| ເຊື່ອມໂຍງເຍົາວະຊົນ ຫວຽດນາມ ຢູ່ຕ່າງປະເທດ ກັບທະເລ, ໝູເກາະ ບ້ານເກີດເມືອງນອນ ເຍົາວະຊົນຫວຽດນາມ ຢູ່ເອີຣົບໂຮມໂຕຢູ່ອິຕາລີ: ຄວາມມຸ່ງມາດປາດຖະໜາສ້າງສາ ແລະ ເສັ້ນທາງກໍ່ສ້າງປະເທດຊາດ |
ໃນການຢ້ຽມຢາມຄັ້ງນີ້, ຄະນະໄວໜຸ່ມທີ່ກຳລັງດຳລົງຊີວິດ ແລະ ຮ່ຳຮຽນຢູ່ຕ່າງປະເທດ ໄດ້ເຂົ້າມາໄຕ້ທູບ, ຢືນສະຫງົບນຶກເຖິງ ບັນດາວີລະຊົນນັກຮົບເກົ່າ ຢູ່ຕໍ່ໜ້າຮູບປັ້ນ ອະດີດເລຂາທິການໃຫຍ່ ເຈິ່ນ ຝູ ພ້ອມທັງເຂດອາໄລຫາພາຍໃນສວນສາທາລະນະ.
![]() |
| ຄະນະໄວໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ດ້ວຍຄວາມເຄົາລົບນົບນອບໄດ້ໄຕ້ທູບຢູ່ຕໍ່ໜ້າຮູບປັ້ນ ອະດີດເລຂາທິການໃຫຍ່ ເຈິ່ນຝູ |
ບັນດາຜູ້ແທນເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ ຕັ້ງໃຈຟັງຂໍ້ມູນກ່ຽວກັບຂະບວນການຂຸດຄົ້ນ, ຄົ້ນຫາຂຸມຝັງສົບຂອງນັກຮົບເກົ່າ
ທີ່ໜ້າສົນໃຈ, ຢູ່ເຂດຄົ້ນຫາອັດຖິຂອງນັກຮົບເກົ່າ, ບັນດາຜູ້ແທນຊາວຫວຽດນາມຢູ່ຕ່າງປະເທດ ໄດ້ໄຕ້ທູບອາໄລຫາ, ພ້ອມທັງຟັງການອະທິບາຍກ່ຽວກັບວຽກງານໂຮມເອົາອັດຖິ ກໍຄືເສັ້ນທາງອັນຍຸ້ງຍາກລຳບາກຂອງ "ແຄມເປນ 500 ວັນຄືນ; ປະສົບການໂດຍຕັ້ງນີ້ ໄດ້ຊ່ວຍໃຫ້ຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອປະຕິວັດຂອງບ້ານເກີດເມືອງນອນ.
![]() |
| ບັນດາຜູ້ແທນເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ ຕັ້ງໃຈຟັງຂໍ້ມູນກ່ຽວກັບຂະບວນການຂຸດຄົ້ນ, ຄົ້ນຫາຂຸມຝັງສົບຂອງນັກຮົບເກົ່າ |
ດ້ວຍຄວາມຕື່ນຕັນໃຈພາຍຫຼັງການຢ້ຽມຢາມ, ນ້ອງ ດັ້ງ ຕູ້ ກວິ່ງ, ປະທານສະມາຄົມໄວໜຸ່ມ ນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ (VYSA), ໄດ້ແບ່ງປັນວ່າ: “ນ້ອງຂໍຂອບໃຈຫຼາຍໆ ຕໍ່ບັນດາທະຫານ ທີ່ແມ້ວ່າຈະຢູ່ໃນສະພາບອາກາດຮ້ອນອົບເອົ້າ ກໍຍັງພະຍາຍາມຢ່າງສຸດຄວາມສາມາດ ເພື່ອເຮັດໃຫ້ສຳເລັດພາລະກິດຄົ້ນຫາອັດຖິຂອງບັນດານັກຮົບເກົ່າ. ນ້ອງເປັນນັກສຶກສາຕ່າງປະເທດ ແລະ ສຳລັບເພື່ອນໆທີ່ກຳລັງຮ່ຳຮຽນ, ດຳລົງຊີວິດ ແລະ ຕັ້ງຖິ່ນຖານຢູ່ຕ່າງປະເທດ, ນ້ອງມີຄວາມຈົງຮັກພັກດີ ແລະ ຫັນໜ້າຫາບ້ານເກີດເມືອງນອນ, ພ້ອມທັງຮູ້ບຸນຄຸນຕໍ່ປູ່ຍ່າຕານາຍຂອງພວກເຮົາສະເໝີ”.
![]() |
| ບັນດາໄວໜຸ່ມໄຕ້ທູບເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາວີລະຊົນນັກຮົບເກົ່າ ຢູ່ເຂດທີ່ກຳລັງດຳເນີນວຽກງານຄົ້ນຫາ ແລະ ໂຮມເອົາອັດຖິ |
ບໍ່ພຽງແຕ່ເທົ່ານັ້ນ, ໂຄງການຍັງໄດ້ສ້າງຂົວຕໍ່ ເພື່ອໃຫ້ບັນດາເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ ໄດ້ແລກປ່ຽນໂດຍຕົ່ງກັບບັນດາສະມາຊິກ ສະໂມສອນສື່ສານການຕໍ່ສູ້ ນະຄອນໂຮ່ຈີມິນ. ຜ່ານເລື່ອງລາວທີ່ສົມຈິງກ່ຽວກັບຍຸກສະໄໝສູຮົບ, ຄວາມເສຍສະຫຼະ ແລະ ຈິດໃຈອົງອາດກ້າຫານຂອງຄົນຮຸ່ນກ່ອນ, ການເດີນທາງຄັ້ງນີ້ໄດ້ຝາກຄວາມປະທັບໃຈທີ່ຍາກຈະລືມໄດ້ ໄວ້ໃນໃຈຂອງໄວໜຸ່ມທີ່ກັບຄືນມາຈາກດິນແດນໄກ.
ຍສໝ - ມະຕິເລກທີ 23-NQ/TW ໄດ້ວາງອອກຂໍ້ຮຽກຮ້ອງໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ: ບໍ່ພຽງແຕ່ຢຸດຢູ່ການຂົນຂວາຍ, ເຕົ້າໂຮມ ແລະ ເອົາໃຈໃສ່ດູແລ ເທົ່ານັ້ນ, ຫາກຍັງສຸມໃສ່ສ້າງກົນໄກເພື່ອເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າກັບບັນດາຄວາມຕ້ອງການພັດທະນາອັນລະອຽດຂອງປະເທດ, ພ້ອມທັງສົ່ງເສີມບົດບາດເປັນຂົວຕໍ່ເຊື່ອມໂຍງຫວຽດນາມກັບໂລກ. |
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີ ວັນຊາດ 2/9, ບັນດາອົງການຕາງໜ້າຫວຽດນາມປະຈຳມາເລເຊຍ, ກຳປູເຈຍ ແລະ ເຂດຕາເວັນອອກໄກ (ສະຫະພັນລັດເຊຍ) ໄດ້ຈັດຫຼາຍກິດຈະກຳ ໂດຍມີຊາວຫວຽດນາມຢູ່ຕ່າງປະເທດ ແລະ ເພື່ອນມິດທ້ອງຖິ່ນເຂົ້າຮ່ວມຢ່າງຫຼວງຫຼາຍ. ຈາກຄວາມພາກພູມໃຈຕໍ່ການພັດທະນາຂອງປະເທດ, ປະຊາຄົມຊາວຫວຽດນາມໄດ້ສະແດງຄວາມປາດຖະໜາຢາກປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ ແລະ ຮ່ວມກັນສ້າງສາສາຍພົວພັນມິດຕະພາບກັບປະເທດທີ່ຕົນອາໄສຢູ່. |
ແທັງຮັ່ງ


