| ສ້າງຂີດຄວາມສາມາດແຫ່ງຊາດໃນຮູບແບບການພັດທະນາໃໝ່ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນພັດທະນາປະເທດ |
ວຽກງານນິຕິບັນຍັດມີປະລິມານຫຼາຍເປັນພິເສດ
ໃນໄລຍະ 17 ວັນ, ບັນດາຜູ້ແທນໄດ້ເຮັດວຽກຢ່າງຕໍ່ເນື່ອງ ລວມທັງໃນວັນພັກທ້າຍອາທິດ ແລະ ຫຼາຍຊ່ວງເວລານອກໂມງ. ໃນບັນດາວາລະປຶກສາຫາລືຕາມໜ່ວຍ ມີຄຳເຫັນ 2.680 ເທື່ອ; ມີຄຳເຫັນໂຕ້ວາທີ ແລະ ປະກອບໂດຍກົງຢູ່ຫໍປະຊຸມ 535 ເທື່ອ.
ທ່ານ ຫງວຽນຫງອກຫວຽດ, ຜູ້ແທນສະພາແຫ່ງຊາດຄະນະຮ່າໂນ້ຍ ຕີລາຄາວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນໃນການຫັນບັນດາມະຕິ, ບົດສະຫຼຸບຂອງກົມການເມືອງ ແລະ ຄະນະບໍລິຫານງານສູນກາງພັກ ເປັນລະອຽດຢ່າງທັນການ, ນຳນະໂຍບາຍເຂົ້າສູ່ຊີວິດຕົວຈິງຢ່າງວ່ອງໄວ. ການຮ່ວມເດີນທາງລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ ທັງຮັບປະກັນຄວາມຄືບໜ້າ, ຂັ້ນຕອນການສ້າງກົດໝາຍ ແລະ ທັງສ້າງຂອບກົດໝາຍຮັບໃຊ້ການພັດທະນາປະເທດ.
ທ່ານ ເຈິ່ນຮວ່າງເງິນ, ຜູ້ແທນຄະນະນະຄອນໂຮ່ຈິມິນ ປະທັບໃຈຕໍ່ຄວາມພະຍາຍາມເຮັດວຽກຢ່າງຕໍ່ເນື່ອງຂອງສະພາແຫ່ງຊາດ, ຜ່ານນັ້ນສະແດງເຖິງຈິດໃຈເປັນເຈົ້າການໃນການກວດກາຄືນລະບົບກົດໝາຍ, ຮັບປະກັນຄວາມສອດຄ່ອງ, ໂປ່ງໃສ ແລະ ງ່າຍຕໍ່ການປະຕິບັດ. ທ່ານ ຮວ່າງວັນເຫງ້ຍ, ຜູ້ແທນຄະນະກວາງຫງາຍ ຕີລາຄາວ່າ ບັນດາຮ່າງກົດໝາຍທີ່ໄດ້ຮັບການພິຈາລະນາມີຄຸນນະພາບສູງ, ຖືກຕ້ອງຕາມລຳດັບຂັ້ນຕອນ ແລະ ເຕັກນິກ.
ກອງປະຊຸມຍັງໄດ້ບັນທຶກການນຳໃຊ້ຂໍ້ມູນຂະໜາດໃຫຍ່ (Big Data) ແລະ ປັນຍາປະດິດ (AI) ເຂົ້າໃນການວິເຄາະ, ສັງລວມ ແລະ ປະມວນຄຳເຫັນ, ຊ່ວຍໃຫ້ວຽກງານດຳເນີນໄປຢ່າງວ່ອງໄວ ແລະ ຊັດເຈນ.
ຈິດໃຈດັ່ງກ່າວຖືກສະແດງອອກຜ່ານຄຳເຫັນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ທີ່ວ່າ: ຕ້ອງຜ່ານວຽກງານຕົວຈິງຈຶ່ງສາມາດຕີລາຄາໄດ້ເຖິງຄວາມສາມາດ, ລະດັບຄວາມຮູ້ ແລະ ຈິດໃຈຮັບຜິດຊອບ; ວຽກງານຍິ່ງຫຍຸ້ງຍາກ, ຄວາມກົດດັນຍິ່ງສູງ ກໍຍິ່ງສະແດງເຖິງຄວາມໜັກແໜ້ນ ແລະ ຄວາມສາມາດ, ໂດຍສະເພາະໃນຊ່ວງເວລາທີ່ຫຍຸ້ງຍາກ ແລະ ມີວຽກງານຫຼວງຫຼາຍ.
ໃນຄວາມພະຍາຍາມແກ້ໄຂບັນດາອຸປະສັກດ້ານລະບອບກົນໄກ, ສະພາແຫ່ງຊາດໄດ້ຮັບຮອງກົດໝາຍ 15 ສະບັບ, ມະຕິທີ່ມີລັກສະນະເປັນກົດໝາຍ 6 ສະບັບ ແລະ ໃຫ້ຄຳເຫັນຄັ້ງທຳອິດຕໍ່ຮ່າງກົດໝາຍອີກ 7 ສະບັບ.
ຕາມທ່ານ ບຸ່ຍຮວ່າຍເຊີນ, ຜູ້ແທນຄະນະຮ່າໂນ້ຍ, ຫຼາຍນະໂຍບາຍພິເສດໄດ້ຮັບການຮັບຮອງ ເພື່ອແກ້ໄຂບັນດາຂອດອຸດຕັນທີ່ມີຢູ່, ພ້ອມທັງສ້າງຂອບກົດໝາຍທີ່ໝັ້ນຄົງ ແລະ ມີລັກສະນະສ້າງສັນ ເພື່ອການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານນາງ ຈິ້ງທິຕູ໊ແອງ, ຜູ້ແທນຄະນະເລິມດົ່ງ ເຫັນວ່າ ການທີ່ສະພາແຫ່ງຊາດເປັນເຈົ້າການປະສານສົມທົບກັບລັດຖະບານ ເພື່ອແກ້ໄຂບັນດາຂໍ້ຕິດຂັດດ້ານລະບອບກົນໄກ ຈະປະກອບສ່ວນປັບປຸງຂອບກົດໝາຍໃຫ້ສົມບູນ ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ.
ແນວຄິດໜຶ່ງທີ່ສອດຫ້ອຍຕະຫຼອດບັນດາກົດໝາຍທີ່ໄດ້ຮັບຮອງ ແມ່ນການຊຸກຍູ້ການແບ່ງຂັ້ນ ແລະ ມອບສິດອຳນາດ. ກົດໝາຍວ່າດ້ວຍການພັດທະນາຕົວເມືອງ ໄດ້ເພີ່ມຫຼາຍເນື້ອໃນການແບ່ງຂັ້ນໃຫ້ສະພາປະຊາຊົນບັນດານະຄອນອອກລະບຽບການໄດ້ ໂດຍບໍ່ຕ້ອງລໍຖ້າດຳລັດ. ນະຄອນໂຮ່ຈິມິນ ເປັນຄັ້ງທຳອິດໄດ້ຮັບກົນໄກແບ່ງຂັ້ນ, ມອບສິດອຳນາດແບບ “ຄົບຊຸດ” ເພື່ອເປັນເຈົ້າການແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ສົ່ງເສີມບົດບາດເປັນສູນກາງດ້ານການເງິນ, ເສດຖະກິດ ແລະ ດຶງດູດນັກລົງທຶນຍຸດທະສາດ.
ຄຽງຄູ່ກັບນັ້ນແມ່ນການຕັດຫຼຸດລະບຽບຂັ້ນຕອນບໍລິຫານ. ທ່ານ ຟານດຶກຮ໊ຽວ, ຜູ້ແທນຄະນະຮຶງອຽນ ເຫັນວ່າ ກອງປະຊຸມໄດ້ນຳມາເຊິ່ງຫຼາຍຜົນສຳເລັດທີ່ເປັນຮູບປະທຳ ດ້ວຍການຕັດຫຼຸດເງື່ອນໄຂທາງທຸລະກິດໃນຂົງເຂດກະສິກຳ, ຊັບພະຍາກອນ ແລະ ສິ່ງແວດລ້ອມ, ພ້ອມທັງຊຸກຍູ້ການຍົກເວັ້ນ, ຫຼຸດຜ່ອນພາສີໃຫ້ບຸກຄົນ, ຄົວເຮືອນປະກອບທຸລະກິດ ແລະ ວິສາຫະກິດຂະໜາດນ້ອຍ.
ທ່ານ ຮວ່າງວັນເຫງ້ຍ ຕີລາຄາວ່າ ຂໍ້ສະເໜີຫຼຸດຜ່ອນພາສີລາຍໄດ້ບຸກຄົນ ແລະ ພາສີລາຍໄດ້ວິສາຫະກິດ ແມ່ນ “ຢາບຳລຸງ” ທີ່ທັນການ, ຊ່ວຍໜູນວິສາຫະກິດຟື້ນຕົວພາຍຫຼັງການຂາດຕອນຂອງລະບົບຕ່ອງໂສ້ສະໜອງ ແລະ ຄວາມຜັນຜວນຂອງເສດຖະກິດໂລກ, ກະຕຸ້ນການບໍລິໂພກພາຍໃນປະເທດ, ມຸ່ງໄປສູ່ເປົ້າໝາຍການເຕີບໂຕສອງຕົວເລກ.
![]() |
| ທ່ານ ເຈິ່ນແທງເໝິນ, ປະທານສະພາແຫ່ງຊາດຫວຽດນາມ ກ່າວປາໄສທີ່ວາລະປິດກອງປະຊຸມວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI. |
ນະໂຍບາຍຕັດສິນໃຈກ່ຽວກັບໂຄງລ່າງພື້ນຖານ ແລະ ການພັດທະນາວັດທະນະທຳ - ສັງຄົມ
ນອກຈາກວຽກງານສ້າງກົດໝາຍແລ້ວ, ສະພາແຫ່ງຊາດຍັງໄດ້ພິຈາລະນາ, ຕັດສິນຮັບຮອງ 7 ມະຕິສຳຄັນທີ່ມີລັກສະນະຍຸດທະສາດໄລຍະຍາວ, ໃນນັ້ນມີບັນດາໂຄງການຄົມມະນາຄົມຈຸດສຸມທີ່ເຊື່ອມຕໍ່ບັນດາເຂດ.
ສະພາແຫ່ງຊາດຕັດສິນນະໂຍບາຍລົງທຶນໂຄງການກໍ່ສ້າງຖະໜົນວົງແຫວນ 5 - ເຂດນະຄອນຫຼວງຮ່າໂນ້ຍ ມີຄວາມຍາວປະມານ 349 ກິໂລແມັດ, ຜ່ານ 7 ແຂວງ, ນະຄອນ; ຄາດຄະເນເບື້ອງຕົ້ນມີຍອດເງິນລົງທຶນຫຼາຍກວ່າ 288.000 ຕື້ດົ່ງ. ໂຄງການຄາດວ່າຈະເລີ່ມປະຕິບັດແຕ່ປີ 2027 ແລະ ສູ້ຊົນສຳເລັດທົ່ວທັງເສັ້ນກ່ອນປີ 2035.
ສະພາແຫ່ງຊາດຍັງໄດ້ຮັບຮອງມະຕິປັບປຸງນະໂຍບາຍລົງທຶນໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລະ ມະຕິກ່ຽວກັບການແຍກໂຄງການໄຟຟ້ານິວເຄຼຍ ນິງທ້ວນ ອອກເປັນບັນດາໂຄງການເອກະລາດ.
ຕອນບ່າຍວັນທີ 24 ສິງຫາ, ສະພາແຫ່ງຊາດໄດ້ຮັບຮອງມະຕິອະນຸມັດນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳ - ສັງຄົມ, ຊົນນະບົດ, ຊົນເຜົ່າ ແລະ ເຂດພູດອຍ ໄລຍະ 2026 - 2035.
ໂຄງການນີ້ໄດ້ຮວມເອົາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025 - 2035; ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫັນເປັນທັນສະໄໝ, ຍົກສູງຄຸນນະພາບການສຶກສາ ແລະ ການຝຶກອົບຮົມ ໄລຍະ 2026 - 2035; ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າ ແລະ ເຂດພູດອຍ ໄລຍະ 2026 - 2035; ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການດູແລສຸຂະພາບ, ປະຊາກອນ ແລະ ການພັດທະນາ ໄລຍະ 2026 - 2035 ເຂົ້າເປັນໂຄງການດຽວ.
ພ້ອມກັນນັ້ນ, ສະພາແຫ່ງຊາດຍັງໄດ້ຮັບຮອງບັນດາມະຕິກ່ຽວກັບການສ້າງນະຄອນກວາງນິງ ແລະ ນະຄອນບັກນິງ ເປັນນະຄອນຂຶ້ນກັບສູນກາງ, ເຮັດໃຫ້ຈຳນວນນະຄອນຂຶ້ນກັບສູນກາງຂອງທົ່ວປະເທດເພີ່ມຂຶ້ນເປັນ 9 ແຫ່ງ; ພ້ອມທັງດຳເນີນວຽກງານບຸກຄະລາກອນຕາມສິດອຳນາດຢ່າງຮັດກຸມ, ຖືກຕ້ອງຕາມຂັ້ນຕອນ ແລະ ໄດ້ຮັບຄວາມເຫັນພ້ອມສູງ.
ກ່າວປາໄສປິດກອງປະຊຸມ, ທ່ານ ເຈິ່ນແທງເໝິນ, ປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ວຽກງານຈັດຕັ້ງປະຕິບັດບັນດານະໂຍບາຍຕັດສິນໃຈຂອງສະພາແຫ່ງຊາດ ຕ້ອງດຳເນີນຢ່າງພ້ອມພຽງ, ຮີບດ່ວນ ແລະ ເປັນລະບົບ. ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງເປັນເຈົ້າການອອກເອກະສານໃຫ້ຄົບຖ້ວນຕາມສິດອຳນາດ ແລະ ກະກຽມເງື່ອນໄຂຕ່າງໆ ເພື່ອປະຕິບັດກົດໝາຍ, ມະຕິ ທັນທີເມື່ອມີຜົນບັງຄັບໃຊ້.
ອີກບໍ່ເຖິງສອງເດືອນ, ສະພາແຫ່ງຊາດຊຸດທີ XVI ຈະດຳເນີນກອງປະຊຸມສາມັນຄັ້ງທີ 2, ເຊິ່ງຄາດວ່າຈະພິຈາລະນາ, ຮັບຮອງວຽກງານນິຕິບັນຍັດໃນປະລິມານຫຼາຍເປັນພິເສດ. ທ່ານ ເຈິ່ນແທງເໝິນ ສະເໜີໃຫ້ບັນດາອົງການຮັກສາຈັງຫວະການເຮັດວຽກຢ່າງຮີບດ່ວນ, ເປັນເຈົ້າການ ແລະ ເປັນວິທະຍາສາດ; ກະກຽມເນື້ອໃນທີ່ຈະສະເໜີຕໍ່ສະພາແຫ່ງຊາດໃຫ້ລະອຽດຮອບຄອບແຕ່ຫົວທີ, ຮັບປະກັນຄຸນນະພາບ, ຄວາມຄືບໜ້າ ແລະ ຂັ້ນຕອນ.
ບັນດານະໂຍບາຍຕັດສິນໃຈທີ່ໄດ້ຮັບຮອງໃນກອງປະຊຸມວິສາມັນຄັ້ງທີ 1 ໄດ້ສ້າງພື້ນຖານດ້ານກົດໝາຍໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຜັນຂະຫຍາຍໜ້າທີ່ໃນບັນດາເດືອນທ້າຍປີ 2026, ມຸ່ງໄປສູ່ເປົ້າໝາຍການເຕີບໂຕສອງຕົວເລກ ແລະ ບັນດາເປົ້າໝາຍພັດທະນາໄລຍະ 2026 - 2030.
ຍສໝ - ວັນທີ 18/8 ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Rolf Mutzenich, ສະມາຊິກສະພາ, ກຳມະການຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດສະຫະພັນເຢຍລະມັນ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ເຢຍລະມັນ ນັບມື້ນັບເລິກເຊິ່ງ, ໂດຍສຸມໃສ່ການລົງທຶນ, ການສຶກສາ - ຝຶກອົບຮົມ, ວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ສ້າງສັນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. |
ຍສໝ - ຊ່ຽວຊານຫຼາຍທ່ານເຫັນວ່າ ມະຕິເລກທີ 06-NQ/TW ໄດ້ຮັບການປະກາດໃຊ້ຢ່າງທັນການ, ສະແດງຢ່າງຈະແຈ້ງເຖິງຄວາມເປັນເຈົ້າການຂອງຫວຽດນາມໃນວຽກງານການຕ່າງປະເທດ ຕໍ່ໜ້າບັນດາການຜັນແປຂອງສະພາບການໂລກທີ່ຍາກຈະຄາດຄະເນ, ພ້ອມກັນນັ້ນກໍເປີດກວ້າງພື້ນທີ່ການພັດທະນາໃໝ່ ແລະ ຄວາມສາມາດດຶງດູດບັນດາແຫຼ່ງກຳລັງເພື່ອຮັບໃຊ້ການພັດທະນາປະເທດ. |
ມິງດຶກ
