| ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ເຢຍລະມັນ ເປີດກວ້າງທ່າແຮງການຮ່ວມມືໃນໄລຍະພັດທະນາໃໝ່ |
![]() |
| ທ່ານ ຫງວຽນດັກແທ່ງ, ເອກອັກຄະລັດຖະທູດຫວຽດນາມປະຈຳເຢຍລະມັນ ກ່າວຄຳປາໄສເປີດ Vietnam Innovation Day 2026 ຢູ່ Berlin. |
ງານດັ່ງກ່າວ ຈັດໂດຍສະຖານທູດຫວຽດນາມປະຈຳເຢຍລະມັນ ປະສານກັບຫ້ອງການກຸ່ມບໍລິສັດ FPT ປະຈຳເອີຣົບ ແລະ ຜູ້ຕາງໜ້າກຸ່ມບໍລິສັດເຕັກໂນໂລຊີ CMC ຢູ່ເຢຍລະມັນ.
ກ່າວຄຳປາໄສເປີດ, ທ່ານ ຫງວຽນດັກແທ່ງ, ເອກອັກຄະລັດຖະທູດຫວຽດນາມປະຈຳເຢຍລະມັນ ເຫັນວ່າ ເຢຍລະມັນມີຈຸດແຂງດ້ານຄວາມສາມາດຄົ້ນຄວ້າ, ລະດັບເຕັກນິກ, ມາດຕະຖານຄຸນນະພາບສູງ ແລະ ຄວາມສາມາດນຳບັນດາຂໍ້ລິເລີ່ມເຂົ້າສູ່ການຜະລິດ. ໃນຂະນະທີ່ ຫວຽດນາມມີເສດຖະກິດທີ່ຄຶກຄື້ນ, ກຳລັງແຮງງານໜຸ່ມ, ຄວາມສາມາດປັບຕົວໄວ, ຕະຫຼາດທີ່ມີປະຊາກອນຫຼາຍກວ່າ 100 ລ້ານຄົນ ແລະ ຖານະເປັນປະຕູເຂົ້າສູ່ອາຊີຕາເວັນອອກສ່ຽງໃຕ້.
ຕາມທ່ານເອກອັກຄະລັດຖະທູດ, ບັນດາຈຸດໄດ້ປຽບທີ່ເກື້ອໜູນກັນເຫຼົ່ານີ້ ສ້າງພື້ນທີ່ຮ່ວມມືອັນກວ້າງຂວາງໃຫ້ແກ່ສອງຝ່າຍ.
ທ່ານ ຫງວຽນດັກແທ່ງ ເນັ້ນໜັກວ່າ Vietnam Innovation Day 2026 ແມ່ນໂອກາດໃຫ້ບັນດາວິສາຫະກິດຫວຽດນາມ ແລະ ເຢຍລະມັນ ເພີ່ມທະວີການຊອກຮູ້ຄວາມຕ້ອງການຂອງກັນ, ເຊື່ອມຕໍ່ຄູ່ຮ່ວມ ແລະ ເປີດກວ້າງການຮ່ວມມື. ສະຖານທູດຫວຽດນາມປະຈຳເຢຍລະມັນ ພ້ອມຮັບບົດບາດເປັນຂົວເຊື່ອມ, ປະກອບສ່ວນຫັນບັນດາໂອກາດຮ່ວມມື ໃຫ້ກາຍເປັນບັນດາໂຄງການສະເພາະ.
ຍສໝ - ຫຼາຍມື້ຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ (VSAF) ໄດ້ຈັດຕັ້ງເຫດການ “The Next Move 2026” ແນໃສ່ສະຫຼຸບສັງລວມບັນດາກິດຈະກຳໃນປີຜ່ານມາ ແລະ ເລືອກຕັ້ງຄະນະບໍລິຫານງານສະໄໝໃໝ່. ເຫດການໄດ້ດຳເນີນໄປຢູ່ບໍລິເວນ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ, ເຢຍລະມັນ. |
ຍສໝ - ວັນທີ 3 ກໍລະກົດ 2026 ຢູ່ທີ່ ສຳນັກງານກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທ່ານ ຕ້າກວາງດົງ ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກิລາ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ຄະນະຜູ້ແທນລັດ Hessen (ປະເທດເຢຍລະມັນ) ໂດຍແມ່ນທ່ານ Kambiz Ghawami, ປະທານອົງການສະໜັບສະໜູນມະຫາວິທະຍາໄລໂລກ ເຢຍລະມັນ ເປັນຫົວໜ້າຄະນະ. |
ມິງດຶກ
