ສື່ມວນຊົນສາກົນ ໄດ້ອອກຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihide

15:04 | 22/10/2020

ຍສໝ - ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແຕ່ວັນທີ 18-20 ຕຸລາ ໄດ້ດຶງດູດຄວາມສົນໃຈຂອງສື່ມວນຊົນສາກົນ.

ສ ມວນຊ ນສາກ ນ ໄດ ອອກຂ າວກ ຽວກ ບການຢ ຽມຢາມຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ yoshihide ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide
ສ ມວນຊ ນສາກ ນ ໄດ ອອກຂ າວກ ຽວກ ບການຢ ຽມຢາມຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ yoshihide ສື່ມວນຊົນສາກົນ: ຫວຽດນາມ ມີມາດຕະການຮັບມືຢ່າງໄວວາ ແລະ ພ້ອມແລ້ວທີ່ຈະຊ່ວຍເຫຼືອບັນດາປະເທດອື່ນສະກັດກັ້ນກັບໂຄວິດ-19

ສະຖານີວິທະຍຸ NHK (ຍີ່ປຸ່ນ) ໄດ້ອອກຂ່າວລາຍງານວ່າ ທ່ານ Suga Yoshihide - ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ມາຮອດຫວຽດນາມໃນວັນທີ 18 ຕຸລາ, ເຊິ່ງເປັນການໄປປະຕິບັດງານຢູ່ຕ່າງປະເທດແຫ່ງທຳອິດໃນການເດີນທາງຂອງທ່ານ Suga ນັບຕັ້ງແຕ່ທ່ານເຂົ້າຮັບຕຳແໜ່ງເປັນນາຍົກລັດຖະມົນຕີຍີ່ປຸ່ນ. ທ່ານ Suga ໄດ້ຮັບຕຳແໜ່ງເປັນນາຍົກລັດຖະມົນຕີຍີ່ປຸ່ນ ໃນວັນທີ 16 ກັນຍານີ້, ຫລັງຈາກການລາອອກຈາກຕຳແໜ່ງຂອງທ່ານ Shinzo Abe ຍ້ອນເຫດຜົນດ້ານສຸຂະພາບ.

ສ ມວນຊ ນສາກ ນ ໄດ ອອກຂ າວກ ຽວກ ບການຢ ຽມຢາມຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ yoshihide
ທ່ານ Suga Yoshihide - ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ Suga ໄດ້ມີການເຈລະຈາກັບທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃນວັນທີ 19 ຕຸລາ ທີ່ຮ່າໂນ້ຍ. ສະຖານີວິທະຍຸ NHK ໄດ້ຄາດວ່າທ່ານ Suga ຈະກ່າວຄຳປາໄສກ່ຽວກັບນະໂຍບາຍອາຊຽນຂອງຍີ່ປຸ່ນ ໃນສະພາບການທີ່ຫວຽດນາມຈະເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ໃນເດືອນໜ້າ.

ຕາມສະຖານີວິທະຍຸ NHK, ທ່ານນາຍົກລັດຖະມົນຕີ Suga ຍັງມີຈຸດປະສົງຢາກເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງກັບຫວຽດນາມ. ຜູ້ນຳທັງສອງທ່ານ ໄດ້ຄາດວ່າ ຈະປຶກສາຫາລືກ່ຽວກັບຂໍ້ຕົກລົງເພື່ອຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ເຕັກໂນໂລຢີ. ນອກຈາກນັ້ນ, NHK ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Suga ກໍ່ປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດກັບຫວຽດນາມ. ຜູ້ນຳທັງສອງທ່ານ ຄາດວ່າຈະແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບການເລີ່ມຕົ້ນປະຕິບັດກິດຈະກຳໄປມາຫາສູ່ດ້ານການຄ້າ ລະຫວ່າງສອງປະເທດໃນໄວໆນີ້.

Reuters ໄດ້ກ່າວວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Suga ແມ່ນໃນເວລາດຽວກັນທີ່ຍີ່ປຸ່ນ ກຳລັງພະຍາຍາມສ້າງຄວາມຫັນເປັນຫຼາຍຮູບຫຼາຍແບບ ຂອງຕ່ອງໂສ້ການສະໜອງ, ໂດຍການນຳເອົາການຜະລິດກັບຄືນພາຍໃນປະເທດ ຫຼື ໃນອາຊີຕາເວັນອອກສຽງໃຕ້.

ຕາມ Reuters, ສິ່ງນີ້ແມ່ນສັງເກດເຫັນໂດຍສະເພາະ ເມື່ອຫວຽດນາມແມ່ນທາງເລືອກທີ່ນິຍົມສຳລັບບັນດາວິສາຫະກິດຍີ່ປຸ່ນ. ໃນຈຳນວນ 30 ບໍລິສັດຍີ່ປຸ່ນ ທີ່ໄດ້ຊົມໃຊ້ໂຄງການເອື້ອອຳນວຍຂອງລັດຖະບານຍີ່ປຸ່ນ ທີ່ມີມູນຄ່າ 23,5 ຕື້ເຢນ (ປະມານ 223 ລ້ານໂດລາ) ເພື່ອຫັນປ່ຽນລະບົບຕ່ອງໂສ້ການສະໜອງໃນອາຊີຕາເວັນອອກສ່ຽງໃຕ້.

ສຳນັກຂ່າວຊິນຫົວ (ຈີນ) ໄດ້ອ້າງຄຳເວົ້າຂອງບັນດານັກສັງເກດການ ທີ່ກ່າວວ່າ ທ່ານ Suga ຫວັງວ່າເພີ່ມຄວາມສຳພັນລະຫວ່າງຍີ່ປຸ່ນ ແລະ ບັນດາປະເທດສະມາຊິກອາຊຽນ, ໃນຂະນະດຽວກັນ ຊຸກຍູ້ເສດຖະກິດຂອງຍີ່ປຸ່ນ.

ສ ມວນຊ ນສາກ ນ ໄດ ອອກຂ າວກ ຽວກ ບການຢ ຽມຢາມຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ yoshihide ຫວຽດນາມ ໄດ້ຫຼຽນໄຊມິດຕະພາບໃຫ້ແກ່ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ ສຳລັບການປະກອບສ່ວນໃນການພົວພັນສອງຝ່າຍ

ຍສໝ - ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ຮັບອະນຸຍາດໂດຍທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເພື່ອໄດ້ມອບຫຼຽນໄຊມິດຕະພາບຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ໃຫ້ແກ່ທ່ານ Iijima Isao - ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ.

ສ ມວນຊ ນສາກ ນ ໄດ ອອກຂ າວກ ຽວກ ບການຢ ຽມຢາມຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ yoshihide ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ສ ມວນຊ ນສາກ ນ ໄດ ອອກຂ າວກ ຽວກ ບການຢ ຽມຢາມຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ yoshihide ຍີ່ປຸ່ນແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ ແລະ ຍາວນານຂອງຫວຽດນາມ

ຍ​ສ​ໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນ​ຝູ​ຈ້ອງ ກ່າວວ່າ, ຫວຽດນາມຈະສືບຕໍ່ຢຶດ​ໝັ້ນ​ກັບ​ແນວ​ທາງນະໂຍບາຍການຕ່າງປະເທດ ເອກກະລາດ, ສັນຕິພາບ, ຮ່ວມມືແລະພັດທະນາ, ຫັນເປັນຫຼາຍຝ່າຍແລະຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ; ສົ່ງເສີມການພົວພັນກັບບັນດາຄູ່ຮ່ວມມືນັບມື້ນັບເຂົ້າ​ສູ່ເລິກເຊິ່ງ, ໃນນັ້ນຍີ່ປຸ່ນຍາມໃດກໍ່ໄດ້ ກຳນົດວ່າເປັນຄູ່ຮ່ວມມືຍຸດທະສາດນຳໜ້າ ແລະຍາວນານດ້ວຍຄວາມໜ້າເຊື່ອຖືສູງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.