eMAGAZINE

“ຢືນຢັນຖານະ” ບົດບາດຂອງການຕ່າງປະເທດປະຊາຊົນ

ທ່ານນາງ ບຸ່ຍທິມິງຮວ່າຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປິຕຸພູມ ແລະ ບັນດາອົງການມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ, ຕາງໜ້າການນຳພັກ, ລັດ ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນພິທີລະນຶກ 75 ປີແຫ່ງວັນປະເພນີ, ຮ່າໂນ້ຍ, ວັນທີ 17/11/2025. (ພາບ: ດິງຮວ່າ)
ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດຢ່າງຈະແຈ້ງວ່າ ການຕ່າງປະເທດຂອງຫວຽດນາມປະກອບມີ 3 ເສົາຄ້ຳຄື: ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ. ແນວທາງເຊື່ອມໂຍງສາກົນຂອງພັກ ກໍໄດ້ຮັບການຫັນເປັນລະອຽດໃນມະຕິເລກທີ 59-NQ/TW ລົງວັນທີ 24/01/2025 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງສາກົນໃນສະພາບການໃໝ່, ໃນນັ້ນ ກຳນົດວ່າ ການເຊື່ອມໂຍງສາກົນແມ່ນພາລະກິດຂອງປະຊາຊົນທັງປວງ ແລະ ຂອງທົ່ວລະບົບການເມືອງ.
ກອງປະຊຸມທົ່ວປະເທດ ຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິເລກທີ 06-NQ/TW ລົງວັນທີ 19/5/2026 ຂອງກົມການເມືອງ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທີ່ຮ່າໂນ້ຍ, ວັນທີ 11/6/2026.
ຈາກບັນດາທິດທາງດັ່ງກ່າວ, ການຕ່າງປະເທດປະຊາຊົນ ໄດ້ຮັບການກຳນົດໃຫ້ເປັນເຄື່ອງມື ແລະ ວິທີການທີ່ມີປະສິດທິຜົນ ເພື່ອປຸກລະດົມກຳລັງແຮງພາຍໃນປະເທດ, ພ້ອມທັງຍາດແຍ່ງບັນດາແຫຼ່ງກຳລັງສາກົນຢ່າງມີປະສິດທິຜົນ, ເປີດກວ້າງພື້ນທີ່ການຮ່ວມມື ແລະ ສ້າງແຮງຊຸກດັນໃຫ້ແກ່ການພັດທະນາປະເທດ.
ການປະທ້ວງຄັດຄ້ານສົງຄາມຫວຽດນາມ ຢູ່ Washington, D.C. (ສະຫະລັດອາເມລິກາ), ວັນທີ 21/10/1967.
ກ້າວເຂົ້າສູ່ຍຸກໃໝ່, ສະພາບການໂລກມີການຜັນແປຢ່າງສັບສົນ ດ້ວຍການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ທີ່ນັບມື້ນັບເພີ່ມຂຶ້ນ, ການປະທະກັນໃນບາງເຂດ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງນອກແບບ. ການຂະຫຍາຍຕົວຢ່າງແຂງແຮງຂອງບັນດາສະຖາບັນທີ່ບໍ່ແມ່ນລັດ, ບັນດາອົງການສັງຄົມ ແລະ ປະຊາຄົມອອນລາຍ ຮຽກຮ້ອງໃຫ້ຫວຽດນາມຕ້ອງມີຊ່ອງທາງການທູດທີ່ອ່ອນໂຍນ ແລະ ຄ່ອງຕົວ. ການຕ່າງປະເທດປະຊາຊົນ ກໍຄື ຊັ້ນ “ເກາະເຫຼັກ” ທີ່ປົກປ້ອງຄວາມໝັ້ນຄົງ ແລະ ກຽດສັກສີຂອງຊາດແຕ່ຫົວທີ, ແຕ່ໄກ ດ້ວຍ ກຳລັງແຮງທາງດ້ານຈິດໃຈ, ຊ່ວຍຕອບໂຕ້ ແລະ ລົບລ້າງບັນດາຖ້ອຍທຳນອງບິດເບືອນ, ພ້ອມທັງປັບປຸງຖານະທາງການເມືອງຂອງປະເທດ.
ບັນດາຜູ້ແທນຢ້ຽມຊົມພື້ນທີ່ວາງສະແດງ ໃນໂຄງການແລກປ່ຽນມິດຕະພາບ “ສີສັນວັດທະນະທຳ ອາຊຽນ ປີ 2026”, ຮ່າໂນ້ຍ, ວັນທີ 19/8/2026. (ພາບ: ດິງຮວ່າ)
ໂດຍສະເພາະ, ຄວາມຈຳເປັນຂອງຊ່ອງທາງການທູດນີ້ ຍັງຢູ່ທີ່ຄວາມສາມາດໃນການເສີມສ້າງຄວາມໄວ້ວາງໃຈທາງຍຸດທະສາດ. ການທູດຂອງລັດ ສ້າງຂອບກົດໝາຍ, ສ່ວນການຕ່າງປະເທດປະຊາຊົນ ສ້າງຄວາມເຫັນອົກເຫັນໃຈ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງລະຫວ່າງປະຊາຊົນບັນດາປະເທດ. ຈາກການແລກປ່ຽນພຽງຢ່າງດຽວ ຫັນສູ່ການສ້າງສັນການພັດທະນາ, ການຕ່າງປະເທດປະຊາຊົນ ໄດ້ກາຍເປັນ “ຂົວເຊື່ອມ” ໂດຍກົງໃນການລະດົມອົງຄວາມຮູ້, ເຕັກໂນໂລຊີທັນສະໄໝ, ບັນດາແຫຼ່ງທຶນ, ການຫັນປ່ຽນສີຂຽວ, ການຫັນປ່ຽນດິຈິຕອນ ແລະ ກະແສການຊ່ວຍເຫຼືອຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເພື່ອຮັບໃຊ້ໂດຍກົງໃຫ້ແກ່ເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ.
ກອງປະຊຸມແບ່ງປັນຂໍ້ມູນກັບບັນດາອົງການ NGO ຕ່າງປະເທດ ຈັດໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ຢູ່ຮ່າໂນ້ຍ, ວັນທີ 2/4/2026. (ພາບ: ດິງຮວ່າ)
ກິດຈະກຳກວດກູ້ລະເບີດ ແລະ ທຸ່ນລະເບີດ ຂອງ PeaceTrees Vietnam ຢູ່ກວາງຈິ.
PeaceTrees Vietnam ມອບສົ່ງຕົວແບບໂຮງ​ຮຽນ​ອະ​ນຸ​ບານບ້ານ A Quan (ປັດຈຸບັນແມ່ນບ້ານ Tam Hoa), ຕາແສງ Lia, ແຂວງກວາງຈິ, ເດືອນ 12/2021.
ຄຳສັ່ງເລກທີ 38-CT/TW ລົງວັນທີ 19/9/2019 ຂອງຄະນະເລຂາທິການສູນກາງພັກ ໄດ້ກຳນົດວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ “ແມ່ນອົງການການເມືອງ - ສັງຄົມ ທີ່ຮັບຜິດຊອບສະເພາະດ້ານການຕ່າງປະເທດປະຊາຊົນ ໃນຂົງເຂດສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ການຮ່ວມມືປະຊາຊົນ, ເປັນສະມາຊິກຂອງແນວໂຮມປິຕຸພູມຫວຽດນາມ; ມີບົດບາດເປັນ ແກນຫຼັກ ໃນກິດຈະກຳການຕ່າງປະເທດປະຊາຊົນ ແລະ ວຽກງານຂົນຂວາຍການຊ່ວຍເຫຼືອຈາກອົງການບໍຂຶ້ນກັບລັດຖະບານຕ່າງປະເທດ; ເປັນອົງການທີ່ປະຕິບັດວຽກງານການເມືອງຕ່າງປະເທດ ແລະ ເປັນພາກສ່ວນປະກອບຂອງກຳລັງຕ່າງປະເທດສະເພາະດ້ານຂອງປະເທດເຮົາ”.
ສູນສົນທະນາເລກທີ 4 ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປິຕຸພູມຫວຽດນາມ ຄັ້ງທີ XI, ທີ່ຮ່າໂນ້ຍ, ວັນທີ 11/5/2026. (ພາບ: ດິງຮວ່າ)
ບົດບາດເປັນແກນຫຼັກ ບໍ່ໄດ້ໝາຍຄວາມວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ປະຕິບັດວຽກງານແທນບັນດາອົງການ, ທ້ອງຖິ່ນ, ຂະແໜງການ, ວົງການ ແລະ ຊັ້ນຄົນຕ່າງໆ. ບົດບາດດັ່ງກ່າວ ສະແດງອອກຢູ່ໜ້າທີ່ເຊື່ອມໂຍງບັນດາກຳລັງສັງຄົມ ເພື່ອປະຕິບັດແນວທາງການຕ່າງປະເທດຂອງພັກ, ນະໂຍບາຍຂອງລັດ ແລະ ໂຄງການດຳເນີນງານຂອງແນວໂຮມປິຕຸພູມຫວຽດນາມ; ພ້ອມທັງສົ່ງເສີມຈຸດແຂງສະເພາະຂອງແຕ່ລະພາກສ່ວນ ເພື່ອບັນລຸບັນດາເປົ້າໝາຍລວມ.
ພິທີປູກຕົ້ນໄມ້ມິດຕະພາບ ຢູ່ມະຫາວິທະຍາໄລນາມເກີນເທີ, ວັນທີ 30/3/2026.
ກອງສຳມະນາວິທະຍາສາດ “ການຕ່າງປະເທດປະຊາຊົນໃນຍຸກໃໝ່: ຈາກແນວທາງຂອງພັກ ສູ່ບັນດາມາດຕະການບຸກທະລຸ, ຍົກສູງປະສິດທິຜົນໃນພາກປະຕິບັດ” ຢູ່ຮ່າໂນ້ຍ, ວັນທີ 14/5/2026.
ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປິຕຸພູມຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ກໍຢືນຢັນເຖິງໜ້າທີ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນການເພີ່ມທະວີການປະສານງານ, ສົ່ງເສີມຈຸດແຂງຂອງບັນດາອົງການສະມາຊິກ ໃນການເປີດກວ້າງສາຍພົວພັນສາກົນ. ເມື່ອວາງຢູ່ໃນລະບົບນີ້, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດເປັນຂົວເຊື່ອມທີ່ຂາດບໍ່ໄດ້ ລະຫວ່າງສູນກາງກັບທ້ອງຖິ່ນ, ລະຫວ່າງບັນດາກຳລັງພາຍໃນປະເທດກັບຄູ່ຮ່ວມສາກົນ; ເຊື່ອມໂຍງກິດຈະກຳສັນຕິພາບ, ມິດຕະພາບ ກັບການຮ່ວມມືເພື່ອການພັດທະນາ ແລະ ການຄົ້ນຄວ້າ, ສະເໜີແນະດ້ານຍຸດທະສາດ.
ແທ່ງລວນ & ມາຍຖຸ່ຍ (ສັງລວມ)
ອອກແບບ: ມາຍແອັງ
ວັນທີເຜີຍແຜ່: 5/9/2026