່ອແກ້ໄຂຢ່າງທັນການ.

ໃນຕອນເຊົ້າວັນທີ 8 ເມສາ 2020, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມວິສາມັນ ເພື່ອປະກອບຄໍາເຫັນໃສ່ມາດຕະການໜູນຊ່ວຍປະຊາຊົນ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ໂດຍລັດຖະບານໄດ້ສະເໜີມາ. ພາຍຫຼັງທີ່ໄດ້ປຶກສາຫາລື, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ເຫັນດີປະກາດໃຊ້ບາງນະໂຍບາຍຊ່ວຍໜູນປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ດ້ວຍຂອບຂະໜາດທີ່ຄາດວ່າ ແມ່ນປະມານ 62.000 ຕື້ດົງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ ພາຍຫຼັງປະກາດໃຊ້ນະໂຍບາຍຕ່າງໆ, ບັນດາກະຊວງ, ຂະແໜງການທຸກຂ້ັນ ຕ້ອງເປັນເຈົ້າການ, ຈັດຕັ້ງປະຕິບັດໃນທັນທີ ເພື່ອຮັບປະກັນໃຫ້ແກ່ການໜູນຊ່ວຍປະຊາຊົນໄດ້ຢ່າງທັນການ ແລະ ມີປະສິດທິຜົນ.

ໄລ່ຮອດຕອນເຊົ້າວັນທີ 8 ເມສາ 2020, ກະຊວງສາທາລະນະສຸກ ຫວຽດນາມໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຄົນໃໝ່ຕື່ມອີກ 2 ຄົນ, ທັງ 2 ຄົນນັ້ນລ້ວນແຕ່ຖືສັນຊາດ ຫວຽດນາມ.ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລວມທັງໝົດແມ່ນ 251 ຄົນ. ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 122 ຄົນ.
ນາຍ ກລ ດຖະມ ນຕ ຫວຽດນາມ ສ ງສານເຖ ງກອງປະຊ ມອອນລາຍ ສາມ ກຄ ກ ນຕ ານໂລກລະບາດໂຄວ ດ 19 ຂອງ who ຮູບພາບຈາກອາວະກາດ: ຮູບພາບໂລກກ່ອນ ແລະ ​ໃນ​ໄລ​ຍະ​ທີ່​ເກີດ​ໂລກ​ລະ​ບາດ Covid – 19

ຍສໝ - Sputnik ແນະນຳຊຸດຂອງຮູບທີ່ຖ່າຍຈາກອາວະກາດທີ່ບັນທຶກພາບກ່ອນ ແລະ ເມື່ອການລະບາດຂອງພະຍາດ Covid-19 ເກີດຂື້ນ.

ນາຍ ກລ ດຖະມ ນຕ ຫວຽດນາມ ສ ງສານເຖ ງກອງປະຊ ມອອນລາຍ ສາມ ກຄ ກ ນຕ ານໂລກລະບາດໂຄວ ດ 19 ຂອງ who ຮັບປະກັນຊີວິດສັງຄົມເພື່ອຮັບມືກັບບັນດາຜົນກະທົບຫຍໍ້ທໍ້ຂອງໂລກລະບາດ Covid – 19

ຍສໝ - 6 ເນື້ອໃນໜູນຊ່ວຍໂດຍກົງເປັນເງິນສົດ ຫຼື ຜ່ານທະນາຄານນະໂຍບາຍເພື່ອໃຫ້ວິສາຫະກິດກູ້ຢືມຈ່າຍເງິນເດືອນໃຫ້ແກ່ຜູ້ອອກແຮງງານ, 2 ນະໂຍບາຍໜູນຊ່ວຍພິເສດກ່ຽວຂ້ອງເຖິງການແກ່ຍາວເວລາຈ່າຍຄ່າປະກັນໄພສັງຄົມ, ການແກ່ຍາວເວລາ, ຍົກເວັ້ນການຈ່າຍປະກັນໄພວ່າງງານ.

ນາຍ ກລ ດຖະມ ນຕ ຫວຽດນາມ ສ ງສານເຖ ງກອງປະຊ ມອອນລາຍ ສາມ ກຄ ກ ນຕ ານໂລກລະບາດໂຄວ ດ 19 ຂອງ who ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບປະຕິບັດຢ່າງເຂັ້ມແຂງໃນການຕ້ານການລະບາດ Covid – 19

ຍສໝ - ໃນກອງປະຊຸມປະຈຳກ່ຽວກັບສະພາບການລະບາດຂອງ Covid-19 ວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບໃນການຕ້ານການລະບາດ Covid – 19.

ໄຊພອນ

ເຫດການ
302 Found

Found

The document has moved here.