ທັດສະນະສາກົນຕໍ່ແຮງຂັບເຄື່ອນການເຕີບໂຕໃໝ່ຂອງເສດຖະກິດຫວຽດນາມ

21:00 | 03/09/2026

ຍສໝ - ການທີ່ກຸ່ມທະນາຄານໂລກ (WB) ຈັດຫວຽດນາມເຂົ້າໃນກຸ່ມປະເທດທີ່ມີລາຍຮັບປານກາງລະດັບສູງ ເປັນຂີດໝາຍບາດກ້າວໃໝ່ພາຍຫຼັງ 17 ປີ. ເຖິງຢ່າງໃດກໍຕາມ, ຕາມບັນດາຊ່ຽວຊານ ແລະ ອົງການສາກົນ, ເພື່ອກ້າວຂ້າມ “ກັບດັກລາຍຮັບປານກາງ”, ມຸ່ງສູ່ເປົ້າໝາຍກາຍເປັນປະເທດລາຍຮັບສູງໃນປີ 2045, ຫວຽດນາມຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງຈາກຮູບແບບທີ່ອີງໃສ່ທຶນ, ແຮງງານ ແລະ ຂະແໜງ FDI ເປັນສ່ວນໃຫຍ່ ໄປສູ່ເຕັກໂນໂລຊີ ແລະ ນະວັດຕະກຳ, ໂດຍມີເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI) ເປັນບັນດາແຮງງັດທີ່ສຳຄັນ.

ມະຕິເລກທີ 26-NQ/TW: ຫັນການທ່ອງທ່ຽວຈາກການເພີ່ມປະລິມານ ສູ່ການຍົກສູງຄຸນນະພາບ ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ເຕີບໂຕຢ່າງແຮງໃນໂອກາດວັນຊາດ, ຫຼາຍທ້ອງຖິ່ນມີລາຍຮັບເພີ່ມສູງ

ແຮງຂັບເຄື່ອນການເຕີບໂຕແບບເກົ່າ ຄ່ອຍໆເຂົ້າໃກ້ຂີດຈຳກັດ

ຕາມການຈັດປະເພດປະເທດຄັ້ງຫຼ້າສຸດຂອງກຸ່ມທະນາຄານໂລກ, ລາຍຮັບລວມແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນຂອງຫວຽດນາມບັນລຸ 4.970 USD, ຜ່ານເກນເພື່ອເຂົ້າສູ່ກຸ່ມປະເທດລາຍຮັບປານກາງລະດັບສູງຢ່າງເປັນທາງການ. ຂີດໝາຍນີ້ປິດສາກໄລຍະ 17 ປີທີ່ຫວຽດນາມຢູ່ໃນກຸ່ມປະເທດລາຍຮັບປານກາງລະດັບຕ່ຳຢ່າງຕໍ່ເນື່ອງ ນັບແຕ່ປີ 2009.

ເຖິງຢ່າງໃດກໍຕາມ, ເພື່ອກ້າວສູ່ຖານະປະເທດລາຍຮັບສູງໃນປີ 2045, GNI ສະເລ່ຍຕໍ່ຫົວຄົນຂອງຫວຽດນາມຕ້ອງເພີ່ມຂຶ້ນເກືອບ 3 ເທົ່າ. ນີ້ແມ່ນສິ່ງທ້າທາຍໃຫຍ່ ເມື່ອປະຫວັດສາດເສດຖະກິດໂລກນັບແຕ່ປີ 1990 ເຖິງປັດຈຸບັນ ສະແດງວ່າ ມີພຽງ 27 ເສດຖະກິດທີ່ສາມາດກ້າວຂ້າມກັບດັກລາຍຮັບປານກາງໄດ້ສຳເລັດ, ໃນນັ້ນ ຫຼາຍກວ່າ 1/3 ເລື່ອນຂຶ້ນລະດັບຍ້ອນບັນດາເງື່ອນໄຂສະເພາະທີ່ຍາກຈະຮຽນແບບໄດ້ ເຊັ່ນ ການເຂົ້າຮ່ວມສະຫະພາບເອີຣົບ (EU) ຫຼື ມີແຫຼ່ງຊັບພະຍາກອນອຸດົມສົມບູນ.

ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ ໃຫ້ຂໍ້ສັງເກດວ່າ ສິ່ງທ້າທາຍທີ່ແທ້ຈິງຂອງຫວຽດນາມ ບໍ່ໄດ້ຢູ່ທີ່ການສ້າງບັນດາຂີດໝາຍການເຕີບໂຕໄລຍະສັ້ນ, ຫາກຢູ່ທີ່ຄວາມສາມາດຮັກສາຈັງຫວະການເຕີບໂຕສູງ, ຕໍ່ເນື່ອງ ແລະ ມີຄຸນນະພາບ ໃນຫຼາຍປີຕິດຕໍ່ກັນ.

ໃນຂະນະນັ້ນ, ບັນດາຊ່ຽວຊານສາກົນເຫັນວ່າ ຮູບແບບການເຕີບໂຕຕາມລວງກວ້າງຂອງຫວຽດນາມໃນໄລຍະຜ່ານມາ ໄດ້ເຂົ້າໃກ້ຂີດຈຳກັດແລ້ວ. ທ່ານ Shantanu Chakraborty ປະເມີນວ່າ ຫວຽດນາມບໍ່ສາມາດສືບຕໍ່ເພິ່ງພາທຶນ, ແຮງງານລາຄາຖືກ ແລະ ຂະແໜງ FDI ຫຼາຍເກີນໄປ.

ມີທັດສະນະດຽວກັນນີ້, ໃນບົດຂຽນຢູ່ເວັບໄຊຂອງສະພາລັດເຊຍວ່າດ້ວຍບັນຫາສາກົນ, ທ່ານນາງ ປອ. Irina Dezhina, ຊ່ຽວຊານດ້ານເສດຖະສາດ ຈາກສະຖາບັນສັງຄົມວິທະຍາ ຂຶ້ນກັບສະພາບັນດິດວິທະຍາສາດລັດເຊຍ ເຫັນວ່າ ນະໂຍບາຍເປີດປະຕູໄດ້ຊ່ວຍໃຫ້ຫວຽດນາມສ້າງບາດກ້າວກະໂດດຂັ້ນດ້ານເຕັກໂນໂລຊີ, ແຕ່ຄວາມສາມາດເພິ່ງຕົນເອງດ້ານເຕັກໂນໂລຊີພາຍໃນປະເທດ ຍັງເປັນຊ່ອງຫວ່າງໃຫຍ່.

ຕາມທ່ານນາງ Irina Dezhina, FDI ປະກອບສ່ວນຫຼາຍຕໍ່ການເຕີບໂຕຂອງຍອດຜະລິດຕະພັນພາຍໃນ (GDP), ແຕ່ລະດັບການຖ່າຍທອດເຕັກໂນໂລຊີ ແລະ ທັກສະການບໍລິຫານໃຫ້ແກ່ວິສາຫະກິດພາຍໃນປະເທດ ຍັງຈຳກັດ. ຫວຽດນາມຍັງຄົງຮັບຜິດຊອບເປັນຕົ້ນຕໍບັນດາຂັ້ນຕອນທີ່ມີມູນຄ່າເພີ່ມຕ່ຳ ແລະ ການປະກອບຜະລິດຕະພັນຂັ້ນສຸດທ້າຍ.

ສິ່ງນີ້ສະແດງວ່າ ຫວຽດນາມປະສົບຜົນສຳເລັດໃນການດຶງດູດ ແລະ ຮັບເອົາເຕັກໂນໂລຊີ, ແຕ່ຍັງບໍ່ທັນສ້າງລະບົບນິເວດຢ່າງຄົບຖ້ວນ ເພື່ອສ້າງເຕັກໂນໂລຊີພາຍໃນປະເທດ. ຕາມຊ່ຽວຊານລັດເຊຍ, ເພື່ອບໍ່ໃຫ້ຖືກປະໄວ້ຂ້າງຫຼັງໃນຍຸກເຕັກໂນໂລຊີ ແລະ ອັດຕະໂນມັດ, ຫວຽດນາມຈຳເປັນຕ້ອງປ່ຽນແປງຮູບແບບການພັດທະນາ.

ຂໍ້ຮຽກຮ້ອງນີ້ຍິ່ງຮີບດ່ວນຂຶ້ນ ຕໍ່ໜ້າບັນດາຄວາມສ່ຽງທີ່ເກີດຈາກລະດັບການເປີດກວ້າງສູງຂອງເສດຖະກິດຫວຽດນາມ. ທ່ານນາງ Mariam J. Sherman, ຜູ້ອຳນວຍການ WB ປະຈຳຫວຽດນາມ ແລະ ທ່ານ ບຸ່ຍມິງຢາບ, ຊ່ຽວຊານເສດຖະກິດອາວຸໂສຂອງ ADB ຕ່າງກໍເນັ້ນໜັກປັດໄຈນີ້.

ດ້ວຍຍອດມູນຄ່າການສົ່ງອອກ - ນຳເຂົ້າລວມ ເທົ່າກັບປະມານ 170% ຂອງ GDP, ປັດຈຸບັນ ຫວຽດນາມແມ່ນໜຶ່ງໃນບັນດາເສດຖະກິດທີ່ມີລະດັບການເປີດກວ້າງສູງທີ່ສຸດໃນໂລກ.

ຕາມທ່ານ ບຸ່ຍມິງຢາບ, ລັກສະນະນີ້ເຮັດໃຫ້ເສດຖະກິດມີຄວາມອ່ອນໄຫວ ແລະ ຖືກກະທົບໄດ້ງ່າຍຕໍ່ “ກະແສລົມຕ້ານ” ຈາກພາຍນອກ, ນັບແຕ່ຄວາມຜັນຜວນຂອງການຄ້າໂລກ, ບັນດາສິ່ງກີດຂວາງດ້ານພາສີໃໝ່ ຈົນເຖິງການຫຼຸດລົງຂອງຄວາມຕ້ອງການບໍລິໂພກໃນບັນດາຕະຫຼາດສົ່ງອອກໃຫຍ່.

ດັ່ງນັ້ນ, ທ່ານນາງ Mariam J. Sherman ແນະນຳວ່າ ຫວຽດນາມຈຳເປັນຕ້ອງຫຼາກຫຼາຍບັນດາແຮງຂັບເຄື່ອນການເຕີບໂຕ, ຫັນໄປສູ່ຮູບແບບໃໝ່ ເພື່ອຍົກສູງຄວາມສາມາດຕ້ານທານຂອງເສດຖະກິດ ແທນການເພິ່ງພາບັນດາປັດໄຈພາຍນອກ.

ທັດສະນະສາກົນຕໍ່ແຮງຂັບເຄື່ອນການເຕີບໂຕໃໝ່ຂອງເສດຖະກິດຫວຽດນາມ
ທັດສະນະສາກົນຕໍ່ແຮງຂັບເຄື່ອນການເຕີບໂຕໃໝ່ຂອງເສດຖະກິດຫວຽດນາມ

ເຕັກໂນໂລຊີ ແລະ ນະວັດຕະກຳ ເປີດພື້ນທີ່ໃໝ່ໃຫ້ການພັດທະນາ

ໃນຂະບວນການຫັນປ່ຽນຮູບແບບການເຕີບໂຕ, ທ່ານນາງ ປອ. Irina Dezhina ເຫັນວ່າ ຫວຽດນາມມີ 4 ທ່າໄດ້ປຽບເພື່ອພັດທະນາເຕັກໂນໂລຊີ: ຢູ່ໃກ້ບັນດາສູນຜະລິດເຕັກໂນໂລຊີໃຫຍ່ໃນອາຊີຕາເວັນອອກສ່ຽງໃຕ້; ມີທີ່ຕັ້ງສະດວກໃນການເຂົ້າເຖິງຕະຫຼາດຈີນ ແລະ ອິນເດຍ; ມີແຫຼ່ງຊັບພະຍາກອນແຮ່ທາດຫາຍາກທີ່ສຳຄັນຕໍ່ການຜະລິດເຄິ່ງຊັກນຳໄຟຟ້າ; ພ້ອມທັງຟື້ນຟູບັນດາປັດໄຈຂອງເສດຖະກິດຕະຫຼາດຢ່າງວ່ອງໄວ, ສ້າງເງື່ອນໄຂໃຫ້ຫັນປ່ຽນໂຄງປະກອບໄປສູ່ທິດທາງເຕັກໂນໂລຊີ.

ໃນຕົວຈິງ, ຫວຽດນາມໄດ້ຜັນຂະຫຍາຍຫຼາຍນະໂຍບາຍ ເພື່ອຊຸກຍູ້ເຕັກໂນໂລຊີ, ນະວັດຕະກຳ ແລະ ໃນເບື້ອງຕົ້ນໄດ້ບັນລຸບາງຜົນສຳເລັດ.

ໂດຍອ້າງອີງດັດຊະນີນະວັດຕະກຳໂລກ 2025, ທ່ານນາງ Irina Dezhina ໃຫ້ຮູ້ວ່າ ຫວຽດນາມຢູ່ອັນດັບທີ 44 ໃນຈຳນວນ 139 ປະເທດ ດ້ານການພັດທະນາເຕັກໂນໂລຊີ. ໜ້າສັງເກດ, ປະສິດທິຜົນນະວັດຕະກຳໂດຍລວມຂອງຫວຽດນາມ ຢູ່ອັນດັບທີ 37, ສູງກວ່າອັນດັບທີ 50 ຂອງຊັບພະຍາກອນປ້ອນເຂົ້າ.

ຊ່ຽວຊານລັດເຊຍຍັງເຫັນວ່າ ຫວຽດນາມກຳລັງຢູ່ໃນກຸ່ມປະເທດທີ່ມີໂຄງລ່າງໂທລະຄົມພັດທະນາຢ່າງແຂງແຮງ ດ້ວຍເຄືອຂ່າຍ 5G ກວມທົ່ວປະເທດ, ພ້ອມທັງຢູ່ອັນດັບທີ 10 ໃນຈຳນວນ 21 ເສດຖະກິດຂອງພາກພື້ນອາຊີ - ປາຊີຟິກ ຕາມດັດຊະນີດິຈິຕອນແຫ່ງຊາດ 2025.

ບາດກ້າວຫັນປ່ຽນຂອງຫວຽດນາມ ຍັງສະແດງອອກໃນກະແສການຄ້າເຕັກໂນໂລຊີໂລກ. ໃນ “ບົດລາຍງານການພັດທະນາໂລກ 2026: ຄຳໝັ້ນສັນຍາຂອງປັນຍາປະດິດ”, ກຸ່ມທະນາຄານໂລກ ໄດ້ບັນທຶກວ່າ ຫວຽດນາມໄດ້ກ້າວຂຶ້ນສູ່ກຸ່ມ 5 ປະເທດກຳລັງພັດທະນາທີ່ສົ່ງອອກຜະລິດຕະພັນຮັບໃຊ້ລະບົບ AI ຫຼາຍທີ່ສຸດໃນໂລກ, ລວມມີ ເຄິ່ງຊັກນຳໄຟຟ້າ, ຊິ້ນສ່ວນເອເລັກໂຕຣນິກ ແລະ ອຸປະກອນສູນຂໍ້ມູນ.

ເວັບໄຊວິເຄາະເສດຖະກິດ economicsperspective.com ຂອງອິນເດຍ ຍັງປະເມີນວ່າ ການເພີ່ມຂຶ້ນຂອງການສົ່ງອອກບັນດາຜະລິດຕະພັນທີ່ປະສົມປະສານ AI ພວມສ້າງແຮງຂັບເຄື່ອນຊ່ວຍໃຫ້ຫວຽດນາມຫັນຈາກການສົ່ງອອກສິນຄ້າແບບດັ້ງເດີມ ໄປສູ່ຜະລິດຕະພັນເຕັກໂນໂລຊີກ້າວໜ້າ, ຍົກສູງຄວາມສາມາດແຂ່ງຂັນ ແລະ ປັບປຸງຖານະໃນຕ່ອງໂສ້ສະໜອງໂລກ.

ເຄິ່ງຊັກນຳໄຟຟ້າ ແລະ AI - ສອງແຮງງັດຍຸດທະສາດ

ໃນຮູບແບບການເຕີບໂຕໃໝ່, ຫວຽດນາມພວມສຸມໃສ່ສອງຂົງເຂດເຕັກໂນໂລຊີແກ່ນສານ ຄື ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.

ໜັງສືພິມ Nikkei Asia ຂອງຍີ່ປຸ່ນ ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງວ່ອງໄວຂອງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ພວມເປີດໂອກາດໃຫ້ຫວຽດນາມຫັນຈາກຮູບແບບການເຕີບໂຕທີ່ອີງໃສ່ແຮງງານ ແລະ ການຜະລິດຫຼາຍ ໄປສູ່ບັນດາຂົງເຂດທີ່ມີມູນຄ່າເພີ່ມສູງກວ່າ, ຈາກນັ້ນ ກ້າວເຂົ້າໃກ້ເປົ້າໝາຍເຂົ້າສູ່ກຸ່ມປະເທດລາຍຮັບສູງ.

Nikkei Asia ປະເມີນວ່າ ຫວຽດນາມບໍ່ພຽງແຕ່ຢຸດຢູ່ບັນດາຂັ້ນຕອນຮັບຈ້າງຜະລິດທີ່ມີມູນຄ່າຕ່ຳຢູ່ປາຍຕ່ອງໂສ້ ເຊັ່ນ ການປະກອບ, ບັນຈຸ ແລະ ທົດສອບ, ຫາກຍັງພວມເປັນເຈົ້າການມຸ່ງສູ່ການຂະຫຍາຍການເຂົ້າຮ່ວມໃນການອອກແບບ ແລະ ຜະລິດວົງຈອນລວມເທິງແຜ່ນເຄິ່ງຊັກນຳໄຟຟ້າ. ຫວຽດນາມຍັງວາງເປົ້າໝາຍຮອດປີ 2030 ບຳລຸງສ້າງວິສະວະກອນ ແລະ ຜູ້ຈົບປະລິນຍາຕີຫຼາຍກວ່າ 50.000 ຄົນ ເພື່ອຮັບໃຊ້ອຸດສາຫະກຳເຄິ່ງຊັກນຳໄຟຟ້າ.

ຄຽງຄູ່ກັບເຄິ່ງຊັກນຳໄຟຟ້າ, AI ຖືກມອງວ່າເປັນແຮງງັດໜຶ່ງ ເພື່ອຊ່ວຍໃຫ້ຫວຽດນາມສ້າງບາດກ້າວບຸກທະລຸໃຫ້ແກ່ເສດຖະກິດ.

ທ່ານ Indermit Gill, ຮອງປະທານອາວຸໂສ ຄວບຕຳແໜ່ງຊ່ຽວຊານເສດຖະກິດໃຫຍ່ຂອງກຸ່ມທະນາຄານໂລກ ເຫັນວ່າ AI ນຳມາເຊິ່ງໂອກາດທາງປະຫວັດສາດ ໃຫ້ບັນດາປະເທດກຳລັງພັດທະນາສາມາດຫຍໍ້ຂະບວນການພັດທະນາຈາກຫຼາຍຮ້ອຍປີ ໃຫ້ເຫຼືອພຽງໜຶ່ງທົດສະວັດ.

ຕາມທ່ານ, ບັນດາປະເທດບໍ່ຈຳເປັນຕ້ອງມີຮູບແບບ AI ຂະໜາດໃຫຍ່ ຫຼື ສູນຂໍ້ມູນຂະໜາດມະຫາສານ ຈຶ່ງຈະສາມາດໄດ້ຮັບຜົນປະໂຫຍດຈາກເຕັກໂນໂລຊີນີ້. ດ້ວຍການປັບບັນດາເຄື່ອງມື AI ຂະໜາດນ້ອຍ, ຕົ້ນທຶນຕ່ຳ ໃຫ້ເໝາະສົມກັບເງື່ອນໄຂທ້ອງຖິ່ນ, ບັນດາປະເທດສາມາດນຳການບໍລິການສາທາລະນະສຸກ, ການສຶກສາ, ຕຸລາການ ແລະ ການສົ່ງເສີມກະສິກຳທີ່ມີຄຸນນະພາບດີກວ່າ ໄປສູ່ປະຊາຊົນຫຼາຍລ້ານຄົນ.

ບັນດາການປະເມີນຈາກອົງການ ແລະ ຊ່ຽວຊານສາກົນ ສະແດງໃຫ້ເຫັນວ່າ ຂີດໝາຍການເຂົ້າສູ່ກຸ່ມລາຍຮັບປານກາງລະດັບສູງ ພ້ອມກັນນັ້ນກໍວາງຂໍ້ຮຽກຮ້ອງໃຫ້ຫວຽດນາມຕ້ອງສ້າງບັນດາແຮງຂັບເຄື່ອນການເຕີບໂຕໃໝ່. ໃນນັ້ນ, ການພັດທະນາຄວາມສາມາດດ້ານເຕັກໂນໂລຊີພາຍໃນປະເທດ, ຍົກສູງມູນຄ່າເພີ່ມ ແລະ ນຳໃຊ້ໂອກາດຈາກເຄິ່ງຊັກນຳໄຟຟ້າ, AI ແລະ ນະວັດຕະກຳ ແມ່ນບັນດາປັດໄຈສຳຄັນ ເພື່ອໃຫ້ຫວຽດນາມຍົກສູງຄວາມສາມາດຕ້ານທານ, ກ້າວຂ້າມ “ກັບດັກລາຍຮັບປານກາງ” ແລະ ມຸ່ງສູ່ເປົ້າໝາຍກາຍເປັນປະເທດລາຍຮັບສູງໃນປີ 2045.

ເຜີຍແຜ່ມໍລະດົກຂອງປະທານໂຮ່ຈິມິນ ກ່ຽວກັບສັນຕິພາບ ແລະ ມິດຕະພາບຢູ່ສ.ເຊັກໂກ ເຜີຍແຜ່ມໍລະດົກຂອງປະທານໂຮ່ຈິມິນ ກ່ຽວກັບສັນຕິພາບ ແລະ ມິດຕະພາບຢູ່ສ.ເຊັກໂກ
ຍສໝ - ຫວ່າງມໍ່ໆມານີ້, ຢູ່ Prague (ສ.ເຊັກໂກ), ເຂດຫໍລະນຶກປະທານໂຮ່ຈິມິນ ທີ່ທຳນຽບປະທານປະເທດ ໄດ້ປະສານສົມທົບກັບສະຖານທູດຫວຽດນາມປະຈຳສ.ເຊັກໂກ ຈັດງານວາງສະແດງສະເພາະຫົວຂໍ້ “ປະທານໂຮ່ຈິມິນ - ເສັ້ນທາງແຫ່ງການເຊື່ອມຕໍ່ ແລະ ເຜີຍແຜ່ຈິດໃຈແຫ່ງຄວາມສາມັກຄີສາກົນ”.
ຈາກຫ້ອງຮຽນພາສາລາວ ສູ່ຂົວເຊື່ອມມິດຕະພາບ ຫວຽດນາມ - ລາວ ຈາກຫ້ອງຮຽນພາສາລາວ ສູ່ຂົວເຊື່ອມມິດຕະພາບ ຫວຽດນາມ - ລາວ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຄາດຫວັງວ່າ ບັນດາພະນັກງານທີ່ພວມຮຽນພາສາລາວຢູ່ມະຫາວິທະຍາໄລແຫ່ງຊາດລາວ ຈະບໍ່ພຽງແຕ່ຍົກສູງຄວາມສາມາດດ້ານພາສາເທົ່ານັ້ນ, ຫາກຍັງກາຍເປັນ “ທູດວັດທະນະທຳ”, ປະກອບສ່ວນທະນຸຖະໜອມສາຍພົວພັນພິເສດລະຫວ່າງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ