ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບປະຕິບັດຢ່າງເຂັ້ມແຂງໃນການຕ້ານການລະບາດ Covid – 19

12:21 | 24/03/2020

ຍສໝ - ໃນກອງປະຊຸມປະຈຳກ່ຽວກັບສະພາບການລະບາດຂອງ Covid-19 ວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບໃນການຕ້ານການລະບາດ Covid – 19.

ໃນກອງປະຊຸມປະຈຳກ່ຽວກັບສະພາບການລະບາດຂອງ Covid-19 ວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບ, ເຂັ້ມແຂງໃນການຕ້ານການລະບາດ Covid – 19.

ກ່າວຄຳປາໄສໃນກອງປະຊຸມປະຈຳ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ, ທຸກຂັ້ນ, ທຸກຂະແໜງການ ແລະ ລະບົບການເມືອງ ໄດ້ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງແລ້ວ, ສະນັ້ນ ຕ້ອງສົມທົບປະຕິບັດຢ່າງເຂັ້ມແຂງໃນການຕ້ານການລະບາດ Covid – 19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບປະຕິບັດຢ່າງເຂັ້ມແຂງໃນການຕ້ານການລະບາດ Covid – 19

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: baoquocte)

ທ່ານນາຍົກລັດຖະມົນຕີ ຕັກເຕືອນວ່າ ບັນດາເຂດແຍກຕົວລວມໝູ່ ແມ່ນມີການສໍາຜັດລະຫວ່າງຜູ້ແຍກຕົວມາກ່ອນ ກັບ ຜູ້ແຍກຕົວມາໃໝ່, ສະນັ້ນອາດຈະພາໃຫ້ເກີດການຕິດແປດຕໍ່ກັນຢູ່ໃນເຂດດຽວກັນ. ສະນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ສະເໜີບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດກວ່າອີກ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າຫວຽດນາມກຳລັງເຂົ້າສູ່ໄລຍະທີ 3 ກ່ຽວກັບການຕ້ານໂລກລະບາດ Covid-19, ດັ່ງນັ້ນຕ້ອງປະຕິບັດໃຫ້ເປັນຢ່າງດີ. ທີໜຶ່ງ ແມ່ນສືບຕໍ່ຄວບຄຸມການເຄື່ອນໄຫວເຂົ້າ - ອອກເມືອງໃຫ້ແໜ້ນແຟ້ນ, ເຂັ້ມງວດ ນັບທັງທາງບົກ, ການອາກາດ, ທາງນໍ້າ ແລະ ທາງລົດໄຟ ດ້ວຍບັນດາມາດຕະການກວດສຸຂະພາບຢ່າງເຄັ່ງຄັດ. ທີສອງແມ່ນ ສືບຕໍ່ຈັດຕັ້ງການແຍກຕົວລວມໝູ່ໃຫ້ຖືກຕ້ອງຕາມຂໍ້ກໍານົດ ແລະ ປະຕິບັດຢ່າງຂ້ຽວຂາດກວ່າ ເຖິງວ່າຈະສິ້ນເປືອງເງິນທຶນກໍຕາມ. ທີສາມ ແມ່ນຕ້ອງມີແບບວິທີແຍກຕົວພິເສດຢູ່ກັບບ່ອນພັກອາໄສຂອງຄອບຄົວ ຫຼື ສະຖານທີ່ຢູ່ໃຕ້ການຕິດຕາມກວດກາຂອງຂະແໜງສາທາລະນະສຸກຕາມຂໍ້ກໍານົດຢ່າງແໜ້ນແຟ້ນ, ບໍ່ປະໃຫ້ແຜ່ລະບາດອອກສູ່ວົງຄະນະຍາດ. ຂ້າພະເຂົ້າຕັກເຕືອນວ່າ, ໄລຍະໃໝ່ນີ້, ຄວາມສ່ຽງແຜ່ລະບາດອອກສູ່ວົງຄະນະຍາດແມ່ນສູງທີ່ສຸດ, ສະນັ້ນ, ຕ້ອງມີມາດຕະການສະກັດກັ້ນຢ່າງເຂັ້ມແຂງ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.