| ຊາວຫວຽດນາມຢູ່ຕ່າງປະເທດຫັນໃຈສູ່ປະເທດຊາດ ເນື່ອງໃນໂອກາດວັນຊາດ 2/9 ນິງບິ່ງປັບປຸງຜະລິດຕະພັນທ່ອງທ່ຽວໃໝ່ໃນໂອກາດວັນຊາດ 2/9 |
![]() |
| ລະບົບທຸງ, ປ້າຍປາໂນ ແລະ ປ້າຍຄຳຂວັນ ໄດ້ຮັບການປະດັບຕາມບັນດາສາຍທາງ, ສ້າງບັນຍາກາດອັນສວຍງາມ ເພື່ອຕ້ອນຮັບບັນດາວັນບຸນໃຫຍ່ຂອງປະເທດ. |
ວຽກງານປະດັບປະດາ ແລະ ໂຄສະນາ ໄດ້ດຳເນີນແຕ່ວັນທີ 12/8 ຫາ 5/9/2026 ດ້ວຍຫຼາຍຮູບແບບໂຄສະນາທາງສາຍຕາ. ຕາມແຜນການ, ນະຄອນໄດ້ຕິດຕັ້ງທຸງແດງ 150 ຜືນ, ປ້າຍຄຳຂວັນແນວຕັ້ງ 718 ປ້າຍ, ປ້າຍປາໂນ 47 ປ້າຍ, ເສົາທຸງຂະໜາດໃຫຍ່ 2 ກຸ່ມ ພ້ອມດ້ວຍທຸງຊາດ ແລະ ທຸງພັກ 300 ຜືນ ຢູ່ບັນດາເຂດຈຸດສຸມ, ຖະໜົນໃຈກາງ ແລະ ສະຖານທີ່ສາທາລະນະ.
ຢູ່ເຂດບັນດາອົງການສູນກາງ, ປ້າຍຄຳຂວັນແນວຕັ້ງ 90 ປ້າຍ ໄດ້ຕິດຕັ້ງໃສ່ລະບົບເສົາ ແລະ ຮາວແຂວນຢູ່ດ້ານໜ້າສຸສານປະທານໂຮ່ຈີມິນ; ປ້າຍຄຳຂວັນແນວຕັ້ງ 360 ປ້າຍ ໄດ້ປະດັບຢູ່ເຂດສຸສານປະທານໂຮ່ຈີມິນ ແລະ ຕາແສງບາດິ່ງ. ບັນດາກຸ່ມປ້າຍປາໂນສອງດ້ານ, ສາມດ້ານ ໄດ້ຕິດຕັ້ງຕາມຖະໜົນດ້ຽນບຽນຝູ, ຮວ່າງຢ້ຽວ, ຮວ່າງວັນທູ້, ບ່າຮວຽນແທງກວານ ແລະ ບາງເຂດ, ຈຸດຕັດສຳຄັນ.
ເຂດສຳນັກງານພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ສວນດອກໄມ້ຫຼີຖາຍໂຕ ໄດ້ຮັບການປະດັບດ້ວຍລະບົບປ້າຍປາໂນ, ທຸງ ແລະ ປ້າຍຄຳຂວັນ. ບັນດາກຸ່ມປ້າຍປາໂນໄດ້ຕິດຕັ້ງຕາມຖະໜົນດິງຕຽນຮວ່າງ, ເລແທກ, ໂງກວຽນ, ເລລາຍ, ເຂດສວນດອກໄມ້ຫຼີຖາຍໂຕ ແລະ ດ້ານໜ້າທະນາຄານແຫ່ງລັດຫວຽດນາມ. ເສົາທຸງຂະໜາດໃຫຍ່ 2 ກຸ່ມ ລວມມີ 24 ຜືນ ໄດ້ຕິດຕັ້ງຢູ່ເຂດອະນຸສາວະລີຫຼີຖາຍໂຕ ແລະ ທະນາຄານແຫ່ງລັດ.
ຢູ່ບັນດາຖະໜົນໃຈກາງນະຄອນ, ປ້າຍຄຳຂວັນແນວຕັ້ງດ້ວຍຜ້າໄໝ 268 ປ້າຍ ໄດ້ປະດັບຕາມບັນດາຖະໜົນສາຍຫຼັກ. ບັນດາກຸ່ມປ້າຍປາໂນໄດ້ຕິດຕັ້ງຢູ່ສີ່ແຍກດ້າຍໂກ່ຫວຽດ - ເລຢ້ວນ - ຢາຍຟ໊ອງ, ຢາງຫວໍ - ກາດລິງ ແລະ ຕາມຖະໜົນເຈິ່ນຢຸຍຮຶງ, ຫງວຽນຈີແທງ, ກິມໝ໊າ, ຢາງຫວໍ, ສາດ່ານ - ກິມລຽນ, ງີຕ່າມ.
ຈຸດເດັ່ນຢູ່ເຂດໃຈກາງແມ່ນທຸງຊາດ ແລະ ທຸງພັກ 300 ຜືນ ທີ່ໄດ້ຕິດຕັ້ງໃສ່ລະບົບຮາວແຂວນອ້ອມຮອບໜອງຮວ່ານກ໊ຽມ ແລະ ຕາມຖະໜົນດິງຕຽນຮວ່າງ, ເລຖາຍໂຕ, ຮ່າງຄາຍ, ເຈິ່ນຫງວຽນຫານ, ເລລາຍ, ເລແທກ.
ເນື້ອໃນການໂຄສະນາສຸມໃສ່ເຮັດໃຫ້ເຫັນເດັ່ນບັນດາໄຊຊະນະ ແລະ ຜົນສຳເລັດຂອງປະເທດໃນໄລຍະ 81 ປີຜ່ານມາ; ຢືນຢັນຄວາມໝາຍທາງປະຫວັດສາດຂອງການປະຕິວັດເດືອນສິງຫາ ແລະ ວັນຊາດ 2/9; ໂຄສະນາມູນເຊື້ອຮັກຊາດ, ຈິດໃຈສາມັກຄີປວງຊົນທົ່ວຊາດ, ພ້ອມທັງເນັ້ນໜັກເຖິງເປົ້າໝາຍ ແລະ ທິດທາງພັດທະນາປະເທດໃນໄລຍະໃໝ່.
ບັນດາຮູບແບບໂຄສະນາທາງສາຍຕາໄດ້ດຳເນີນຢ່າງຫຼາກຫຼາຍ, ພ້ອມພຽງ ແລະ ເໝາະສົມກັບແຕ່ລະເຂດ, ທັງສ້າງຈຸດເດັ່ນໃຫ້ແກ່ທິວທັດຕົວເມືອງ, ທັງປະກອບສ່ວນສຶກສາມູນເຊື້ອປະຕິວັດ, ເສີມສ້າງຄວາມພາກພູມໃຈໃນຊາດ ແລະ ເຜີຍແຜ່ຈິດໃຈສາມັກຄີ, ຄວາມປາດຖະໜາສ້າງນະຄອນຫຼວງໃຫ້ສີວິໄລ ແລະ ທັນສະໄໝ.
ຍສໝ - ພາຍໃນຕອນຄ່ຳວັນທີ 23/7, ຢູ່ທີ່ ຮ່າໂນ້ຍ, ສະຖານທູດ ອີຢິບ ປະຈຳ ຫວຽດນາມ ໄດ້ຈັດຕັ້ງ ພິທີສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ (23/7/1952 - 23/7/2026) ຢ່າງສົມກຽດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຫງວຽນມິນຮັ່ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນ ຢູ່ທີ່ພິທີ. |
ຍສໝ - ນັບແຕ່ Fansipan, ຮະລອງ, ເຊິມເຊີນ ຈົນເຖິງ ດານັງ, ຝູກວັກ, ຫຼາຍສະຖານທີ່ທ່ອງທ່ຽວໃນທົ່ວປະເທດພວມກະກຽມບັນດາກິດຈະກຳວັດທະນະທຳ, ບັນເທີງ ແລະ ປະສົບການໃໝ່ໆ, ນຳມາເຊິ່ງທາງເລືອກທີ່ຫຼາກຫຼາຍຂຶ້ນໃຫ້ແກ່ນັກທ່ອງທ່ຽວໃນຊ່ວງພັກວັນຊາດ 2/9. |
ມິງດຶກ
