| ການສຶກສາໃນຍຸກ AI ຕ້ອງມີພື້ນຖານແນວຄິດວິພາກວິຈານ ຫວຽດນາມຊອກຫາທ່າແຮງສະເພາະຂອງຕົນໃນແຜນທີ່ AI ທົ່ວໂລກ |
ຊຸກຍູ້ຂີດຄວາມສາມາດຫຼັກ
ໃນການເຮັດວຽກຫວ່າງມໍ່ໆມານີ້ກັບ ທ່ານ ຫວູຫາຍກວັນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ Vikram Rao, ຮອງປະທານ ຄວບຕຳແໜ່ງຜູ້ອຳນວຍການ Nvidia ປະຈຳພາກພື້ນອາຊຽນ ໄດ້ສະເໜີ 4 ທິດທາງການຮ່ວມມືກັບຫວຽດນາມ.
ກ່ອນອື່ນໝົດ, Nvidia ສະເໜີໃຫ້ປະສານສົມທົບກັນສ້າງແບບຈຳລອງພາສາຂະໜາດໃຫຍ່ (LLM) ທີ່ຫວຽດນາມເປັນເຈົ້າການ, ເໝາະສົມກັບຂໍ້ມູນ, ພາສາ ແລະ ຄວາມຕ້ອງການພາຍໃນປະເທດ ບົນພື້ນຖານບັນດາແບບຈຳລອງໂອເພນຊອດ ແລະ ເຄື່ອງມືທີ່ Nvidia ພັດທະນາ.
ກ່ຽວກັບໂຄງລ່າງ AI ແລະ ຂີດຄວາມສາມາດ GPU (Graphics Processing Unit - ໜ່ວຍປະມວນຜົນກາຟິກ), ປັດຈຸບັນ ຫວຽດນາມມີ GPU ປະມານ 10.000-15.000 ໜ່ວຍ, ໃນຂະນະທີ່ ສ.ເກົາຫຼີ ມີ 50.000-60.000 ໜ່ວຍ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 200.000-250.000 ໜ່ວຍ ໃນ 5 ປີຕໍ່ໜ້າ. Nvidia ສະເໜີໃຫ້ຫວຽດນາມສ້າງແຜນພັດທະນາຂີດຄວາມສາມາດການຄຳນວນ AI ໃນລະດັບຊາດ, ເພື່ອຮັບໃຊ້ອົງການລັດ, ວິສາຫະກິດ, ມະຫາວິທະຍາໄລ ແລະ ກິດຈະກຳຄົ້ນຄວ້າ, ພັດທະນາ.
Nvidia ຍັງສະເໜີໃຫ້ຂະຫຍາຍບັນດາໂຄງການຝຶກອົບຮົມຢູ່ຫວຽດນາມໃນລະດັບຊາດ, ເຊື່ອມສານເຂົ້າໃນຫຼັກສູດການຮຽນການສອນໃຫ້ເລິກເຊິ່ງກວ່າເກົ່າ; ສະໜັບສະໜູນບັນດານັກວິທະຍາສາດ, ນັກສຶກສາປະລິນຍາເອກ ແລະ ນັກສຶກສາ ເຂົ້າຮ່ວມລະບົບນິເວດ AI ຂອງ Nvidia. ອີກທິດທາງໜຶ່ງແມ່ນເຊື່ອມຕໍ່ລະບົບນິເວດ AI ຂອງຫວຽດນາມກັບລະບົບນິເວດທົ່ວໂລກ, ນຳຜະລິດຕະພັນ, ວິສາຫະກິດ ແລະ ຂີດຄວາມສາມາດ AI ຂອງຫວຽດນາມເຂົ້າຮ່ວມຕະຫຼາດອາຊຽນໃຫ້ເລິກເຊິ່ງກວ່າເກົ່າ, ຈາກນັ້ນຈຶ່ງຂະຫຍາຍອອກສູ່ສາກົນ.
ບັນດາຂໍ້ສະເໜີນີ້ສອດຄ່ອງກັບທິດທາງຫັນ AI ຈາກເຕັກໂນໂລຊີທີ່ນຳໃຊ້ໃນແຕ່ລະຜະລິດຕະພັນ, ການບໍລິການ ໄປສູ່ການເປັນຂີດຄວາມສາມາດດ້ານເຕັກໂນໂລຊີຂອງຊາດ. ສິ່ງນີ້ຮຽກຮ້ອງໃຫ້ຫວຽດນາມມີຄວາມສາມາດໃນການຄົ້ນຄວ້າ, ພັດທະນາ, ດັດປັບ, ປະເມີນ ແລະ ດຳເນີນບັນດາແບບຈຳລອງທີ່ເໝາະສົມກັບຂໍ້ມູນ, ພາສາ ແລະ ບັນດາໂຈດສະເພາະ.
ຕາມ ທ່ານ ປອ. ເຈິ່ນແອັງຕູ໊, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຮ່າງຍຸດທະສາດຫັນປ່ຽນ AI ແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045 ໄດ້ກຳນົດທັດສະນະຫຼັກແມ່ນ “ຫັນປ່ຽນຢ່າງຮອບດ້ານດ້ວຍ AI”. ແທນທີ່ຈະນຳ AI ເຂົ້າໃນແຕ່ລະຜະລິດຕະພັນ, ການບໍລິການ ຫຼື ຂັ້ນຕອນແບບແຍກສ່ວນ, ເຕັກໂນໂລຊີນີ້ຖືກກຳນົດທິດໃຫ້ກາຍເປັນຂີດຄວາມສາມາດຫຼັກ ນັບແຕ່ການກຳນົດບັນຫາ, ອອກແບບລະບົບ ຈົນເຖິງການດຳເນີນງານ.
ໃນພາກລັດ, ຮ່າງຍຸດທະສາດວາງເປົ້າໝາຍຮອດປີ 2030 ໃຫ້ການບໍລິການສາທາລະນະອອນລາຍ ແລະ ສຳນວນຂັ້ນຕອນບໍລິຫານທັງໝົດໄດ້ຮັບການຊ່ວຍເຫຼືອຈາກ AI; ທຸກກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ອອກແຜນຫັນປ່ຽນ AI; 60% ຂອງການຕັດສິນໃຈຊີ້ນຳ, ບໍລິຫານຂອງອົງການລັດ ມີການຊ່ວຍໜູນຈາກຂໍ້ມູນ ແລະ AI.
ໃນພາກເອກະຊົນ, ໄດ້ວາງເປົ້າໝາຍໃຫ້ AI ຊ່ວຍໜູນວິສາຫະກິດຂະໜາດກາງ ແລະ ນ້ອຍ, ຄົວເຮືອນປະກອບທຸລະກິດ ແລະ ສະຫະກອນ ຢ່າງໜ້ອຍ 500.000 ແຫ່ງ; ຫວຽດນາມມີ startup AI ທີ່ມີມູນຄ່າຫຼາຍກວ່າ 10 ລ້ານ USD ຢ່າງໜ້ອຍ 100 ແຫ່ງ. ຮ່າງຍຸດທະສາດຍັງສະເໜີສ້າງ 1 ແພລດຟອມປະສານຂີດຄວາມສາມາດການຄຳນວນແຫ່ງຊາດ, 1 ແພລດຟອມປະເມີນແບບຈຳລອງພາສາຫວຽດ, ຢ່າງໜ້ອຍ 5 ແພລດຟອມ AI ໃຊ້ຮ່ວມກັນ ແລະ 8 ແບບຈຳລອງພາສາຫວຽດ.
ເປົ້າໝາຍລວມແມ່ນໃຫ້ AI ປະກອບສ່ວນປະມານ 6% ຂອງ GDP ແລະ ນຳຫວຽດນາມເຂົ້າສູ່ 3 ອັນດັບຕົ້ນຂອງອາຊຽນ ດ້ານການຄົ້ນຄວ້າ, ພັດທະນາ AI. ຮອດປີ 2045, ຫວຽດນາມມຸ່ງສູ່ການເຂົ້າກຸ່ມ 10 ປະເທດນຳໜ້າຂອງອາຊີດ້ານຂີດຄວາມສາມາດ AI, ເຮັດໃຫ້ AI ກາຍເປັນພື້ນຖານຫຼັກໃນການດຳເນີນງານຂອງລັດ, ເສດຖະກິດ ແລະ ສັງຄົມ.
![]() |
| ນັກສຶກສາຝຶກປະຕິບັດການຄົ້ນຄວ້າ ທີ່ສູນຝຶກອົບຮົມເຂດເຕັກໂນໂລຊີສູງ ນະຄອນໂຮ່ຈິມິນ. |
ຂໍ້ມູນເປັນພື້ນຖານໃຫ້ AI
ທ່ານ ພັນໂທ ດ່າວດິ່ງນາມ, ຮອງຫົວໜ້າຫ້ອງການສັງລວມແຜນງານ, ສູນຂໍ້ມູນແຫ່ງຊາດ (ກະຊວງຕຳຫຼວດ), ເຫັນວ່າ AI ຈະສາມາດສ້າງຄຸນຄ່າທີ່ຍືນຍົງໄດ້ ກໍຕໍ່ເມື່ອຖືກພັດທະນາເທິງພື້ນຖານຂໍ້ມູນທີ່ຖືກຕ້ອງ, ຄົບຖ້ວນ, ສະອາດ, ມີຊີວິດ, ເປັນເອກະພາບ, ໃຊ້ຮ່ວມກັນໄດ້ ແລະ ສາມາດກວດສອບທີ່ມາໄດ້.
ແບບຈຳລອງໜຶ່ງເຖິງແມ່ນມີຂີດຄວາມສາມາດປະມວນຜົນດີ ກໍຍັງສາມາດໃຫ້ຜົນທີ່ຂາດຄວາມຊັດເຈນ ຫຼື ມີປະສິດທິຜົນຕ່ຳໄດ້ ຖ້າຂໍ້ມູນຝຶກອົບຮົມຂາດຄວາມເປັນຕົວແທນ ຫຼື ບໍ່ໄດ້ຮັບການປັບປຸງ. ດັ່ງນັ້ນ, ຄຸນນະພາບຂອງ AI ຂຶ້ນກັບຕະຫຼອດສາຍການຄຸ້ມຄອງຂໍ້ມູນ, ນັບແຕ່ການເກັບກຳ, ມາດຕະຖານ, ຕິດປ້າຍຂໍ້ມູນ, ແບ່ງປັນ ຈົນເຖິງການຝຶກອົບຮົມ, ທົດສອບ ແລະ ຕິດຕາມໃນໄລຍະດຳເນີນງານ.
ສູນຂໍ້ມູນແຫ່ງຊາດກຳນົດບັນດາກຸ່ມຂໍ້ມູນທີ່ຕ້ອງໃຫ້ບູລິມະສິດ ລວມມີ ຂໍ້ມູນຮັບໃຊ້ແບບຈຳລອງພາສາຂະໜາດໃຫຍ່ພາສາຫວຽດ; ວິໄສທັດຄອມພິວເຕີ; ການທົດສອບ, ປະເມີນ; ບັນດາຂົງເຂດຈຳເປັນ ແລະ ຂໍ້ມູນປະເມີນລະດັບຄວາມປອດໄພ, ຄວາມໜ້າເຊື່ອຖື. ໃນນັ້ນມີ ຂໍ້ມູນສຳລັບຮັບຮູ້ຂ່າວປອມ, ຂໍ້ມູນຜິດພາດ, ກວດພົບຜະລິດຕະພັນສື່ປະສົມທີ່ສ້າງຂຶ້ນໂດຍ AI, ສະຖານະການໂຈມຕີ ແລະ ທົດສອບ AI, ຊອບແວອັນຕະລາຍ ແລະ ບັນດາໄພຄຸກຄາມຄວາມໝັ້ນຄົງໄຊເບີ.
ຄຽງຄູ່ກັບຂໍ້ມູນ, ໂຄງລ່າງທາງກາຍະພາບຮັບໃຊ້ AI ກໍພວມໄດ້ຮັບການເສີມຕື່ມ. ສູນຂໍ້ມູນແຫ່ງຊາດເລກທີ 1 ໄດ້ເປີດນຳໃຊ້ໃນເດືອນ 8/2025. ວິສາຫະກິດຫຼາຍແຫ່ງ ເຊັ່ນ Viettel, VNPT, FPT, CMC, VNG ກໍໄດ້ທະຍອຍນຳສູນຂໍ້ມູນຂະໜາດໃຫຍ່ ດ້ວຍເຕັກໂນໂລຊີທັນສະໄໝ ເຂົ້າໃຊ້ງານ.
ສະເພາະປີ 2025, Viettel ໄດ້ປະກາດເລີ່ມກໍ່ສ້າງສູນຂໍ້ມູນຂະໜາດມະຫາສານ 2 ແຫ່ງ: ແຫ່ງໜຶ່ງຢູ່ເຂດອຸດສາຫະກຳ ເຕິນຟູ໋ຈຸງ, ນະຄອນໂຮ່ຈິມິນ ມີເນື້ອທີ່ເກືອບ 4 ເຮັກຕາ, ກຳລັງອອກແບບລວມ 140 MW ແລະ ປະມານ 10.000 rack; ອີກແຫ່ງໜຶ່ງຢູ່ ອານແຄ໋ງ, ຮ່າໂນ້ຍ ມີເນື້ອທີ່ 1,9 ເຮັກຕາ, ມູນຄ່າລົງທຶນລວມ 17.500 ຕື້ດົ່ງ.
ນະຄອນໂຮ່ຈິມິນກໍພວມດຶງດູດຫຼາຍໂຄງການສູນຂໍ້ມູນຂະໜາດໃຫຍ່. ໂຄງການ Evolution DC Vietnam HCMC ຢູ່ເຂດເຕັກໂນໂລຊີສູງ ຕາແສງ ເຕິງເຍີນຟູ໋ ມີມູນຄ່າລົງທຶນລວມຫຼາຍກວ່າ 508 ລ້ານ USD, ມຸ່ງໄປສູ່ການສ້າງໂຄງລ່າງສຳລັບເກັບຮັກສາ ແລະ ປະມວນຜົນຂໍ້ມູນຂະໜາດໃຫຍ່, ຮັບໃຊ້ cloud computing ແລະ ຄ່ອຍໆສ້າງຂີດຄວາມສາມາດຈັດເກັບຂໍ້ມູນໃນລະດັບ exabyte. ປັດຈຸບັນ ນະຄອນມີສູນຂໍ້ມູນ 20 ແຫ່ງ ແລະ ມີ 9 ໂຄງການພວມຖືກສະເໜີ.
ພັດທະນາບຸກຄະລາກອນໃຫ້ສາມາດກຳເຕັກໂນໂລຊີ
ນອກຈາກແບບຈຳລອງ, ໂຄງລ່າງ ແລະ ຂໍ້ມູນແລ້ວ, ການພັດທະນາບຸກຄະລາກອນ AI ຍັງຖືກວາງໄວ້ໃນຄວາມເຊື່ອມໂຍງກັບຄວາມຕ້ອງການຕົວຈິງຂອງຕະຫຼາດ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສ້າງຕັ້ງເຄືອຂ່າຍຊ່ຽວຊານປັນຍາປະດິດຫວຽດນາມທົ່ວໂລກ ເພື່ອເຊື່ອມຕໍ່ຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດຊາວຫວຽດນາມທັງພາຍໃນ ແລະ ນອກປະເທດ, ລວມສູນແຫຼ່ງກຳລັງຄຸນນະພາບສູງໃນຂົງເຂດ AI.
ຕາມຂໍ້ຕົກລົງເລກທີ 1528/QĐ-TTg ກ່ຽວກັບໂຄງການແຫ່ງຊາດພັດທະນາບຸກຄະລາກອນປັນຍາປະດິດຮອດປີ 2030, ກຳນົດທິດຮອດປີ 2035, ຫວຽດນາມວາງເປົ້າໝາຍຝຶກອົບຮົມໃໝ່, ຝຶກອົບຮົມປ່ຽນສາຍ ແລະ ບຳລຸງຍົກລະດັບ ຢ່າງໜ້ອຍ 50.000 ບຸກຄະລາກອນລະດັບມະຫາວິທະຍາໄລຂຶ້ນໄປ ທີ່ມີຄວາມສາມາດນຳໃຊ້ AI ໃນບັນດາຂະແໜງ ແລະ ຂົງເຂດຈຸດສຸມ.
ໂຄງການຍັງມຸ່ງໄປສູ່ການຝຶກອົບຮົມ, ບຳລຸງຢ່າງໜ້ອຍ 10.000 ບຸກຄະລາກອນລະດັບສູງດ້ານ AI, ລວມມີນັກຄົ້ນຄວ້າ, ວິສະວະກອນ ແລະ ຊ່ຽວຊານ ທີ່ສາມາດຄົ້ນຄວ້າ, ພັດທະນາ, ກຳ, ນຳໃຊ້, ດຳເນີນງານ ແລະ ຄຸ້ມຄອງບັນດາລະບົບ AI ກ້າວໜ້າ. ໃນນັ້ນ, ຢ່າງໜ້ອຍ 1.500 ຊ່ຽວຊານ ສາມາດຄົ້ນຄວ້າ, ພັດທະນາ, ກຳເຕັກໂນໂລຊີຫຼັກ ແລະ ນຳພາບັນດາໜ້າທີ່ AI ຈຸດສຸມ.
ວິສາຫະກິດກໍຖືກກຳນົດເປັນຂໍ້ຕໍ່ໃຈກາງຂອງລະບົບນິເວດ. ແຜນງານສ້າງບັນດາວິສາຫະກິດເຕັກໂນໂລຊີຍຸດທະສາດຂະໜາດໃຫຍ່ພາຍໃນປະເທດ ໄລຍະ 2026-2030, ທີ່ໄດ້ຮັບອະນຸມັດຕາມຂໍ້ຕົກລົງເລກທີ 1091/QĐ-TTg ລົງວັນທີ 17/6/2026, ໄດ້ວາງເປົ້າໝາຍສ້າງຢ່າງໜ້ອຍ 10 ວິສາຫະກິດເຕັກໂນໂລຊີຍຸດທະສາດຂະໜາດໃຫຍ່ ທີ່ມີລາຍຮັບແຕ່ 1 ຕື້ USD/ປີ.
ພ້ອມກັນນັ້ນ, ຫວຽດນາມຍັງວາງເປົ້າໝາຍເຂົ້າກຸ່ມ 3 ປະເທດນຳໜ້າຂອງອາຊຽນ ດ້ານການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ AI; ພັດທະນາຢ່າງໜ້ອຍ 6 ລະບົບ AI ທີ່ອີງໃສ່ຂໍ້ມູນຫວຽດນາມ ເພື່ອຮັບໃຊ້ບັນດາຂົງເຂດຈຳເປັນ ລວມມີ ຕຸລາການ, ການເງິນ, ກະສິກຳ ແລະ ສິ່ງແວດລ້ອມ, ວັດທະນະທຳ, ການສຶກສາ ແລະ ສາທາລະນະສຸກ.
ນັບແຕ່ແບບຈຳລອງ, ຂໍ້ມູນ, ໂຄງລ່າງການຄຳນວນ ຈົນເຖິງບຸກຄະລາກອນ ແລະ ວິສາຫະກິດ, ບັນດາພື້ນຖານສຳລັບພັດທະນາ AI ພວມຄ່ອຍໆຖືກສ້າງຂຶ້ນ. ການກຳນົດທິດທາງສະເພາະສຳລັບແຕ່ລະບາດກ້າວພັດທະນາ ຈະສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມຍົກສູງຂີດຄວາມສາມາດກຳເຕັກໂນໂລຊີ, ຄ່ອຍໆສ້າງຜະລິດຕະພັນ ແລະ ເອກະລັກຂອງຕົນເອງ.
ຍສໝ - ວັນທີ 26 ມິຖຸນາ, ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານເຂົ້າຮ່ວມເວທີປາໄສນິຕິກຳສາກົນ Saint Petersburg ຄັ້ງທີ XIV, ທ່ານ ຫວາງແທັງຕຸ່ງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ເຮັດວຽກຮ່ວມກັບການນຳຄະນະພົວພັນຕ່າງປະເທດ Saint Petersburg ແລະ ຕາງໜ້າອົງການກົດໝາຍຂອງນະຄອນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືອັນແທ້ຈິງລະຫວ່າງ Saint Petersburg ກັບບັນດາທ້ອງຖິ່ນ, ອົງການ, ຈັດຕັ້ງຂອງ ຫວຽດນາມ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນຣັດເຊຍ ເລິກເຊິ່ງຂຶ້ນຕື່ມ. |
ຍສໝ - ໂຄງການ “ວັນແຫ່ງຫວຽດນາມ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ Baku, ນະຄອນຫຼວງຂອງ Azerbaijan, ແຕ່ວັນທີ 29/7 ຫາ 3/8, ໂດຍສະຖານທູດ Azerbaijan ປະຈຳຫວຽດນາມເປັນຜູ້ຈັດ. |
ມິງດຶກ
