WHO ເລັ່ງທວງ ບັນ​ດາ​ປະ​ເທດ​ບຸ​ລິ​ມະ​ສິດ​ການ​ຕ້ານ​ໂລກ​ລະ​ບາດ​ຢູ່​ແຖວ​ໜ້າ

16:30 | 08/03/2020

ຍສໝ - ໃນວັນທີ 6 ມີນາ ອົງການອະນາໄມໂລກ (WHO) ໄດ້ສະເໜີໃຫ້ທຸກໆປະເທດໃນໂລກວາງເປົ້າໝາຍສະກັດກັ້ນ, ຕ້ານໂລກລະບາດ Covid – 19 ຢູ່ແຖວໜ້າ. ຄຽງຄູ່ກັນນັ້ນ, WHO ກໍ່ໄດ້ສະເໜີໃຫ້ບັນດາປະເທດຈຳກັດການໂຕ້ຖຽງກັນ, ສຸມໃສ່ເຂົ້າການຄວບຄຸມໂລກລະບາດ.

WHO ເລັ່ງທວງ ບັນ​ດາ​ປະ​ເທດ​ບຸ​ລິ​ມະ​ສິດ​ການ​ຕ້ານ​ໂລກ​ລະ​ບາດ​ຢູ່​ແຖວ​ໜ້າ

ພາບປະກອບ

ກໍ່ໃນວັນດຽວກັນ, ທ່ານ Tijiani Muhammad – Bande ປະທານສະມັດຊາໃຫຍ່ ສປຊ ແລະ ສະພາເສດຖະກິດສັງຄົມ ສປຊ ໄດ້ຮຽກຮ້ອງໃຫ້ຈັດຕັ້ງກອງປະຊຸມກັບບັນດາປະເທດສະມາຊິກເພື່ອຮັບຟັງບົດລາຍງານຈາກ ຄະນະເລຂາ ສປຊ ກ່ຽວກັບຄວາມສ່ຽງທີ່ວ່າ ເຊື້ອໄວຣັດ SARS – CoV – 2 ອາດຈະແຜ່ລາມເຂົ້າບັນດາສຳນັກງານຂອງອົງການນີ້.

ວັນທີ 5 ມີນາ ກຸ່ມທະນາຄານໂລກ ໄດ້ພ້ອມກັບລັດຖະບານຍີ່ປຸ່ນ ຜັນຂະຫຍາຍໂຄງການຫນູນຊ່ວຍເຕັກນິກຢ່າງຮີບດ່ວນໃຫ້ແກ່ຫວຽດນາມ ເພື່ອຮັບມືກັບໂລກລະບາດ ດ້ວຍເປົ້າໝາຍແມ່ນເພີ່ມທະວີກຳລັງຄວາມສາມາດຕິດຕາມກວດ, ບົ່ງມະຕິ ແລະປິ່ນປົວພະຍາດ Covid – 19,ໃນນັ້ນ ສຸມໃສ່ບັນດາທ້ອງຖິ່ນມີຄວາມສ່ຽງສູງໃນການຕິດເຊື້ອພະຍາດດັ່ງກ່າວຢູ່ ພາກເຫນືອຫວຽດນາມ.

ຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid-19 ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດໃນໄລຍະປະຈຸບັນ. ຕໍ່ໜ້າສະພາບການຜັນແປທີ່ສັບສົນຍ້ອນໂລກລະບາດຢູ່ໃນໂລກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງວ່າ, ພ້ອມກັບການແຈ້ງສຸຂະພາບດ້ວຍເຈ້ຍແລ້ວ, ຍັງ “ບັງຄັບໃຫ້ຜູ້ເຂົ້າເມືອງຫວຽດນາມ ທຸກຄົນຕ້ອງແຈ້ງຂໍ້ມູນກ່ຽວກັບສຸຂະພາບເອເລັກໂຕນິກຕື່ມອີກ ນັບແຕ່ເວລາ 6 ໂມງຂອງວັນທີ 07 ມີນາ” ຜ່ານເວັບໄຊ: http://www.suckhoetoandan.vn/khaiyte ແລະ ສາມາດແຈ້ງຢູ່ສະໜາມບິນ, ກ່ອນທີ່ຜູ້ໂດຍສານຈະຂຶ້ນຍົນ; ຜ່ານນັ້ນ, ສ້າງຄວາມສະດວກໃຫ້ຜູ້ໂດຍສານເຂົ້າເມືອງຫວຽດນາມ.

ເປັນຄັ້ງທຳອິດ ຫວຽດນາມ ໄດ້ປະກາດ ຊຸດ Kit real – time RT-PCR ກວດເຊື້ອ ໄວຣັດ corona ສາຍພັນໃຫມ່ (SARS- CoV-2). ນີ້ແມ່ນຂໍ້ມູນທີ່ຍົກອອກມາໃນການຖະແຫລງຂ່າວຈັດຂຶ້ນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 5 ມີນາ. ຊຸດ Kit ນີ້ ໂດຍ ວິທະຍາຄານເສນາຮັກ ສົມທົບກັບ ບໍລິສັດຫຸ້ນສ່ວນ ເຕັກໂນໂລຊີ ຫວຽດ ອາ (ອາຊີ) ປະຕິບັດ ແລະໄດ້ຜະລິດຕາມຕ່ອງໂສ້ບັນລຸມາດຕະຖານ ISO 13485. ຊຸດ Kit ນີ້ ໃຫ້ຜົນການວິໄຈຢ່າງວ່ອງໄວ, ຊັດເຈນ ແລະ ຄ້າຍຄືກັນກັບຊຸດ Kitໂດຍ ອາເມລິກາ ແລະ ອົງການອະນາໄມໂລກຜະລິດ. ເລື່ອງຄົ້ນຄວ້າຜະລິດ ຊຸດ Kit ສຳເລັດຜົນ ແມ່ນໝາກຜົນສຳຄັນພິເສດ ມີຄວາມໝາຍໃຫຍ່ຫລວງ ໃນສະພາບໂລກພະຍາດພວມແຜ່ລະບາດສູ່ວົງກວ້າງໃນທົ່ວໂລກ, ເປັນການຢືນຢັນລະດັບຄວາມຮູ້ຂອງບັນດານັກວິທະຍາສາດ ຫວຽດນາມ. ປະຈຸບັນ ກະຊວງສາທາລະນະສຸກ ໄດ້ອະນຸຍາດໃຫ້ວິທະຍາຄານເສນາຮັກ ແລະບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຫວຽດ ອາ ຜະລິດອອກ ຊຸດ Kit ນີ້ ເພື່ອຮັບໃຊ້ວຽກງານປ້ອງກັນ ຄວບຄຸມເຊື້ອພະຍາດ Covid – 19.

(ໄຊພອນ)

ເຫດການ
302 Found

Found

The document has moved here.