| ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່ ເຊື່ອມໂຍງຊາວຫວຽດນາມຢູ່ຕ່າງປະເທດ, ສົ່ງເສີມແຫຼ່ງກຳລັງປັນຍາຊົນຫວຽດນາມຢູ່ສິງກະໂປ |
ມະຕິເລກທີ 23-NQ/TW ທີ່ຫາກໍ່ປະກາດໃຊ້ ແມ່ນຜົນຂອງຂະບວນການສະຫຼຸບ 20 ປີ ແຫ່ງການປະຕິບັດມະຕິເລກທີ 36-NQ/TW ແລະ ບັນດາເອກະສານຊີ້ນຳທີ່ກ່ຽວຂ້ອງຂອງກົມການເມືອງ, ຄະນະເລຂາທິການ ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.
ມະຕິສືບທອດບັນດາທັດສະນະ, ແນວຄິດທີ່ສອດຫ້ອຍຕະຫຼອດ ແລະ ຍັງຄົງຄຸນຄ່າຂອງມະຕິເລກທີ 36-NQ/TW, ພ້ອມທັງສະແດງເຖິງບາດກ້າວພັດທະນາໃໝ່ໃນແນວຄິດກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ສອດຄ່ອງກັບຄວາມຮຽກຮ້ອງພັດທະນາຂອງປະເທດ ແລະ ບັນດາການປ່ຽນແປງຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ.
ທ່ານ ຟ້າມກວາງວິງ, ເອກອັກຄະລັດຖະທູດ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເນັ້ນໜັກເຖິງການປ່ຽນແປງໃນຄວາມຮັບຮູ້ຕໍ່ຖານະ, ບົດບາດຂອງຊາວຫວຽດນາມຢູ່ຕ່າງປະເທດ ກໍຄື ວິທີການລະດົມແຫຼ່ງກຳລັງນີ້ ເພື່ອຮັບໃຊ້ການພັດທະນາປະເທດ.
![]() |
| ທ່ານ ຟ້າມກວາງວິງ, ເອກອັກຄະລັດຖະທູດ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ. |
ຈາກການຂົນຂວາຍ ສູ່ການສ້າງກົນໄກ
- ຂໍທ່ານໃຫ້ຮູ້ບາງຈຸດໃໝ່ທີ່ມີລັກສະນະບຸກທະລຸຂອງມະຕິເລກທີ 23-NQ/TW ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ?
ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ: ດ້ວຍຈຳນວນຫຼາຍກວ່າ 6,5 ລ້ານຄົນ ທີ່ພວມດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ຫຼາຍກວ່າ 130 ປະເທດ ແລະ ເຂດແຄວ້ນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ທັງດ້ານຈຳນວນ, ຄຸນນະພາບ ແລະ ລະດັບການເຊື່ອມໂຍງ.
ມະຕິເລກທີ 23 ສືບຕໍ່ທັດສະນະອັນເປັນເອກະພາບຂອງພັກ ແລະ ລັດຕະຫຼອດມາ ໂດຍຖືວ່າ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງຂອງຄອບຄົວໃຫຍ່ບັນດາເຜົ່າຫວຽດນາມ.
ຈຸດໃໝ່ທີ່ພົ້ນເດັ່ນ ແມ່ນມະຕິຖືວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນແຫຼ່ງກຳລັງຍຸດທະສາດ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ. ແຫຼ່ງກຳລັງໃນທີ່ນີ້ ບໍ່ພຽງແຕ່ແມ່ນດ້ານວັດຖຸ ແຕ່ຍັງລວມເຖິງຄົນ, ພູມປັນຍາ ແລະ ການເຊື່ອມຕໍ່.
ຄຽງຄູ່ກັນນັ້ນ ແມ່ນການປ່ຽນໃໝ່ແນວຄິດ ແລະ ວິທີການດຳເນີນວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ຈາກການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ດູແລ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງ. ນີ້ບໍ່ພຽງແຕ່ແມ່ນການປ່ຽນແປງວິທີເຮັດວຽກ ແຕ່ຍັງແມ່ນການຍົກລະດັບຄວາມຮັບຮູ້ຕໍ່ບົດບາດຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ໃນໄລຍະພັດທະນາໃໝ່ຂອງປະເທດ.
ຈາກຄວາມຮັບຮູ້ ຈະນຳໄປສູ່ການສ້າງກົນໄກ. ກ່ອນໜ້ານີ້, ລັດຂົນຂວາຍໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ປະກອບສ່ວນໃຫ້ບ້ານເກີດເມືອງນອນເປັນແຕ່ລະກໍລະນີ, ຂຶ້ນກັບເງື່ອນໄຂຂອງແຕ່ລະບຸກຄົນ. ເມື່ອຊາວຫວຽດນາມຢູ່ຕ່າງປະເທດ ຫັນໃຈສູ່ປະເທດຊາດ, ລັດກໍສ້າງເງື່ອນໄຂອັນສະດວກສະເໝີ ນັບແຕ່ການປະກອບອາຊີບ, ດຳລົງຊີວິດ, ສຶກສາ ຈົນເຖິງການນຳຄອບຄົວກັບຄືນປະເທດ.
ດ້ວຍມະຕິເລກທີ 23, ລັດຈະສ້າງເຄືອຂ່າຍ, ກົນໄກ ແລະ ລະບົບນິເວດ ເພື່ອໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ສາມາດປະກອບສ່ວນໄດ້ກວ້າງຂວາງຍິ່ງຂຶ້ນ. ຄຽງຄູ່ກັບການພັດທະນາຂອງເຕັກໂນໂລຊີ, ຊາວຫວຽດນາມຢູ່ຕ່າງປະເທດ ສາມາດປະກອບສ່ວນຈາກທາງໄກໃນທັງສາມດ້ານ ຄື: ການສ້າງສາປະເທດ, ພັດທະນາປະເທດ ແລະ ປົກປັກຮັກສາປະເທດ.
ມະຕິຍັງລະບຸຢ່າງຈະແຈ້ງເຖິງກົນໄກເຊື່ອມຕໍ່ບັນດາບຸກຄົນຜູ້ມີຄວາມຮູ້, ປັນຍາຊົນ, ນັກວິທະຍາສາດ ແລະ ວິສາຫະກິດ ເພື່ອປະກອບສ່ວນໃຫ້ປະເທດຊາດ.
- ດ້ວຍປະສົບການເຮັດວຽກຢູ່ບັນດາອົງການຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ, ສະຫະລັດອາເມລິກາ, ອາຊຽນ... ທ່ານປະເມີນແນວໃດຕໍ່ທ່າແຮງໃນການຫັນກະແສເງິນທີ່ຊາວຫວຽດນາມຢູ່ຕ່າງປະເທດສົ່ງກັບປະເທດ ໃຫ້ກາຍເປັນບັນດາກອງທຶນລົງທຶນພາຍໃນປະເທດ?
ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ: ໃນສະພາບທີ່ໂລກພວມມີການປ່ຽນແປງຢ່າງແຮງ, ພວກເຮົາຕ້ອງເບິ່ງສອງບັນຫາ. ໜຶ່ງແມ່ນ ຈະປັບຕົວແນວໃດກັບການປ່ຽນໃໝ່ສ້າງສັນ ແລະ ວິທະຍາສາດ - ເຕັກໂນໂລຊີ. ສອງແມ່ນ ຕໍ່ໜ້າບັນດາການປ່ຽນແປງໃນນະໂຍບາຍເສດຖະກິດຂອງບັນດາປະເທດຄູ່ຮ່ວມມື, ຫວຽດນາມກໍຕ້ອງມີການດັດປັບ ແລະ ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດໃຫ້ເລິກເຊິ່ງຍິ່ງຂຶ້ນ.
ກ່ອນໜ້ານີ້, ພວກເຮົາຖືວ່າ ເງິນທີ່ຊາວຫວຽດນາມຢູ່ຕ່າງປະເທດສົ່ງກັບປະເທດ ແມ່ນຊ່ອງທາງໜຶ່ງເພື່ອຊຸກຍູ້ກະແສເງິນໄຫຼເຂົ້າຫວຽດນາມ. ປັດຈຸບັນ, ຊາວຫວຽດນາມຢູ່ຕ່າງປະເທດ ບໍ່ພຽງແຕ່ລົງທຶນໃຫ້ບ້ານເກີດເມືອງນອນໃນຂົງເຂດການຜະລິດ ແຕ່ຍັງເຂົ້າຮ່ວມຕະຫຼາດຫຼັກຊັບ, ການເງິນ, ພ້ອມທັງເຊື່ອມຕໍ່ກັບວິສາຫະກິດ ແລະ ຄູ່ຮ່ວມມືຢູ່ປະເທດທີ່ຕົນອາໄສຢູ່ ເພື່ອລົງທຶນຢູ່ຫວຽດນາມ.
- ດັ່ງນັ້ນ, ພວກເຮົາຕ້ອງມີບາດກ້າວບຸກທະລຸດ້ານສະຖາບັນເສດຖະກິດຄືແນວໃດ ເພື່ອໃຫ້ນັກທຸລະກິດ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ຮັບຮູ້ໄດ້ຢ່າງແທ້ຈິງເຖິງບົດບາດໃນການສ້າງສັນຂອງລັດ?
ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ: ການປະຕິຮູບສະຖາບັນເສດຖະກິດ ແມ່ນບັນຫາທີ່ພວກເຮົາມຸ່ງໄປສູ່ ເພື່ອຫວຽດນາມພັດທະນາ ນັບແຕ່ປັດຈຸບັນຮອດປີ 2030-2045.
ເສດຖະກິດພາຍໃນປະເທດ ຕ້ອງອີງໃສ່ກົດເກນຂອງເສດຖະກິດຕະຫຼາດ, ຍາດແຍ່ງແຫຼ່ງທຶນ, ເພີ່ມທະວີການຮ່ວມທຶນ, ເຊື່ອມໂຍງຮ່ວມມືດ້ານທຸລະກິດ ແລະ ການຜະລິດ.
ຄຽງຄູ່ກັນນັ້ນ ແມ່ນການບຸກທະລຸດ້ານສະຖາບັນ, ແກ້ໄຂບັນດາຈຸດອຸດຕັນ, ຜັນຂະຫຍາຍມະຕິເລກທີ 68-NQ/TW ປີ 2025 ກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ສິ່ງສຳຄັນກວ່າໝູ່ ແມ່ນການວາງເປົ້າໝາຍຍົກສູງຄຸນນະພາບຂອງພື້ນຖານເສດຖະກິດ, ລວມທັງຄວາມສາມາດການຜະລິດຂອງພື້ນຖານເສດຖະກິດ ແລະ ການເຊື່ອມໂຍງເສດຖະກິດ ດັ່ງທີ່ມະຕິເລກທີ 10-NQ/TW ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດທີ່ມີທຶນລົງທຶນຈາກຕ່າງປະເທດ ໄດ້ລະບຸໄວ້ຢ່າງຈະແຈ້ງ.
“ຂ້າພະເຈົ້າຄິດວ່າ ‘ມາດວັດແທກ’ ບໍ່ແມ່ນວ່າ ແຫຼ່ງເງິນໄຫຼເຂົ້າມາຫຼາຍປານໃດ, ແຕ່ສິ່ງສຳຄັນກວ່າ ແມ່ນຜົນທີ່ໄດ້ຈາກແຫຼ່ງເງິນນັ້ນ ປະກອບສ່ວນຫຍັງໃຫ້ແກ່ເສດຖະກິດຫວຽດນາມ, ໃຫ້ແກ່ການຖ່າຍທອດເຕັກໂນໂລຊີ”, ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ ເນັ້ນໜັກ.
ຕາມທ່ານ ເອກອັກຄະລັດຖະທູດ, ບັນດາເນື້ອໃນຫຼັກແຫຼ່ງເຫຼົ່ານີ້ ຕ້ອງໄດ້ເຜີຍແຜ່ໃຫ້ຊາວຫວຽດນາມຢູ່ຕ່າງປະເທດຮັບຮູ້ ເພື່ອສົມທົບກັບບັນດາກົນໄກໃໝ່ຕາມມະຕິເລກທີ 23, ຜ່ານນັ້ນ ສ້າງພະລັງຮ່ວມ, ດຶງດູດແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າໃນການພັດທະນາປະເທດ.
![]() |
| ຊາວໜຸ່ມ ແລະ ນັກສຶກສາຊາວຫວຽດນາມຢູ່ຕ່າງປະເທດ 110 ຄົນ ທີ່ມາຈາກ 31 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຄ້າຍລະດູຮ້ອນຫວຽດນາມ 2025 ພາຍໃຕ້ຫົວຂໍ້ “ຮ່ວມກັນຂຽນຕໍ່ເລື່ອງລາວແຫ່ງສັນຕິພາບ”.* |
ປັບປຸງຖານະບົດບາດຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ
- ການຖືແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເປັນສ່ວນປະກອບໜຶ່ງທີ່ສ້າງກຳລັງແຮງສັງລວມຂອງຊາດ ມີຄວາມໝາຍຄືແນວໃດຕໍ່ການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ?
ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ: ກ່ອນອື່ນໝົດ, ພວກເຮົາຮັບຮູ້ຢ່າງຈະແຈ້ງວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດແຍກອອກຈາກຄອບຄົວໃຫຍ່ຫວຽດນາມ, ແມ່ນພາກສ່ວນໜຶ່ງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ.
ມະຕິເລກທີ 23 ມີທັດສະນະໃໝ່ຫຼາຍປະການໜຶ່ງ ຄື ສ້າງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໃຫ້ມີຖານະທາງກົດໝາຍທີ່ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສັງຄົມຢ່າງກວ້າງຂວາງ ແລະ ພັດທະນາຢ່າງໝັ້ນຄົງ.
ບໍ່ແມ່ນຊາວຫວຽດນາມຢູ່ທຸກແຫ່ງຈະມີຖານະທີ່ໝັ້ນຄົງຢູ່ປະເທດທີ່ຕົນອາໄສຢູ່, ບາງເຂດຍັງມີສະພາບສັບສົນ ແລະ ຫຍຸ້ງຍາກກວ່າ. ດ້ວຍນະໂຍບາຍໃໝ່, ລັດບໍ່ພຽງແຕ່ຊ່ວຍໃຫ້ຊາວຫວຽດນາມຢູ່ຕ່າງປະເທດມີຊີວິດທີ່ໝັ້ນຄົງ ແຕ່ຍັງປັບປຸງບົດບາດ ແລະ ຖານະຂອງພວກເຂົາ. ມີພຽງແຕ່ເຮັດໄດ້ຄືແນວນັ້ນ ຊາວຫວຽດນາມຈຶ່ງສາມາດສົ່ງເສີມບົດບາດເປັນ “ທູດວັດທະນະທຳ, ປະເທດຊາດ ແລະ ຄົນຫວຽດນາມ”, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຍົກສູງພະລັງອ່ອນ ແລະ ຊື່ສຽງຂອງປະເທດ.
ຜ່ານການຮັກສາພາສາຫວຽດນາມ ແລະ ເອກະລັກວັດທະນະທຳຫວຽດນາມ, ຊາວຫວຽດນາມຢູ່ຕ່າງປະເທດ ກໍຄືຂົວຕໍ່ລະຫວ່າງບ້ານເກີດເມືອງນອນກັບປະເທດທີ່ຕົນອາໄສຢູ່, ປະກອບສ່ວນໂຄສະນາພາບພົດຂອງປະເທດຢູ່ຕ່າງປະເທດ. ເມື່ອຖານະຂອງຊາວຫວຽດນາມໄດ້ຮັບການປັບປຸງຢ່າງໝັ້ນຄົງ, ພວກເຂົາຈະສາມາດດຳເນີນວຽກງານການທູດວັດທະນະທຳໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ.
- ບົດບາດຂອງບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ຄວນສະແດງອອກຄືແນວໃດ ໃນສະພາບທີ່ວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດມີຫຼາຍຈຸດໃໝ່, ຂໍຮຽນທ່ານ?
ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ: ບັນດາອົງການຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ຕ້ອງກາຍເປັນສູນກາງເຊື່ອມຕໍ່ຍຸດທະສາດລະຫວ່າງຊາວຫວຽດນາມຢູ່ຕ່າງປະເທດກັບພາຍໃນປະເທດ, ພ້ອມທັງເຊື່ອມຕໍ່ຊາວຫວຽດນາມຢູ່ປະເທດທີ່ຕົນປະຈຳການເຂົ້າຫາກັນ.
ມະຕິເລກທີ 23 ຍັງລະບຸຢ່າງຈະແຈ້ງເຖິງບົດບາດຂອງອົງການຕາງໜ້າ ໃນການສົມທົບກັບພາຍໃນປະເທດ ສ້າງແຜນທີ່ແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ, ໝາຍເຖິງການຫັນຂໍ້ມູນກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ພ້ອມທັງທ່າແຮງ ແລະ ແຫຼ່ງກຳລັງທີ່ສາມາດປະກອບສ່ວນໃຫ້ປະເທດ ເປັນຂໍ້ມູນດິຈິຕອນ.
ອົງການຕາງໜ້າຕ້ອງກຳແໜ້ນຄວາມຕ້ອງການພາຍໃນປະເທດ, ຕົວຢ່າງ ຂົງເຂດເຕັກໂນໂລຊີສານເຄິ່ງຕົວນຳ ແລະ ຊິບ ພວມຕ້ອງການຫຍັງ, ຈາກນັ້ນ ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ, ສ້າງເຄືອຂ່າຍລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ໂດຍສະເພາະວິສາຫະກິດ, ເພື່ອສົ່ງເສີມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃຫ້ມີປະສິດທິຜົນ.
- ຂໍຂອບໃຈທ່ານ!
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີ ວັນຊາດ 2/9, ບັນດາອົງການຕາງໜ້າຫວຽດນາມປະຈຳມາເລເຊຍ, ກຳປູເຈຍ ແລະ ເຂດຕາເວັນອອກໄກ (ສະຫະພັນລັດເຊຍ) ໄດ້ຈັດຫຼາຍກິດຈະກຳ ໂດຍມີຊາວຫວຽດນາມຢູ່ຕ່າງປະເທດ ແລະ ເພື່ອນມິດທ້ອງຖິ່ນເຂົ້າຮ່ວມຢ່າງຫຼວງຫຼາຍ. ຈາກຄວາມພາກພູມໃຈຕໍ່ການພັດທະນາຂອງປະເທດ, ປະຊາຄົມຊາວຫວຽດນາມໄດ້ສະແດງຄວາມປາດຖະໜາຢາກປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ ແລະ ຮ່ວມກັນສ້າງສາສາຍພົວພັນມິດຕະພາບກັບປະເທດທີ່ຕົນອາໄສຢູ່. |
ຍສໝ - ເພື່ອໃຫ້ມະຕິເລກທີ 23-NQ/TW ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ບັນດາຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ສະເໜີໃຫ້ຮີບຮ້ອນສ້າງຖານຂໍ້ມູນດິຈິຕອນກ່ຽວກັບຊ່ຽວຊານ, ປັນຍາຊົນ ແລະ ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ; ປ່ຽນແປງໃໝ່ວິທີການເຊື່ອມຈອດຊຸມຊົນ; ສົ່ງເສີມເຄືອຂ່າຍປັນຍາຊົນໜຸ່ມ ແລະ ບົດບາດຂອງບັນດາຄຸນຄ່າວັດທະນະທຳ, ສາສະໜາດັ້ງເດີມ, ຜ່ານນັ້ນ ລະດົມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດເຂົ້າໃນການພັດທະນາປະເທດຢ່າງມີປະສິດທິຜົນ. |
ມິງດຶກ

