ຫວຽດນາມ - ອີຢິບ ເປີດກວ້າງການຮ່ວມມື, ມຸ່ງໄປສູ່ການຄ້າ 1 ຕື້ USD

14:32 | 21/09/2026

ຍສໝ - ໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ອີຢິບ ແຕ່ວັນທີ 16-18/9/2026, ທ່ານ ເລແອັງຕ໊ວນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ແລກປ່ຽນກັບບັນດາຜູ້ນຳອີຢິບ ກ່ຽວກັບບັນດາມາດຕະການຊຸກຍູ້ສາຍພົວພັນຄູ່ຮ່ວມຮອບດ້ານ, ເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ປ້ອງກັນຊາດ, ການສຶກສາ ແລະ ການທ່ອງທ່ຽວ, ມຸ່ງໄປສູ່ການຍົກຍອດມູນຄ່າການຄ້າສອງສົ້ນຂຶ້ນເປັນ 1 ຕື້ USD.

Vietnam Innovation Day 2026 ເປີດກວ້າງການເຊື່ອມໂຍງເຕັກໂນໂລຊີ ຫວຽດນາມ - ເຢຍລະມັນ ເສດຖະກິດຫວຽດນາມ ສ້າງແຮງສົ່ງໃຫ້ວົງຈອນການເຕີບໂຕໃໝ່
ຫວຽດນາມ - ອີຢິບ ເປີດກວ້າງການຮ່ວມມື, ມຸ່ງໄປສູ່ການຄ້າ 1 ຕື້ USD

ໃນຂອບເຂດການເດີນທາງໄປປະຕິບັດງານ, ທ່ານ ເລແອັງຕ໊ວນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ເຮັດວຽກກັບທ່ານ Badr Abdelatty, ລັດຖະມົນຕີການຕ່າງປະເທດອີຢິບ, ທ່ານ Mohamed Farid Saleh, ລັດຖະມົນຕີການລົງທຶນ ແລະ ການຄ້າຕ່າງປະເທດ, ພ້ອມທັງເປັນປະທານຮ່ວມກອງປະຊຸມ ຄັ້ງທີ 11 ວ່າດ້ວຍການປຶກສາຫາລືການເມືອງ ຫວຽດນາມ - ອີຢິບ.

ທີ່ການພົບປະກັບທ່ານ ເລແອັງຕ໊ວນ, ທ່ານ Badr Abdelatty, ລັດຖະມົນຕີການຕ່າງປະເທດອີຢິບ ຢືນຢັນວ່າ ອີຢິບໃຫ້ຄວາມສຳຄັນແກ່ຖານະສາກົນຂອງຫວຽດນາມ, ຍິນດີຕໍ່ການທີ່ຫວຽດນາມເປີດຫ້ອງການທູດທະຫານຢູ່ Cairo. ທ່ານໃຫ້ຮູ້ວ່າ ສອງປະເທດເຂົ້າຮ່ວມບັນດາງານວາງສະແດງປ້ອງກັນຊາດຂອງກັນເປັນປະຈຳ ແລະ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດນີ້.

ທ່ານ ເລແອັງຕ໊ວນ ຕີລາຄາສູງບົດບາດຂອງອີຢິບ ໃນການເປັນສື່ກາງໄກ່ເກ່ຍ ແລະ ຊຸກຍູ້ສັນຕິພາບ ຕໍ່ບັນດາບັນຫາພາກພື້ນ; ພ້ອມທັງຢ້ຳຄືນຄຳເຊີນປະທານປະເທດອີຢິບ ມາຢ້ຽມຢາມຫວຽດນາມໃນປີ 2027.

ທ່ານ ເລແອັງຕ໊ວນ ສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ການຄົ້ນຄວ້າ, ເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ - ອີຢິບ, ພ້ອມທັງເປີດກວ້າງການຮ່ວມມືດ້ານ Halal, ການສຶກສາ, ການທ່ອງທ່ຽວ ແລະ ລະຫວ່າງບັນດາທ້ອງຖິ່ນ.

ໃນການເຂົ້າຢ້ຽມຄຳນັບທ່ານ Mohamed Farid Saleh, ລັດຖະມົນຕີການລົງທຶນ ແລະ ການຄ້າຕ່າງປະເທດອີຢິບ, ທ່ານ ເລແອັງຕ໊ວນ ສະເໜີໃຫ້ສອງຝ່າຍເພີ່ມທະວີການແບ່ງປັນຂໍ້ມູນຕະຫຼາດ, ຊຸກຍູ້ວິສາຫະກິດໃຫ້ເປີດກວ້າງການຮ່ວມມືໃນບັນດາຂົງເຂດ Halal, ການຫັນປ່ຽນດິຈິຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ນ້ຳມັນ - ອາຍແກັສ ແລະ ແຮ່ທາດ, ມຸ່ງໄປສູ່ເປົ້າໝາຍຍົກຍອດມູນຄ່າການຄ້າສອງສົ້ນຂຶ້ນເປັນ 1 ຕື້ USD.

ທີ່ກອງປະຊຸມ ຄັ້ງທີ 11 ວ່າດ້ວຍການປຶກສາຫາລືການເມືອງ ຫວຽດນາມ - ອີຢິບ, ສອງຝ່າຍໄດ້ທົບທວນການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມ, ແລກປ່ຽນທິດທາງຊຸກຍູ້ການຮ່ວມມືສອງຝ່າຍໃນໄລຍະຕໍ່ໄປ ແລະ ປຶກສາຫາລືບາງບັນຫາພາກພື້ນ, ສາກົນ ທີ່ສອງຝ່າຍສົນໃຈຮ່ວມກັນ.

ຄວາມໄວ້ວາງໃຈ ສ້າງພື້ນຖານໃຫ້ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ ຄວາມໄວ້ວາງໃຈ ສ້າງພື້ນຖານໃຫ້ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ
ຍສໝ -​ ເນື່ອງໃນໂອກາດຄົບຮອບ 53 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ຍີ່ປຸ່ນ (21/9/1973 - 21/9/2026), ທ່ານ Ito Naoki, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ ເນັ້ນໜັກວ່າ ລະດັບຄວາມໄວ້ວາງໃຈສູງລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ ແມ່ນພື້ນຖານສຳຄັນເພື່ອສືບຕໍ່ເປີດກວ້າງການຮ່ວມມື ຈາກການແລກປ່ຽນປະຊາຊົນ, ການສຶກສາ ໄປຈົນເຖິງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານ ແລະ ປ້ອງກັນຊາດ.
ການຢ້ຽມຢາມການາດາ ເປີດເພີ່ມແຮງຂັບເຄື່ອນໃຫ້ສາຍພົວພັນສອງຝ່າຍ ການຢ້ຽມຢາມການາດາ ເປີດເພີ່ມແຮງຂັບເຄື່ອນໃຫ້ສາຍພົວພັນສອງຝ່າຍ
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມການາດາລະດັບລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ, ທ່ານ ຟ້າມຫວິງກວາງ, ເອກອັກຄະລັດຖະທູດຫວຽດນາມປະຈຳການາດາ ເຫັນວ່າ ສາຍພົວພັນ ຫວຽດນາມ - ການາດາ ພວມມີພື້ນຖານອັນເອື້ອອຳນວຍ ເພື່ອສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ - ການຄ້າ ແມ່ນໜຶ່ງໃນຈຸດເດັ່ນທີ່ໂດດເດັ່ນ.

ດວງດີ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ