ໜັງສືພິມລາວ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ນຳມາເຊິ່ງຫຼາຍບົດຮຽນກ່ຽວກັບການປ່ຽນໃໝ່ວຽກງານນິຕິບັນຍັດ

17:18 | 04/09/2026

ຍສໝ - ໜັງສືພິມປະຊາຊົນ, ອົງການປາກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ເຫັນວ່າ ຜົນສຳເລັດຂອງກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຫວຽດນາມຊຸດທີ XVI ໄດ້ນຳມາເຊິ່ງຫຼາຍບົດຮຽນອັນມີຄຸນຄ່າໃຫ້ລາວສາມາດຄົ້ນຄວ້າ ແລະ ນຳໄປອ້າງອີງ ໃນການປ່ຽນໃໝ່ວຽກງານນິຕິບັນຍັດ, ປະຕິຮູບສະຖາບັນ, ພັດທະນາໂຄງລ່າງ ແລະ ແບ່ງຂັ້ນຄຸ້ມຄອງ.

ຊາວໜຸ່ມຂະແໜງການເງິນ ຫວຽດນາມ - ລາວ ເປີດກວ້າງການຮ່ວມມືໄລຍະ 2026 - 2030 ຈາກຫ້ອງຮຽນພາສາລາວ ສູ່ຂົວເຊື່ອມມິດຕະພາບ ຫວຽດນາມ - ລາວ

ຕາມບົດບັນນາທິການທີ່ລົງໃນໜັງສືພິມ Pasaxon, ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຫວຽດນາມຊຸດທີ XVI ໄດ້ດຳເນີນແຕ່ວັນທີ 03-24/8 ຢູ່ຮ່າໂນ້ຍ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກດ້ານສະຖາບັນ ແລະ ສ້າງຂອບກົດໝາຍຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ປ້ອງກັນຊາດ - ຄວາມໝັ້ນຄົງ.

Pasaxon ຕີລາຄາວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍທາງຍຸດທະສາດທີ່ສຳຄັນ, ສະແດງໃຫ້ເຫັນຈິດໃຈປ່ຽນໃໝ່ຢ່າງແຂງແຮງໃນກິດຈະກຳນິຕິບັນຍັດ ແລະ ການກວດກາສູງສຸດ, ພ້ອມທັງສະແດງບົດບາດເປັນເຈົ້າການ ແລະ ຄຽງຄູ່ກັບລັດຖະບານຂອງສະພາແຫ່ງຊາດ ໃນການສ້າງພື້ນຖານດ້ານສະຖາບັນໃຫ້ແກ່ໄລຍະພັດທະນາໃໝ່.

ຈຸດທີ່ໜ້າສົນໃຈຂອງກອງປະຊຸມ ແມ່ນຄວາມເປັນເຈົ້າການ ແລະ ຄວາມຄ່ອງຕົວໃນວິທີການຈັດຕັ້ງ. ດ້ວຍຈິດໃຈ “ເຮັດວຽກໃຫ້ສຳເລັດ, ບໍ່ຖືເອົາໝົດເວລາເປັນຫຼັກ”, ສະພາແຫ່ງຊາດໄດ້ເຮັດວຽກຢ່າງຕໍ່ເນື່ອງເປັນເວລາ 17 ວັນ, ລວມທັງວັນທ້າຍອາທິດ, ພິຈາລະນາ 33 ເນື້ອໃນສຳຄັນ ແລະ ແກ້ໄຂຫຼາຍຈຸດອຸດຕັນດ້ານສະຖາບັນໄດ້ຢ່າງທັນການ ແທນທີ່ຈະລໍຖ້າເຖິງກອງປະຊຸມສາມັນ.

ບົດບັນນາທິການຍັງກ່າວເຖິງການດັດແກ້ບັນດາກົດໝາຍສຳຄັນ ເຊັ່ນ: ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍນ້ຳມັນ ແລະ ອາຍແກັສ ແລະ ການເປີດກວ້າງສິດເປັນເຈົ້າການໃຫ້ອຳນາດການປົກຄອງທ້ອງຖິ່ນ. ຕາມ Pasaxon, ການດັດປັບເຫຼົ່ານີ້ ປະກອບສ່ວນປົດປ່ອຍແຫຼ່ງກຳລັງ, ຫຼຸດຜ່ອນຕົ້ນທຶນໃນການປະຕິບັດຕາມລະບຽບກົດໝາຍຂອງວິສາຫະກິດ, ພ້ອມທັງສະແດງເຖິງບາດກ້າວໃໝ່ໃນການປະຕິຮູບສະຖາບັນ ແລະ ການແບ່ງຂັ້ນຄຸ້ມຄອງ.

ໜັງສືພິມລາວ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ນຳມາເຊິ່ງຫຼາຍບົດຮຽນກ່ຽວກັບການປ່ຽນໃໝ່ວຽກງານນິຕິບັນຍັດ
ໜັງສືພິມປະຊາຊົນ ໄດ້ລົງຂ່າວກ່ຽວກັບກິດຈະກຳຂອງສະພາແຫ່ງຊາດຫວຽດນາມເປັນປະຈຳ, ໃນນັ້ນ ມີວາລະປິດກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຫວຽດນາມຊຸດທີ XVI.

ວິໄສທັດການພັດທະນາໄລຍະຍາວ ຖືກສະແດງອອກຜ່ານການທີ່ສະພາແຫ່ງຊາດອອກມະຕິສ້າງຕັ້ງສອງນະຄອນຂຶ້ນກັບສູນກາງ ຄື ກວາງນິງ ແລະ ບັກນິງ, ພ້ອມທັງອະນຸມັດບັນດາໂຄງການໂຄງລ່າງຄົມມະນາຄົມຂະໜາດໃຫຍ່ ເຊັ່ນ: ເສັ້ນທາງວົງແຫວນ 5 ແລະ ເສັ້ນທາງລົດໄຟ ລາວກາຍ - ຫາຍຟ່ອງ.

Pasaxon ຍັງເຫັນວ່າ ການປະກາດໃຊ້ບັນດາກົນໄກສະເພາະສຳລັບຝູກວັກ ເພື່ອກະກຽມໂຄງລ່າງຮັບໃຊ້ກອງປະຊຸມເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2027 ສະແດງໃຫ້ເຫັນຄວາມເປັນເຈົ້າການໃນວຽກງານກະກຽມບັນດາເຫດການສາກົນ.

ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້, ບົດຂຽນເຫັນວ່າ ຂັ້ນຕອນຈັດຕັ້ງປະຕິບັດຍັງເປັນສິ່ງທ້າທາຍໃຫຍ່. ການທີ່ກົດໝາຍ ແລະ ມະຕິຫຼາຍສະບັບຖືກຮັບຮອງໃນກອງປະຊຸມຄັ້ງດຽວ ໄດ້ວາງຂໍ້ຮຽກຮ້ອງໃຫ້ລັດຖະບານ, ບັນດາກະຊວງ ແລະ ຂະແໜງການ ຮີບຮ້ອນປະກາດໃຊ້ເອກະສານແນະນຳ ເພື່ອໃຫ້ນະໂຍບາຍເຂົ້າສູ່ຊີວິດຕົວຈິງໂດຍໄວ, ຫຼີກລ່ຽງສະພາບ “ກົດໝາຍລໍຖ້າດຳລັດ”.

ຈາກພາກປະຕິບັດໃນກິດຈະກຳຂອງສະພາແຫ່ງຊາດຫວຽດນາມ, Pasaxon ເຫັນວ່າ ລາວສາມາດສຶກສາອ້າງອີງການຈັດກອງປະຊຸມວິສາມັນ ຫຼື ກອງປະຊຸມສະເພາະຫົວຂໍ້ ເພື່ອຕັດສິນບັນດາບັນຫາຮີບດ່ວນດ້ານເສດຖະກິດ, ການເງິນ ແລະ ໂຄງລ່າງໃຫ້ທັນການ; ພ້ອມທັງນຳໃຊ້ຮູບແບບການເຮັດວຽກແບບລວມສູນ, ຕໍ່ເນື່ອງ ເພື່ອແກ້ໄຂປະລິມານວຽກງານຂະໜາດໃຫຍ່ ແຕ່ຍັງຮັບປະກັນຄຸນນະພາບ.

ບົດຂຽນຍັງກ່າວເຖິງບົດຮຽນອີກປະການໜຶ່ງ ຄື ການເລັ່ງປະຕິຮູບສະຖາບັນ, ປັບປຸງສະພາບແວດລ້ອມການລົງທຶນ ຜ່ານການດັດແກ້ບັນດາລະບຽບກົດໝາຍ, ຫຼຸດຜ່ອນລະບຽບການບໍລິຫານ, ປັບປຸງນະໂຍບາຍການລົງທຶນ ແລະ ຄ່ອຍໆຫັນຈາກ “ການກວດກາກ່ອນ” ໄປສູ່ “ການກວດກາພາຍຫຼັງ”.

Pasaxon ຍັງສະເໜີໃຫ້ຄົ້ນຄວ້າບັນດາກົນໄກສະເພາະ ແລະ ນະໂຍບາຍບູລິມະສິດສຳລັບໂຄງການ, ເຂດເສດຖະກິດຈຸດສຸມ, ເຂດເສດຖະກິດພິເສດ ຫຼື ກິດຈະກຳການຕ່າງປະເທດທີ່ສຳຄັນ; ພ້ອມທັງປັບປຸງກົດໝາຍກ່ຽວກັບທີ່ດິນ, ທີ່ຢູ່ອາໄສ ແລະ ການດຳເນີນທຸລະກິດອະສັງຫາລິມະຊັບ ເພື່ອຂຸດຄົ້ນແຫຼ່ງກຳລັງຈາກທີ່ດິນໃຫ້ມີປະສິດທິຜົນ.

ໃນຂົງເຂດວາງແຜນຜັງຕົວເມືອງ ແລະ ພັດທະນາໂຄງລ່າງ, ບົດຂຽນເຫັນວ່າ ບົດຮຽນຂອງຫວຽດນາມສະແດງໃຫ້ເຫັນວ່າ ການຍົກລະດັບບັນດາຫົວໜ່ວຍບໍລິຫານ, ສ້າງຕັ້ງບັນດານະຄອນຂຶ້ນກັບສູນກາງ ສາມາດສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕ, ເຊື່ອມໂຍງການພັດທະນາພື້ນທີ່ຕົວເມືອງເຂົ້າກັບທ່າໄດ້ປຽບດ້ານການທ່ອງທ່ຽວ, ອຸດສາຫະກຳ ແລະ logistics.

Pasaxon ພ້ອມກັນນັ້ນກໍເນັ້ນໜັກວ່າ ຈຳເປັນຕ້ອງໃຫ້ບູລິມະສິດແຫຼ່ງກຳລັງ ແລະ ແກ້ໄຂບັນດາຂໍ້ຕິດຂັດດ້ານກົດໝາຍ ສຳລັບບັນດາເສັ້ນທາງລົດໄຟ, ເສັ້ນທາງບົກ ທີ່ຮັບໃຊ້ການເຊື່ອມຕໍ່ຂົນສົ່ງສາກົນ, ໂດຍສະເພາະບັນດາແລວເສດຖະກິດທີ່ເຊື່ອມລາວກັບຫວຽດນາມ, ຈີນ, ໄທ ແລະ ບັນດາປະເທດໃນພາກພື້ນ.

ຄຽງຄູ່ກັນນັ້ນ, ການແບ່ງຂັ້ນຄຸ້ມຄອງ ຕ້ອງຕິດພັນກັບການເພີ່ມທະວີກວດກາ. ຕາມບົດຂຽນ, ການເປີດກວ້າງສິດເປັນເຈົ້າການໃຫ້ສະພາປະຊາຊົນ ແລະ ຄະນະອຳນາດການປົກຄອງຂອງບັນດາແຂວງ, ນະຄອນຫຼວງວຽງຈັນ ຕ້ອງຄຽງຄູ່ກັບການປັບປຸງກົນໄກກວດກາສູງສຸດຂອງສະພາແຫ່ງຊາດ ແລະ ວຽກງານຕຸລາການ, ຜ່ານນັ້ນ ຮັບປະກັນຄວາມໂປ່ງໃສ, ຈຳກັດການຟຸມເຟືອຍ ແລະ ການສູນເສຍງົບປະມານ.

ບົດບັນນາທິການສະຫຼຸບວ່າ ບັນດາບົດຮຽນຈາກກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຫວຽດນາມຊຸດທີ XVI ສາມາດກາຍເປັນແຫຼ່ງອ້າງອີງທີ່ສຳຄັນສຳລັບລາວ ໃນຂະບວນການຫັນອົງການນິຕິບັນຍັດໃຫ້ທັນສະໄໝ, ປະຕິຮູບສະຖາບັນ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.

ສະຖານທູດລາວປະຈຳຫວຽດນາມ ອວຍພອນວັນຊາດຫວຽດນາມ ສະຖານທູດລາວປະຈຳຫວຽດນາມ ອວຍພອນວັນຊາດຫວຽດນາມ
ຍສໝ - ເນື່ອງໃນໂອກາດລະນຶກ 81 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ວັນທີ 27 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ພ້ອມດ້ວຍຄະນະພະນັກງານສະຖານທູດລາວ ທີ່ມາອວຍພອນ.
ຫວຽດນາມ - ລາວ ເປີດກວ້າງຂອບເຂດການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ເຄິ່ງຊັກນຳໄຟຟ້າ ແລະ AI ຫວຽດນາມ - ລາວ ເປີດກວ້າງຂອບເຂດການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ເຄິ່ງຊັກນຳໄຟຟ້າ ແລະ AI
ຍສໝ - ຈາກບັນດາປະສົບການຕົວຈິງ, ຫວຽດນາມ ແລະ ລາວ ເປີດກວ້າງທິດທາງການຮ່ວມມືໃໝ່ໃນການພັດທະນາເຕັກໂນໂລຊີ, ຊັບພະຍາກອນມະນຸດ ແລະ ການເຊື່ອມໂຍງວິສາຫະກິດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ