ຫວຽດນາມ ແລະ ຍີ່ປຸ່ນ ໄດ້ນຳໃຊ້ຂັ້ນຕອນການເຂົ້າເມືອງຢ່າງໃໝ່ ຕ່າມໄລຍະສັ້ນ ແລະ ບໍ່ຕ້ອງແຍກອອກຫ່າງເຕົ້າໂຮມ

15:30 | 23/10/2020

ຍສໝ - ອີງຕາມຂໍ້ມູນຈາກກະຊວງການຕ່າງປະເທດຫວຽດນາມ, ຫວຽດນາມ ແລະ ຍີ່ປຸ່ນໄດ້ຕົກລົງເຫັນດີ ກ່ຽວກັບການນຳໃຊ້ຂັ້ນຕອນການເດີນທາງໄລຍະສັ້ນ (ເຊິ່ງເອີ້ນວ່າລະບຽບການເດີນທາງບູລິມະສິດລະຫວ່າງສອງປະເທດ), ທີ່ບໍ່ຕ້ອງປະຕິບັດການແຍກອອກຫ່າງເຕົ້າໂຮມ ນັບແຕ່ວັນທີ 1 ພະຈິກ 2020.

ຫວຽດນາມ ແລະ ຍ ປ ນ ໄດ ນຳໃຊ ຂ ນຕອນການເຂ າເມ ອງຢ າງໃໝ ຕ າມໄລຍະສ ນ ແລະ ບ ຕ ອງແຍກອອກຫ າງເຕ າໂຮມ ສື່ມວນຊົນສາກົນ ໄດ້ອອກຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihide
ຫວຽດນາມ ແລະ ຍ ປ ນ ໄດ ນຳໃຊ ຂ ນຕອນການເຂ າເມ ອງຢ າງໃໝ ຕ າມໄລຍະສ ນ ແລະ ບ ຕ ອງແຍກອອກຫ າງເຕ າໂຮມ ຫວຽດນາມ ໄດ້ຫຼຽນໄຊມິດຕະພາບໃຫ້ແກ່ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ ສຳລັບການປະກອບສ່ວນໃນການພົວພັນສອງຝ່າຍ

ບົນພື້ນຖານສອງຝ່າຍມີຜົນປະໂຫຍດລວມ, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ເຫັນດີເປັນເອກະພາບໃນການນຳໃຊ້ຂັ້ນຕອນການເດີນທາງໄລຍະສັ້ນ (ເຊິ່ງເອີ້ນວ່າ ລະບຽບການເດີນທາງບູລິມະສິດ ສຳລັບປະຊາຊົນຈາກຍີ່ປຸ່ນທີ່ເຂົ້າເມືອງຫວຽດນາມພາຍໃຕ້ 14 ວັນ ແລະ Business track ສຳລັບພົນລະເມືອງຫວຽດນາມທີ່ເຂົ້າເມືອງປະເທດຍີ່ປຸ່ນ) ນັບແຕ່ວັນທີ 1 ພະຈິກປີ 2020.

ຫວຽດນາມ ແລະ ຍ ປ ນ ໄດ ນຳໃຊ ຂ ນຕອນການເຂ າເມ ອງຢ າງໃໝ ຕ າມໄລຍະສ ນ ແລະ ບ ຕ ອງແຍກອອກຫ າງເຕ າໂຮມ
ພົນລະເມືອງຫວຽດນາມ ປະຕິບັດຂັ້ນຕອນໃນການບິນກັບຄືນປະເທດຈາກຍີປຸ່ນ. (ພາບ: VOV)

ຂະບວນການນີ້ ອະນຸຍາດໃຫ້ບັນດາກໍລະນີບູລິມະສິດ ຂອງຝ່າຍໜຶ່ງທີ່ເຂົ້າເມືອງຝ່າຍໜຶ່ງ ໂດຍມີໄລຍະເວລາພັກເຊົາສັ້ນໆ ເພື່ອປະຕິບັດຫຼາຍກິດຈະກຳ, ເຊັ່ນ: ການລົງທືນ, ການຄ້າ, ແຮງງານເຕັກໂນໂລຢີສູງ, ການທູດ, ປະຕິບັດວຽກຫຼວງ,… ໂດຍບໍ່ມີການແຍກອອກຫ່າງເຕົ້າໂຮມ.

ເພື່ອຮັບປະກັນການປ້ອງກັນ ແລະ ຄວບຄຸມການລະບາດ COVID-19, ກ່ອນທີ່ຈະເຂົ້າເມືອງປະເທດ, ຄົນທີ່ເຂົ້າເມືອງ ຕ້ອງໄດ້ມີວິເຄາະທົດສອບທາງລົບສຳລັບ SARS-CoV-2 ແລະ ດຳເນີນການກວດສຸຂະພາບ ແລະ ວັດແທກອຸນຫະພູມ. ເມື່ອເຂົ້າມາແລ້ວ, ຜູ້ທີ່ຈະເຂົ້າເມືອງປະເທດ ຈະສືບຕໍ່ປະຕິບັດກວດກາ, ແລະ ຕິດຕາມກວດກາທາງການແພດເປັນປະຈຳ ແລະ ອາດຈະປະຕິບັດກິດຈະກຳຕ່າງໆ ເຊິ່ງພາຍໃຕ້ໂຄງການເຮັດວຽກທີ່ໄດ້ຮັບການອະນຸມັດ ໂດຍອົງການທີ່ມີໜ້າທີ່ທີ່ຮັບຜິດຊອບຂອງປະເທດທີ່ໄດ້ຮັບເອົາ.

ບັນດາອົງການທີ່ມີໜ້າທີ່ຫວຽດນາມ ແລະ ຍີ່ປຸ່ນຈະຊີ້ນຳຢ່າງສະເພາະ, ສ້າງເງື່ອນໄຂສະດວກ, ຫຼັກການ ແລະ ບາດກ້າວເພື່ອປະຕິບັດຂັ້ນຕອນການເດີນທາງໄລຍະສັ້ນລະຫວ່າງສອງຝ່າຍ ໄດ້ບັນລຸຜົນສຳເລັດດີ.

ຫວຽດນາມ ແລະ ຍ ປ ນ ໄດ ນຳໃຊ ຂ ນຕອນການເຂ າເມ ອງຢ າງໃໝ ຕ າມໄລຍະສ ນ ແລະ ບ ຕ ອງແຍກອອກຫ າງເຕ າໂຮມ ຫວຽດນາມ ໄດ້ຫຼຽນໄຊມິດຕະພາບໃຫ້ແກ່ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ ສຳລັບການປະກອບສ່ວນໃນການພົວພັນສອງຝ່າຍ

ຍສໝ - ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ຮັບອະນຸຍາດໂດຍທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເພື່ອໄດ້ມອບຫຼຽນໄຊມິດຕະພາບຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ໃຫ້ແກ່ທ່ານ Iijima Isao - ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ.

ຫວຽດນາມ ແລະ ຍ ປ ນ ໄດ ນຳໃຊ ຂ ນຕອນການເຂ າເມ ອງຢ າງໃໝ ຕ າມໄລຍະສ ນ ແລະ ບ ຕ ອງແຍກອອກຫ າງເຕ າໂຮມ ຍີ່ປຸ່ນແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ ແລະ ຍາວນານຂອງຫວຽດນາມ

ຍ​ສ​ໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນ​ຝູ​ຈ້ອງ ກ່າວວ່າ, ຫວຽດນາມຈະສືບຕໍ່ຢຶດ​ໝັ້ນ​ກັບ​ແນວ​ທາງນະໂຍບາຍການຕ່າງປະເທດ ເອກກະລາດ, ສັນຕິພາບ, ຮ່ວມມືແລະພັດທະນາ, ຫັນເປັນຫຼາຍຝ່າຍແລະຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ; ສົ່ງເສີມການພົວພັນກັບບັນດາຄູ່ຮ່ວມມືນັບມື້ນັບເຂົ້າ​ສູ່ເລິກເຊິ່ງ, ໃນນັ້ນຍີ່ປຸ່ນຍາມໃດກໍ່ໄດ້ ກຳນົດວ່າເປັນຄູ່ຮ່ວມມືຍຸດທະສາດນຳໜ້າ ແລະຍາວນານດ້ວຍຄວາມໜ້າເຊື່ອຖືສູງ.

ຫວຽດນາມ ແລະ ຍ ປ ນ ໄດ ນຳໃຊ ຂ ນຕອນການເຂ າເມ ອງຢ າງໃໝ ຕ າມໄລຍະສ ນ ແລະ ບ ຕ ອງແຍກອອກຫ າງເຕ າໂຮມ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ໄດ້​ສະ​ແດ​ງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫ່ວາງ​ຍີ່​ປຸ່ນ - ຫວຽດ​ນາມ, ທ່ານ​ກໍ່​ຂອບ​ໃຈ​ການ​ຮ່ວມ​ມື​ຢ່າງ​ຕ​ັ້ງ​ໜ້າ​ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.