ກິນຢາ chloroquine ໂດຍຕາມໃຈຕົນເອງ ຈະເຮັດໃຫ້ຄົນເຮົາເສຍຊີວິດ

11:41 | 25/03/2020

ຍສໝ - ໂດຍການໃຊ້ທາດປະສົມ chloroquine phosphate (ຄືຢາຕ້ານໄຂ້ຍຸງ) ຕາມໃຈຕົນເອງ ເພື່ອຄຶດວ່າຢາປະເພດນີ້ສາມາດປ້ອງກັນບໍ່ໃຫ້ຕິດແປດພະຍາດ COVID-19, ຄູ່ຜົວເມຍທີ່ລັດ Arizona (ອາເມລິກາ) ປະສົບກັບສະພາບການເສົ້ົ້າສະຫຼົດໃຈ: ຜູ້ເປັນຜົວຖືກເສຍຊີວິດ, ຜູ້ເປັນເມຍກໍ່ເປັນອັນຕະລາຍຫຼາຍ.

ສະຖານີໂທລະທັດ CNBC (USA) ກ່າວວ່າ: ຍ້ອນຂາດຄວາມຮູ້, ມີຄູ່ຜົວເມຍທີ່ລັດ Arizona (ອາເມລິກາ) ໄດ້ນຳໃຊ້ຢາ chloroquin phosphate (ຄືຢາຕ້ານໄຂ້ຍຸງ) ເພື່ອປ້ອງກັນບໍ່ໃຫ້ຕິດແປດພະຍາດ COVID-19. ຜົນຮ້າຍຂອງການຂາດຄວາມຮູ້ ແລະ ກິນຢາຕາມໃຈຕົນເອງຄືແນວນັ້ນ ແມ່ນເຮັດໃຫ້ ຜູ້ເປັນຜົວຖືກເສຍຊີວິດ, ຜູ້ເປັນເມຍກໍ່ເປັນອັນຕະລາຍຫຼາຍ.

ອີງຕາມການໃຫ້ການສຳພາດກັບ CNBC, ຜູ້ເປັນເມຍກ່າວວ່າ ນາງໄດ້ເບິ່ງຂໍ້ມູນຢູ່ໂທລະພາບກ່ຽວກັບຜົນປະໂຫຍດທີ່ເປັນໄປໄດ້ຂອງທາດປະສົມ chloroquine phosphate ໃນການປິ່ນປົວ COVID-19. ນາງຈື່ໄດ້ວ່າມີຢານີ້ຢູ່ໃນເຮືອນຂອງນາງ ແລະ ຫຼັງຈາກນັ້ນ, ສອງຜົວເມຍ ກິນຢາ chloroquine phosphate ນໍາກັນ.

ກິນຢາ chloroquine ໂດຍຕາມໃຈຕົນເອງ  ຈະເຮັດໃຫ້ຄົນເຮົາເສຍຊີວິດ

ພາບປະກອບ.

ສະນັ້ນ, ພາຍໃນເວລາ 20 ນາທີຫຼັງຈາກການກິນຢາ, ທັງສອງຄົນຮູ້ສຶກເປັນລາຍຕາ, ວິນຫົວ, ອົວະຮາກ ແລະ ຫຼັງຈາກນັ້ນກໍ່ຫາຍຍາກ. ຜູ້ເປັນເມຍໄດ້ໂທຫາສາຍດ່ວນ 911, ແຕ່ເມື່ອທັງສອງຖືກນຳສົ່ງໄປໂຮງໝໍ, ຜູ້ເປັນຜົວຖືກເສຍຊີວິດ.

ໃນປະຈຸບັນ, ການສຶກສາເບື້ອງຕົ້ນບາງຢ່າງສະແດງໃຫ້ເຫັນວ່າ ທາດປະສົມ chloroquine ໄດ້ຫວັງວ່າ ຈະເປັນການປິ່ນປົວທີ່ໜ້າໃຊ້ໄດ້ ສຳລັບການປ້ອງກັນ ຫຼື ການປິ່ນປົວພະຍາດ COVID-19. ເຖິງຢ່າງໃດກໍ່ຕາມ, ບໍ່ມີຢາໃດໆທີ່ໄດ້ຮັບການອະນຸມັດຢ່າງເປັນທາງການ.

ຢູ່ປະເທດຫວຽດນາມ, ອົງການຄວບຄຸມການຢາ (ກະຊວງສາທາລະນະສຸກ ຫວຽດນາມ) ຍັງໄດ້ອອກ ຄຳຮຽກຮ້ອງວ່າ ໄດ້ຂາຍແຕ່ຢາປົວໄຂ້ຍຸງໃຫ້ແກ່ຜູ້ມີໃບສັ່ງແພດເທົ່ານັ້ນ, ປະຕິບັດຢ່າງເຂັ້ມງວດກັບສະຖານທີ່ຂາຍຢາເກີນຂອບເຂດ, ຍ້ອນປະຊາຊົນ ຊື້ເກັບກຳຢາຕ້ານໄຂ້ຍຸງ ເພື່ອຄຶດວ່າຢາປະເພດນີ້ສາມາດປ້ອງກັນ ແລະ ຕ້ານພະຍາດ COVID-19 ໄດ້.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.