ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ

18:05 | 20/02/2021

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ກ່ຽວກັບການຮ່ວມມືປ້ອງກັນ ແລະ ຕ້ານອາຊະຍາກຳ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຕ ອນຮ ບລ ດຖະມ ນຕ ກະຊວງຕຳຫ ວດປະເທດຈ ນ ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຕ ອນຮ ບລ ດຖະມ ນຕ ກະຊວງຕຳຫ ວດປະເທດຈ ນ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານເຖິງກອງປະຊຸມພິເສດ ຂອງສະຫະປະຊາຊາດກ່ຽວກັບ COVID-19

ໃນຕອນເຊົ້າວັນທີ 19 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດຈີນທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຕາງໜ້າໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີວ່າການກະຊວງຕຳຫຼວດ ສປ.ຈີນ ໃນການມາຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ກ່ຽວກັບການຮ່ວມມືປ້ອງກັນ ແລະ ຕ້ານອາຊະຍາກຳ ລະຫວ່າງສອງກະຊວງຕຳຫຼວດປະເທດຫວຽດນາມ - ຈີນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຕ ອນຮ ບລ ດຖະມ ນຕ ກະຊວງຕຳຫ ວດປະເທດຈ ນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດຈີນ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ແລະ ກະຊວງຕຳຫຼວດສອງປະເທດຫວຽດນາມ - ຈີນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຮັກສາ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບພັກ, ລັດ ແລະ ປະຊາຊົນຈີນ, ຖືນີ້ແມ່ນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ, ການເລືອກເຟັ້ນຍຸດທະສາດ ແລະ ບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມ ປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມກັບປະເທຈີນ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ປະສານສົມທົບກັນດີໃນບັນຫາສາກົນ ແລະ ພາກພື້ນທີ່ສອງຝ່າຍມີຄວາມສົນໃຈລ່ວມ; ຈັດຕັ້ງປະຕິບັດຄວາມຮັບຮູ້ທົ່ວໄປໃນລະດັບສູງກ່ຽວກັບບັນຫາທາງທະເລ, ເຄົາລົບສິດຜົນປະໂຫຍດອັນຊອບທຳຊຶ່ງກັນ ແລະ ກັນບົນພື້ນຖານການປະຕິບັດຕາມກົດໝາຍສາກົນ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສົ່ງເສີມການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຕ ອນຮ ບລ ດຖະມ ນຕ ກະຊວງຕຳຫ ວດປະເທດຈ ນ
ທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. (ພາບ: TTXVN)

ສ່ວນທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດຈີນ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມາຢ້ຽມຢາມຫວຽດນາມເປັນຄັ້ງທຳອິດ ໃນຖານະເປັນລັດຖະມົນຕີກະຊວງຕຳຫຼວດປະເທດຈີນ, ຮູ້ສຶກປະສົບຜົນສຳເລັດຫຼາຍຢ່າງ ໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ.

ທ່ານລັດຖະມົນຕີ ເຈົາເຄືອຈື້ ໄດ້ເນັ້ນໜັກວ່າ ສອງປະເທດແມ່ນຄູ່ຮ່ວມມືຍຸດທະສາດທີ່ສຳຄັນ. ນັບແຕ່ການລະບາດຂອງ COVID-19 ເກີດຂື້ນ, ສອງປະເທດໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະ ເອົາຊະນະຜົນກະທົບຂອງການລະບາດ, ແລະ ເຮັດໃຫ້ການພົວພັນນັບມື້ນັບເລິກເຊິ່ງໃນທຸກໆຂົງເຂດ. ສິ່ງດັ່ງກ່າວສະແດງໃຫ້ເຫັນພື້ນຖານອັນໜັກແໜ້ນ ເພື່ອໃຫ້ທັງສອງຝ່າຍພັດທະນາສາຍພົວພັນໃນຍຸກສະໄໝໃໝ່.

ທ່ານລັດຖະມົນຕີ ເຈົາເຄືອຈື້ ກໍ່ໃຫ້ຮູ້ວ່າ, ກະຊວງຕຳຫຼວດສອງປະເທດ ໄດ້ປຶກສາຫາລືເພີ່ມທະວີການຮ່ວມມື, ເພີ່ມທະວີຄວາມສາມັກຄີ ເພື່ອຮັບມືກັບສິ່ງທ້າທາຍ, ພ້ອມທັງຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະຊາຊົນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ປາດຖະໜາວ່າ ການມາຢ້ຽມຢາມຫວຽດນາມໃນຄັ້ງນີ້ຂອງ ທ່ານລັດຖະມົນຕີ ເຈົາເຄືອຈື້ ແລະ ຄະນະຜູ້ແທນກະຊວງຕຳຫຼວດຈີນ ໄດ້ປະສົບຜົນສຳເລັດທີ່ດີ, ພິຈາລະນານີ້ແມ່ນການເລີ່ມຕົ້ນທີ່ດີຂອງການພົວພັນຫວຽດນາມ - ຈີນໃນປີໃໝ່ 2021.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຕ ອນຮ ບລ ດຖະມ ນຕ ກະຊວງຕຳຫ ວດປະເທດຈ ນ ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ

ຍສໝ - ທ່ານລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ສະຫລະເວລາເພື່ອຕ້ອນຮັບຄະນະຜູ້ແທນປະເທດຈີນ; ສະແດງຄວາມຊົມເຊີຍສຳເລັດຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຕ ອນຮ ບລ ດຖະມ ນຕ ກະຊວງຕຳຫ ວດປະເທດຈ ນ ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານຊາຍແດນສາກົນແທ່ງຖູຍ - ທຽນບາວ, ພະແນກພົວພັນຕ່າງປະເທດແຂວງຮ່າຢາງ ໄດ້ປະສານສົມທົບກັບສະຖານກົງສຸນໃຫຍ່ຫວຽດນາມ ປະຈຳເມືອງ ກົນໝິງ ແລະ ຫ້ອງການພົວພັນຕ່າງປະເທດ ວັນເສີນ (ສປ.ຈີນ) ໄດ້ຈັດພິທີມອບ - ຮັບເຄື່ອງມືທາງການແພດ ເພື່ອຮັບໃຊ້ໃນການປ້ອງກັນການລະບາດຂອງ COVID-19.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ຕ ອນຮ ບລ ດຖະມ ນຕ ກະຊວງຕຳຫ ວດປະເທດຈ ນ ຜູ້ນຳພັກ ແລະ ລັດຖະບານຫວຽດນາມ ໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດວັນຊາດປະເທດຈີນ

ຍສໝ - ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືຄວາມສຳຄັນຕໍ່ການພັດທະນາສາຍພົວພັນທີ່ເປັນມູນເຊື້ອ ແລະ ສະຖຽນລະພາບລະຫວ່າງຫວຽດນາມ - ຈີນ, ພ້ອມທັງຍິນດີຮ່ວມມືກັບປະເທດຈີນໃນການຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດລວມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.