ການປະຕິບັດງານຂອງນາຍົກລັດຖະມົນຕີ ຫວຽດນາມ ຢູ່ອົດສະຕາລີ ແລະນິວຊີແລນ ມີຄວາມໝາຍພິເສດ

16:26 | 06/03/2024

ກ່ອນທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ, ຫວຽດນາມ - ນິວຊີແລນ.

ຄາດຄະເນວ່າໃນວັນທີ 1 ມິຖຸນາ ຈະມີພົນລະເມືອງຫວຽດນາມ 343 ຄົນຈາກອົດສະຕາລີ ແລະນິວຊີແລນ ກັບເມືອປະເທດ ຄາດຄະເນວ່າໃນວັນທີ 1 ມິຖຸນາ ຈະມີພົນລະເມືອງຫວຽດນາມ 343 ຄົນຈາກອົດສະຕາລີ ແລະນິວຊີແລນ ກັບເມືອປະເທດ
ຊາວຫວຽດນາມ ຢູ່ອົດສະຕາລີ ບໍລິຈາກເຂົ້າສານ 5 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນຕໍ່ສູ້ກັບພະຍາດ COVID-19 ຊາວຫວຽດນາມ ຢູ່ອົດສະຕາລີ ບໍລິຈາກເຂົ້າສານ 5 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນຕໍ່ສູ້ກັບພະຍາດ COVID-19

ກ່ອນທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ, ຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ, ຫວຽດນາມ - ນິວຊີແລນ.

- ຂໍຮຽນທ່ານຮອງລັດຖະມົນຕີ, ບັນດາຈຸດພົ້ນເດັ່ນທີ່ມີຄວາມໝາຍພິເສດເມື່ອຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ ທີ່ຈະມາເຖິງ?

ການປະຕິບັດງານຂອງນາຍົກລັດຖະມົນຕີ ຫວຽດນາມ ຢູ່ອົດສະຕາລີ ແລະນິວຊີແລນ ມີຄວາມໝາຍພິເສດ

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ. ພາບ: TTXVN

ອາດເວົ້າໄດ້ວ່າ ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ແລະການຢ້ຽມຢາມ ອົດສະຕາລີ, ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຄັ້ງນີ້ແມ່ນມີຄວາມໝາຍພິເສດ.

ສິ່ງພິເສດທໍາອິດແມ່ນຈຸດເວລາ. ປີນີ້ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງ ອາຊຽນ ແລະ ອົດສະຕາລີ ສ້າງຕັ້ງການພົວພັນ, ກໍ່ແມ່ນຈຸດເວລາທີ່ ຫວຽດນາມ ຫາກໍ່ສິ້ນສຸດປີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນກັບ ອົດສະຕາລີ ແລະກະກຽມໃຫ້ຂີດໝາຍສະເຫຼີມສະຫຼອງ 50 ປີແຫ່ງການພົວພັນກັບ ນິວຊີແລນ. ພິເສດ, ນີ້ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄປຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ໃນຮອບ 7 ປີຜ່ານມາ, ທັງແມ່ນການຢ້ຽມຢາມສອງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຖານະເປັນຜູ້ນໍາລັດຖະບານ.

ຈຸດພິເສດທີສອງ ນັ້ນແມ່ນການພົວພັນລະຫວ່າງອາຊຽນ ແລະອົດສະຕາລີ ໃນໄລຍະ 50 ປີທີ່ຜ່ານມາແມ່ນຈົບງາມທີ່ສຸດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍນັບມື້ນັບສູງຂຶ້ນ. ການຮ່ວມມືລະຫວ່າງສອງຝ່າຍໃນທຸກຂົງເຂດ, ລວມມີດ້ານການຄ້າ, ເສດຖະກິດ, ວັດທະນະທຳ - ສັງຄົມ... ແລະບັນດາຂົງເຂດໃໝ່ລ້ວນແຕ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ບັນດາປະເທດອາຊຽນ ລ້ວນແຕ່ຕີລາຄາວ່າ ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ມີການຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນກັບບັນດາສະມາຊິກຂອງກຸ່ມ.

ສະນັ້ນ, ກອງປະຊຸມຄັ້ງນີ້ຄາດວ່າຈະແມ່ນໂອກາດທີ່ດີເພື່ອໃຫ້ບັນດາການນຳຂັ້ນສູງອາຊຽນ ແລະອົດສະຕາລີ ພ້ອມກັນຫວນຄືນ, ຕີລາຄາສັງລວມການພົວພັນລະຫວ່າງ 2 ຝ່າຍໃນ 50 ປີຜ່ານມາ, ພິເສດແມ່ນວິວັດການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ - ອົດສະຕາລີ ທີ່ໄດ້ຮັບການສ້າງຕັ້ງແຕ່ປີ 2021 ມາຮອດປະຈຸບັນ.

ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ການນຳສອງຝ່າຍແລກປ່ຽນ, ວາງອອກບັນດາວິໄສທັດ, ທິດທາງ ແລະມາດຕະການລະອຽດ ເພື່ອເປີດກວ້າງການຮ່ວມມືໃນໄລຍະຈະມາເຖິງ. ຄາດວ່າ ສອງຝ່າຍ, ພິເສດແມ່ນຝ່າຍອົດສະຕາລີ ຈະແລກປ່ຽນ ແລະສະເໜີຂໍ້ລິເລີ່ມຮ່ວມມືໃໝ່. ສະນັ້ນ, ພວກຂ້າພະເຈົ້າຄາດວ່າຈະມີບັນດາຂໍ້ລິເລີ່ມທີ່ມີລັກສະນະບຸກທະລຸ, ປະກອບສ່ວນສ້າງແຫຼ່ງກຳລັງ ແລະພື້ນຖານເພື່ອໃຫ້ການພົວພັນອາຊຽນ - ອົດສະຕາລີ ພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ.

ດັ່ງທີ່ທ່ານຮອງລັດຖະມົນຕີ ໄດ້ແບ່ງປັນແລ້ວວ່າ ກອງປະຊຸມຄັ້ງນີ້ມີຄວາມສຳຄັນທີ່ສຸດ. ຄຽງຂ້າງນັ້ນ, ໃນການປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ໄປຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ. ຂໍໃຫ້ທ່ານແບ່ງປັນຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້?

ໃນປີ 2023, ຫວຽດນາມ ແລະອົດສະຕາລີ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ອາດເວົ້າໄດ້ວ່າ 50 ປີທີ່ຜ່ານມາການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ຜ່ານຜ່າຄວາມແຕກຕ່າງກັນໃນອະດີດຕະການ ເພື່ອສ້າງຕັ້ງການພົວພັນທາງການທູດ ແລະປະຈຸບັນແມ່ນການພົວພັນຄູ່ຮ່ວມມືຍຸດທະສາດ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງທີ່ສຸດ, ຊ້ຳບໍ່ໜຳແມ່ນໄດ້ຮັບການຕີລາຄາວ່າແມ່ນສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ອາດເວົ້າໄດ້ວ່າ ການຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ແມ່ນຮອບດ້ານທີ່ສຸດ. ຄຽງຂ້າງການຮ່ວມມືດ້ານເສດຖະກິດ, ການລົງທຶນ, ອົດສະຕາລີ ຍັງໜູນຊ່ວຍ ຫວຽດນາມ ຜ່ານແຫຼ່ງທຶນຊ່ວຍເຫຼືອພັດທະນາ (ODA) ຢ່າງເປັນທາງການ, ຄື: ຂົວ ມີ້ຖ້ວນ, ຫຼື ທຶນການສຶກສານັບພັນທຶນໃຫ້ນັກສຶກສາຫວຽດນາມ ໄປຮ່ຳຮຽນຢູ່ ອົດສະຕາລີ, ບັນດາໂຄງການສອນພາສາຕ່າງປະເທດໃຫ້ພະນັກງານຫວຽດນາມ ໃນແຕ່ໄລຍະທີ່ພວກເຮົາຍັງຖືກຂວ້ຳບາດ. ອາດເວົ້າໄດ້ວ່າ ການຮ່ວມມືເຫຼົ່ານັ້ນໄດ້ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງ ອົດສະຕາລີ ແລະຫວຽດນາມ.

ໃນສະພາບການນັ້ນ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຍັງມີຄວາມໝາຍຫຼາຍຢ່າງ. ນີ້ແມ່ນໂອກາດ ເພື່ອໃຫ້ສອງປະເທດຕີລາຄາບາດກ້າວພັດທະນາຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ ກໍ່ຄືບັນດາຂໍ້ຕົກລົງຂັ້ນສູງທີ່ສອງຝ່າຍບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຂອງຜູ້ມີອຳນາດເຕັມອົດສະຕາລີ ແລະນາຍົກລັດຖະມົນຕີອົດສະຕາລີ ໃນປີ 2023 ແລະກ່ອນໜ້ານັ້ນແມ່ນການຢ້ຽມຢາມອົດສະຕາລີ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນປີ 2022.

ພ້ອມກັນນັ້ນ, ເນື່ອງໃນໂອກາດນີ້, ສອງຝ່າຍຈະກໍານົດທິດທາງຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນເນັ້ນໜັກເຖິງບັນດາເປົ້າໝາຍການຮ່ວມມືດ້ານການຄ້າ, ຊຸກຍູ້ການລົງທຶນຈາກອົດສະຕາລີ ເຂົ້າຫວຽດນາມ ແລະຈາກຫວຽດນາມ ໄປຍັງອົດສະຕາລີ. ພິເສດ, ຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ຈະແມ່ນເປົ້າໝາຍເປີດກວ້າງການຮ່ວມມືດ້ານການສຶກສາ - ກໍ່ສ້າງ, ໃນນັ້ນ ມີການກໍ່ສ້າງວິຊາອາຊີບ; ເປີດກວ້າງການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ກໍາລັງໜູນໃໝ່ໃນປະຈຸບັນ, ເປັນຕົ້ນແມ່ນເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະວິວັດການຫັນປ່ຽນພະລັງງານທົດແທນຂອງຫວຽດນາມ. ພ້ອມນັ້ນ, ຫວຽດນາມ ແລະອົດສະຕາລີ ກໍ່ຈະມຸ່ງໄປເຖິງການນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

ພາຍຫຼັງເດີນທາງອອກຈາກອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະໄປຢ້ຽມຢາມນິວຊີແລນ ຢ່າງເປັນທາງການ. ຕາມທ່ານຮອງລັດຖະມົນຕີແລ້ວ, ບັນດາຂົງເຂດທີ່ສອງປະເທດຈະຊຸກຍູ້ການຮ່ວມມືໃນການຢ້ຽມຢາມຄັ້ງນີ້ແມ່ນຫຍັງແດ່?

ພ້ອມກັບ ອົດສະຕາລີ, ນິວຊີແລນກໍ່ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງຫວຽດນາມ ຢູ່ພາກພື້ນປາຊີຟິກໃຕ້. ການພົວພັນຫວຽດນາມ - ນິວຊີແລນ ແມ່ນການພົວພັນສອງຝ່າຍທີ່ມີປະຫວັດສາດຄວາມເປັນມາແຕ່ດົນນານ. ໃນປີໜ້າ, ພວກເຮົາຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບນິວຊີແລນ. ໃນໄລຍະຜ່ານມາ, ນິວຊີແລນ ແມ່ນຄູ່ຮ່ວມມືທີ່ໄດ້ໜູນຊ່ວຍຫວຽດນາມ ພັດທະນາໃນຫຼາຍຂົງເຂດ, ນັບແຕ່ການສຶກສາ-ກໍ່ສ້າງ ເຖິງບັນດາຂົງເຂດຄວາມສະເໝີພາບລະຫວ່າງຍິງຊາຍ, ການພັດທະນາ.

ພິເສດ, ໃນຂົງເຂດກະສິກຳ, ຫວຽດນາມ ແລະ ນິວຊີແລນ ໄດ້ມີການຮ່ວມມືຫຼາຍຢ່າງທີ່ມີປະສິດທິຜົນ. ຄຽງຂ້າງນັ້ນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍກໍ່ນັບມື້ນັບໄດ້ຮັບການປັບປຸງ. ພວກຂ້າພະເຈົ້າໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງນິວຊີແລນ ຫຼາຍຄະນະມາຢ້ຽມຢາມຫວຽດນາມ ແລະສອງຝ່າຍໄດ້ບັນລຸຂໍ້ຕົກລົງຮ່ວມມືຫຼາຍສະບັບ.

ໃນການຢ້ຽມຢາມ ນິວຊີແລນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ສອງປະເທດຈະສືບຕໍ່ປຶກສາຫາລືບັນດາມາດຕະການເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືລະຫວ່າງສອງປະເທດຕື່ມອີກ, ໃນນັ້ນ ມີການຮ່ວມມືໃນຂົງເຂດທີ່ເປັນມູນເຊື້ອ, ຄື: ການຄ້າ, ການລົງທຶນ. ພ້ອມກັນນັ້ນ ຈຸດສຸມແຫ່ງການຮ່ວມມືລະຫວ່າງສອງປະເທດ ລວມມີບັນດາຂົງເຂດທີ່ມີລັກສະນະຕິດພັນກັບ, ການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນການຮ່ວມມືດ້ານແຮງງານ, ການສຶກສາ - ກໍ່ສ້າງ, ກະສິກຳ, ເປັນຕົ້ນແມ່ນເຕັກໂນໂລຊີໃໝ່ໃນກະສິກຳ ແລະມາດຕະການຕ່າງໆ ເພື່ອເປີດກວ້າງຕະຫຼາດສົ່ງອອກ, ນໍາເຂົ້າຜະລິດຕະພັນກະເສດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທັງສອງຝ່າຍ.

ຂໍຂອບໃຈທ່ານຮອງລັດຖະມົນຕີ!

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.