ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄລຍະ 2019-2026:
[Infographic] ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຕ່າງປະເທດປະຊາຊົນສອງຝ່າຍ
ຍສໝ - ຢູ່ຂັ້ນສູນກາງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສ້າງສັນ, ສ້າງບັນດາກົນໄກແລກປ່ຽນສອງຝ່າຍຂະໜາດໃຫຍ່, ສົມທົບຢ່າງຄ່ອງຕົວລະຫວ່າງການປັບປຸງຄວາມໄວ້ວາງໃຈທາງການເມືອງ, ການສຶກສາປະເພນີມິດຕະພາບປະຊາຊົນ ກັບການເຊື່ອມໂຍງການຮ່ວມມືຢ່າງແທດຈິງ ໃນດ້ານເສດຖະກິດ, ການຫັນປ່ຽນດິຈິຕອນ, ການເຕີບໂຕສີຂຽວ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ. ຢູ່ຂັ້ນທ້ອງຖິ່ນ, ສະຫະພັນບັນດາອົງການມິດຕະພາບຂອງບັນດາແຂວງ, ນະຄອນ ໄດ້ເປັນເຈົ້າການຈັດບັນດາກິດຈະກຳມິດຕະພາບປະຈຳປີຢ່າງຕໍ່ເນື່ອງ ໂດຍມີເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ, ຫັນບັນດາກິດຈະກຳແລກປ່ຽນປະຊາຊົນຢູ່ຂັ້ນຮາກຖານ ໃຫ້ກາຍເປັນແຮງຊຸກຍູ້ທີ່ເປັນຮູບປະທຳ, ຮັບໃຊ້ໂດຍກົງຕໍ່ຄວາມຕ້ອງການດ້ານການເຊື່ອມໂຍງ, ດຶງດູດການລົງທຶນ ແລະ ດຶງດູດການຊ່ວຍເຫຼືອຂອງທ້ອງຖິ່ນເອງ.
ປັບປຸງວຽກງານການຕ່າງປະເທດປະຊາຊົນຢ່າງເຂັ້ມແຂງ ເພື່ອການພັດທະນາ ຍສໝ - ຕອນເຊົ້າວັນທີ 5 ສິງຫາ, ທີ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມການທູດ ຄັ້ງທີ 33, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມໃຫຍ່ກ່ຽວກັບວຽກງານການຕ່າງປະເທດຂອງພັກ ແລະ ວຽກງານການຕ່າງປະເທດປະຊາຊົນ ໃນຮູບແບບປະຊຸມໂດຍກົງຄວບຄູ່ກັບການປະຊຸມຜ່ານລະບົບອອນລາຍ ເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ທົ່ວປະເທດ ແລະ ບັນດາອົງການຜູ້ແທນ ຫວຽດນາມ ປະຈຳຕ່າງປະເທດ. |
“ຢືນຢັນຖານະ” ບົດບາດຂອງການຕ່າງປະເທດປະຊາຊົນ ຍສໝ - ພັກ ແລະ ລັດ ໄດ້ກຳນົດຢ່າງຈະແຈ້ງເຖິງບົດບາດ ແລະ ຄວາມສຳຄັນຂອງການຕ່າງປະເທດປະຊາຊົນ ໃນຍຸກແຫ່ງການກ້າວຂຶ້ນຂອງປະເທດຊາດ ເປັນແນວໃດ? |
ມິງດຶກ