ຍີ່ປຸ່ນແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ ແລະ ຍາວນານຂອງຫວຽດນາມ

06:30 | 21/10/2020

ຍ​ສ​ໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນ​ຝູ​ຈ້ອງ ກ່າວວ່າ, ຫວຽດນາມຈະສືບຕໍ່ຢຶດ​ໝັ້ນ​ກັບ​ແນວ​ທາງນະໂຍບາຍການຕ່າງປະເທດ ເອກກະລາດ, ສັນຕິພາບ, ຮ່ວມມືແລະພັດທະນາ, ຫັນເປັນຫຼາຍຝ່າຍແລະຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ; ສົ່ງເສີມການພົວພັນກັບບັນດາຄູ່ຮ່ວມມືນັບມື້ນັບເຂົ້າ​ສູ່ເລິກເຊິ່ງ, ໃນນັ້ນຍີ່ປຸ່ນຍາມໃດກໍ່ໄດ້ ກຳນົດວ່າເປັນຄູ່ຮ່ວມມືຍຸດທະສາດນຳໜ້າ ແລະຍາວນານດ້ວຍຄວາມໜ້າເຊື່ອຖືສູງ.

ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ​ຜູ້​ໃໝ່​ປະ​ຈຳ​ຫວຽດ​ນາມ
ຍີ່ປຸ່ນແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ ແລະ ຍາວນານຂອງຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນ​ຝູ​ຈ້ອງໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide (ພາບ: tienphong.vn)

ວັນທີ 19 ຕຸລາ, ທີ່ຮ່າໂນ້ຍ, ໂດຍໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide, ທີ່ພວມມີ​ການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນ​ຝູ​ຈ້ອງ ໄດ້ຕີລາຄາສູງການເລືອກຕັ້ງຫວຽດ​ນາມ ເປັນປະເທດທຳອິດ​ມາຢ້ຽມຢາມຂອງທ່ານາຍົກລັດຖະມົນຕີ Suga Yoshihide ​ເຊິ່ງສະແດງໃຫ້​ເຫັນຄວາມເຄົາລົບພິເສດຕໍ່ຫວຽດນາມ ແລະການພົວພັນລະຫວ່າງສອງປະເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນ​ຝູ​ຈ້ອງ ກ່າວວ່າ, ຫວຽດນາມຈະສືບຕໍ່ຢຶດ​ໝັ້ນ​ກັບ​ແນວ​ທາງນະໂຍບາຍການຕ່າງປະເທດ ເອກກະລາດ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຝ່າຍແລະຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ; ສົ່ງເສີມການພົວພັນກັບບັນດາຄູ່ຮ່ວມມືນັບມື້ນັບເຂົ້າ​ສູ່ເລິກເຊິ່ງ, ໃນນັ້ນຍີ່ປຸ່ນຍາມໃດກໍ່ໄດ້ ກຳນົດວ່າເປັນຄູ່ຮ່ວມມືຍຸດທະສາດນຳໜ້າ ແລະຍາວນານດ້ວຍຄວາມ ໜ້າ ເຊື່ອຖືສູງ.

ທ່ານນາຍົກລັດຖະມົນຕີຍີ່​ປຸ່ນ Suga Yoshihide ໄດ້ຕີລາຄາສູງບັນດາການເຄື່ອນໄຫວ, ມີປະສິດທິຜົນ ແລະມີຄວາມຮັບຜິດຊອບຂອງຫວຽດນາມໃນຖານະເປັນສະມາຊິກບໍ່​ປະ​ຈຳ​ການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 - 2021, ແລະປະທານອາຊຽນ 2020; ທ່ານຢືນຢັນວ່າຍີ່ປຸ່ນຈະສືບຕໍ່ສົມທົບກັບຫວຽດນາມຢ່າງ ແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ; ສະແດງການສະໜັບສະໜູນບັນດາຕຳແໜ່ງຂອງຫວຽດນາມ ແລະອາຊຽນກ່ຽວກັບບັນຫາທະເລ​ຕາ​ເວັນ​ອອກ.

ທ່ານນາຍົກລັດຖະມົນຕີ Suga Yoshihide ສະແດງຄວາມປະທັບໃຈຕໍ່ບັນດາຜົນງານເຊິ່ງຫວຽດນາມບັນລຸໄດ້ໃນວຽກງານປ່ຽນ​ແປງ​ໃໝ່; ທ່ານ​ກໍ່​ສະ​ແດງ​ຄວາມຊົມເຊີຍວ່າຫວຽດນາມຄວບຄຸມໂລກລະບາດ Covid-19 ໄດ້ຢ່າງສຳເລັດຜົນ; ເນັ້ນໜັກວ່າຍີ່ປຸ່ນທີ່​ຕັ້ງຂອງຫວຽດນາມເປັນ​ສຳ​ຄັນໃນພາກພື້ນ ແລະຍາມໃດກໍ່ສະໜັບສະໜູນການພັດທະນາຂອງຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ Suga Yoshihide ກໍ່ແມ່ນນາຍົກລັດຖະມົນຕີຄົນທີ 2 ເລືອກ ຫວຽດນາມ ເປັນປະເທດໄປຢ້ຽມຢາມຄັ້ງທຳອິດພາຍຫລັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ໄດ້​ສະ​ແດ​ງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫ່ວາງ​ຍີ່​ປຸ່ນ - ຫວຽດ​ນາມ, ທ່ານ​ກໍ່​ຂອບ​ໃຈ​ການ​ຮ່ວມ​ມື​ຢ່າງ​ຕ​ັ້ງ​ໜ້າ​ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19.

ຫວຽດນາມ ຍິນດີຕ້ອນຮັບນາຍົກລັດຖະມົນຕີຄົນໃໝ່ ຂອງຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ

ຍສໝ - ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເລທິທູຮັ່ງ ໄດ້ເນັ້ນໜັກວ່າ ຫວຽດນາມສະແດງຄວາມຍິນດີຕ້ອນຮັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Suga Yoshihide ມາຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມ.

​ບຸນ​ຄົງ

302 Found

Found

The document has moved here.