| ມະຕິເລກທີ 23 ເປີດກົນໄກສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ ມະຕິເລກທີ 23: ຈາກ “ການເອົາໃຈໃສ່” ສູ່ການສ້າງກົນໄກເພື່ອສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ |
ຕອນເຊົ້າວັນທີ 3/9, ກົມການເມືອງ, ຄະນະເລຂາທິການສູນກາງພັກ ໄດ້ຈັດກອງປະຊຸມທົ່ວປະເທດ ເພື່ອຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດບາງມະຕິ, ຄຳສັ່ງຂອງກົມການເມືອງ.
ທີ່ກອງປະຊຸມ, ທ່ານນາງ ຟ້າມທິແທງຈ່າ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ນຳສະເໜີບັນດາເນື້ອໃນຫຼັກຂອງມະຕິເລກທີ 26-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງ ຊຸດທີ XIV ກ່ຽວກັບການພັດທະນາການທ່ອງທ່ຽວຫວຽດນາມໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນຍຸກໃໝ່.
ການທ່ອງທ່ຽວເລື່ອນຂຶ້ນ 16 ອັນດັບດ້ານຄວາມສາມາດແຂ່ງຂັນ
ຕາມທ່ານນາງ ຟ້າມທິແທງຈ່າ, ພາຍຫຼັງເກືອບ 10 ປີແຫ່ງການຈັດຕັ້ງປະຕິບັດມະຕິເລກທີ 08-NQ/TW ກ່ຽວກັບການພັດທະນາການທ່ອງທ່ຽວຫວຽດນາມ, ຂະແໜງທ່ອງທ່ຽວໄດ້ມີບາດກ້າວພັດທະນາໃນທາງບວກ ແລະ ຂ້ອນຂ້າງຮອບດ້ານ, ນັບມື້ນັບປະກອບສ່ວນຢ່າງຈະແຈ້ງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ສ້າງວຽກເຮັດງານທຳ, ຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດ; ພ້ອມທັງປະກອບສ່ວນອະນຸລັກ, ສົ່ງເສີມຄຸນຄ່າວັດທະນະທຳ ແລະ ໂຄສະນາພາບພົດຂອງປະເທດ, ປະຊາຊົນຫວຽດນາມ.
ໃນປີ 2025, ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 21,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 20,4% ທຽບໃສ່ປີກ່ອນ ແລະ ນັກທ່ອງທ່ຽວພາຍໃນປະເທດ 137 ລ້ານເທື່ອຄົນ. ໃນ 8 ເດືອນຂອງປີ 2026, ຈຳນວນນັກທ່ອງທ່ຽວສາກົນບັນລຸເກືອບ 16 ລ້ານເທື່ອຄົນ, ມຸ່ງສູ່ເປົ້າໝາຍ 25 ລ້ານເທື່ອຄົນຕະຫຼອດປີ.
ຕາມການຈັດອັນດັບຂອງເວທີປາໄສເສດຖະກິດໂລກ, ການທ່ອງທ່ຽວຫວຽດນາມເລື່ອນຂຶ້ນ 16 ອັນດັບ, ຈາກອັນດັບ 75/141 ໃນປີ 2015 ຂຶ້ນມາຢູ່ອັນດັບ 59/119 ໃນປີ 2025. ຫວຽດນາມຍັງເລື່ອນຈາກອັນດັບທີ 5 ຂຶ້ນມາຢູ່ອັນດັບທີ 3 ໃນອາຊຽນ ດ້ານການຕ້ອນຮັບນັກທ່ອງທ່ຽວສາກົນ, ຖັດຈາກມາເລເຊຍ ແລະ ໄທ.
ໃນປີ 2025, ລາຍຮັບລວມຈາກນັກທ່ອງທ່ຽວບັນລຸປະມານ 1 ລ້ານຕື້ດົ່ງ, ເພີ່ມຂຶ້ນ 19% ທຽບໃສ່ປີ 2024 ແລະ ສູງກວ່າເກືອບ 38% ທຽບໃສ່ປີ 2019. ການທ່ອງທ່ຽວປະກອບສ່ວນໂດຍກົງເກືອບ 8,8% ເຂົ້າໃນ GDP ແລະ ສ້າງວຽກເຮັດງານທຳປະມານ 4,41 ລ້ານຕຳແໜ່ງ, ເທົ່າກັບ 8,5% ຂອງກຳລັງແຮງງານທັງໝົດ.
ເຖິງຢ່າງໃດກໍຕາມ, ຕາມທ່ານນາງ ຟ້າມທິແທງຈ່າ, ບັນດາຜົນສຳເລັດທີ່ບັນລຸໄດ້ຍັງບໍ່ທັນສົມຄູ່ກັບທ່າແຮງ ແລະ ທ່າໄດ້ປຽບ. ການທ່ອງທ່ຽວຍັງບໍ່ທັນພັດທະນາຢ່າງຍືນຍົງແທ້ຈິງ; ຄວາມຮັບຮູ້ລະຫວ່າງບັນດາຂະແໜງການ, ທ້ອງຖິ່ນຍັງບໍ່ສະເໝີກັນ; ການເຊື່ອມໂຍງລະຫວ່າງຂະແໜງການ, ລະຫວ່າງເຂດຍັງອ່ອນແອ; ແຫຼ່ງກຳລັງລົງທຶນຍັງບໍ່ທັນຕອບສະໜອງຄວາມຕ້ອງການ; ຜະລິດຕະພັນຍັງຂາດຄວາມຫຼາກຫຼາຍ, ຄວາມເລິກເຊິ່ງ ແລະ ມູນຄ່າເພີ່ມ.
ໃນຂະນະນັ້ນ, ສະພາບການໂລກ ແລະ ພາຍໃນປະເທດພວມປ່ຽນແປງຢ່າງວ່ອງໄວ ແລະ ເລິກເຊິ່ງ; ການທ່ອງທ່ຽວໂລກມີການຜັນແປຢ່າງແຮງ, ຄວາມຕ້ອງການຂອງນັກທ່ອງທ່ຽວປ່ຽນແປງ ແລະ ການແຂ່ງຂັນລະຫວ່າງບັນດາຈຸດໝາຍປາຍທາງນັບມື້ນັບສູງຂຶ້ນ. ສິ່ງນີ້ຮຽກຮ້ອງໃຫ້ຕ້ອງມີຍຸດທະສາດເຂົ້າເຖິງທີ່ຮອບດ້ານ, ຄ່ອງຕົວ ແລະ ຍືນຍົງກວ່າເກົ່າ.
5 ທັດສະນະທີ່ມີລັກສະນະບຸກທະລຸ, ເປົ້າໝາຍປະກອບສ່ວນ 10-12% ເຂົ້າໃນ GDP
ຕາມທ່ານນາງ ຟ້າມທິແທງຈ່າ, ເພື່ອຫັນເປົ້າໝາຍການເຕີບໂຕສອງຕົວເລກໃຫ້ກາຍເປັນຈິງ, ປະກອບສ່ວນປະຕິບັດສຳເລັດສອງເປົ້າໝາຍ 100 ປີ, ການທ່ອງທ່ຽວຕ້ອງພັດທະນາແບບບຸກທະລຸ, ສ້າງພະລັງແຜ່ກະຈາຍ, ເປີດທາງໃຫ້ແຫຼ່ງກຳລັງ ແລະ ຊຸກຍູ້ບັນດາຂະແໜງການ, ຂົງເຂດຕ່າງໆໃຫ້ພັດທະນາໄປພ້ອມກັນ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, 10 ມະຕິເສົາຄ້ຳຂອງກົມການເມືອງ ແລະ ບັນດາມະຕິຂອງກອງປະຊຸມສູນກາງຄັ້ງທີ 3 ຊຸດທີ XIV.
“ບັນຫາແກ່ນສານແມ່ນຕ້ອງປ່ຽນໃໝ່ແນວຄິດ, ວິທີເຂົ້າເຖິງ ແລະ ວິທີການດຳເນີນງານຢ່າງແຂງແຮງ, ໂດຍສຸມໃສ່ການຫັນປ່ຽນຮູບແບບການເຕີບໂຕ ແລະ ວິທີການບໍລິຫານການທ່ອງທ່ຽວ ຈາກປະລິມານໄປສູ່ຄຸນນະພາບ, ຍົກສູງມູນຄ່າເພີ່ມໃຫ້ແກ່ເສດຖະກິດ”, ທ່ານນາງ ຟ້າມທິແທງຈ່າ ເນັ້ນໜັກ.
ບົນຈິດໃຈດັ່ງກ່າວ, ມະຕິເລກທີ 26-NQ/TW ໄດ້ກຳນົດ 5 ທັດສະນະທີ່ມີລັກສະນະບຸກທະລຸ.
ທີໜຶ່ງ, ກຳນົດໃຫ້ຈະແຈ້ງຖານະ, ບົດບາດພື້ນຖານຂອງການພັດທະນາການທ່ອງທ່ຽວໃນຮູບແບບການເຕີບໂຕໃໝ່. ການທ່ອງທ່ຽວຕ້ອງກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ, ເປັນແຮງຂັບເຄື່ອນໃໝ່ຂອງການເຕີບໂຕ, ປະກອບສ່ວນປະຕິບັດເປົ້າໝາຍການເຕີບໂຕສອງຕົວເລກ; ຖືເອົາວັດທະນະທຳເປັນພື້ນຖານແກ່ນສານ, ຖືເອົາເອກະລັກ ແລະ ຄຸນນະພາບຂອງປະສົບການເປັນທ່າໄດ້ປຽບໃນການແຂ່ງຂັນ, ບົນພື້ນຖານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ.
ທີສອງ, ພັດທະນາການທ່ອງທ່ຽວຕາມລະບົບນິເວດເສດຖະກິດແບບສັງລວມ, ສ້າງແຮງຂັບເຄື່ອນໃຫ້ບັນດາຂົງເຂດອື່ນ; ຮັບປະກັນຄວາມກົມກຽວລະຫວ່າງເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ສິ່ງແວດລ້ອມ, ເຊື່ອມຕິດກັບປ້ອງກັນຊາດ, ຄວາມໝັ້ນຄົງ, ການທູດວັດທະນະທຳ ແລະ ການເຊື່ອມໂຍງສາກົນ.
ທີສາມ, ປັບໂຄງສ້າງຂະແໜງທ່ອງທ່ຽວຄືນໃໝ່, ຫັນປ່ຽນຢ່າງແຂງແຮງຈາກປະລິມານໄປສູ່ຄຸນນະພາບ, ຄວາມສະຫຼາດ, ສີຂຽວ ແລະ ສ້າງສັນ; ຍົກສູງຄວາມສາມາດແຂ່ງຂັນຂອງຜະລິດຕະພັນ, ການບໍລິການ ເຊື່ອມຕິດກັບການພັດທະນາຊັບພະຍາກອນມະນຸດ, ແຮງງານ, ວຽກເຮັດງານທຳ ແລະ ສະຫວັດດີການສັງຄົມ.
ທີສີ່, ປ່ຽນໃໝ່ ແລະ ຍົກສູງຄວາມສາມາດໃນການບໍລິຫານການທ່ອງທ່ຽວຕາມທິດທັນສະໄໝ, ບໍລິຫານບົນພື້ນຖານຂໍ້ມູນ, ເຊື່ອມຕິດກັບການວາງແຜນພື້ນທີ່ພັດທະນາ, ການອະນຸລັກ ແລະ ສົ່ງເສີມຄຸນຄ່າວັດທະນະທຳ, ມໍລະດົກ.
ທີຫ້າ, ກຳນົດໃຫ້ຈະແຈ້ງບັນດາພາກສ່ວນຫຼັກ ແລະ ວິທີການລະດົມແຫຼ່ງກຳລັງ. ການພັດທະນາການທ່ອງທ່ຽວແມ່ນໜ້າທີ່ຂອງທັງລະບົບການເມືອງພາຍໃຕ້ການນຳພາຂອງພັກ; ວິສາຫະກິດແມ່ນກຳລັງນຳໜ້າ; ປະຊາຊົນແມ່ນເຈົ້າການໃນການເຂົ້າຮ່ວມ ແລະ ໄດ້ຮັບຜົນປະໂຫຍດ; ເພີ່ມທະວີການເຊື່ອມໂຍງລະຫວ່າງຂະແໜງການ, ລະຫວ່າງເຂດ, ລະດົມ ແລະ ນຳໃຊ້ແຫຼ່ງກຳລັງພາຍໃນປະເທດ ແລະ ສາກົນຢ່າງມີປະສິດທິຜົນ.
ມະຕິໄດ້ວາງເປົ້າໝາຍຮອດປີ 2030, ການທ່ອງທ່ຽວປະກອບສ່ວນໂດຍກົງ 10-12% ເຂົ້າໃນ GDP; ຕ້ອນຮັບນັກທ່ອງທ່ຽວສາກົນ 45-50 ລ້ານເທື່ອຄົນ, ຮັບໃຊ້ນັກທ່ອງທ່ຽວພາຍໃນປະເທດ 160 ລ້ານເທື່ອຄົນ; ລາຍຮັບລວມບັນລຸ 80-90 ຕື້ USD.
ພ້ອມກັນນັ້ນ, ຫວຽດນາມສູ້ຊົນສ້າງ 3 ຂົ້ວການເຕີບໂຕດ້ານການທ່ອງທ່ຽວ ປະກອບມີ ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ ດ່ານັ້ງ; 10 ສູນທ່ອງທ່ຽວຈຸດສຸມ; 20 ເຂດທ່ອງທ່ຽວແຫ່ງຊາດ; 15 ກຸ່ມບໍລິສັດ, ບໍລິສັດໃຫຍ່ດ້ານການທ່ອງທ່ຽວທີ່ມີຍີ່ຫໍ້ເຂັ້ມແຂງ, ມີຄວາມສາມາດແຂ່ງຂັນໃນລະດັບສາກົນ; ສ້າງວຽກເຮັດງານທຳໂດຍກົງປະມານ 2,3 ລ້ານຕຳແໜ່ງ ແລະ ທາງອ້ອມ 3,5 ລ້ານຕຳແໜ່ງ.
ຮອດປີ 2045, ການທ່ອງທ່ຽວຈະປະກອບສ່ວນໂດຍກົງ 14-15% ເຂົ້າໃນ GDP, ຕ້ອນຮັບນັກທ່ອງທ່ຽວສາກົນ 70 ລ້ານເທື່ອຄົນ; ຫວຽດນາມຈະຢູ່ໃນກຸ່ມ 30 ປະເທດທີ່ມີຄວາມສາມາດແຂ່ງຂັນດ້ານການທ່ອງທ່ຽວສູງສຸດຂອງໂລກ, ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ມີຄຸນນະພາບສູງ, ມີລະດັບ ແລະ ເປັນເອກະລັກຫວຽດນາມຢ່າງເຂັ້ມຂຸ້ນ.
![]() |
| ທ່ານນາງ ຟ້າມທິແທງຈ່າ, ຮອງນາຍົກລັດຖະມົນຕີ ນຳສະເໜີບັນດາເນື້ອໃນຫຼັກຂອງມະຕິເລກທີ 26-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງສູນກາງພັກ ຊຸດທີ XIV ກ່ຽວກັບການພັດທະນາການທ່ອງທ່ຽວຫວຽດນາມໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນຍຸກໃໝ່. |
8 ກຸ່ມໜ້າທີ່ ແລະ ວິທີແກ້ໄຂຈຸດສຸມ
ເພື່ອຫັນບັນດາເປົ້າໝາຍຂ້າງເທິງໃຫ້ກາຍເປັນຈິງ, ມະຕິໄດ້ວາງອອກ 8 ກຸ່ມໜ້າທີ່ ແລະ ວິທີແກ້ໄຂ, ກ່ອນອື່ນໝົດແມ່ນປ່ຽນໃໝ່ແນວຄິດ, ຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບໃນການພັດທະນາການທ່ອງທ່ຽວ, ໂດຍສຸມໃສ່ 4 ການຫັນປ່ຽນ.
ນັ້ນແມ່ນ ກຳນົດຖານະຂອງການທ່ອງທ່ຽວໃຫ້ເປັນຂະແໜງເສດຖະກິດສັງລວມໃນຮູບແບບການເຕີບໂຕ ແລະ ພື້ນທີ່ພັດທະນາຂອງຊາດ; ຫັນປ່ຽນແນວຄິດການພັດທະນາຈາກລວງກວ້າງ, ອີງໃສ່ປະລິມານ ແລະ ການຂຸດຄົ້ນຊັບພະຍາກອນ ໄປສູ່ລວງເລິກ, ຄຸນນະພາບ, ປະສິດທິຜົນ, ຄວາມຍືນຍົງ ແລະ ມູນຄ່າເພີ່ມສູງ; ປ່ຽນໃໝ່ແນວຄິດການຄຸ້ມຄອງຈາກແບບແຍກສ່ວນ ໄປສູ່ການບໍລິຫານລະບົບນິເວດ ແລະ ຕ່ອງໂສ້ມູນຄ່າ; ເຊື່ອມສານເປົ້າໝາຍດ້ານການທ່ອງທ່ຽວເຂົ້າໃນຍຸດທະສາດ, ແຜນຜັງພັດທະນາ, ສົ່ງເສີມບົດບາດຂອງວິສາຫະກິດ, ສະມາຄົມ ແລະ ຊຸມຊົນປະຊາຊົນ.
ກ່ຽວກັບສະຖາບັນ ແລະ ນະໂຍບາຍ, ມະຕິໄດ້ວາງຂໍ້ຮຽກຮ້ອງໃຫ້ສຳເລັດບັນດານະໂຍບາຍບຸກທະລຸສຳລັບຮູບແບບການທ່ອງທ່ຽວໃໝ່, ເສດຖະກິດແບ່ງປັນ, ເສດຖະກິດແພລດຟອມດິຈິຕອນ ແລະ ການບໍລິການຮູບແບບໃໝ່; ມີກົນໄກສະໜັບສະໜູນດ້ານການລົງທຶນ, ທີ່ດິນ, ການເງິນ, ພາສີ ແລະ ສະຖານທີ່. ນະໂຍບາຍວີຊາ, ການເຂົ້າ - ອອກເມືອງ ສືບຕໍ່ໄດ້ຮັບການປ່ຽນໃໝ່ຕາມທິດເປີດກວ້າງ, ສະດວກ, ຄ່ອງຕົວ ແລະ ມີຄວາມສາມາດແຂ່ງຂັນ, ພ້ອມທັງຮັບປະກັນປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດແຫ່ງຊາດ.
ກ່ຽວກັບໂຄງລ່າງ, ທິດທາງທີ່ວາງອອກແມ່ນ ຫັນຈາກການລົງທຶນໂຄງລ່າງແບບແຍກສ່ວນ ໄປສູ່ການພັດທະນາລະບົບນິເວດ, ສູນ ແລະ ຂົ້ວການເຕີບໂຕດ້ານການທ່ອງທ່ຽວ; ເພີ່ມທະວີການເຊື່ອມຕໍ່ຫຼາຍຮູບແບບ ຈາກບັນດາປະຕູສາກົນໄປສູ່ບັນດາສູນທ່ອງທ່ຽວ. ຫວຽດນາມມຸ່ງສູ່ການພັດທະນາໂຄງລ່າງຮັບໃຊ້ກຳປັ່ນທ່ອງທ່ຽວທະເລຂະໜາດໃຫຍ່, ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວດ້ວຍກຳປັ່ນທະເລທີ່ສຳຄັນຂອງພາກພື້ນອາຊີ - ປາຊີຟິກ.
ພ້ອມກັນນັ້ນ ແມ່ນດຶງດູດນັກລົງທຶນຍຸດທະສາດ, ກຸ່ມບໍລິສັດໃຫຍ່ເຂົ້າຮ່ວມພັດທະນາໂຄງການ ແລະ ກຸ່ມໂຄງການທ່ອງທ່ຽວຂະໜາດໃຫຍ່, ຄຸນນະພາບສູງ; ນຳໃຊ້ທ່າແຮງຂອງຮ່າໂນ້ຍ, ນະຄອນໂຮ່ຈິມິນ, ດ່ານັ້ງ ແລະ ບັນດາຕົວເມືອງມໍລະດົກຢ່າງມີປະສິດທິຜົນ, ພ້ອມທັງຄ່ອຍໆສ້າງ ຝູກວັກ ໃຫ້ກາຍເປັນຂົ້ວການເຕີບໂຕໃໝ່ທີ່ມີຄວາມສາມາດແຂ່ງຂັນໃນລະດັບສາກົນ.
ສຳລັບຕະຫຼາດ ແລະ ຜະລິດຕະພັນ, ຂໍ້ຮຽກຮ້ອງທີ່ສອດຄ່ອງຕະຫຼອດແມ່ນ ຫັນຈາກການດຶງດູດນັກທ່ອງທ່ຽວໂດຍເນັ້ນຈຳນວນ ໄປສູ່ການຍົກສູງຄຸນນະພາບ, ມູນຄ່າ ແລະ ປະສິດທິຜົນ. ການທ່ອງທ່ຽວຕ້ອງສົ່ງເສີມຄຸນຄ່າວັດທະນະທຳ, ມໍລະດົກ, ທຳມະຊາດ, ອາຫານ, ສ້າງຜະລິດຕະພັນທີ່ມີເອກະລັກ ແລະ ປະສົບການທີ່ແຕກຕ່າງ; ເພີ່ມທະວີການເຊື່ອມໂຍງກັບບັນດາອຸດສາຫະກຳວັດທະນະທຳ ເຊັ່ນ ຮູບເງົາ, ດົນຕີ, ບັນເທີງ, ແຟຊັນ ແລະ ເສດຖະກິດກາງຄືນ.
ບັນດາຜະລິດຕະພັນຍຸດທະສາດທີ່ໄດ້ຮັບບູລິມະສິດ ລວມມີ ການພັກຜ່ອນຕາກອາກາດທະເລ, ການດູແລສຸຂະພາບ, ກິລາລະດັບສູງ, MICE, ການຊື້ເຄື່ອງ; ພ້ອມທັງພັດທະນາການທ່ອງທ່ຽວຊຸມຊົນເຊື່ອມຕິດກັບນິເວດວິທະຍາ, ກະສິກຳ, ຊົນນະບົດ, ບ້ານຫັດຖະກຳ, ວັດທະນະທຳທ້ອງຖິ່ນ ແລະ ເຂດຊົນເຜົ່າ, ມຸ່ງສູ່ເປົ້າໝາຍໃຫ້ແຕ່ລະທ້ອງຖິ່ນມີໜຶ່ງຜະລິດຕະພັນທ່ອງທ່ຽວສະເພາະ.
ວຽກງານສົ່ງເສີມ, ໂຄສະນາ ແລະ ສ້າງຍີ່ຫໍ້ ໄດ້ຮັບການປ່ຽນໃໝ່ຕາມທິດເອກະພາບ, ເປັນມືອາຊີບ, ຫັນເປັນດິຈິຕອນ ແລະ ມີຈຸດສຸມ. ຂໍ້ມູນໃຫຍ່ ແລະ ປັນຍາປະດິດ ຖືກກຳນົດເປັນພື້ນຖານເພື່ອເຂົ້າເຖິງຕະຫຼາດ, ບໍລິຫານຈຸດໝາຍປາຍທາງ; ພ້ອມທັງຊຸກຍູ້ການທູດວັດທະນະທຳ, ຮູບເງົາ, ການສື່ສານສາກົນ ແລະ ບັນດາຮູບແບບໂຄສະນາດິຈິຕອນ ເພື່ອຍົກສູງຖານະຂອງຍີ່ຫໍ້ການທ່ອງທ່ຽວຫວຽດນາມ.
ມະຕິຍັງວາງຂໍ້ຮຽກຮ້ອງໃຫ້ປ່ຽນໃໝ່ຢ່າງຮອບດ້ານການບຳລຸງສ້າງຊັບພະຍາກອນມະນຸດ ຕາມຄວາມຕ້ອງການຂອງຕະຫຼາດ ແລະ ມາດຕະຖານສາກົນ; ເພີ່ມທະວີການເຊື່ອມໂຍງລະຫວ່າງລັດ, ສະຖາບັນການສຶກສາ ແລະ ວິສາຫະກິດ; ສ້າງບັນດາກຸ່ມບໍລິສັດທ່ອງທ່ຽວຫວຽດນາມທີ່ມີຍີ່ຫໍ້, ສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ ເຂົ້າຮ່ວມຕ່ອງໂສ້ມູນຄ່າໂລກ. ຊຸມຊົນຕ້ອງກາຍເປັນເຈົ້າການໃນການເຂົ້າຮ່ວມ ແລະ ໄດ້ຮັບຜົນປະໂຫຍດຈາກການພັດທະນາການທ່ອງທ່ຽວ, ໂດຍສະເພາະຢູ່ເຂດເລິກ, ເຂດຫ່າງໄກສອກຫຼີກ, ຊາຍແດນ, ເກາະດອນ ແລະ ເຂດທີ່ມີພີ່ນ້ອງຊົນເຜົ່າດຳລົງຊີວິດ.
ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ ຖືກກຳນົດເປັນໜຶ່ງໃນບັນດາບາດກ້າວບຸກທະລຸ. ເປົ້າໝາຍແມ່ນສ້າງລະບົບນິເວດການທ່ອງທ່ຽວສະຫຼາດ, ຖານຂໍ້ມູນແຫ່ງຊາດທີ່ສາມາດເຊື່ອມໂຍງກັນໄດ້, ແພລດຟອມດິຈິຕອນທີ່ເຊື່ອມລວມຫຼາຍການບໍລິການ; ຫັນຈຸດໝາຍປາຍທາງເປັນດິຈິຕອນ, ສ້າງແຜນທີ່ດິຈິຕອນ, ປີ້ເອເລັກໂຕຣນິກ, ຜູ້ຊ່ວຍສະເໝືອນຫຼາຍພາສາ; ນຳໃຊ້ IoT, AI ເຂົ້າໃນການຄຸ້ມຄອງ, ການນຳໃຊ້ພະລັງງານ ແລະ ການຕິດຕາມກວດກາສິ່ງແວດລ້ອມ.
ພ້ອມກັນນັ້ນ, ມະຕິເນັ້ນໜັກການຫັນການບໍລິຫານໃຫ້ທັນສະໄໝ, ສ້າງບັນດາຈຸດໝາຍປາຍທາງສີຂຽວ, ສະຫຼາດ, ປອດໄພ ແລະ ຍືນຍົງ; ເພີ່ມທະວີຄວາມສາມາດໃນການຄຸ້ມຄອງຂີດຄວາມສາມາດຮອງຮັບ, ຈັດແບ່ງກະແສນັກທ່ອງທ່ຽວ, ແຈ້ງເຕືອນລ່ວງໜ້າ, ບໍລິຫານຄວາມສ່ຽງ ແລະ ຮັບມືກັບວິກິດການ ເພື່ອຍົກສູງຄວາມສາມາດຕ້ານທານຂອງຂະແໜງຕໍ່ບັນດາການຜັນແປຄັ້ງໃຫຍ່, ຮັບປະກັນການພັດທະນາຢ່າງປອດໄພ ແລະ ຍືນຍົງ.
ນຳມະຕິເຂົ້າສູ່ຊີວິດຕົວຈິງໂດຍໄວ
ຕາມທ່ານນາງ ຟ້າມທິແທງຈ່າ, ຈິດໃຈທີ່ສອດຄ່ອງຕະຫຼອດ 8 ກຸ່ມໜ້າທີ່ ແລະ ວິທີແກ້ໄຂ ແມ່ນການປ່ຽນໃໝ່ຢ່າງແຂງແຮງ ແລະ ຮອບດ້ານ ທັງແນວຄິດ ແລະ ວິທີການພັດທະນາການທ່ອງທ່ຽວ: ຖືເອົາສະຖາບັນເປັນສິ່ງເປີດທາງ, ແຫຼ່ງກຳລັງເປັນສິ່ງສ້າງແຮງຂັບເຄື່ອນ; ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນເປັນບາດກ້າວບຸກທະລຸ; ວັດທະນະທຳ, ມະນຸດ, ທຳມະຊາດ ແລະ ຄວາມແຕກຕ່າງຂອງຫວຽດນາມ ເປັນສິ່ງສ້າງເອກະລັກ ແລະ ທ່າໄດ້ປຽບໃນການແຂ່ງຂັນ. ທັງໝົດນີ້ມຸ່ງໄປສູ່ການຍົກສູງມູນຄ່າ, ຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດແຂ່ງຂັນຂອງການທ່ອງທ່ຽວຫວຽດນາມ.
ເພື່ອນຳມະຕິເຂົ້າສູ່ຊີວິດຕົວຈິງໂດຍໄວ, ບັນດາອົງການພັກ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໄດ້ຮັບມອບໝາຍໃຫ້ຫັນເປັນລະອຽດດ້ວຍບັນດາກົນໄກ, ນະໂຍບາຍທີ່ແທດຈິງ, ສາມາດປະຕິບັດໄດ້ ແລະ ມີປະສິດທິຜົນ. ລັດຖະບານໄດ້ສຳເລັດໂຄງການດຳເນີນງານປະຕິບັດມະຕິ ແລະ ຈະປະກາດໃຊ້ໂດຍໄວທີ່ສຸດ. ໂຄງການໄດ້ວາງອອກ 30 ໜ້າທີ່ລະອຽດ ສຳລັບ 7 ກະຊວງ, ອົງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ.
ທ່ານນາງ ຟ້າມທິແທງຈ່າ ເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຢ່າງເດັດຂາດ, ການຮ່ວມແຮງຮ່ວມໃຈ ແລະ ຄວາມເປັນນ້ຳໜຶ່ງໃຈດຽວຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທັງປວງ ໃນການຈັດຕັ້ງປະຕິບັດມະຕິເລກທີ 26, ການທ່ອງທ່ຽວຫວຽດນາມຈະພັດທະນາຢ່າງແທ້ຈິງ, ກາຍເປັນຂະແໜງເສດຖະກິດປາຍແຫຼມ, ປະກອບສ່ວນນຳພາປະເທດພັດທະນາຢ່າງວ່ອງໄວ, ຍືນຍົງໃນຍຸກໃໝ່.
ຍສໝ - ມະຕິເລກທີ 80-NQ/TW (ລົງວັນທີ 07/01/2026) ຂອງກົມການເມືອງ ໄດ້ກຳນົດວ່າ ການສ້າງສາພັດທະນາມະນຸດຫວຽດນາມ ແມ່ນເປັນສູນກາງ, ເປັນເຈົ້າການ, ເປັນເປົ້າໝາຍ ແລະ ເປັນແຮງຂັບເຄື່ອນອັນສຳຄັນທີ່ສຸດ ຂອງການພັດທະນາຢ່າງຍືນຍົງ. ວັດທະນະທຳແມ່ນໄດ້ຮັບການຈັດວາງໄວ້ໃນຕຳແໜ່ງສູນກາງທາງດ້ານຍຸດທະສາດ, ຕິດພັນຢ່າງສະໜິດແໜ້ນລະຫວ່າງການພັດທະນາວັດທະນະທຳ ກັບການສ້າງສາມະນຸດຢ່າງຮອບດ້ານ. |
ຍສໝ - ມະຕິເລກທີ 10 ໄດ້ຮັບການຕີລາຄາຈາກປະຊາຄົມວິສາຫະກິດເອີຣົບວ່າ ເປັນບາດກ້າວສຳຄັນໃນແນວຄິດດຶງດູດການລົງທຶນຂອງ ຫວຽດນາມ, ຫັນຈາກເປົ້າໝາຍດຶງດູດທຶນ ໄປສູ່ການສ້າງລະບົບນິເວດ FDI ທີ່ມີຄຸນນະພາບສູງ. ທ່ານ Bruno Jaspaert, ປະທານ EuroCham ສະມາຄົມວິສາຫະກິດເອີຣົບປະຈຳ ຫວຽດນາມ, ໄດ້ແບ່ງປັນທັດສະນະກ່ຽວກັບໂອກາດທີ່ມະຕິດັ່ງກ່າວເປີດອອກໃຫ້ແກ່ວິສາຫະກິດເອີຣົບ, ພ້ອມທັງບັນດາປັດໄຈທີ່ ຫວຽດນາມ ຕ້ອງສືບຕໍ່ປັບປຸງ ເພື່ອກາຍເປັນຈຸດໝາຍປາຍທາງຂອງກະແສທຶນດ້ານເຕັກໂນໂລຊີສູງ, ນະວັດຕະກຳ ແລະ ການລົງທຶນສີຂຽວ. |
ມິງດຶກ
