ເສດຖະກິດຫວຽດນາມ ສ້າງແຮງສົ່ງໃຫ້ວົງຈອນການເຕີບໂຕໃໝ່

ເສດຖະກິດຫວຽດນາມ ສ້າງແຮງສົ່ງໃຫ້ວົງຈອນການເຕີບໂຕໃໝ່

ຍສໝ - ໃນສະພາບການທີ່ເສດຖະກິດໂລກຍັງປະເຊີນຫຼາຍຄວາມຫຍຸ້ງຍາກ, ຫວຽດນາມສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຮັກສາຖານະຢູ່ໃນກຸ່ມບັນດາເສດຖະກິດທີ່ມີອັດຕາເຕີບໂຕສູງໃນໂລກ ແລະ ຄ່ອຍໆສ້າງພື້ນຖານໃຫ້ແກ່ວົງຈອນການພັດທະນາໃໝ່, ມຸ່ງໄປສູ່ເປົ້າໝາຍເຕີບໂຕສອງຕົວເລກໃນບັນດາປີຕໍ່ໄປ.

ເກີ່ນເທີ ປະສົມປະສານກັບ ອົງການ PVF ເບິ່ງແຍງສຸຂະພາບ ໃຫ້ແກ່ ປະຊາຊົນຫຼາຍກວ່າ 4.500 ຄົນ

ເກີ່ນເທີ ປະສົມປະສານກັບ ອົງການ PVF ເບິ່ງແຍງສຸຂະພາບ ໃຫ້ແກ່ ປະຊາຊົນຫຼາຍກວ່າ 4.500 ຄົນ

ຍສໝ - ແຕ່ວັນທີ 14 ຫາ 17 ກັນຍາ, ປະຊາຊົນ ແລະ ນັກຮຽນ ຫຼາຍກວ່າ 4.500 ຄົນ ຢູ່ທີ່ ຕາແສງ ລຽວຕູ້ (ນະຄອນ ເກີ່ນເທີ) ໄດ້ມີໂອກາດເຂົ້າເຖິງ ບັນດາບໍລິການສາທາລະນະສຸກ ໂດຍບໍ່ເສຍຄ່າ. ນີ້ແມ່ນໂຄງການມະນຸດສະທຳຕົວຈິງ ໂດຍ ສະຫະພັນບັນດາອົງການມິດຕະພາບນະຄອນ ແລະ ອົງການ Project Vietnam Foundation (PVF) ຮ່ວມກັນຈັດຕັ້ງຂຶ້ນ.

ພົນເອກ ຟານວັນຢາງ ສະເໜີ 4 ບັນຫາ ເພື່ອປັບປຸງສະຖຽນລະພາບຍຸດທະສາດ

ພົນເອກ ຟານວັນຢາງ ສະເໜີ 4 ບັນຫາ ເພື່ອປັບປຸງສະຖຽນລະພາບຍຸດທະສາດ

ຍສໝ​ - ວັນທີ 16/9 ຢູ່ປັກກິ່ງ (ຈີນ), ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ກ່າວຄຳປາໄສທີ່ວາລະປະຊຸມເຕັມຄະນະ 1 ຂອງເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 13, ຍົກອອກ 4 ບັນຫາທີ່ຕ້ອງໃຫ້ຄວາມສົນໃຈ ແນໃສ່ປັບປຸງພື້ນຖານຂອງລະບຽບສາກົນ ແລະ ສ້າງສະຖຽນລະພາບຍຸດທະສາດ.

ທຸງຊາດຫວຽດນາມຈະຖືກຊັກຂຶ້ນໃນພິທີຕ້ອນຮັບບັນດາຄະນະເຂົ້າຮ່ວມ ASIAD 20

ທຸງຊາດຫວຽດນາມຈະຖືກຊັກຂຶ້ນໃນພິທີຕ້ອນຮັບບັນດາຄະນະເຂົ້າຮ່ວມ ASIAD 20

ຍສໝ - ຕອນເຊົ້າວັນທີ 18/9, ຢູ່ Fuji Plaza ຂຶ້ນກັບ Garden Pier, ທ່າເຮືອ Nagoya (ຍີ່ປຸ່ນ), ທຸງຊາດຫວຽດນາມຈະຖືກຊັກຂຶ້ນໃນພິທີຕ້ອນຮັບບັນດາຄະນະເຂົ້າຮ່ວມ ASIAD 20. ຄະນະນັກກິລາຫວຽດນາມ ຄາດວ່າຈະມີສະມາຊິກປະມານ 12-14 ຄົນເຂົ້າຮ່ວມພິທີ, ໃນນັ້ນມີນັກກິລາ 4 ຄົນ.

ສືບຕໍ່ປະເພນີ, ສືບຕໍ່ຂຽນບົດສຳເລັດໃນໄລຍະພັດທະນາໃໝ່ຂອງປະເທດ

ສືບຕໍ່ປະເພນີ, ສືບຕໍ່ຂຽນບົດສຳເລັດໃນໄລຍະພັດທະນາໃໝ່ຂອງປະເທດ

ຍສໝ - ມື້ນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026 - 2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເປີດຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ດຳເນີນຂຶ້ນໃນສະພາບການທີ່ປະເທດເຮົາໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ສຳເລັດຜົນຢ່າງຈົບງາມ - ເຫດການທີ່ມີຄວາມໝາຍສຳຄັນເປັນພິເສດ, ໄດ້ກຳນົດວິໄສທັດ ແລະ ເປົ້າໝາຍຍຸດທະສາດ ເພື່ອນຳພາປະເທດກ້າວເຂົ້າສູ່ສັງກາດໃໝ່ແຫ່ງການພັດທະນາ. ຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XIV ກ່ຽວກັບຄວາມປາຖະໜາໃນການພັດທະນາ, ກ່ຽວກັບຖານະໃໝ່ຂອງປະເທດ, ກ່ຽວກັບຄວາມຮຽກຮ້ອງໃຫ້ປ່ຽນໃໝ່ແນວຄິດ ແລະ ວິທີການດຳເນີນງານໃນທຸກຂົງເຂດ ແມ່ນເຂັມທິດໃຫ້ກອງປະຊຸມຂອງພວກເຮົາປະເມີນຜົນສຳເລັດ, ຖອດຖອນບົດຮຽນ ແລະ ກຳນົດບັນດາທິດທາງໃຫຍ່ສຳລັບໄລຍະ 5 ປີຕໍ່ໜ້າ.

ບັນດາ “ມື້ບຸນແຫ່ງການສານສາຍສຳພັນ”

ບັນດາ “ມື້ບຸນແຫ່ງການສານສາຍສຳພັນ”

ຍສໝ - ບັນດາກິດຈະກຳການຕ່າງປະເທດປະຊາຊົນໃນປັດຈຸບັນ ໄດ້ກາຍເປັນ “ມື້ບຸນ” ເພື່ອ “ສານສາຍສຳພັນ” ໃຫ້ແກ່ບັນດາອົງການ, ວິສາຫະກິດ, ທ້ອງຖິ່ນ, ໂຄງການ... ຂອງຫວຽດນາມ ໄດ້ລົງນາມ ແລະ ຮ່ວມມືກັບບັນດາຄູ່ຮ່ວມສາກົນ, ສ້າງຜົນສຳເລັດທີ່ເປັນຮູບປະທຳ ແລະ ສະເພາະເຈາະຈົງ ໃຫ້ແກ່ແຕ່ລະໜ້າທີ່ຂອງຕົນ.

ຄວາມ​ຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 1

ຄວາມ​ຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 1

ຍສໝ - ດ້ວຍຄວາມຕັ້ງໃຈ ແລະ ແນວຄິດຂອງຕົນ, ບັນດານັກວິຊາການ, ຜູ້ອາວຸໂສ, ນັກທຸລະກິດ, ນັກທ່ອງທ່ຽວ, ນັກສິລະປິນ, ຊາວໜຸ່ມ, ຊາວຫວຽດນາມຢູ່ຕ່າງປະເທດ... ຕະຫຼອດຮອດບັນດານັກການທູດພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຄຳເຫັນ, ສະແດງຄວາມປາດຖະໜາຕໍ່ກອງປະຊຸມໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່.

[Infographic] ຈາກ “ການຮັບການຊ່ວຍເຫຼືອ” ສູ່ “ການສ້າງສັນການຮ່ວມມືເພື່ອການພັດທະນາ”

[Infographic] ຈາກ “ການຮັບການຊ່ວຍເຫຼືອ” ສູ່ “ການສ້າງສັນການຮ່ວມມືເພື່ອການພັດທະນາ”

ຍສໝ - ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າປະຕິບັດບົດບາດເປັນຂົວເຊື່ອມລະຫວ່າງບັນດາອົງການ NGO ຕ່າງປະເທດ ກັບບັນດາຄະນະ, ກະຊວງ, ຂະແໜງການ, ອົງການ ແລະ ທ້ອງຖິ່ນ, ຊຸກຍູ້ການຮ່ວມມືດ້ວຍບັນດາບູລິມະສິດການພັດທະນາຂອງປະເທດ.

[Infographic] ສ້າງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ຄົບຊຸດ, ກະທັດລັດ, ເຂັ້ມແຂງ

[Infographic] ສ້າງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ຄົບຊຸດ, ກະທັດລັດ, ເຂັ້ມແຂງ

ຍສໝ - ໄລຍະ 2019-2026, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສ້າງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ຄົບຊຸດ, ກະທັດລັດ, ເຂັ້ມແຂງ.

[Infographic] ປະກອບສ່ວນສ້າງທິດທາງ, ຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດ

[Infographic] ປະກອບສ່ວນສ້າງທິດທາງ, ຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດ

ຍສໝ - ໃນໄລຍະຜ່ານມາ, ວຽກງານຄົ້ນຄວ້າ ແລະ ສະເໜີແນະຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີບາດກ້າວປ່ຽນແປງຢ່າງຈະແຈ້ງໃນດ້ານຄຸນນະພາບ, ນັບມື້ນັບຢືນຢັນບົດບາດເປັນພື້ນຖານສຳຄັນ ທີ່ຮັບໃຊ້ໂດຍກົງໃຫ້ແກ່ການສ້າງທິດທາງ, ຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດປະຊາຊົນ, ພ້ອມທັງເກາະຕິດຍິ່ງຂຶ້ນກັບຄວາມຮຽກຮ້ອງຂອງໜ້າທີ່ການເມືອງ - ການຕ່າງປະເທດຂອງປະເທດ.

[Infographic] ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຕ່າງປະເທດປະຊາຊົນສອງຝ່າຍ

[Infographic] ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຕ່າງປະເທດປະຊາຊົນສອງຝ່າຍ

ຍສໝ - ຢູ່ຂັ້ນສູນກາງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສ້າງສັນ, ສ້າງບັນດາກົນໄກແລກປ່ຽນສອງຝ່າຍຂະໜາດໃຫຍ່, ສົມທົບຢ່າງຄ່ອງຕົວລະຫວ່າງການປັບປຸງຄວາມໄວ້ວາງໃຈທາງການເມືອງ, ການສຶກສາປະເພນີມິດຕະພາບປະຊາຊົນ ກັບການເຊື່ອມໂຍງການຮ່ວມມືຢ່າງແທດຈິງ ໃນດ້ານເສດຖະກິດ, ການຫັນປ່ຽນດິຈິຕອນ, ການເຕີບໂຕສີຂຽວ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ. ຢູ່ຂັ້ນທ້ອງຖິ່ນ, ສະຫະພັນບັນດາອົງການມິດຕະພາບຂອງບັນດາແຂວງ, ນະຄອນ ໄດ້ເປັນເຈົ້າການຈັດບັນດາກິດຈະກຳມິດຕະພາບປະຈຳປີຢ່າງຕໍ່ເນື່ອງ ໂດຍມີເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ, ຫັນບັນດາກິດຈະກຳແລກປ່ຽນປະຊາຊົນຢູ່ຂັ້ນຮາກຖານ ໃຫ້ກາຍເປັນແຮງຊຸກຍູ້ທີ່ເປັນຮູບປະທຳ, ຮັບໃຊ້ໂດຍກົງຕໍ່ຄວາມຕ້ອງການດ້ານການເຊື່ອມໂຍງ, ດຶງດູດການລົງທຶນ ແລະ ດຶງດູດການຊ່ວຍເຫຼືອຂອງທ້ອງຖິ່ນເອງ.

ການນຳເຂົ້າ - ສົ່ງອອກ 8 ເດືອນ ປີ 2026 ບັນລຸສະຖິຕິປະວັດສາດ 770 ຕື້ USD

ການນຳເຂົ້າ - ສົ່ງອອກ 8 ເດືອນ ປີ 2026 ບັນລຸສະຖິຕິປະວັດສາດ 770 ຕື້ USD

ຍສໝ - ຂໍ້ມູນຈາກ ບົດລາຍງານສະພາບການເສດຖະກິດ-ສັງຄົມ ເດືອນ 8 ແລະ 8 ເດືອນ ປີ 2026 ໂດຍ ກົມສະຖິຕິ (ກະຊວງການເງິນ) ປະກາດໃຫ້ຮູ້ວ່າ ການຄ້າລະຫວ່າງຊາດ ສືບຕໍ່ແມ່ນກຳລັງຂັບເຄື່ອນການເຕີບໂຕທີ່ໂດດເດັ່ນ. ຂະໜາດມູນຄ່າການນຳເຂົ້າ-ສົ່ງອອກ ສິນຄ້າທັງໝົດໃນໄລຍະນີ້ ໄດ້ບັນລຸຕົວເລກຢ່າງເປັນທາງການ 770,14 ຕື້ USD, ກວມເອົາລະດັບເພີ່ມຂຶ້ນ 28,7% ຖ້າທຽບໃສ່ໄລຍະດຽວກັນ – ເຊິ່ງແມ່ນຕົວເລກສະຖິຕິສູງສຸດ ສຳລັບຮອບວຽນ 8 ເດືອນ ແຕ່ກ່ອນຈົນເຖິງປະຈຸບັນ.

ການນຳຫຼາຍປະເທດ, ອົງການສາກົນ ສົ່ງຄຳອວຍພອນວັນຊາດຫວຽດນາມ

ການນຳຫຼາຍປະເທດ, ອົງການສາກົນ ສົ່ງຄຳອວຍພອນວັນຊາດຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (02/9/1945 - 02/9/2026), ການນຳບຣູໄນ ດາຣູຊາລາມ, ອິນໂດເນເຊຍ, ມຽນມາ, ມາເລເຊຍ, ສິງກະໂປ, ໄທ, ອິນເດຍ, ສ.ເກົາຫຼີ, ນິວຊີແລນ, ອົດສະຕາລີ, ການາດາ ແລະ ສະຫະປະຊາຊາດ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳພັກ, ລັດຫວຽດນາມ.

ໜັງສືພິມລາວ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ນຳມາເຊິ່ງຫຼາຍບົດຮຽນກ່ຽວກັບການປ່ຽນໃໝ່ວຽກງານນິຕິບັນຍັດ

ໜັງສືພິມລາວ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ນຳມາເຊິ່ງຫຼາຍບົດຮຽນກ່ຽວກັບການປ່ຽນໃໝ່ວຽກງານນິຕິບັນຍັດ

ຍສໝ - ໜັງສືພິມປະຊາຊົນ, ອົງການປາກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ເຫັນວ່າ ຜົນສຳເລັດຂອງກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຫວຽດນາມຊຸດທີ XVI ໄດ້ນຳມາເຊິ່ງຫຼາຍບົດຮຽນອັນມີຄຸນຄ່າໃຫ້ລາວສາມາດຄົ້ນຄວ້າ ແລະ ນຳໄປອ້າງອີງ ໃນການປ່ຽນໃໝ່ວຽກງານນິຕິບັນຍັດ, ປະຕິຮູບສະຖາບັນ, ພັດທະນາໂຄງລ່າງ ແລະ ແບ່ງຂັ້ນຄຸ້ມຄອງ.

ຈາກຄວາມປາຖະໜາ “ທຽບທຽມ” ສູ່ເສັ້ນທາງເຊື່ອມໂຍງກັບໂລກ

ຈາກຄວາມປາຖະໜາ “ທຽບທຽມ” ສູ່ເສັ້ນທາງເຊື່ອມໂຍງກັບໂລກ

ຍສໝ - ຈາກຖະແຫຼງການເອກະລາດ ວັນທີ 2/9/1945 ຈົນເຖິງຄວາມປາຖະໜາ “ທຽບທຽມກັບບັນດາປະເທດມະຫາອຳນາດໃນຫ້າທະວີບ”, ແນວຄິດ ໂຮ່ຈິມິນ ກ່ຽວກັບເອກະລາດ, ການເປັນເຈົ້າຕົນເອງ, ຄວາມປອງດອງ ແລະ ການເປີດກວ້າງສາຍພົວພັນກັບໂລກ ໄດ້ວາງຮາກຖານໃຫ້ແກ່ເສັ້ນທາງເຊື່ອມໂຍງຂອງຫວຽດນາມ. ຕະຫຼອດກວ່າ 8 ທົດສະວັດຜ່ານມາ, ຈິດໃຈດັ່ງກ່າວສືບຕໍ່ໄດ້ຮັບການສືບທອດໃນແນວທາງການຕ່າງປະເທດ, ປະກອບສ່ວນຍົກສູງຖານະບົດບາດຂອງປະເທດ ແລະ ຊຸກຍູ້ການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າຂອງຫວຽດນາມ ເຂົ້າໃນສັນຕິພາບ ແລະ ການຮ່ວມມືສາກົນ.

40 ປີແຫ່ງການປ່ຽນໃໝ່: ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່

40 ປີແຫ່ງການປ່ຽນໃໝ່: ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່

ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນໃໝ່, ຫວຽດນາມໄດ້ສ້າງຂະໜາດເສດຖະກິດ, ຄວາມສາມາດການຜະລິດ ແລະ ຖານະບົດບາດໃນເວທີສາກົນ ທີ່ແຕກຕ່າງຢ່າງສິ້ນເຊີງເມື່ອທຽບກັບໄລຍະເລີ່ມຕົ້ນ. ຕາມທ່ານ ເຈິ່ນກວັກເຟືອງ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ເພື່ອສ້າງບາດກ້າວພັດທະນາແບບບຸກທະລຸໃນໄລຍະຕໍ່ໄປ, ຫວຽດນາມຈຳເປັນຕ້ອງສືບຕໍ່ປ່ຽນໃໝ່ແນວຄິດ, ສ້າງບາດກ້າວບຸກທະລຸດ້ານສະຖາບັນ ແລະ ຫັນປ່ຽນຢ່າງແຂງແຮງໄປສູ່ຮູບແບບການເຕີບໂຕທີ່ອີງໃສ່ຜະລິດຕະພາບ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຄຸນນະພາບຊັບພະຍາກອນມະນຸດ.

ທັດສະນະສາກົນຕໍ່ແຮງຂັບເຄື່ອນການເຕີບໂຕໃໝ່ຂອງເສດຖະກິດຫວຽດນາມ

ທັດສະນະສາກົນຕໍ່ແຮງຂັບເຄື່ອນການເຕີບໂຕໃໝ່ຂອງເສດຖະກິດຫວຽດນາມ

ຍສໝ - ການທີ່ກຸ່ມທະນາຄານໂລກ (WB) ຈັດຫວຽດນາມເຂົ້າໃນກຸ່ມປະເທດທີ່ມີລາຍຮັບປານກາງລະດັບສູງ ເປັນຂີດໝາຍບາດກ້າວໃໝ່ພາຍຫຼັງ 17 ປີ. ເຖິງຢ່າງໃດກໍຕາມ, ຕາມບັນດາຊ່ຽວຊານ ແລະ ອົງການສາກົນ, ເພື່ອກ້າວຂ້າມ “ກັບດັກລາຍຮັບປານກາງ”, ມຸ່ງສູ່ເປົ້າໝາຍກາຍເປັນປະເທດລາຍຮັບສູງໃນປີ 2045, ຫວຽດນາມຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງຈາກຮູບແບບທີ່ອີງໃສ່ທຶນ, ແຮງງານ ແລະ ຂະແໜງ FDI ເປັນສ່ວນໃຫຍ່ ໄປສູ່ເຕັກໂນໂລຊີ ແລະ ນະວັດຕະກຳ, ໂດຍມີເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI) ເປັນບັນດາແຮງງັດທີ່ສຳຄັນ.

ມະຕິເລກທີ 26-NQ/TW: ຫັນການທ່ອງທ່ຽວຈາກການເພີ່ມປະລິມານ ສູ່ການຍົກສູງຄຸນນະພາບ

ມະຕິເລກທີ 26-NQ/TW: ຫັນການທ່ອງທ່ຽວຈາກການເພີ່ມປະລິມານ ສູ່ການຍົກສູງຄຸນນະພາບ

ຍສໝ - ຫັນປ່ຽນຢ່າງແຂງແຮງຈາກການພັດທະນາຕາມລວງກວ້າງ ໄປສູ່ລວງເລິກ, ຖືເອົາວັດທະນະທຳເປັນພື້ນຖານ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນເປັນແຮງຂັບເຄື່ອນ, ມະຕິເລກທີ 26-NQ/TW ວາງເປົ້າໝາຍຮອດປີ 2030 ນຳການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ, ປະກອບສ່ວນໂດຍກົງ 10-12% ເຂົ້າໃນ GDP.

81 ປີແຫ່ງວັນຊາດ 2/9: ຖະແຫຼງການເອກະລາດ - ຄົບໄຟສ່ອງທາງໃຫ້ແກ່ຊາດຫວຽດນາມ

81 ປີແຫ່ງວັນຊາດ 2/9: ຖະແຫຼງການເອກະລາດ - ຄົບໄຟສ່ອງທາງໃຫ້ແກ່ຊາດຫວຽດນາມ

ຍສໝ - ວັນທີ 2/9/1945, ຢູ່ສະໜາມຫຼວງບາດິ່ງ, ຮ່າໂນ້ຍ, ຕາງໜ້າລັດຖະບານຊົ່ວຄາວ, ປະທານໂຮ່ຈິມິນ ໄດ້ອ່ານຖະແຫຼງການເອກະລາດ, ປະກາດຕໍ່ປວງຊົນຮ່ວມຊາດ ແລະ ທົ່ວໂລກ ເຖິງການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ.

ເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດຕື່ນຕັນໃຈຕໍ່ເສັ້ນທາງແຄມເປນ 500 ວັນຄືນ; ໃນການໂຮມເອົາອັດຖິຂອງບັນດາວີລະຊົນນັກຮົບເກົ່າ

ເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດຕື່ນຕັນໃຈຕໍ່ເສັ້ນທາງແຄມເປນ 500 ວັນຄືນ; ໃນການໂຮມເອົາອັດຖິຂອງບັນດາວີລະຊົນນັກຮົບເກົ່າ

ຍສໝ - ການສຳຜັດປະສົບການຕົວຈິງ ແລະ ເລື່ອງລາວທາງປະຫວັດສາດ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈີມິນ) ໃນຕອນບ່າຍວັນທີ 25/8 ໄດ້ນຳເອົາຄວາມຮູ້ສຶກອັນເລິກເຊິ່ງມາສູ່ເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ 50 ຄົນ ທີ່ມາຈາກທົ່ວໂລກ. ກິດຈະກຳນີ້ຈັດຂຶ້ນໃນຂອບເຂດຄ່າຍລະດູຮ້ອນເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະ ໄວໜຸ່ມນະຄອນ ຄັ້ງທີ 19 ປີ 2026, ພາຍໃຕ້ຫົວຂໍ້ "ພູມໃຈນະຄອນທີ່ໄດ້ຮັບເກຽດຊື່ປະທານໂຮ່ຈີມິນ".

ມະຕິເລກທີ 23 ເປີດກົນໄກສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ

ມະຕິເລກທີ 23 ເປີດກົນໄກສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ

ຍສໝ - ມະຕິເລກທີ 23-NQ/TW ກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ, ພ້ອມທັງຫັນປ່ຽນຢ່າງແຮງຈາກການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ດູແລ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ.

ວິສາຫະກິດນະຄອນຫຼວງຊອກຫາທ່າແຮງເພື່ອບັນລຸເປົ້າໝາຍເຕີບໂຕສອງຕົວເລກ

ວິສາຫະກິດນະຄອນຫຼວງຊອກຫາທ່າແຮງເພື່ອບັນລຸເປົ້າໝາຍເຕີບໂຕສອງຕົວເລກ

ຍສໝ - ການລົງທຶນສາທາລະນະ, ການພັດທະນາໂຄງລ່າງ, ການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ ແລະ ການເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າໃນຕ່ອງໂສ້ມູນຄ່າ ພວມເປີດພື້ນທີ່ພັດທະນາໃໝ່ໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ, ຜ່ານນັ້ນ ປະກອບສ່ວນປະຕິບັດເປົ້າໝາຍເຕີບໂຕແບບຍືນຍົງສອງຕົວເລກຂອງຮ່າໂນ້ຍ.

ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ

ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ

ຍສໝ - ເປັນຄັ້ງທຳອິດທີ່ຈັດຂຶ້ນຢູ່ຫວຽດນາມ, ບັນດາວັນແຫ່ງສະພາປະຊາຊົນໂລກ ແນໃສ່ເປີດກວ້າງການສົນທະນາ, ເຊື່ອມຕໍ່ບັນດາອົງການປະຊາຊົນ, ນັກວິຊາການ, ນັກວິທະຍາສາດ, ມະຫາວິທະຍາໄລ ແລະ ວິສາຫະກິດ, ຄ່ອຍໆຫັນບັນດາແນວຄວາມຄິດຮ່ວມມືໃຫ້ກາຍເປັນແຜນງານ ແລະ ໂຄງການອັນລະອຽດ.

ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030

ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030

ຍສໝ - ການແບ່ງປັນປະສົບການວຽກງານແນວໂຮມ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ຊ່ວຍເຫຼືອຊຸມຊົນຂອງສອງປະເທດ ແມ່ນສາມຈຸດສຸມທີ່ໄດ້ຮັບການສະເໜີໃນການຮ່ວມມືລະຫວ່າງແນວໂຮມຮ່າໂນ້ຍ ແລະ ວຽງຈັນ ໄລຍະ 2026-2030.

ສ້າງຂີດຄວາມສາມາດ AI ທີ່ມີເອກະລັກຫວຽດນາມ

ສ້າງຂີດຄວາມສາມາດ AI ທີ່ມີເອກະລັກຫວຽດນາມ

ຍສໝ - ຫວຽດນາມພວມຢືນຢູ່ຕໍ່ໜ້າບາດກ້າວຫັນປ່ຽນໃນການພັດທະນາປັນຍາປະດິດ (AI), ຈາກການນຳໃຊ້ເຕັກໂນໂລຊີທີ່ມີຢູ່ແລ້ວ ໄປສູ່ການເປັນເຈົ້າການສ້າງຂີດຄວາມສາມາດດ້ານແບບຈຳລອງ, ໂຄງລ່າງການຄຳນວນ, ຂໍ້ມູນ, ບຸກຄະລາກອນ ແລະ ວິສາຫະກິດ, ມຸ່ງໄປສູ່ການສ້າງເຕັກໂນໂລຊີ ແລະ ຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການພາຍໃນປະເທດ.

ກອງປະຊຸມວິສາມັນຄັ້ງທີ 1 ສ້າງຂອບກົດໝາຍໃຫ້ແກ່ໄລຍະເລັ່ງລັດການພັດທະນາ

ກອງປະຊຸມວິສາມັນຄັ້ງທີ 1 ສ້າງຂອບກົດໝາຍໃຫ້ແກ່ໄລຍະເລັ່ງລັດການພັດທະນາ

ຍສໝ - ພາຍຫຼັງ 17 ວັນເຮັດວຽກ, ກອງປະຊຸມວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI ໄດ້ອັດລົງໃນຕອນບ່າຍວັນທີ 24 ສິງຫາ, ສຳເລັດວຽກງານນິຕິບັນຍັດເປັນຈຳນວນຫຼາຍ ແລະ ຕັດສິນຫຼາຍບັນຫາສຳຄັນກ່ຽວກັບໂຄງລ່າງພື້ນຖານ, ການພັດທະນາເສດຖະກິດ - ສັງຄົມ.

ຮ່າໂນ້ຍປະດັບປະດາດ້ວຍທຸງ ແລະ ດອກໄມ້ຢ່າງສວຍງາມ ຕ້ອນຮັບວັນຊາດ 2/9

ຮ່າໂນ້ຍປະດັບປະດາດ້ວຍທຸງ ແລະ ດອກໄມ້ຢ່າງສວຍງາມ ຕ້ອນຮັບວັນຊາດ 2/9

ຍສໝ - ມຸ່ງໄປສູ່ການສະເຫຼີມສະຫຼອງ 81 ປີແຫ່ງໄຊຊະນະຂອງການປະຕິວັດເດືອນສິງຫາ (19/8/1945 - 19/8/2026) ແລະ 81 ປີແຫ່ງວັນຊາດ 2/9 ຂອງສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026), ຮ່າໂນ້ຍໄດ້ດຳເນີນການປະດັບປະດາ, ໂຄສະນາ ແລະ ປຸກລະດົມດ້ວຍຮູບພາບຢູ່ຕາມຫຼາຍສາຍທາງ, ເຂດໃຈກາງ ແລະ ສະຖານທີ່ສາທາລະນະ, ສ້າງບັນຍາກາດທີ່ສະຫງ່າງາມ ແລະ ເບີກບານມ່ວນຊື່ນໃນບັນດາວັນບຸນໃຫຍ່.

ເຊື່ອມຈອດວິສາຫະກິດຫວຽດນາມ - ຈີເລ ດ້ານອຸປະກອນພະລັງງານ

ເຊື່ອມຈອດວິສາຫະກິດຫວຽດນາມ - ຈີເລ ດ້ານອຸປະກອນພະລັງງານ

ຍສໝ - ໃນໄລຍະຜ່ານມາ ຢູ່ Santiago (ຈີເລ), ວິສາຫະກິດ, ສະມາຄົມ ແລະ ອົງການຂອງຫວຽດນາມ ແລະ ຈີເລ ຫຼາຍກວ່າ 70 ແຫ່ງ ໄດ້ເຂົ້າຮ່ວມກອງສຳມະນາສົ່ງເສີມການຄ້າ, ການລົງທຶນ ແລະ ເຊື່ອມຈອດວິສາຫະກິດ ດ້ານອຸປະກອນພະລັງງານ, ເຄື່ອງຈັກ ແລະ ອຸປະກອນໄຟຟ້າອຸດສາຫະກຳ. ລາຍການໄດ້ປິດລົງດ້ວຍ 27 ການພົບປະເຊື່ອມຈອດລະຫວ່າງວິສາຫະກິດ ທີ່ໄດ້ຈັບຄູ່ລ່ວງໜ້າຕາມແຕ່ລະກຸ່ມຜະລິດຕະພັນ.

|< < 1 2 3 4 5 > >|