ຍີ່ປຸ່ນ ສະໜັບສະໜູນເງິນຈຳນວນ 3.9 ລ້ານ USD ເພື່ອຊ່ວຍເຫຼືອປະຊາຊົນໃນພາກພື້ນແມ່ນໍ້າຂອງ

17:33 | 14/03/2020

ຍສໝ - ຕອນບ່າຍຂອງວັນທີ 13 ມີນານີ້, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ ໄດ້ມອບເງິນຊ່ວຍເຫລືອ ຈຳນວນ 412 ລ້ານເຢັນ, ເຊິ່ງເທົ່າກັບ 3,9 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອຄະນະກຳມາທິການແມ່ນ້ຳຂອງສາກົນ (MRC), ເພື່ອຕິດຕາມ, ກວດກາ ແລະ ຄາດຄະເນສະພາບໄພແຫ້ງແລ້ງ ແລະ ສະພາບນໍ້າຖ້ວມຂອງແມ່ນໍ້າຂອງ.

ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານ An Pich Hatda, ເລຂາທິການໃຫຍ່ຄະນະກຳມາທິການແມ່ນ້ຳ ຂອງສາກົນ ໃຫ້ຮູ້ວ່າ, ເຄື່ອງຊ່ວຍເຫຼືອນີ້ຈະນຳໃຊ້ເປັນເວລາ 4 ປີນັບແຕ່ປີ 2020 (2020 - 2023). ການປະຊຸມເພື່ອຍົກສູງຄວາມສາມາດໃນການຄາດຄະເນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງສຳລັບເຂດທົ່ງພຽງແມ່ນ້ຳຂອງ ໃຫ້ຖືກຕ້ອງ ແລະ ວ່ອງໄວ, ຊ່ວຍໃຫ້ບັນດາປະເທດທີ່ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະ ນໍ້າຖ້ວມເຊັ່ນ: ກຳປູເຈຍ, ໄທ, ລາວ ແລະ ຫວຽດນາມເອົາຊະນະຜົນເສຍຫາຍທີ່ເກີດຈາກໄພພິບັດທາງທຳມະຊາດ ຕໍ່ການຜະລິດ ແລະ ຊີວິດຂອງປະຊາຊົນ.

ຍີ່ປຸ່ນ ສະໜັບສະໜູນເງິນຈຳນວນ 3.9 ລ້ານ USD ເພື່ອຊ່ວຍເຫຼືອປະຊາຊົນໃນພາກພື້ນແມ່ນໍ້າຂອງ

ຍີ່ປຸ່ນ ສະໜັບສະໜູນເງິນຈຳນວນ 3.9 ລ້ານ USD ເພື່ອຊ່ວຍເຫຼືອປະຊາຊົນໃນພາກພື້ນແມ່ນໍ້າຂອງ. (ພາບ: vov.vn)

ຈຳນວນເງິນດັ່ງກ່າວເພື່ອຊ່ວຍຄະນະກຳມະການແມ່ນ້ຳຂອງສາກົນ (MRC) ຜັນຂະຫຍາຍການເຄື່ອນໄຫວຕິດຕາມກວດກາ ແລະ ຄາດຄະເນສະພາບໄພແຫ້ງແລ້ງ ແລະ ນ້ຳຖ້ວມຂອງແມ່ນ້ຳຂອງ. ປີກາຍນີ້, ນ້ຳຂອງແມ່ນ້ຳ ຂອງໄດ້ບັນລຸລະດັບຕໍ່າສຸດໃນຮອບ 60 ປີ, ນັບແຕ່ປີ 2011, ໄພນ້ຳຖ້ວມ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 1,000 ຄົນ, ປະມານ 16 ລ້ານຄົນໄດ້ຮັບຜົນກະທົບ, ເສຍຫາຍເຖິງ 466 ລ້ານໂດລາ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.