| 81 ປີແຫ່ງວັນຊາດ 2/9: ຖະແຫຼງການເອກະລາດ - ຄົບໄຟສ່ອງທາງໃຫ້ແກ່ຊາດຫວຽດນາມ ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ເຕີບໂຕຢ່າງແຮງໃນໂອກາດວັນຊາດ, ຫຼາຍທ້ອງຖິ່ນມີລາຍຮັບເພີ່ມສູງ |
ວັນທີ 2/9/1945, ຢູ່ສະໜາມຫຼວງບາດິ່ງ, ປະທານ ໂຮ່ຈິມິນ ໄດ້ອ່ານ ຖະແຫຼງການເອກະລາດ, ປະກາດກຳເນີດສາທາລະນະລັດປະຊາທິປະໄຕຫວຽດນາມ. ເຫດການນີ້ບໍ່ພຽງແຕ່ເປີດສັງກາດໃໝ່ແຫ່ງເອກະລາດ, ເສລີພາບໃຫ້ແກ່ຊາດເທົ່ານັ້ນ, ຫາກຍັງເປັນຂີດໝາຍທີ່ຫວຽດນາມກ້າວເຂົ້າສູ່ປະຊາຄົມສາກົນ ໃນຖານະປະເທດເອກະລາດທີ່ມີອະທິປະໄຕ.
ນັບແຕ່ຊຸມມື້ທຳອິດຂອງຫວຽດນາມໃໝ່, ປະທານ ໂຮ່ຈິມິນ ໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ການສ້າງຕັ້ງ ແລະ ເປີດກວ້າງສາຍພົວພັນກັບໂລກ. ໃນແນວຄິດຂອງເພິ່ນ, ເອກະລາດບໍ່ໄດ້ໝາຍເຖິງການປິດປະເທດ ຫຼື ແຍກຕົນເອງອອກຈາກປະຊາຄົມສາກົນ. ກົງກັນຂ້າມ, ນັ້ນແມ່ນພື້ນຖານເພື່ອໃຫ້ຫວຽດນາມເປັນເຈົ້າການຊອກຫາເພື່ອນມິດ, ຍາດແຍ່ງຄວາມເຫັນດີເຫັນພ້ອມຂອງປະຊາຊົນໂລກ ແລະ ສ້າງສະພາບແວດລ້ອມສາກົນທີ່ສະດວກ ໃຫ້ແກ່ພາລະກິດສ້າງສາ ແລະ ປົກປ້ອງປະເທດ.
ແນວຄິດດັ່ງກ່າວ ຖືກສະແດງອອກໃນແນວທາງແຫ່ງຄວາມເປັນມິດ, ສ້າງມິດຕະພາບກັບທຸກປະເທດປະຊາທິປະໄຕ, ບໍ່ສ້າງຄວາມເປັນສັດຕູກັບຜູ້ໃດ; ເຄົາລົບເອກະລາດ, ອະທິປະໄຕຂອງບັນດາປະເທດ ແລະ ຊອກຫາຈຸດຄ້າຍຄືກັນ ເພື່ອຊຸກຍູ້ການຮ່ວມມື.
ນັ້ນກໍແມ່ນວິທີທີ່ປະເທດໜຶ່ງທີ່ມີອະທິປະໄຕ ເປັນເຈົ້າການພົວພັນກັບໂລກ: ບໍ່ແຍກຕົນເອງໂດດດ່ຽວ, ບໍ່ເພິ່ງພາປະເທດໃດໜຶ່ງ, ພ້ອມກັນນັ້ນ ກໍຍາດແຍ່ງທຸກຄວາມສາມາດ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ຂອງຊົນຊາດ.
ຄວາມປາຖະໜານຳຫວຽດນາມກ້າວຂຶ້ນພ້ອມກັບໂລກ ຍັງຖືກປະທານ ໂຮ່ຈິມິນ ຝາກໄວ້ກັບຄົນຮຸ່ນໜຸ່ມ ແລະ ພະລັງຂອງການສຶກສາ. ໃນ ຈົດໝາຍເຖິງນັກຮຽນ ເນື່ອງໃນວັນເປີດສົກຮຽນຄັ້ງທຳອິດຂອງຫວຽດນາມເອກະລາດ, ເພິ່ນຂຽນວ່າ: “ປະເທດຫວຽດນາມຈະສາມາດກາຍເປັນປະເທດທີ່ສວຍງາມໄດ້ຫຼືບໍ່, ຊົນຊາດຫວຽດນາມຈະສາມາດກ້າວຂຶ້ນສູ່ຫໍກຽດຕິຍົດ ເພື່ອທຽບທຽມກັບບັນດາປະເທດມະຫາອຳນາດໃນຫ້າທະວີບໄດ້ຫຼືບໍ່, ສ່ວນໃຫຍ່ກໍແມ່ນອາໄສການຮ່ຳຮຽນຂອງພວກຫຼານ”.
ຄຳສັ່ງສອນດັ່ງກ່າວ ບັນຈຸຄວາມປາຖະໜາກ່ຽວກັບຫວຽດນາມທີ່ສາມາດກຳນົດຊະຕາກຳຂອງຕົນເອງ, ອຸດົມດ້ວຍຄວາມຮູ້, ວັດທະນະທຳ ແລະ ມີການປະກອບສ່ວນອັນສົມກຽດເຂົ້າໃນຄວາມກ້າວໜ້າລວມຂອງມວນມະນຸດ.
![]() |
| ຈາກຖະແຫຼງການເອກະລາດປີ 1945 ຈົນເຖິງເສັ້ນທາງເຊື່ອມໂຍງສາກົນໃນມື້ນີ້, ຫວຽດນາມຍຶດໝັ້ນເອກະລາດ, ການເປັນເຈົ້າຕົນເອງ, ພ້ອມກັນນັ້ນ ກໍເປັນເຈົ້າການເປີດກວ້າງສາຍພົວພັນ, ເພີ່ມທະວີການຮ່ວມມື ແລະ ຢືນຢັນຖານະບົດບາດໃນເວທີສາກົນ. |
ກວ່າ 8 ທົດສະວັດພາຍຫຼັງວັນເອກະລາດ, ຄວາມປາຖະໜາດັ່ງກ່າວ ໄດ້ຄ່ອຍໆກາຍເປັນຈິງ ຜ່ານພາລະກິດປ່ຽນໃໝ່ ແລະ ຂະບວນການເຊື່ອມໂຍງສາກົນ. ຈາກປະເທດໜຶ່ງທີ່ເຄີຍຖືກປິດລ້ອມ ແລະ ຂວ້ຳບາດ, ຫວຽດນາມໄດ້ທຳລາຍທ່າໂດດດ່ຽວ, ເປີດກວ້າງສາຍພົວພັນການຕ່າງປະເທດ ແລະ ເຂົ້າຮ່ວມບັນດາກົນໄກການຮ່ວມມືສາກົນນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ.
ປັດຈຸບັນ, ຫວຽດນາມໄດ້ສ້າງຕັ້ງສາຍພົວພັນການທູດກັບເກືອບທຸກປະເທດໃນໂລກ, ເປັນສະມາຊິກທີ່ຕັ້ງໜ້າຂອງ ASEAN, ສະຫະປະຊາຊາດ ພ້ອມທັງຫຼາຍອົງການ ແລະ ເວທີປາໄສຫຼາຍຝ່າຍທີ່ສຳຄັນ. ນັບແຕ່ການເຂົ້າຮ່ວມກິດຈະກຳຮັກສາສັນຕິພາບຂອງສະຫະປະຊາຊາດ ຈົນເຖິງການຮັບບັນດາພາລະໜ້າທີ່ສຳຄັນໃນກົນໄກຫຼາຍຝ່າຍ, ຫວຽດນາມນັບມື້ນັບສະແດງບົດບາດເປັນເຈົ້າການ, ມີຄວາມຮັບຜິດຊອບໃນຊີວິດສາກົນ.
ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນສາຍພົວພັນສາກົນເປັນຫຼາຍຝ່າຍ ແລະ ຫຼາກຫຼາຍ ກໍແມ່ນການສືບທອດ ແລະ ພັດທະນາແນວຄິດການຕ່າງປະເທດຂອງປະທານ ໂຮ່ຈິມິນ ໃນເງື່ອນໄຂໃໝ່. ຫວຽດນາມທັງເປີດກວ້າງສາຍພົວພັນກັບບັນດາປະເທດໃກ້ຄຽງ, ບັນດາປະເທດໃຫຍ່, ທັງເປັນເຈົ້າການເຂົ້າຮ່ວມແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ໂລກ.
ໃນສະພາບທີ່ການແຂ່ງຂັນດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບເພີ່ມຂຶ້ນ, ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມສອດປະສານກັນ, ຂໍ້ຮຽກຮ້ອງໃຫ້ຮັກສາເອກະລາດ, ການເປັນເຈົ້າຕົນເອງໃຫ້ໝັ້ນຄົງ ໃນຂະບວນການເຊື່ອມໂຍງ ຍິ່ງກາຍເປັນສິ່ງສຳຄັນ.
ມະຕິເລກທີ 59-NQ/TW ຂອງກົມການເມືອງ ລົງວັນທີ 24/1/2025 ວ່າດ້ວຍການເຊື່ອມໂຍງສາກົນໃນສະພາບການໃໝ່ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ລ້ວນແຕ່ຢືນຢັນວ່າ ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ແມ່ນໜ້າທີ່ສຳຄັນ, ເປັນປະຈຳ; ພ້ອມກັນນັ້ນ ກໍວາງຂໍ້ຮຽກຮ້ອງໃຫ້ຮັກສາທ່າທີອັນໜັກແໜ້ນ, ຜົນປະໂຫຍດແຫ່ງຊາດ - ຊົນຊາດ ແລະ ຄວາມສາມາດຕັດສິນໃຈດ້ວຍຕົນເອງກ່ຽວກັບເສັ້ນທາງພັດທະນາ ໃນຂະບວນການເຊື່ອມໂຍງ.
ນັ້ນກໍແມ່ນການສືບຕໍ່ສາຍແນວຄິດ ໂຮ່ຈິມິນ: ເອກະລາດຕິດພັນກັບການເປີດກວ້າງ, ການເປັນເຈົ້າຕົນເອງຄຽງຄູ່ກັບການເຊື່ອມໂຍງ, ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ.
ພາຍຫຼັງ 81 ປີ ນັບແຕ່ຖະແຫຼງການເອກະລາດດັງກ້ອງຂຶ້ນຢູ່ສະໜາມຫຼວງບາດິ່ງ, ຫວຽດນາມໄດ້ກ້າວຈາກປະເທດໜຶ່ງທີ່ຕ້ອງຕໍ່ສູ້ເພື່ອໃຫ້ໂລກຮັບຮູ້ສິດເອກະລາດ ກາຍເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ດ້ວຍເຫດນັ້ນ, ຄວາມປາຖະໜາ “ທຽບທຽມກັບບັນດາປະເທດມະຫາອຳນາດໃນຫ້າທະວີບ” ຍັງຄົງຄຸນຄ່າຮ່ວມສະໄໝ: ຮ່ຳຮຽນຈາກໂລກແຕ່ບໍ່ສູນເສຍເອກະລັກ, ເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງແຕ່ຍັງຮັກສາການເປັນເຈົ້າຕົນເອງໃຫ້ໝັ້ນຄົງ, ສ້າງສາປະເທດໃຫ້ຮັ່ງມີເຂັ້ມແຂງ ເພື່ອທັງຍົກສູງຖານະບົດບາດຂອງຊາດ, ທັງປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ຄວາມກ້າວໜ້າຂອງມວນມະນຸດ.
ກ່ອງ: ເນື່ອງໃນໂອກາດລະນຶກ 81 ປີແຫ່ງວັນເອກະລາດ ແລະ 57 ປີແຫ່ງວັນທີ່ປະທານ ໂຮ່ຈິມິນ ຈາກໄປ, ປະຊາຊົນຫວຽດນາມແຕ່ລະຄົນຍິ່ງຮູ້ສຶກທະນຸຖະໜອມຈິດໃຈແຫ່ງເອກະລາດ ແລະ ຄຳສັ່ງສອນຂອງເພິ່ນ, ພະຍາຍາມປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໃຫ້ປະສົບຜົນສຳເລັດ, ປະກອບສ່ວນຫັນຄວາມປາຖະໜາສ້າງສາປະເທດໃຫ້ນັບມື້ນັບພັດທະນາ, “ທຽບທຽມກັບບັນດາປະເທດມະຫາອຳນາດໃນຫ້າທະວີບ” ຕາມຄວາມປາຖະໜາຂອງປະທານ ໂຮ່ຈິມິນ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ອາຄານລັດຖະສະພາລັດ New South Wales (ອົດສະຕາລີ), ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Sydney ໄດ້ຈັດພິທີລະນຶກ 81 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026), ໂດຍເນັ້ນໜັກບັນດາຜົນສຳເລັດໃນພາລະກິດປ່ຽນໃໝ່ຂອງຫວຽດນາມ ແລະ ແງ່ຫວັງການຮ່ວມມືລະຫວ່າງສອງປະເທດ. |
ຍສໝ - ເນື່ອງໃນໂອກາດລະນຶກ 81 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ວັນທີ 27 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ພ້ອມດ້ວຍຄະນະພະນັກງານສະຖານທູດລາວ ທີ່ມາອວຍພອນ. |
ມິງດຶກ
