| ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ ກົງສຸນໃຫຍ່ຫວຽດນາມປະຈຳ Busan ຊຸກຍູ້ການເຊື່ອມຕໍ່ການຄ້າໃນສະພາບແວດລ້ອມການຄ້າໃໝ່ |
ຕອນເຊົ້າວັນທີ 25 ສິງຫາ, ຫ້ອງວ່າການຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ສົມທົບກັບສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍນະຄອນຮ່າໂນ້ຍ ຈັດກອງສຳມະນາສົນທະນາກ່ຽວກັບນະໂຍບາຍ ແລະ ການກະທຳ ພາຍໃຕ້ຫົວຂໍ້ “ວິສາຫະກິດນະຄອນຫຼວງລົງມືກະທຳເພື່ອເປົ້າໝາຍເຕີບໂຕແບບຍືນຍົງສອງຕົວເລກ”.
ກ່າວຄຳເຫັນທີ່ກອງສຳມະນາ, ທ່ານ ຫງວຽນຕ໊ຽນທຽດ, ຫົວໜ້າຫ້ອງວ່າການຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ ນະຄອນມີຫຼາຍທ່າໄດ້ປຽບດ້ານຊັບພະຍາກອນມະນຸດ, ວິທະຍາສາດ - ເຕັກໂນໂລຊີ, ລະບົບມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ຕະຫຼາດບໍລິໂພກ, ໂຄງລ່າງການບໍລິການ ແລະ ຖານະເປັນສູນກາງເຊື່ອມຕໍ່ຂອງເຂດນະຄອນຫຼວງ.
![]() |
| ທ່ານ ຫງວຽນຕ໊ຽນທຽດ, ຫົວໜ້າຫ້ອງວ່າການຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ກ່າວຄຳເຫັນທີ່ກອງສຳມະນາ. |
ແຕ່ເຖິງຢ່າງໃດກໍຕາມ, ບັນດາທ່າໄດ້ປຽບເຫຼົ່ານີ້ ຈະກາຍເປັນແຮງຂັບເຄື່ອນການເຕີບໂຕຢ່າງແທ້ຈິງ ກໍຕໍ່ເມື່ອໄດ້ຮັບການຈັດຕັ້ງໃຫ້ກາຍເປັນກະແສທີ່ເປັນຮູບປະທຳຂອງແຫຼ່ງທຶນ, ເຕັກໂນໂລຊີ, ຂໍ້ມູນ, ຊັບພະຍາກອນມະນຸດຄຸນນະພາບສູງ, ຕະຫຼາດ ແລະ ຄວາມເຊື່ອໝັ້ນທາງທຸລະກິດ.
ຕາມທ່ານ ຫງວຽນຕ໊ຽນທຽດ ແລ້ວ, ເພື່ອບັນລຸການເຕີບໂຕສູງແຕ່ຍືນຍົງ, ຮ່າໂນ້ຍ ບໍ່ສາມາດອາໄສພຽງແຕ່ການຂະຫຍາຍຂະໜາດ ແຕ່ຕ້ອງຍົກສູງຜະລິດຕະພາບໄປພ້ອມກັນ, ນຳໃຊ້ວິທະຍາສາດ - ເຕັກໂນໂລຊີ, ຊຸກຍູ້ການປ່ຽນໃໝ່ສ້າງສັນ, ການຫັນປ່ຽນດິຈິຕອນ, ການຫັນປ່ຽນສີຂຽວ, ປັບປຸງການບໍລິຫານ ແລະ ເປີດທາງໃຫ້ບັນດາແຫຼ່ງກຳລັງລົງທຶນ.
“ເມື່ອເປົ້າໝາຍຂອງນະຄອນ ໄດ້ຮັບການຫັນເປັນເປົ້າໝາຍ ແລະ ການກະທຳຂອງແຕ່ລະວິສາຫະກິດຢ່າງລະອຽດ, ຂະບວນການແຂ່ງຂັນຈຶ່ງຈະມີພະລັງຊີວິດຢ່າງແທ້ຈິງ ແລະ ສ້າງຜົນໄດ້ຮັບທີ່ເປັນຮູບປະທຳ”, ທ່ານ ຫງວຽນຕ໊ຽນທຽດ ກ່າວ.
ສຳລັບບັນດາອົງການຂອງລັດ, ຂໍ້ຮຽກຮ້ອງທີ່ວາງອອກແມ່ນ ສືບຕໍ່ຍົກສູງຄຸນນະພາບການບໍລິການ, ຫຼຸດໄລຍະເວລາແກ້ໄຂວຽກງານ, ເພີ່ມທະວີຄວາມຮັບຜິດຊອບຂອງຜູ້ນຳພາ, ຊຸກຍູ້ການຫັນຂະບວນການເປັນດິຈິຕອນ, ນຳໃຊ້ຂໍ້ມູນໃນການບໍລິຫານ ແລະ ເພີ່ມທະວີຄວາມເປີດເຜີຍ, ໂປ່ງໃສ.
![]() |
| ບັນດາຊ່ຽວຊານແລກປ່ຽນ, ແບ່ງປັນບັນດາມາດຕະການຊ່ວຍໜູນວິສາຫະກິດຂະໜາດກາງ ແລະ ນ້ອຍ ຍົກສູງຄວາມສາມາດ, ນຳໃຊ້ບັນດາໂອກາດພັດທະນາໃໝ່ໃຫ້ເກີດປະໂຫຍດ. |
ກະກຽມພື້ນຖານດ້ານວິທະຍາສາດ - ເຕັກໂນໂລຊີ
ແບ່ງປັນຄຳເຫັນທີ່ກອງສຳມະນາ, ທ່ານ ປອ. ຫງວຽນຫວຽດຮຸ່ງ, ຫົວໜ້າສະຖາບັນຄົ້ນຄວ້າພັດທະນາເສດຖະກິດ - ສັງຄົມຮ່າໂນ້ຍ, ເຫັນວ່າ ວິສາຫະກິດຂະໜາດກາງ ແລະ ນ້ອຍ ມີບົດບາດສຳຄັນໃນພື້ນຖານເສດຖະກິດ, ປະກອບສ່ວນປັບປຸງຕ່ອງໂສ້ມູນຄ່າຂອງບັນດາຂະແໜງເສດຖະກິດໃຫ້ສົມບູນ.
ວິເຄາະທິດທາງພັດທະນາໃນໄລຍະຕໍ່ໜ້າ, ທ່ານ ປອ. ຫງວຽນຫວຽດຮຸ່ງ ເຫັນວ່າ ວິທະຍາສາດ - ເຕັກໂນໂລຊີ, ການປ່ຽນໃໝ່ສ້າງສັນ ແລະ ການຫັນປ່ຽນດິຈິຕອນ ແມ່ນບັນດາແຮງຂັບເຄື່ອນການເຕີບໂຕຕົ້ນຕໍ. ໃນໄລຍະສັ້ນ, ທ່າແຮງການເຕີບໂຕອາດມາຈາກການລົງທຶນສາທາລະນະ, ການກໍ່ສ້າງ, ການຄົມມະນາຄົມ, logistics, ການຂາຍສົ່ງ, ການຂາຍຍ່ອຍ... ແຕ່ໃນໄລຍະກາງ ແລະ ຍາວ, ຈຳເປັນຕ້ອງກະກຽມພື້ນຖານດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ການປ່ຽນໃໝ່ສ້າງສັນຂອງວິສາຫະກິດ ແລະ ປະເທດ.
ເພື່ອໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍພັດທະນາ, ຕາມທ່ານແລ້ວ, ນະໂຍບາຍພາສີ ແລະ ລະບຽບການບໍລິຫານ ຕ້ອງສະໜັບສະໜູນລະບົບນິເວດວິສາຫະກິດຢ່າງແທ້ຈິງ. ຖ້າຫາກຄ່າໃຊ້ຈ່າຍໃນການປະຕິບັດຕາມລະບຽບສູງເກີນໄປ, ວິສາຫະກິດອາດປະສົບຄວາມຫຍຸ້ງຍາກຕັ້ງແຕ່ຍັງບໍ່ທັນໄດ້ພັດທະນາ. ດັ່ງນັ້ນ, ນະໂຍບາຍຂອງລັດຕ້ອງມີຄວາມໂປ່ງໃສ ແລະ ສ້າງເງື່ອນໄຂໃຫ້ທັງວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ພັດທະນາ.
ຈາກມຸມມອງຂອງປະຊາຄົມວິສາຫະກິດ, ທ່ານ ສຈ.ປອ. ມາກກວກແອັງ, ກຳມະການຄະນະສູນກາງແນວໂຮມປິຕຸພູມຫວຽດນາມ, ເລຂາຄະນະພັກ, ຮອງປະທານ ຄວບຕຳແໜ່ງເລຂາທິການໃຫຍ່ Hanoisme, ເຫັນວ່າ ສິ່ງສຳຄັນແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ ຕ້ອງມີຄວາມສາມາດພຽງພໍໃນການຮັບ ແລະ ນຳໃຊ້ບັນດານະໂຍບາຍທີ່ໄດ້ປະຕິບັດ.
ຕາມທ່ານແລ້ວ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ສາມາດນຳໃຊ້ຫຼາຍພື້ນທີ່ພັດທະນາໃໝ່ຂອງຮ່າໂນ້ຍໃຫ້ເກີດປະໂຫຍດ, ກ່ອນອື່ນແມ່ນຈາກການພັດທະນາຢ່າງແຮງຂອງໂຄງລ່າງ ເຊິ່ງລວມມີພື້ນຖານວັດຖຸ, ການຄົມມະນາຄົມ, logistics ແລະ ໂຄງລ່າງສີຂຽວ. ການລົງທຶນສາທາລະນະສາມາດສ້າງແຮງຂັບເຄື່ອນ, ນຳພາບັນດາກຳລັງ, ໃນນັ້ນມີວິສາຫະກິດເອກະຊົນຂະໜາດນ້ອຍ ແລະ ກາງ.
ການພັດທະນາຂອງນະຄອນອັດສະລິຍະ, ການສຶກສາ, ການແພດ, ການດູແລສຸຂະພາບ ແລະ ການບໍລິການດິຈິຕອນ ກໍເປີດບັນດາຕະຫຼາດສະເພາະທີ່ເໝາະສົມກັບຄວາມສາມາດຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ.
ອີກທິດທາງໜຶ່ງແມ່ນເພີ່ມທະວີການຫັນປ່ຽນດິຈິຕອນ, ປ່ຽນໃໝ່ເຕັກໂນໂລຊີ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການປະຕິບັດຕາມລະບຽບ. ພ້ອມກັນນັ້ນ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ຕ້ອງເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າໃນຕ່ອງໂສ້ມູນຄ່າຂອງບັນດາກຸ່ມບໍລິສັດ FDI, ຫັນຈາກແນວຄິດຂາຍສິນຄ້າໜຶ່ງຢ່າງ ໄປສູ່ການເຂົ້າຮ່ວມຕ່ອງໂສ້ສະໜອງ, ຕອບສະໜອງບັນດາມາດຕະຖານສາກົນ.
ຕາມທ່ານ ສຈ.ປອ. ມາກກວກແອັງ, ເສດຖະກິດສີຂຽວ, ເສດຖະກິດສ້າງສັນ ແລະ ບັນດາຂະແໜງບໍລິການທີ່ມີມູນຄ່າເພີ່ມສູງ ກໍແມ່ນບັນດາໂອກາດທີ່ໜ້າສົນໃຈສຳລັບວິສາຫະກິດຂະໜາດກາງ ແລະ ນ້ອຍ.
![]() |
| ທ່ານ ສຈ.ປອ. ມາກກວກແອັງ, ເລຂາຄະນະພັກ, ຮອງປະທານ ຄວບຕຳແໜ່ງເລຂາທິການໃຫຍ່ Hanoisme, ແລກປ່ຽນຄຳເຫັນທີ່ກອງສຳມະນາ. |
ເປັນເຈົ້າການຍົກສູງຄວາມສາມາດ
ໃນມຸມມອງຂອງນັກລົງທຶນ, ທ່ານ ຫງວຽນມິງແຮ້ງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນບໍລິຫານກອງທຶນຫວຽດກາດ, ໃຫ້ຮູ້ວ່າ ບັນດາວິສາຫະກິດທີ່ໄດ້ພິສູດຄວາມສາມາດໃນຂົງເຂດສະເພາະໃດໜຶ່ງ, ມີຮູບແບບທຸລະກິດທີ່ມີປະສິດທິຜົນ ແລະ ມີຄວາມສາມາດສືບຕໍ່ເຕີບໂຕ ມັກໄດ້ຮັບຄວາມສົນໃຈຈາກນັກລົງທຶນ.
ນັກລົງທຶນບໍ່ພຽງແຕ່ເບິ່ງເຖິງຊັບສິນຄ້ຳປະກັນ ແຕ່ຍັງໃຫ້ຄວາມສົນໃຈເຖິງຮູບແບບທຸລະກິດ, ຄວາມສາມາດດຸ່ນດ່ຽງກະແສເງິນດ້ວຍຕົນເອງ, ແຜນການເຕີບໂຕ ແລະ ຄວາມສາມາດນຳໃຊ້ແຫຼ່ງທຶນໃໝ່ເພື່ອສ້າງການພັດທະນາ.
ໃນຂະນະດຽວກັນ, ທ່ານ ປອ. ບຸ່ຍແທັງມິງ, ຮອງຜູ້ອຳນວຍການດ້ານວິຊາການ ຫ້ອງການຄະນະຄົ້ນຄວ້າພັດທະນາເສດຖະກິດເອກະຊົນ (ຄະນະ IV), ຂຶ້ນກັບສະພາທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ, ເຫັນວ່າ ວິສາຫະກິດພວມຢືນຢູ່ຕໍ່ໜ້າໄລຍະທີ່ມີຫຼາຍການປ່ຽນແປງຢ່າງວ່ອງໄວ. ຄ່າໃຊ້ຈ່າຍໃນການປະຕິບັດຕາມລະບຽບ ພ້ອມກັບຂໍ້ຮຽກຮ້ອງໃນການສ້າງມາດຕະຖານດ້ານຂໍ້ມູນ, ພາສີ, ການບັນຊີ... ພວມສ້າງບັນດາສິ່ງທ້າທາຍໃໝ່.
ດັ່ງນັ້ນ, ວິສາຫະກິດຕ້ອງປ່ຽນແປງວິທີການບໍລິຫານ, ມຸ່ງໄປສູ່ຄວາມເປັນລະບຽບ ແລະ ໄດ້ມາດຕະຖານ ເພື່ອສາມາດເຂົ້າເຖິງແຫຼ່ງທຶນ ແລະ ນຳໃຊ້ບັນດານະໂຍບາຍສະໜັບສະໜູນໃຫ້ເກີດປະໂຫຍດດີກວ່າເກົ່າ. ວິສາຫະກິດບໍ່ພຽງແຕ່ຕ້ອງການໃຫ້ລັດສ້າງ “ທາງແລ່ນ” ດ້ານນະໂຍບາຍ ແຕ່ຕົນເອງກໍຕ້ອງກຽມພ້ອມຫັນໂອກາດໃຫ້ກາຍເປັນການພັດທະນາຕົວຈິງ, ມີລະບົບລະບຽບຫຼາຍຂຶ້ນໃນການບໍລິຫານ, ຂະຫຍາຍຕະຫຼາດ, ແມ່ນແຕ່ມຸ່ງໄປສູ່ຕະຫຼາດໂລກ.
ທ່ານ ປອ. ບຸ່ຍແທັງມິງ ຍັງເນັ້ນໜັກວ່າ ໃນຂະບວນການຫັນປ່ຽນ, ວິສາຫະກິດຕ້ອງຍອມຮັບບັນດາການປ່ຽນແປງ ແລະ ຕ້ອງມີເວລາເພື່ອສ້າງມາດຕະຖານ. ນະໂຍບາຍ ແລະ ການປະຕິບັດນະໂຍບາຍຕ້ອງມີຈິດໃຈ “ຜ່ອນຜັນໃນການປະຕິບັດຕາມ”, ສ້າງເງື່ອນໄຂໃຫ້ວິສາຫະກິດສາມາດກຳນົດຈຸດບົກພ່ອງ, ປັບປຸງລະບົບໃຫ້ສົມບູນ ແລະ ຄ່ອຍໆສ້າງການດຳເນີນງານໃຫ້ໄດ້ມາດຕະຖານ.
ບັນດາຄຳເຫັນທີ່ກອງສຳມະນາສະແດງໃຫ້ເຫັນວ່າ ເພື່ອໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ ປະກອບສ່ວນເຂົ້າໃນເປົ້າໝາຍເຕີບໂຕແບບຍືນຍົງສອງຕົວເລກ, ຈຳເປັນຕ້ອງມີການຮ່ວມເດີນທາງຈາກທັງສອງຝ່າຍ: ນະຄອນສືບຕໍ່ສ້າງສະພາບແວດລ້ອມ, ນະໂຍບາຍ ແລະ ເງື່ອນໄຂທີ່ເອື້ອອຳນວຍ; ວິສາຫະກິດເປັນເຈົ້າການປ່ຽນໃໝ່, ຍົກສູງຄວາມສາມາດບໍລິຫານ, ນຳໃຊ້ເຕັກໂນໂລຊີ, ເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າໃນບັນດາຕ່ອງໂສ້ມູນຄ່າ ແລະ ຄ່ອຍໆຍົກສູງຂີດຄວາມສາມາດແຂ່ງຂັນ.
ຍສໝ - ການສ້າງເງື່ອນໄຂສະດວກໃຫ້ພົນລະເມືອງໃນການເຂົ້າ - ອອກປະເທດ, ພັກອາໄສ, ຮ່ຳຮຽນ, ເຮັດວຽກ ແລະ ເພີ່ມທະວີການປະສານງານໃນການປົກປ້ອງພົນລະເມືອງ ແມ່ນບັນດາເນື້ອໃນຈຸດສຸມທີ່ກອງປະຊຸມປຶກສາຫາລືດ້ານກົງສຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 9, ຈັດຂຶ້ນໃນວັນທີ 25 ສິງຫາ ຢູ່ຮ່າໂນ້ຍ. |
ຍສໝ - ງານສະແດງດົນຕີມິດຕະພາບຫວຽດນາມ - ໂຣມານີ ຢູ່ນະຄອນຫຼວງ Bucharest ໄດ້ເຕົ້າໂຮມບັນດາສິລະປິນຂອງສອງປະເທດ, ແນະນຳດົນຕີ, ຊຸດເສື້ອຍາວ, ອາຫານ ແລະ ຜະລິດຕະພັນຫວຽດນາມ, ຜ່ານນັ້ນເຜີຍແຜ່ພາບພົດປະເທດຊາດ, ຄົນຫວຽດນາມ ແລະ ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນສອງປະເທດ. |
ມິງດຶກ


