ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030

14:44 | 26/08/2026

ຍສໝ - ການແບ່ງປັນປະສົບການວຽກງານແນວໂຮມ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ຊ່ວຍເຫຼືອຊຸມຊົນຂອງສອງປະເທດ ແມ່ນສາມຈຸດສຸມທີ່ໄດ້ຮັບການສະເໜີໃນການຮ່ວມມືລະຫວ່າງແນວໂຮມຮ່າໂນ້ຍ ແລະ ວຽງຈັນ ໄລຍະ 2026-2030.

ເຊື່ອມຕໍ່ຜູ້ນຳຮຸ່ນໜຸ່ມຫວຽດນາມ - ລາວ - ກຳປູເຈຍ ຊາວໜຸ່ມຫວຽດນາມ - ລາວ ຮ່ວມກັນສ້າງອາຊີບ, ຮັກສາຄວາມສະຫງົບ

ວັນທີ 24 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ກາວຊວນຖາວ, ຮອງປະທານຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຄະນະກຳມະການແນວລາວສ້າງຊາດນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ພົງສະຫວັນ ສີລິພັນ, ກຳມະການສູນກາງແນວລາວສ້າງຊາດ, ກຳມະການປະຈຳພັກນະຄອນຫຼວງ, ປະທານຄະນະກຳມະການແນວລາວສ້າງຊາດນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ.

ຕາມ ທ່ານ ພົງສະຫວັນ ສີລິພັນ, ການຢ້ຽມຢາມຄັ້ງນີ້ແມ່ນໂອກາດໃຫ້ສອງຝ່າຍຕີລາຄາຜົນການຮ່ວມມືໄລຍະ 2023-2025 ແລະ ກະກຽມສຳລັບໄລຍະ 2026-2030. ໃນໄລຍະຜ່ານມາ, ແນວໂຮມຂອງສອງນະຄອນຫຼວງໄດ້ປະສານສົມທົບກັນມອບທຶນການສຶກສາໃຫ້ລູກຫຼານລາວໄປຮ່ຳຮຽນຢູ່ຫວຽດນາມ, ຊ່ວຍເຫຼືອອຸປະກອນຈຳນວນໜຶ່ງ ແລະ ແບ່ງປັນປະສົບການວຽກງານແນວໂຮມ. ສອງຝ່າຍຄາດວ່າຈະທົບທວນ, ເອກະພາບ ແລະ ລົງນາມໃນບົດບັນທຶກຄວາມຮ່ວມມືໄລຍະ 2026-2030.

ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030
ທ່ານ ກາວຊວນຖາວ, ຮອງປະທານຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ຕ້ອນຮັບຄະນະຜູ້ແທນຄະນະກຳມະການແນວລາວສ້າງຊາດນະຄອນຫຼວງວຽງຈັນ.

ກ່ຽວກັບທິດທາງການຮ່ວມມື, ທ່ານ ກາວຊວນຖາວ, ຮອງປະທານ ໄດ້ສະເໜີວ່າ ກ່ອນອື່ນໝົດ ຄວນເພີ່ມທະວີການແລກປ່ຽນບັນດາຮູບແບບ, ປະສົບການ ແລະ ວິທີການໃນວຽກງານແນວໂຮມ ເພື່ອຮ່ວມກັນສຶກສາອ້າງອີງ ແລະ ນຳໄປໝູນໃຊ້ໃຫ້ເໝາະສົມກັບສະພາບຕົວຈິງ.

ທ່ານ ກາວຊວນຖາວ ໄດ້ແນະນຳບາງຈຸດໃໝ່ໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງແນວໂຮມປິຕຸພູມຫວຽດນາມ ພາຍຫຼັງການຈັດສັນບັນດາຫົວໜ່ວຍບໍລິຫານຄືນໃໝ່ ແລະ ນຳໃຊ້ຮູບແບບການປົກຄອງທ້ອງຖິ່ນສອງຂັ້ນ ນັບແຕ່ວັນທີ 1 ກໍລະກົດ 2025; ພ້ອມທັງແບ່ງປັນປະສົບການຂອງແນວໂຮມປິຕຸພູມຫວຽດນາມນະຄອນຮ່າໂນ້ຍ ໃນການສົ່ງເສີມບົດບາດເປັນຂົວຕໍ່ລະຫວ່າງພັກ, ອຳນາດການປົກຄອງ ແລະ ປະຊາຊົນ, ກຳແໜ້ນສະພາບການຂອງປະຊາຊົນ, ຜັນຂະຫຍາຍຂະບວນການແຂ່ງຂັນ, ບັນດາຮູບແບບປົກຄອງຕົນເອງຢູ່ຮາກຖານ ແລະ ປ່ຽນແປງໃໝ່ວິທີການເຄື່ອນໄຫວ.

ທ່ານ ພົງສະຫວັນ ສີລິພັນ ໃຫ້ຮູ້ວ່າ ຝ່າຍລາວປາດຖະໜາຢາກສືບຕໍ່ສຶກສາຊອກຮູ້ປະສົບການຕົວຈິງໃນວຽກງານແນວໂຮມຂອງຫວຽດນາມ ເພື່ອຄົ້ນຄວ້າ ແລະ ນຳໄປໝູນໃຊ້ໃຫ້ເໝາະສົມກັບເງື່ອນໄຂຂອງລາວ.

ສອງຝ່າຍຍັງໄດ້ສະເໜີໃຫ້ຊຸກຍູ້ການສຶກສາມູນເຊື້ອ, ການພົບປະ ແລະ ແລກປ່ຽນລະຫວ່າງປະຊາຊົນດ້ວຍຫຼາຍຮູບການ, ໃນນັ້ນເອົາໃຈໃສ່ຄົນຮຸ່ນໜຸ່ມເປັນສຳຄັນ. ນີ້ແມ່ນເນື້ອໃນທີ່ສືບຕໍ່ບັນດາຜົນສຳເລັດທີ່ສອງຝ່າຍບັນລຸໄດ້ໃນຂົງເຂດການສຶກສາ, ໃນນັ້ນມີການຊ່ວຍເຫຼືອທຶນການສຶກສາໃຫ້ລູກຫຼານລາວໄປຮ່ຳຮຽນຢູ່ຫວຽດນາມ.

ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030
ທ່ານ ພົງສະຫວັນ ສີລິພັນ ພ້ອມດ້ວຍຄະນະຜູ້ແທນຄະນະກຳມະການແນວລາວສ້າງຊາດນະຄອນຫຼວງວຽງຈັນ ຢ້ຽມຊົມຫໍພິພິທະພັນແນວໂຮມປິຕຸພູມຫວຽດນາມ.

ຈຸດສຸມອີກປະການໜຶ່ງແມ່ນ ການເອົາໃຈໃສ່ຊ່ວຍເຫຼືອຊຸມຊົນຊາວຫວຽດນາມຢູ່ວຽງຈັນ ກໍຄື ປະຊາຊົນ, ນັກຮຽນ, ນັກສຶກສາລາວທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ຮ່າໂນ້ຍ; ສ້າງເງື່ອນໄຂໃຫ້ພວກເຂົາມີຊີວິດທີ່ໝັ້ນຄົງ, ຮ່ຳຮຽນ ແລະ ປະກອບສ່ວນເຂົ້າໃນການພັດທະນາລວມ.

ທ່ານ ພົງສະຫວັນ ສີລິພັນ ປາດຖະໜາຢາກສືບຕໍ່ໄດ້ຮັບການປະສານສົມທົບ ແລະ ຊ່ວຍເຫຼືອຈາກແນວໂຮມປິຕຸພູມຫວຽດນາມ, ເປັນຕົ້ນແມ່ນ ຄະນະກຳມະການແນວໂຮມປິຕຸພູມຫວຽດນາມນະຄອນຮ່າໂນ້ຍ, ໃນການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືໄລຍະ 2026-2030.

ທີ່ການຕ້ອນຮັບ, ທ່ານ ກາວຊວນຖາວ, ຮອງປະທານ ໄດ້ສົ່ງຄຳແບ່ງເບົາຄວາມໂສກເສົ້າຢ່າງສຸດຊຶ້ງ ເຖິງຄະນະກຳມະການສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດນະຄອນຫຼວງວຽງຈັນ ແລະ ປະຊາຊົນລາວ ຕໍ່ການເຖິງແກ່ກຳຂອງ ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດລາວ, ອະດີດປະທານຄະນະກຳມະການສູນກາງແນວລາວສ້າງຊາດ.

ທ່ານ ກາວຊວນຖາວ, ຮອງປະທານ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານສາຍພົວພັນຮ່ວມມືທີ່ໄດ້ສ້າງຂຶ້ນ, ແນວໂຮມຮ່າໂນ້ຍ ແລະ ວຽງຈັນ ຈະສືບຕໍ່ຜັນຂະຫຍາຍບັນດາກິດຈະກຳທີ່ແທດຈິງ, ມີປະສິດທິຜົນ, ປະກອບສ່ວນພູນສ້າງສາຍພົວພັນມິດຕະພາບຫວຽດນາມ - ລາວ.

ສະມາຄົມມິດຕະພາບຫວຽດນາມ - ລາວ ຮ່ວມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ ສະມາຄົມມິດຕະພາບຫວຽດນາມ - ລາວ ຮ່ວມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ
ຍສໝ - ວັນທີ 10/8, ທີ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ນຳໂດຍ ທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານຄະນະວັດທະນະທຳ ແລະ ສັງຄົມຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຍັງສະຖານທູດແຫ່ງ ສປປ ລາວ ປະຈຳຫວຽດນາມ ເພື່ອຂຽນປຶ້ມໄວ້ອາໄລ ລະນຶກເຖິງ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ.
ຫວຽດນາມ - ລາວ ເພີ່ມທະວີການປະສານງານດ້ານຂໍ້ມູນຂ່າວສານຕ່າງປະເທດ ຫວຽດນາມ - ລາວ ເພີ່ມທະວີການປະສານງານດ້ານຂໍ້ມູນຂ່າວສານຕ່າງປະເທດ
ຍສໝ - ວັນທີ 17/8, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະກົມການຂ່າວ, ກະຊວງການຕ່າງປະເທດລາວ ນຳໂດຍສະຫາຍ ສົມຄິດ ວັນຄຳ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດລາວ, ໃນໂອກາດຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ