| ຫວຽດນາມ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນ ກ່ຽວກັບການຄຸ້ມຄອງຊັບພະຍາກອນ ທຳມະຊາດ ສະຫະປະຊາຊາດ ຢືນຢັນ ຫວຽດນາມ ແມ່ນຄູ່ຮ່ວມມືແບບຢ່າງ, ຍູ້ແຮງການຊ່ວຍເຫຼືອການພັດທະນາແບບຍືນຍົງ |
ໃນການຢ້ຽມຢາມຫວຽດນາມ ເດືອນ 10/2025 ເນື່ອງໃນໂອກາດເຂົ້າຮ່ວມພິທີເປີດໃຫ້ລົງນາມສົນທິສັນຍາວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳໄຊເບີ, ທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສະແດງຄວາມຄາດຫວັງ ວ່າ ຫວຽດນາມຈະສືບຕໍ່ສົ່ງເສີມບົດບາດໃນຂະບວນການສ້າງໂຄງສ້າງສາຍພົວພັນສາກົນໃໝ່.
ຫວຽດນາມພວມຄ່ອຍໆຕອບສະໜອງຄວາມຄາດຫວັງນັ້ນ ດ້ວຍບັນດາການປະກອບສ່ວນທີ່ນັບມື້ນັບເປັນເຈົ້າການ ໃນບັນດາກົນໄກຫຼາຍຝ່າຍ. ການເດີນທາງໄປປະຕິບັດງານທີ່ຈະມາເຖິງຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມວາລະອະພິປາຍຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81 ສືບຕໍ່ສະແດງເຖິງຄວາມພະຍາຍາມນີ້.
ການເດີນທາງໄປປະຕິບັດງານດັ່ງກ່າວ ດຳເນີນຂຶ້ນໃນໄລຍະທີ່ຫວຽດນາມ ແລະ ສະຫະປະຊາຊາດ ພວມມຸ່ງໄປສູ່ຂີດໝາຍ 50 ປີແຫ່ງການຮ່ວມເດີນທາງ ໃນປີ 2027.
| ວັນທີ 20/9/1977, ຫວຽດນາມໄດ້ກາຍເປັນສະມາຊິກສະຫະປະຊາຊາດຢ່າງເປັນທາງການ. ໃນພາບ: ທ່ານ ຫງວຽນຢຸຍຈິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ (ຄົນທີສອງນັບຈາກຂວາ) ເຂົ້າຮ່ວມພິທີຊັກທຸງຊາດຫວຽດນາມ ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ. |
ຈາກການຊ່ວຍເຫຼືອຟື້ນຟູ ໄປສູ່ການຮ່ວມເດີນທາງເພື່ອພັດທະນາ
ຫວຽດນາມໄດ້ກາຍເປັນສະມາຊິກສະຫະປະຊາຊາດຢ່າງເປັນທາງການ ໃນວັນທີ 20/9/1977. ໃນຊຸມປີທຳອິດພາຍຫຼັງປະເທດຊາດເປັນເອກະພາບ, ບັນດາອົງການໃນລະບົບສະຫະປະຊາຊາດ ໄດ້ຊ່ວຍເຫຼືອຫວຽດນາມແກ້ໄຂຜົນຕາມມາຈາກສົງຄາມ, ຟື້ນຟູ ແລະ ບູລະນະປະເທດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
ເມື່ອຫວນຄືນເບິ່ງເກືອບເຄິ່ງສະຕະວັດ, ການຮ່ວມມືກັບສະຫະປະຊາຊາດ ໄດ້ຮ່ວມເດີນທາງກັບຫວຽດນາມຜ່ານຫຼາຍໄລຍະ: ຈາກການແກ້ໄຂຜົນຕາມມາຈາກສົງຄາມ, ທຳລາຍສະພາບຖືກປິດລ້ອມ, ຂວ້ຳບາດ ໄປສູ່ການຄ່ອຍໆເຊື່ອມໂຍງສາກົນຢ່າງນັບມື້ນັບເລິກເຊິ່ງ. ການຮ່ວມມືນີ້ ທັງຕອບສະໜອງຄວາມຕ້ອງການພັດທະນາຂອງຫວຽດນາມໃນແຕ່ລະໄລຍະ, ທັງປະກອບສ່ວນຍົກສູງບົດບາດ ແລະ ສຽງຂອງຫວຽດນາມຢູ່ສະຫະປະຊາຊາດ.
ກ່ອນໄລຍະປ່ຽນໃໝ່, ຫວຽດນາມໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ 500 ລ້ານ USD ຈາກສະຫະປະຊາຊາດ. ແຫຼ່ງກຳລັງນີ້ ມີຄວາມໝາຍພິເສດ ໃນສະພາບການທີ່ປະເທດຖືກປິດລ້ອມ, ຂວ້ຳບາດ, ຊ່ວຍໜູນຫຼາຍໂຄງການພັດທະນາສັງຄົມ, ໂດຍສະເພາະ ການສຶກສາ, ສາທາລະນະສຸກ, ການເບິ່ງແຍງ ແລະ ປົກປ້ອງແມ່ ແລະ ເດັກ, ປະຊາກອນ ແລະ ການວາງແຜນຄອບຄົວ.
ໃນໄລຍະ 1986-1996, ເມື່ອຫວຽດນາມຜັນຂະຫຍາຍແນວທາງປ່ຽນໃໝ່, ການຮ່ວມມືກັບສະຫະປະຊາຊາດ ສືບຕໍ່ຊ່ວຍໜູນຂະບວນການປະຕິຮູບເສດຖະກິດ - ສັງຄົມ. ການຊ່ວຍເຫຼືອແບບບໍ່ຕ້ອງສົ່ງຄືນຂອງສະຫະປະຊາຊາດ ບັນລຸຫຼາຍກວ່າ 630 ລ້ານ USD; ມີບາງໄລຍະ ແຫຼ່ງການຊ່ວຍເຫຼືອນີ້ ກວມເກືອບ 60% ຂອງການຊ່ວຍເຫຼືອທັງໝົດທີ່ຫວຽດນາມໄດ້ຮັບຈາກຝ່າຍຕາເວັນຕົກ ແລະ ບັນດາແຫຼ່ງນອກກຸ່ມປະເທດສັງຄົມນິຍົມ.
ນັບແຕ່ໄລຍະ 2001-2005, ຕາມຂໍ້ສະເໜີຂອງລັດຖະບານຫວຽດນາມ, ສະຫະປະຊາຊາດ ໄດ້ຫັນແຮງຈາກການຊ່ວຍໜູນດ້ານເຕັກນິກ ໄປສູ່ການຊ່ວຍໜູນການປະຕິຮູບນະໂຍບາຍ ແລະ ສະຖາບັນເສດຖະກິດ, ວິສາຫະກິດລັດ; ພ້ອມທັງເປີດກວ້າງໄປສູ່ບັນດາຂົງເຂດປ້ອງກັນ, ຕ້ານ HIV/AIDS ແລະ ພະຍາດຮ້າຍແຮງ, ປະຕິບັດປະຊາທິປະໄຕຂັ້ນຮາກຖານ, ຄວາມສະເໝີພາບຍິງ - ຊາຍ ແລະ ຈັດກອງປະຊຸມກຸ່ມທີ່ປຶກສາຂອງບັນດາຜູ້ໃຫ້ທຶນປະຈຳປີ.
ບົດບາດຂອງຫວຽດນາມນັບມື້ນັບຈະແຈ້ງ
ຄຽງຄູ່ກັບຂະບວນການປ່ຽນໃໝ່ ແລະ ເຊື່ອມໂຍງ, ຖານະຂອງຫວຽດນາມໃນສາຍພົວພັນກັບສະຫະປະຊາຊາດ ກໍຄ່ອຍໆປ່ຽນແປງ. ແຜນຍຸດທະສາດຮ່ວມ ຫວຽດນາມ - ສະຫະປະຊາຊາດ ໄລຍະ 2017-2021 ມີງົບປະມານລວມ 423 ລ້ານ USD, ໃນຂະນະທີ່ ຂອບການຮ່ວມມືພັດທະນາທີ່ຍືນຍົງ ໄລຍະ 2022-2026 ມີງົບປະມານລວມຫຼາຍກວ່າ 542 ລ້ານ USD.
ຂີດໝາຍໜຶ່ງທີ່ໜ້າສົນໃຈ ແມ່ນຫວຽດນາມໄດ້ກາຍເປັນໜຶ່ງໃນ 8 ປະເທດໃນໂລກ ທີ່ໄດ້ຮັບເລືອກໃຫ້ທົດລອງຂໍ້ລິເລີ່ມ “ຮ່ວມກັນປະຕິບັດ - ໜຶ່ງສະຫະປະຊາຊາດ”. ເຮືອນສີຂຽວຮ່ວມຂອງສະຫະປະຊາຊາດ ຢູ່ຮ່າໂນ້ຍ, ເປີດນຳໃຊ້ໃນປີ 2015, ໄດ້ກາຍເປັນສັນຍາລັກຂອງວິທີເຂົ້າຫາໃໝ່, ໃນນັ້ນ ບັນດາອົງການສະຫະປະຊາຊາດເພີ່ມທະວີການປະສານງານ ເພື່ອຊ່ວຍໜູນບັນດາບຸລິມະສິດການພັດທະນາຂອງຫວຽດນາມ.
ຜ່ານບັນດາຂອບຮ່ວມມື, ບົດບາດຂອງສະຫະປະຊາຊາດ ບໍ່ພຽງແຕ່ຢຸດຢູ່ການສະໜອງແຫຼ່ງກຳລັງ ແຕ່ຍັງເປີດກວ້າງໄປສູ່ການໃຫ້ຄຳປຶກສານະໂຍບາຍ, ແບ່ງປັນຄວາມຮູ້, ປະສົບການ ແລະ ຊ່ວຍໜູນການຍົກສູງຂີດຄວາມສາມາດດ້ານສະຖາບັນ.
ໃນໄລຍະ 2007-2011, ຫວຽດນາມໄດ້ຊຸກຍູ້ແນວທາງການຕ່າງປະເທດແບບຫຼາຍຝ່າຍ ແລະ ຫຼາກຫຼາຍສາຍພົວພັນສາກົນ; ນຳໃຊ້ເວທີສະຫະປະຊາຊາດ ເພື່ອເປີດກວ້າງສາຍພົວພັນກັບບັນດາອົງການສາກົນ, ຊຸກຍູ້ສາຍພົວພັນສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງປະສານງານກັບບັນດາປະເທດບໍ່ເຂົ້າພັນທະມິດ ແລະ ພວມພັດທະນາ ແນໃສ່ປົກປ້ອງບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ຜົນປະໂຫຍດຂອງບັນດາປະເທດພວມພັດທະນາ.
ຫວຽດນາມແມ່ນໜຶ່ງໃນບັນດາປະເທດທຳອິດທີ່ລົງນາມສົນທິສັນຍາຫ້າມທົດລອງອາວຸດນິວເຄລຍຢ່າງຄົບຖ້ວນ ໃນປີ 1996; ກາຍເປັນສະມາຊິກກອງປະຊຸມປົດອາວຸດໃນປີດຽວກັນ ແລະ ເປັນສະມາຊິກທາງການຂອງສົນທິສັນຍາຫ້າມອາວຸດເຄມີ ໃນປີ 1998. ເດືອນ 6/2014, ຫວຽດນາມໄດ້ສົ່ງກຳລັງເຂົ້າຮ່ວມກິດຈະກຳຮັກສາສັນຕິພາບຂອງສະຫະປະຊາຊາດເປັນຄັ້ງທຳອິດ.
ຫວຽດນາມຍັງໄດ້ຮັບເລືອກເຂົ້າບັນດາອົງການຂອງສະຫະປະຊາຊາດຫຼາຍຄັ້ງ, ໃນນັ້ນ ມີຄະນະມົນຕີຄວາມໝັ້ນຄົງ ອາຍຸການ 2008-2009; ສະພາເສດຖະກິດ - ສັງຄົມ ອາຍຸການ 1998-2000 ແລະ 2016-2018; ສະພາສິດທິມະນຸດ ອາຍຸການ 2014-2016; ຄະນະບໍລິຫານ UNESCO ອາຍຸການ 2015-2019 ແລະ ຄະນະກຳມະການກົດໝາຍສາກົນ ອາຍຸການ 2017-2021.
| ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ກ່າວຄຳປາໄສທີ່ວາລະອະພິປາຍລວມຂັ້ນສູງ ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 79. |
ຈາກການເຂົ້າຮ່ວມ ໄປສູ່ການເປັນເຈົ້າການສ້າງສັນ
ສອງຄັ້ງຮັບຕຳແໜ່ງກຳມະການບໍ່ປະຈຳຄະນະມົນຕີຄວາມໝັ້ນຄົງ, 3 ອາຍຸການເປັນສະມາຊິກສະພາສິດທິມະນຸດ, ພ້ອມກັບບັນດາອາຍຸການຢູ່ ECOSOC, ILC ແລະ ຫຼາຍກົນໄກວິຊາສະເພາະອື່ນ ສະແດງເຖິງລະດັບການເຂົ້າຮ່ວມທີ່ນັບມື້ນັບເລິກເຊິ່ງຂອງຫວຽດນາມໃນລະບົບຫຼາຍຝ່າຍ. ຫວຽດນາມບໍ່ພຽງແຕ່ເຂົ້າຮ່ວມ ແຕ່ຍັງນັບມື້ນັບເປັນເຈົ້າການປະກອບສ່ວນ, ຮັບພາລະໜ້າທີ່ສຳຄັນ ແລະ ຍົກອອກບັນດາຂໍ້ລິເລີ່ມ.
ການທີ່ຫວຽດນາມເປັນເຈົ້າພາບພິທີເປີດໃຫ້ລົງນາມສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳໄຊເບີ ໃນເດືອນ 10/2025 ສືບຕໍ່ສະທ້ອນບົດບາດເປັນເຈົ້າການນັ້ນ. ສົນທິສັນຍາຮ່າໂນ້ຍ ຖືກເບິ່ງວ່າເປັນຂີດໝາຍໜຶ່ງສຳລັບການເຂົ້າຮ່ວມຂອງຫວຽດນາມ ໃນຂະບວນການຮ່ວມກັບປະຊາຄົມສາກົນ ສ້າງຂອບຮ່ວມມືແນໃສ່ຮັບມືກັບບັນດາສິ່ງທ້າທາຍໃໝ່.
ໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທີສອງ ໃນປີ 2025, ທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ຕີລາຄາຫວຽດນາມວ່າເປັນ “ເສົາຄ້ຳສຳຄັນຂອງລະບົບຫຼາຍຝ່າຍ” ແລະ ໄດ້ສະແດງຄວາມປາຖະໜາ ໃຫ້ຫວຽດນາມມີບົດບາດໃຫຍ່ກວ່າເກົ່າ ໃນການປະຕິຮູບລະບົບສາກົນ, ແກ້ໄຂບັນດາສິ່ງທ້າທາຍລະດັບໂລກ.
ການລິເລີ່ມກຸ່ມມິດສະຫາຍສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 ກໍສະແດງເຖິງວິທີທີ່ຫວຽດນາມຊຸກຍູ້ບັນດາຫຼັກການທີ່ຕົນໃຫ້ຄວາມສຳຄັນ ໃນສາຍພົວພັນສາກົນ.
ມາຮອດປັດຈຸບັນ, ຫວຽດນາມໄດ້ສົ່ງນາຍ ແລະ ພະນັກງານ, ນາຍ ແລະ ພົນທະຫານເກືອບ 1.400 ເທື່ອຄົນ ເຂົ້າຮ່ວມບັນດາພາລະກິດຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ຊູດັງໃຕ້, ສາທາລະນະລັດອາຟຣິກາກາງ ແລະ ເຂດ Abyei. ປັດຈຸບັນ ຫວຽດນາມຢູ່ອັນດັບ 49/193 ປະເທດ ດ້ານລະດັບການປະກອບສ່ວນງົບປະມານປະຈຳໃຫ້ສະຫະປະຊາຊາດ ແລະ ໄດ້ປະກອບສ່ວນຫຼາຍລ້ານ USD ໃຫ້ແກ່ບັນດາກິດຈະກຳກູ້ໄພມະນຸດສະທຳຂອງບັນດາອົງການສະຫະປະຊາຊາດ.
ທ່າທີໃໝ່ໃນການທູດຫຼາຍຝ່າຍ
ໃນສະພາບການທີ່ປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ການຕ່າງປະເທດຫຼາຍຝ່າຍ ສືບຕໍ່ຖືກກຳນົດໃຫ້ມີບົດບາດສຳຄັນ.
ທີ່ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິເລກທີ 06-NQ/TW ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ວັນທີ 11/6, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ໜຶ່ງໃນບັນດາທິດທາງໃຫຍ່ຂອງວຽກງານຕ່າງປະເທດຫວຽດນາມໃນຍຸກໃໝ່ ແມ່ນສະແດງຄວາມຮັບຜິດຊອບລະດັບໂລກ, ເຂົ້າຮ່ວມປະກອບສ່ວນຕໍ່ບັນດາບັນຫາຮ່ວມຂອງປະຊາຄົມສາກົນ.
ຕາມທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ, ຫວຽດນາມຈຳເປັນຕ້ອງສົ່ງເສີມສຽງທີ່ຕັ້ງໜ້າ, ປະກອບສ່ວນແນວຄິດ, ປະກອບສ່ວນຟື້ນຟູຄວາມໄວ້ວາງໃຈ ແລະ ຍົກສູງປະສິດທິຜົນຂອງລັດທິຫຼາຍຝ່າຍ; ເຂົ້າຮ່ວມປົກປ້ອງລະບຽບໂລກທີ່ອີງໃສ່ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ພ້ອມທັງປະກອບສ່ວນເຂົ້າໃນຂະບວນການປະຕິຮູບລະບົບການບໍລິຫານໂລກ ໃນທິດທາງສະເໝີພາບ, ຍຸຕິທຳຫຼາຍຂຶ້ນ.
ທີ່ພິທີລະນຶກ 81 ປີແຫ່ງວັນຊາດຫວຽດນາມ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຍັງຢືນຢັນວ່າ ຫວຽດນາມສະໜັບສະໜູນລະບົບຫຼາຍຝ່າຍທີ່ສະເໝີພາບ, ຍຸຕິທຳ ໂດຍມີສະຫະປະຊາຊາດເປັນໃຈກາງ; ພ້ອມທັງພ້ອມກາຍເປັນຂົວເຊື່ອມສຳລັບການຮ່ວມມື, ການສົນທະນາ ແລະ ປະກອບສ່ວນຢ່າງເປັນຮູບປະທຳຫຼາຍຂຶ້ນ ໃນການແກ້ໄຂບັນດາສິ່ງທ້າທາຍຮ່ວມ.
ປີ 2026, ຫວຽດນາມຮັບຕຳແໜ່ງປະທານກອງປະຊຸມທົບທວນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄລຍ ຄັ້ງທີ 11 ແລະ ເປັນຄັ້ງທຳອິດທີ່ຮັບຕຳແໜ່ງປະທານກອງປະຊຸມ ຄັ້ງທີ 35 ຂອງບັນດາລັດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ.
ບັນດາຕຳແໜ່ງນີ້ ສ້າງເງື່ອນໄຂໃຫ້ຫວຽດນາມເຂົ້າຮ່ວມໂດຍກົງໃນການແກ້ໄຂບັນດາບັນຫາດ້ານຄວາມໝັ້ນຄົງ, ການພັດທະນາ ແລະ ກົດໝາຍສາກົນ, ພ້ອມທັງປົກປ້ອງ, ຊຸກຍູ້ຜົນປະໂຫຍດຂອງປະເທດຊາດ - ຂອງຊາດ ດ້ວຍມາດຕະການສັນຕິ ແລະ ບົນພື້ນຖານກົດໝາຍສາກົນ.
ຮ່ອງຮອຍຂອງຫວຽດນາມ ຍັງຖືກສະແດງອອກຜ່ານຫຼາຍຂໍ້ລິເລີ່ມທີ່ໄດ້ກາຍເປັນມະຕິຂອງສະຫະປະຊາຊາດ, ນັບແຕ່ການຊຸກຍູ້ບົດບາດຂອງແມ່ຍິງໃນສະພາບການຫຼັງຂໍ້ຂັດແຍ່ງ, ປົກປ້ອງໂຄງລ່າງທີ່ຈຳເປັນຕໍ່ປະຊາຊົນໃນຂໍ້ຂັດແຍ່ງ, ໄປຈົນເຖິງວັນສາກົນປ້ອງກັນ, ຕ້ານພະຍາດລະບາດ, ວັນສາກົນແຫ່ງການຫຼິ້ນ ແລະ ທົດສະວັດສາກົນວ່າດ້ວຍວັດທະນະທຳເພື່ອການພັດທະນາທີ່ຍືນຍົງ 2027-2036.
ວັນທີ 18/6, ທີ່ກອງປະຊຸມ ຄັ້ງທີ 36 ຂອງບັນດາລັດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ, ຮສ.ປອ. ຫງວຽນທິລານແອັງ, ຜູ້ສະໝັກຂອງຫວຽດນາມ, ໄດ້ຮັບເລືອກເປັນຜູ້ພິພາກສາສານສາກົນວ່າດ້ວຍກົດໝາຍທະເລ (ITLOS) ອາຍຸການ 2026-2035 ດ້ວຍຈຳນວນຄະແນນສຽງຢູ່ໃນກຸ່ມສູງສຸດໃນບັນດາຜູ້ສະໝັກ. ນີ້ແມ່ນຄັ້ງທຳອິດທີ່ຊ່ຽວຊານກົດໝາຍສາກົນຂອງຫວຽດນາມ ໄດ້ຮັບເລືອກເປັນຜູ້ພິພາກສາ ITLOS.
ໃນກະແສລວມຂອງວຽກງານຕ່າງປະເທດຫວຽດນາມ, ການທູດຫຼາຍຝ່າຍໂດຍລວມ ແລະ ການທູດຫຼາຍຝ່າຍຢູ່ສະຫະປະຊາຊາດໂດຍສະເພາະ ສືບຕໍ່ປະກອບສ່ວນຢືນຢັນບົດບາດ, ຖານະ ແລະ ສຽງຂອງຫວຽດນາມ, ພ້ອມທັງປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ການພັດທະນາຮ່ວມ.
ພາຍຫຼັງເກືອບ 5 ທົດສະວັດ, ສາຍພົວພັນ ຫວຽດນາມ - ສະຫະປະຊາຊາດ ໄດ້ຜ່ານຂະບວນການຫັນປ່ຽນຢ່າງຈະແຈ້ງ: ຈາກການຊ່ວຍເຫຼືອຟື້ນຟູ ໄປສູ່ການຮ່ວມມືພັດທະນາ; ຈາກການເຂົ້າຮ່ວມບັນດາກິດຈະກຳຫຼາຍຝ່າຍ ໄປສູ່ການເປັນເຈົ້າການສະເໜີຂໍ້ລິເລີ່ມ; ຈາກຖານະຮັບການຊ່ວຍເຫຼືອ ໄປສູ່ການເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ນັບມື້ນັບມີສຽງໃນບັນດາບັນຫາຮ່ວມຂອງໂລກ.
ຕະຫຼອດຂະບວນການນັ້ນ, ຫວຽດນາມຍຶດໝັ້ນສ້າງພາບພົດປະເທດໜຶ່ງທີ່ເອກະລາດ, ເປັນເຈົ້າການ, ຮັກສັນຕິພາບ, ເປີດກວ້າງກັບໂລກ ແລະ ພ້ອມຮ່ວມເດີນທາງ, ປະກອບສ່ວນໃນບັນດາຄວາມພະຍາຍາມຮ່ວມຂອງປະຊາຄົມສາກົນ.
ຍສໝ - ສືບຕໍ່ບັນດາການເຄື່ອນໄຫວຢູ່ ສາທາລະນະລັດ ອາຟຣິກາກາງ, ໃນຕອນບ່າຍວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ຄະນະຜູ້ແທນຂອງກະຊວງປ້ອງກັນຄວາມສະຫງົບ ໂດຍແມ່ນທ່ານພົນໂທ ຟ້າມເຖ໋ຕຸ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳໂຄງການ 05 ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ (GGHB LHQ) ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ວາເລນທິນ ຣັກວາບີຊາ (Valentine Rugwabiza), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ (SRSG), ຫົວໜ້າຄະນະປະຕິບັດງານ MINUSCA. |
ຍສໝ - ເພື່ອຈົດຈຳ ແລະ ຍົກຍ້ອງບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບ ຫວຽດນາມ, ກອງກຳລັງຮັກສາຄວາມສະຫງົບຊົ່ວຄາວ ຂອງອົງການສະຫະປະຊາຊາດ ປະຈຳເຂດ ອາບີເອ (UNISFA) ໄດ້ມອບຫຼຽນກາ “ເພື່ອພາລະກິດຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ” ໃຫ້ແກ່ພະນັກງານ ແລະ ລັດຖະກອນ ຈຳນວນ 184 ທ່ານ ຂອງກອງວິສະວະກຳ ສະບັບເລກທີ 4 ພ້ອມດ້ວຍບັນດານາຍທະຫານສ່ວນບຸກຄົນ ທີ່ພວມປະຕິບັດໜ້າທີ່ຢູ່ທີ່ກອງກຳລັງດັ່ງກ່າວ. |
ຄຳສີ