ມອບຫຼຽນໄຊມິດຕະພາບຂອງຫວຽດນາມ ແລະ ລາວໃຫ້ແກ່ຜູ້ນຳຂອງກອງທັບສອງປະເທດ

11:57 | 19/02/2020

ຍສໝ - ຕອນເຊົ້າວັນທີ 18 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ສສ.ຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດ ສປປ.ລາວ ໄດ້ຈັດພິທີມອບຫຼຽນໄຊມິດຕະພາບຢ່າງສົມກຽດ ຂອງລັດ ຫວຽດນາມ ແລະ ລັດລາວ ໃຫ້ໝູ່ຄະນະນຳ ແລະ ບຸກຄົນທີ່ມີຜົນງານດີເດັ່ນຂອງສອງປະເທດ.

ກ່າວຄຳເຫັນທີ່ພິທີ, ພົນໂທ ໂງຊວັນລິກ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ໄດ້ຮັບການເພີ່ມທະວີ, ພັດທະນາ ແລະ ສືບຕໍ່ແມ່ນເສົາຄໍ້າສຳຄັນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ຍິ່ງໃຫຍ່, ປະກອບສ່ວນເຮັດໃຫ້ສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ.

ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ລາວ ໄດ້ປະຕິບັດບັນດາເນື້ອໃນການຮ່ວມມືຢ່າງຄົບຖ້ວນ ແລະ ມີປະສິດທິຜົນເພື່ອແນໃສ່ຮັດແໜ້ນ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບດ້ານ, ປະກອບສ່ວນຮັກສາສະພາບທີ່ສັນຕິພາບ, ສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ສ້າງສາປະເທດ ແລະ ສະກັດກັ້ນບັນດາກົນອຸບາຍແບ່ງແຍກປະຊາຊົນ, ຄວາມມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດລະຫວ່າງ ຫວຽດນາມ ແລະ ລາວ.

ມອບຫຼຽນໄຊມິດຕະພາບຂອງຫວຽດນາມ ແລະ ລາວໃຫ້ແກ່ຜູ້ນຳຂອງກອງທັບສອງປະເທດ

ພິທີມອບຫຼຽນໄຊມິດຕະພາບຂອງຫວຽດນາມ ແລະ ລາວໃຫ້ແກ່ຜູ້ນຳຂອງກອງທັບສອງປະເທດ. (ພາບ: baolaodong)

ສຳລັບຝ່າຍລາວ, ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ສະແດງຄວາມຍິນດີ ແລະ ກຽດຕິຍົດທີ່ເປັນຕົວແທນໃຫ້ແກ່ສປປ.ລາວ ໃນນາມຕາງໜ້າຮັບຫຼຽນໄຊມິດຕະພາບໂດຍພັກ ແລະ ລັດແຫ່ງ ສສ.ຫວຽດນາມ.

ພົນເອກ ຈັນສະໜອນ ຈັນຍາລາດ ເນັ້ນໜັກວ່າໃນໄລຍະຜ່ານມາ, ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ໃຫ້ການຊ່ວຍເຫຼືອຢ່າງໃຫຍ່ຫຼວງຕໍ່ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວ. ຜົນສຳເລັດຂອງການຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນລາວ ແລະ ຫວຽດນາມພວມພັດທະນານັບມື້ນັບຫຼາຍຂຶ້ນ.

ແລະກໍ່ໃນພິທີ, ທ່ານພົນເອກ ຈັນສະໜອນ ຈັນຍາລາດ ຕາງໜ້າໃຫ້ພັກ, ລັດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ໄດ້ມອບຫຼຽນໄຊອິດສະຫລະ (ເສລີພາບ) ຂອງລັດ ແລະ ກະຊວງປ້ອງກັນປະເທດ ລາວ ໃຫ້ກອງທັບປະຊາຊົນ ຫວຽດນາມ ແລະ ບັນດາຜູ້ນຳ ແລະ ຜູ້ບັນຊາການບັນດາອົງການ, ຫົວໜ່ວຍຂອງກະຊວງປ້ອງກັນປະເທດ ຫວຽດນາມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.