| ການສົນທະນາຍຸດທະສາດສ້າງແຮງຂັບເຄື່ອນໃໝ່ໃຫ້ສາຍພົວພັນຫວຽດນາມ - ສິງກະໂປ ຊຸກຍູ້ການຮ່ວມມືລັດຖະສະພາ ຫວຽດນາມ - ສິງກະໂປ ໃຫ້ນັບມື້ນັບເລິກເຊິ່ງ |
ຕອນບ່າຍວັນທີ 18/9, ພົນໂທ ຫງວຽນເຈື່ອງທັ໊ງ ໄດ້ເຂົ້າຢ້ຽມຄຳນັບທ່ານ Chan Chun Sing, ລັດຖະມົນຕີກະຊວງປ້ອງກັນຊາດສິງກະໂປ.
ທີ່ການຕ້ອນຮັບ, ທ່ານ Chan Chun Sing ໄດ້ສະແດງຄວາມຍິນດີ ຕ້ອນຮັບຄະນະຫວຽດນາມ, ພ້ອມທັງແບ່ງປັນກ່ຽວກັບການພົບປະກັບພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ ຢູ່ນອກຂອບເຂດເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 13.
ທີ່ການພົບປະວັນທີ 16/9, ລັດຖະມົນຕີສອງທ່ານໄດ້ເຫັນດີສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມື ບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ; ກ່ອນອື່ນໝົດ ປະສານງານຈັດການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ ຄັ້ງທີ 17 ຢູ່ສິງກະໂປ.
ທ່ານ Chan Chun Sing ຍັງໄດ້ແລກປ່ຽນກ່ຽວກັບການຮ່ວມມືປ້ອງກັນຊາດສອງຝ່າຍ ໃນຂອບ ASEAN. ປີ 2027, ສິງກະໂປຈະຮັບບົດບາດປະທານ ASEAN; ສອງປະເທດຈະສືບຕໍ່ປະສານງານ ຊຸກຍູ້ບັນດາຂໍ້ລິເລີ່ມດ້ານປ້ອງກັນຊາດ, ຄວາມໝັ້ນຄົງ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ASEAN.
![]() |
| ພົນໂທ ຫງວຽນເຈື່ອງທັ໊ງ ເຂົ້າຢ້ຽມຄຳນັບທ່ານ Chan Chun Sing, ລັດຖະມົນຕີກະຊວງປ້ອງກັນຊາດສິງກະໂປ. |
ພົນໂທ ຫງວຽນເຈື່ອງທັ໊ງ ໃຫ້ຮູ້ວ່າ ຫວຽດນາມຕີລາຄາສູງຖານະ, ບົດບາດ ແລະ ບັນດາການປະກອບສ່ວນອັນຕັ້ງໜ້າຂອງສິງກະໂປ ຕໍ່ບັນດາບັນຫາສາກົນ ແລະ ພາກພື້ນ, ໂດຍສະເພາະ ໃນຂອບ ASEAN; ພ້ອມທັງຢືນຢັນວ່າ ຫວຽດນາມພ້ອມປະສານງານ ແລະ ສະໜັບສະໜູນສິງກະໂປໃຫ້ສຳເລັດບົດບາດປະທານ ASEAN ປີ 2027 ຢ່າງດີ.
ຕາມພົນໂທ ຫງວຽນເຈື່ອງທັ໊ງ, ການຮ່ວມມືປ້ອງກັນຊາດ ຫວຽດນາມ - ສິງກະໂປ ໃນໄລຍະຜ່ານມາ ນັບມື້ນັບເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ມີປະສິດທິຜົນ, ໂດດເດັ່ນໃນບັນດາຂົງເຂດ ແລກປ່ຽນຄະນະບັນດາຂັ້ນ; ຮັກສາບັນດາກົນໄກການສົນທະນານະໂຍບາຍປ້ອງກັນຊາດ, ການປຶກສາຫາລື ແລະ ແລກປ່ຽນຂໍ້ມູນ; ການຮ່ວມມືລະຫວ່າງບັນດາເຫຼົ່າທັບ ແລະ ເຫຼົ່າຮົບ; ສົ່ງກຳປັ່ນຢ້ຽມຢາມກັນ; ຝຶກອົບຮົມ; ແລກປ່ຽນນາຍທະຫານໜຸ່ມ ແລະ ປະສານງານ, ສະໜັບສະໜູນກັນຢູ່ບັນດາເວທີຫຼາຍຝ່າຍ.
ພົນໂທ ສະເໜີໃຫ້ລັດຖະມົນຕີປ້ອງກັນຊາດສິງກະໂປ ສືບຕໍ່ໃຫ້ຄວາມສົນໃຈ, ຊຸກຍູ້ບັນດາເນື້ອໃນຮ່ວມມືລະຫວ່າງສອງກະຊວງປ້ອງກັນຊາດ, ຜ່ານນັ້ນ ສ້າງບັນດາການປ່ຽນແປງທີ່ເປັນຮູບປະທຳເພີ່ມຕື່ມໃນສາຍພົວພັນປ້ອງກັນຊາດສອງຝ່າຍ.
ພົນໂທ ຫງວຽນເຈື່ອງທັ໊ງ ຍັງໄດ້ສະແດງຄວາມປາຖະໜາ ທີ່ຈະຕ້ອນຮັບທ່ານ Chan Chun Sing, ການນຳກະຊວງປ້ອງກັນຊາດ ແລະ ກອງທັບສິງກະໂປ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3, ຈັດຂຶ້ນແຕ່ວັນທີ 10-13/12 ຢູ່ຮ່າໂນ້ຍ; ພ້ອມທັງຍິນດີຕ້ອນຮັບບັນດາວິສາຫະກິດປ້ອງກັນຊາດສິງກະໂປ ເຂົ້າຮ່ວມວາງສະແດງຢູ່ງານດັ່ງກ່າວ.
ທ່ານ Chan Chun Sing ໃຫ້ຮູ້ວ່າ ສິງກະໂປຈະສົ່ງຄະນະຂັ້ນສູງຂອງກະຊວງປ້ອງກັນຊາດເຂົ້າຮ່ວມງານວາງສະແດງ ແລະ ທ່ານຈະໄປຢ້ຽມຢາມຫວຽດນາມຢ່າງເປັນທາງການໃນໄວໆນີ້ ໃນເວລາທີ່ເໝາະສົມ.
ເປີດກວ້າງພື້ນທີ່ຮ່ວມມືປ້ອງກັນຊາດ
ຕອນບ່າຍວັນດຽວກັນ, ພົນໂທ ຫງວຽນເຈື່ອງທັ໊ງ ແລະ ທ່ານ Joseph Leong Weng Keong, ເລຂາທິການປະຈຳກະຊວງປ້ອງກັນຊາດສິງກະໂປ ໄດ້ເປັນປະທານຮ່ວມການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ ຄັ້ງທີ 17.
ພົນໂທ ຫງວຽນເຈື່ອງທັ໊ງ ເນັ້ນໜັກວ່າ ການສົນທະນາ ຄັ້ງທີ 17 ມີຄວາມໝາຍສຳຄັນໃນການຜັນຂະຫຍາຍຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງສອງປະເທດ, ກໍຄື ແຜນການຮ່ວມມື 3 ປີ ໄລຍະ 2026-2028 ລະຫວ່າງສອງກະຊວງປ້ອງກັນຊາດ.
ພົນໂທ ໄດ້ສະແດງຄວາມຂອບໃຈ ຕໍ່ກະຊວງປ້ອງກັນຊາດສິງກະໂປ ທີ່ໄດ້ຮັບນາຍທະຫານຫວຽດນາມໄປປະຕິບັດງານຢູ່ສູນແບ່ງປັນຂໍ້ມູນ IFC; ພ້ອມທັງໃຫ້ຮູ້ວ່າ ກະຊວງປ້ອງກັນຊາດຫວຽດນາມ ເຊີນຝ່າຍສິງກະໂປສືບຕໍ່ສົ່ງນາຍທະຫານເຂົ້າຮ່ວມບັນດາຫຼັກສູດພາສາຫວຽດນາມ ແລະ ຫຼັກສູດເຈົ້າໜ້າທີ່ປ້ອງກັນຊາດສາກົນ.
ທ່ານ Joseph Leong Weng Keong, ເລຂາທິການປະຈຳກະຊວງປ້ອງກັນຊາດສິງກະໂປ ຢືນຢັນວ່າ ຫວຽດນາມ ແລະ ສິງກະໂປ ມີສາຍພົວພັນຮ່ວມມືສອງຝ່າຍທີ່ດີງາມ, ບັນດາຂົງເຂດຮ່ວມມືນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ໃນນັ້ນ ການຮ່ວມມືປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳ.
ຕາມທ່ານ Joseph Leong Weng Keong, ການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ ໄດ້ຮັບການເປີດກວ້າງຜ່ານຫຼາຍຊ່ອງທາງ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ, ຜ່ານນັ້ນ ສ້າງພື້ນຖານໃຫ້ຫວຽດນາມ ແລະ ສິງກະໂປ ເປີດກວ້າງພື້ນທີ່ຮ່ວມມື, ມຸ່ງໄປສູ່ບັນດາຂົງເຂດໃໝ່ທີ່ເປັນຮູບປະທຳຫຼາຍຂຶ້ນ, ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະຝ່າຍ ແລະ ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ.
ໃນໄລຍະຕໍ່ໄປ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືທີ່ມີຄວາມໄວ້ວາງໃຈ, ຮອບດ້ານ, ເປັນຮູບປະທຳ, ສຸມໃສ່ການແລກປ່ຽນຄະນະບັນດາຂັ້ນ; ການພົບປະ, ຕິດຕໍ່ຂັ້ນສູງ ແລະ ບັນດາຂັ້ນ; ສົ່ງເສີມປະສິດທິຜົນບັນດາກົນໄກປຶກສາຫາລື, ສົນທະນາທີ່ມີຢູ່, ໂດຍສະເພາະ ການສົນທະນານະໂຍບາຍປ້ອງກັນຊາດລະດັບລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຊາດ; ຝຶກອົບຮົມຊັບພະຍາກອນມະນຸດ; ຮ່ວມມື, ແລກປ່ຽນລະຫວ່າງກອງທັບເຮືອ, ກອງທັບອາກາດ, ຕຳຫຼວດທະເລ; ສົ່ງກຳປັ່ນຢ້ຽມຢາມມິດຕະພາບ; ແລກປ່ຽນນາຍທະຫານໜຸ່ມລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ; ຮ່ວມມືດ້ານຄວາມໝັ້ນຄົງໄຊເບີ; ເປັນເຈົ້າການປຶກສາຫາລື ແລະ ສະໜັບສະໜູນກັນ ໃນຂອບການທະຫານ - ປ້ອງກັນຊາດ ASEAN.
ທີ່ການສົນທະນາ, ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບສະພາບໂລກ, ພາກພື້ນ ແລະ ບັນດາບັນຫາທີ່ສອງຝ່າຍສົນໃຈຮ່ວມກັນ, ຜ່ານນັ້ນ ສືບຕໍ່ປັບປຸງຄວາມຮັບຮູ້ຮ່ວມ, ເພີ່ມທະວີຄວາມໄວ້ວາງໃຈ ແລະ ການປະສານງານໃນບັນດາກົນໄກປ້ອງກັນຊາດຫຼາຍຝ່າຍ, ໂດຍສະເພາະ ໃນຂອບ ASEAN.
ກ່ຽວກັບບັນຫາທະເລຕາເວັນອອກ, ຫວຽດນາມຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍ ຄື ແກ້ໄຂບັນດາຄວາມເຫັນແຕກຕ່າງດ້ວຍມາດຕະການສັນຕິ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS); ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ, ຄົບຖ້ວນ, ພ້ອມທັງສ້າງປະມວນກົດລະບຽບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່ເປັນຮູບປະທຳ ແລະ ມີປະສິດທິຜົນ.
ຍສໝ - ຫວຽດນາມ ແລະ ສິງກະໂປ ໄດ້ຜັນຂະຫຍາຍການຊຳລະເງິນ QR ຂ້າມຊາຍແດນຢ່າງເປັນທາງການ, ສະແດງໃຫ້ເຫັນເຖິງບາດກ້າວຂະຫຍາຍຕົວໃໝ່ ພາຍໃນການເຊື່ອມຕໍ່ໂຄງລ່າງພື້ນຖານການຊຳລະເງິນຂາຍຍ່ອຍ ລະຫວ່າງ ສອງປະເທດ. ການບໍລິການດັ່ງກ່າວ ໄດ້ຮັບການຄາດຫວັງວ່າຈະຊຸກຍູ້ການຄ້າ, ການທ່ອງທ່ຽວ, ເສດຖະກິດດິຈິຕອນ, ໃນຂະນະດຽວກັນ ກໍນຳມາເຊິ່ງປະສົບການການຊຳລະເງິນທີ່ວ່ອງໄວ, ສະດວກສະບາຍ ແລະ ມີຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້. |
ຍສໝ - ທີ່ງານພົບປະເນື່ອງໃນໂອກາດລະນຶກຄົບຮອບ 61 ປີ ວັນຊາດສາທາລະນະລັດສິງກະໂປ ໃນຕອນເຊົ້າວັນທີ 19/8 ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ສະເໜີສ້າງ “ພື້ນທີ່ວັດທະນະທຳ ແລະ ມິດຕະພາບ ຫວຽດນາມ - ສິງກະໂປ”, ແນໃສ່ສ້າງສະຖານທີ່ເຊື່ອມຕໍ່ເປັນປະຈຳລະຫວ່າງປະຊາຄົມຂອງສອງປະເທດ. |
ມິງດຶກ
