ຫວຽດນາມ ໄດ້ຫຼຽນໄຊມິດຕະພາບໃຫ້ແກ່ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ ສຳລັບການປະກອບສ່ວນໃນການພົວພັນສອງຝ່າຍ

15:19 | 21/10/2020

ຍສໝ - ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ຮັບອະນຸຍາດໂດຍທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເພື່ອໄດ້ມອບຫຼຽນໄຊມິດຕະພາບຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ໃຫ້ແກ່ທ່ານ Iijima Isao - ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ.

ຫວຽດນາມ ໄດ ຫ ຽນໄຊມ ດຕະພາບໃຫ ແກ ຜ ທ ປ ກສາພ ເສດ ຂອງນາຍ ກລ ດຖະມ ນຕ ຍ ປ ນ ສຳລ ບການປະກອບສ ວນໃນການພ ວພ ນສອງຝ າຍ ຍີ່ປຸ່ນແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ ແລະ ຍາວນານຂອງຫວຽດນາມ
ຫວຽດນາມ ໄດ ຫ ຽນໄຊມ ດຕະພາບໃຫ ແກ ຜ ທ ປ ກສາພ ເສດ ຂອງນາຍ ກລ ດຖະມ ນຕ ຍ ປ ນ ສຳລ ບການປະກອບສ ວນໃນການພ ວພ ນສອງຝ າຍ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ກ່າວຄຳເຫັນທີ່ພິທີ, ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມຊົມເຊີຍສຳຫຼັບທ່ານ Iijima Isao, ແລະ ຖືວ່ານີ້ແມ່ນການຮັບຮູ້ຂອງ ລັດຖະບານ ແລະ ປະຊາຊົນຫວຽດນາມ ສຳລັບຄວາມສໍາລັບການປະກອບສ່ວນຂອງທ່ານ Iijima Isao ໃຫ້ແກ່ການພົວພັນສອງປະເທດຫວຽດນາມ - ຍີ່ປຸ່ນ.

ທ່ານຮອງລັດຖະມົນຕີ ເລຮ່ວາຍຈູ່ງ ໄດ້ຕີລາຄາວ່າໃນຫລາຍປີຜ່ານມາ, ໃນຖານະທີ່ເປັນທີ່ປຶກສາພິເສດຂອງນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ Iijima Isao ໄດ້ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເປັນຕົ້ນຄືໃນຂົງເຂດການເມືອງ ແລະ ການທູດ ເພື່ອຍູ້ແຮງການເຊື່ອມຕໍ່ວິສາຫະກິດ, ການແລກປ່ຽນທ້ອງຖິ່ນ, ການຮ່ວມມືດ້ານວັດທະນະທຳ.

ຫວຽດນາມ ໄດ ຫ ຽນໄຊມ ດຕະພາບໃຫ ແກ ຜ ທ ປ ກສາພ ເສດ ຂອງນາຍ ກລ ດຖະມ ນຕ ຍ ປ ນ ສຳລ ບການປະກອບສ ວນໃນການພ ວພ ນສອງຝ າຍ
ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Iijima Isao - ຜູ້ທີ່ປຶກສາພິເສດຕໍ່ນາຍົກລັດຖະມົນຕີຍີ່ປຸ່ນ. (ພາບ: thoidai.com.vn)

ທ່ານຮອງລັດຖະມົນຕີ ເລຮ່ວາຍຈູ່ງ ໄດ້ສະແດງຄວາມເຊື່ອໝັ້ນວ່າທ່ານ IIijima Isao - ຈະສືບຕໍ່ປະກອບສ່ວນຫຼາຍກ່ວາອີກ ໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນ ແລະ ສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານຫວຽດນາມ - ຍີ່ປຸ່ນ.

ທ່ານ Iijima Isao ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ສະແດງຄວາມສະເທືອນໃຈເມື່ອໄດ້ຮັບລາງວັນອັນສູງ ຂອງລັດຖະບານຫວຽດນາມ; ແບ່ງປັນກ່ຽວກັບຄວາມຮູ້ສຶກພິເສດໃນຖານະທີ່ເປັນຜູ້ປຶກສາພິເສດຂອງນາຍົກລັດຖະມົນຕີຍີ່ປຸ່ນ ໃນ 10 ປີທີ່ຜ່ານມາ.

ທ່ານ Iijima Isao ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ເລ່ື່ອງນາຍົກລັດຖະມົນຕີຍີ່ປຸ່ນ ທີ່ຫາກໍ່ເລືອກເອົາຫວຽດນາມໃນການມາຢ້ຽມຢາມຄັ້ງທຳອິດ, ສະແດງໃຫ້ເຫັນຄວາມຖືເປັນສຳຄັນຂອງລັດຖະບານຍີ່ປຸ່ນ ຕໍ່ຫວຽດນາມ ແລະ ການພົວພັນລະຫວ່າງສອງປະເທດ.

ທ່ານ Iijima Isao ໄດ້ສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍບົດບາດ, ແນະນຳ ແລະ ສະເໜີຕໍ່ລັດຖະບານຍີ່ປຸ່ນ ກ່ຽວກັບບັນດານະໂຍບາຍ ແລະ ມາດຕະການສະເພາະເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ.

ຫວຽດນາມ ໄດ ຫ ຽນໄຊມ ດຕະພາບໃຫ ແກ ຜ ທ ປ ກສາພ ເສດ ຂອງນາຍ ກລ ດຖະມ ນຕ ຍ ປ ນ ສຳລ ບການປະກອບສ ວນໃນການພ ວພ ນສອງຝ າຍ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ໄດ້​ສະ​ແດ​ງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫ່ວາງ​ຍີ່​ປຸ່ນ - ຫວຽດ​ນາມ, ທ່ານ​ກໍ່​ຂອບ​ໃຈ​ການ​ຮ່ວມ​ມື​ຢ່າງ​ຕ​ັ້ງ​ໜ້າ​ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19.

ຫວຽດນາມ ໄດ ຫ ຽນໄຊມ ດຕະພາບໃຫ ແກ ຜ ທ ປ ກສາພ ເສດ ຂອງນາຍ ກລ ດຖະມ ນຕ ຍ ປ ນ ສຳລ ບການປະກອບສ ວນໃນການພ ວພ ນສອງຝ າຍ ມະຫາວິທະຍາໄລຍີ່ປຸ່ນ ສ້າງຄວາມສະດວກຫຼາຍຢ່າງໃຫ້ແກ່ນັກສຶກສາ ຫວຽດນາມ

ຍສໝ - ອໍານາດການປົກຄອງແຂວງ Nagasaki ແລະ ຫລາຍອົງການຈັດຕັ້ງອື່ນໆໃນແຂວງກໍ່ມານະພະຍາຍາມຊ່ວຍເຫຼືອໂຮງຮຽນດຶງດູດນັກຮຽນຫວຽດນາມເຂົ້າມາຮຽນຕື່ມອີກ. ສະເພາະໃນເດືອນເມສາ 2020, ອໍານາດການປົກຄອງແຂວງ Nagasaki ໄດ້ຮ່ວມມືກັບອໍານາດການປົກຄອງ ນະຄອນ Goto ແລະມະຫາວິທະຍາໄລ Nagasaki ເພື່ອສ້າງຕັ້ງໂຮງຮຽນສອນພາສາຍີ່ປຸ່ນ Goto ສຳລັບນັກສຶກສາຫວຽດນາມກ່ອນເຂົ້າມະຫາວິທະຍາໄລ Nagasaki.

ຫວຽດນາມ ໄດ ຫ ຽນໄຊມ ດຕະພາບໃຫ ແກ ຜ ທ ປ ກສາພ ເສດ ຂອງນາຍ ກລ ດຖະມ ນຕ ຍ ປ ນ ສຳລ ບການປະກອບສ ວນໃນການພ ວພ ນສອງຝ າຍ ນະຄອນໂຮ່ຈີມິນ ສສ.ຫວຽດນາມ ຍູ້ແຮງການຮ່ວມມືກັບ ນະຄອນ Daegu ສ.ເກົາຫຼີ

ຍສໝ - ນະຄອນໂຮ່ຈີມິນ ກໍ່ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນ Daegu ໃນບັນດາຂົງເຂດທີ່ Daegu ມີທ່າແຮງ ແລະນະຄອນມີຄວາມເອົາໃຈໃສ່ລົງທຶນພັດທະນາ ເປັນຕົ້ນຄື: ການກໍາຈັດນໍ້າ, ການທ່ອງທ່ຽວ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.