ແກ້ໄຂຂໍ້ຄົງຄ້າງດ້ານນະໂຍບາຍ, ມຸ່ງໄປເຖິງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ

07:12 | 22/10/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ຕຸລາ ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ປາໄສທີ່ໄຂ​ກອງ​ປະຊຸມ​ສະໄໝສາມັນ ເທື່ອ​ທີ 8, ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ 15, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຈີ່ນ​ແທັງເໝີນ ຢືນຢັນ​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ, ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາລື ​ແລະ ຕັດສິນ​ຫຼາຍ​ບັນຫາ​ເພື່ອແກ້ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້ຄົງຄ້າງກ່ຽວກັບລະບອບລະບຽບການ, ນະ​ໂຍ​ບາຍ... ຢ່າງທັນການ.

ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັນປະຕິບັດບັນດາຂໍ້ລິເລີ່ມ ພາຍໃຕ້ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ
ຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນປະກອບສ່ວນປະຕິບັດເປົ້າໝາຍພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ
ແກ້ໄຂຂໍ້ຄົງຄ້າງດ້ານນະໂຍບາຍ, ມຸ່ງໄປເຖິງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ


ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຈີ່ນ​ແທັງເໝີນ ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມສະໄໝສາມັນ ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ ຊຸດ​ທີ 15. ຮູບພາບ: Quochoi.vn

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງເໝີນ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ກອງ​ປະຊຸມ​ສະໄໝສາມັນ ເທື່ອ​ທີ 8 ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາກ່ຽວກັບລະບອບລະບຽບການ ແລະ ນະ​ໂຍ​ບາຍ​ຢ່າງຮີບ​ດ່ວນ​ ເພື່ອ​ແນໃສ່ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຍົກສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ໃນ​ລາຍການກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ ​ຈະ​ປຶກສາ​ຫາລືກ່ຽວກັບກົດໝາຍ ​ແລະ ມະຕິ​ 31 ສະບັບ, ດ້ວຍເປົ້າໝາຍ​​ຜ່ານ​ຮ່າງ​ກົດໝາຍ 18 ສະບັບ ​ແລະ ຮ່າງມະຕິ 3 ສະບັບ​. ນີ້​ແມ່ນປະລິມານການ​ວຽກ​ງານ​ຈຳນວນ​ຫຼວງ​ຫຼາຍ, ກ່ຽວຂ້ອງກັບ​ຫຼາຍ​ຂົງ​ເຂດທີ່ຈຳເປັນເຊິ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ​ຫຼາຍທີ່ສຸດ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ແທນເສີມຂະຫຍາຍ​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ, ສະ​ຕິ​ປັນ​ຍາ ແລະ ຄວາມເປັນມືອາຊີບ​ໃນການປະກອບຄວາມຄິດເຫັນ. ທ່ານ​ເນັ້ນ​ໜັກ​ວ່າ ບັນດາກົດໝາຍ​ຕ້ອງ​ກະທັດຮັດ, ຊັດ​ເຈນ ​ແລະ ບໍ່​ຄວນ​ກຳນົດ​ບັນດາ​ບັນຫາ​ເປັນ​ສິດ​ອຳນາດ​ຂອງ​ບັນດາເອກະສານ​ອື່ນ​ຄື ຈົດໝາຍລັດຖະການ ຫຼື ດຳລັດ. ທ່ານສົ່ງເສີມການ​ຫັນປ່ຽນ​ຈິນຕະນາການ​ຄຸ້ມ​ຄອງ, ລຸລ່ວງແຫຼ່ງກຳລັງ ​ແລະ ​ເພີ່ມ​ທະວີ​ການ​ແບ່ງ​ຂັ້ນ​, ຮັບປະກັນ​ຄວາມ​ເປັນ​ໄປ​ໄດ້ ​ແລະ ປະສິດທິ​ຜົນ​ໃນ​ການ​ປະຕິບັດບັນດາ​ນະ​ໂຍບາຍ.

ກ່ຽວ​ກັບ​​ເສດຖະກິດ - ສັງຄົມ, ສະພາ​ແຫ່ງ​ຊາດ​ ຈະ​ພິຈາລະນາ​ບົດ​ລາຍ​ງານ​ກ່ຽວຂ້ອງ​ເຖິງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ, ງົບປະມານ​ແຫ່ງ​ລັດ ​ປີ 2024 ​ແລະ ຄາດ​ຄະເນຮອດ​ປີ 2025. ບັນດາ​ເນື້ອ​ໃນ​ສຳຄັນ​ອື່ນໆ​ລວມມີ​ ການ​ສ້າງ​ຕັ້ງ​ນະຄອນ​ ເຫ້ວ ຂຶ້ນກັບສູນກາງໂດຍກົງ​ ​ແລະ ບັນດາ​ລາຍການ​ເປົ້າໝາຍ​ແຫ່ງ​ຊາດ​ໃນ​ຂົງ​ເຂດ​ວັດທະນະທຳ ແລະ​ ການ​ປ້ອງ​ກັນ​ ຕ້ານຢາ​ເສບ​ຕິດ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ແທນ​ວິ​ເຄາະ​ຢ່າງ​​ພາວະວິໄສ ​ແລະ ຮອບດ້ານ, ວາງອອກບັນດາວິທີການແກ້ໄຂຢ່າງແທດຈິງ ເພື່ອ​ປະເຊີນໜ້າກັບບັນດາ​ສິ່ງ​ທ້າ​ທາຍ​ໃໝ່, ໂດຍສະເພາະແມ່ນ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ​ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ແລະ ພາກ​ກາງ.

ສະພາ​ແຫ່ງ​ຊາດ​ຍັງ​ຈະ​ດຳ​ເນີນ​ການ​ຕິດຕາມກວດກາ​ສູງ​ສຸດ, ​ລວມມີ​ ການ​ແກ້​ໄຂ​ຂໍ້ສະເໜີແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ການປະຕິບັດ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຕະຫຼາດ​ອະສັງຫາລິມະຊັບ. ບັນດາ​ຜູ້​ແທນ​ ຈະ​ປຶກສາ​ຫາລື​ບັນດາ​ບົດ​ລາຍ​ງານ​ຈາກລັດຖະບານ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ, ພ້ອມກັນນັ້ນ ກໍ່ໃຫ້ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ໂຄງການ​ປັບປຸງ​ກົດໝາຍ​​ການ​ເຄື່ອນ​ໄຫວ​ຕິດຕາມກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ.

ຢືນຢັນ​ວ່າ​ປະລິມານວຽກ​ງານ​ຂອງ​ກອງ​ປະຊຸມສະໄໝສາມັນເທືື່ອທີ 8 ​ແມ່ນ​ໃຫຍ່​ຫຼວງ, ​ໂດຍ​ຕາງໜ້າ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງເໝີນ ຮຽກຮ້ອງ​ບັນດາ​ຜູ້​ແທນ​ຍົກ​ສູງ​ຄວາມ​ຮັບຜິດຊອບ, ຄົ້ນຄວ້າ​ຢ່າງ​ລະອຽດ ​ແລະ ປະກອບສ່ວນຄຳ​ເຫັນທີ່ມີ​ຄູນນະພາບ ​ເພື່ອ​ຕອບ​ສະໜອງ​ຄວາຕັ້ງຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນທົ່ວປະເທດ. ກອງ​ປະຊຸມ​ຄັ້ງ​ນີ້​ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ຈະ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ປະຕິ​ຮູບ, ຊຸກຍູ້​ການ​ພັດທະນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການເປັນຢູ່ຂອງ​ປະຊາຊົນ.

ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19

ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19

ກອງປະຊຸມສະມະນາແມ່ນໂອກາດທີ່ມີຜົນປະໂຫຍດເພື່ອໃຫ້ 2 ປະເທດແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນໃນວຽກງານປະຕິບັດບົດລາຍຂອງອົງການນິຕິບັນຍັດກ່ຽວກັບນະໂຍບາຍ ແລະ ສ້າງກົດໝາຍ ເພື່ອແນໃສ່ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຫຼັງໂລກລະບາດໂຄວິດ-19.

ຫວຽດນາມ: ຢຶດໝັ້ນ “ເປົ້າໝາຍຄວບຄູ່”  ທັງຂ້ຽວຂາດປ້ອງກັນຕ້ານໂລກລະບາດ ທັງສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ

ຫວຽດນາມ: ຢຶດໝັ້ນ “ເປົ້າໝາຍຄວບຄູ່” ທັງຂ້ຽວຂາດປ້ອງກັນຕ້ານໂລກລະບາດ ທັງສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ

ຍສໝ - ປີ 2020, ໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ເຮັດໃຫ້ສະພາບການເສດຖະກິດ ສັງຄົມຂອງຫວຽດນາມ ຖືກຜົນສະທ້ອນຢ່າງຫນັກຫນ່ວງ ແຕ່ ຫວຽດນາມ ຍັງສືບຕໍ່ແມ່ນຫນຶ່ງໃນຈຳນວນສອງປະເທດ ຂອງ ອາຊີ ບັນລຸການເຕີບໂຕເປັນບວກ, ຊີວິດການເປັນຢູ່ຂອງປະຊາຊົນຍັງຄົງໄດ້ຮັບປະກັນ, ບໍ່ຕົກເຂົ້າສູ່ສະພາບວິກິດການ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.