ນາຍົກລັດຖະມົນຕີ ສ.ເຊັກໂກ ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ່າງເປັນທາງການ

18:39 | 17/04/2019

ຕອນເຊົ້າວັນທີ 17 ເມສາ, ທີ່ສຳນັກງານນາຍົກລັດຖະມົນຕີ, ຢູ່ນະຄອນຫລວງ Praha, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ໄດ້ເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ.

ນາຍົກລັດຖະມົນຕີ ສ.ເຊັກໂກ ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ໄດ້ເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: chinhphu.vn)

ພິທີຕ້ອນຮັບໄດ້ດຳເນີນຕາມພິທີການທີ່ສະຫງວນໃຫ້ແກ່ການນຳຂັ້ນສູງ. ສິ້ນສຸດພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການພົບປະເຈລະຈາ.

ທີ່ການເຈລະຈາ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລະ ເປັນເອກະພາບສົມທົບກັນຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ເຊັກໂກ.

ເມື່ອຕີລາຄາກ່ຽວກັບການຮ່ວມມືທາງດ້ານການຄ້າ-ການລົງທຶນລະຫວ່າງຫວຽດນາມ - ເຊັກໂກ ທີ່ຍັງບໍ່ທັນທັດທຽມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມຫວັງຂອງທັງ 2 ຝ່າຍ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ເຫັນດີເປັນເອກະພາບ ຄວນສືບຕໍ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ 2 ປະເທດເຊື່ອມຕໍ່ຄູ່ຮ່ວມມື, ຊອກຮູ້ຕະຫຼາດຂອງກັນ. ທ່ານນາຍົກລັດຖະມົນຕີ ເຊັກໂກ Andrej Babis ເນັ້ນໜັກວ່າ ປະເທດຂອງທ່ານສະໜັບສະໜູນການເພີ່ມທະວີສາຍພົວພັນລະຫວ່າງຫວຽດນາມ ແລະ EU , ພິເສດຈະຊຸກຍູ້ EU ເຮັດສຳເລັດລະບຽບການໂດຍໄວເພື່ອລົງນາມໃນສັນຍາການຄ້າເສລີຫວຽດນາມ- EU ແລະ ສັນຍາປົກປ້ອງການລົງທຶນໃນຮອບ 1-2 ເດືອນຂ້າງໜ້າ.

ເມື່ອແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ໝັ້ນໝາຍຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາເວທີປາໄສ ແລະ ບັນດາອົງການຈັດຕັ້ງສາກົນ, ບັນດາກົນໄກ ສ.ປ.ຊ. ນາຍົກລັດຖະມົນຕີທັງ 2 ທ່ານ ເນັ້ນໜັກເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການປ້ອງກັນຄວາມໝັ້ນຄົງປອດໄພ, ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກັບກົດໝາຍສາກົນ.

ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ເປັນສັກຂີພິຍານ ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນຂົງເຂດແຮ່ທາດ, ທໍລະນີ, ມາດຕະຖານວັດແທກ ແລະ ຄຸນນະພາບ. ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ເຂົ້າຮ່ວມການປະຊຸມກັບນັກຂ່າວ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.