ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານເຖິງກອງປະຊຸມພິເສດ ຂອງສະຫະປະຊາຊາດກ່ຽວກັບ COVID-19

13:26 | 04/12/2020

ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຫາກໍສົ່ງສານ ຢ່າງສຳຄັນຕໍ່ກອງປະຊຸມພິເສດກ່ຽວກັບການຕອບໂຕ້, ຄຸ້ມຄອງການແຜ່ລະບາດຂອງພະຍາດ COVID-19 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 75 ທີ່ດຳເນີນໃນວັນທີ 3-4 ທັນວາ 2020 ທີ່ນິວຢອກ, ອາ​ເມລິ​ກາ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ສ ງສານເຖ ງກອງປະຊ ມພ ເສດ ຂອງສະຫະປະຊາຊາດກ ຽວກ ບ covid 19 ອາຊຽນ +3 ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ການຟື້ນຕົວເສດຖະກິດແບບຍືນຍົງ ຫຼັງຈາກການລະບາດຂອງ COVID-19
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ສ ງສານເຖ ງກອງປະຊ ມພ ເສດ ຂອງສະຫະປະຊາຊາດກ ຽວກ ບ covid 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ວາລະສານຍຸກສະໄໝ ຂໍແນະນຳ ແລະ ເຜີຍແຜ່ເນື້ອໃນຄົບຖ້ວນຂອງສານດັ່ງກ່າວຂອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ສ ງສານເຖ ງກອງປະຊ ມພ ເສດ ຂອງສະຫະປະຊາຊາດກ ຽວກ ບ covid 19
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. (ພາບ: TTXVN)

ຂ້າພະເຈົ້າ ໄດ້ຕີລາຄາສູງວ່າ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 75 ໄດ້ຈັດຂຶ້ນວາລະປະຊຸມພິເສດ ກ່ຽວກັບການຕອບໂຕ້, ຄຸ້ມຄອງການແຜ່ລະບາດຂອງພະຍາດ COVID-19 ໃນສະພາບການທີ່ວ່າ ພວກເຮົາຈະກຽມປິດປີ 2020 ເຊິງມີຫຼາຍຄວາມທ້າທາຍ ແລະ ຫຍຸ້ງຍາກ ໃນຫລາຍໆຂົງເຂດທີ່ເກີດຈາກໂດຍການລະບາດຂອງພະຍາດ COVID-19. ພວກເຮົາຕ້ອງການຍົກໃຫ້ເຫັນບົດບາດເປັນໃຈກາງຂອງສະຫະປະຊາຊາດ, ເພີ່ມທະວີການປະສານງານດ້ານນະໂຍບາຍ, ການກະທຳທີ່ເປັນເອກະພາບ, ຊຸກຍູ້ການຮ່ວມມືສາກົນ ກໍ່ຄືຄວາມພະຍາຍາມຂອງບັນດາຝ່າຍ ໃນການປົກຄອງ, ສະກັດກັ້ນຕ້ານກັບພະຍາດ COVID-19.

ໃນຖານະທີ່ເປັນສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021, ຫວຽດນາມ ໄດ້ສະໜັບສະໜູນ ແລະ ຍິນດີອີກເທື່ອໜຶ່ງຕໍ່ຄຳຮຽກຮ້ອງ ຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບການຢຸດຍິງທົ່ວໂລກ, ຍົກເລີກບັນດາມາດຕະການລົງໂທດແບບຝ່າຍດຽວ ແລະ ສ້າງເງື່ອນໄຂຂອງການຊ່ວຍເຫລືອດ້ານມະນຸດສະທຳ ສຳລັບບັນດາປະເທດໃນການຕອບໂຕ້ກັບ COVID-19.

ອົາໃຈໃສ່ຜົນປະໂຫຍດຂອງປະຊາຊົນເປັນໃຈກາງ ຂອງທຸກນະໂຍບາຍ ແລະ ການກະທຳທີ່ມີບຸລິມະສິດທຳອິດ ແມ່ນການປົກປ້ອງສຸຂະພາບ ແລະ ຊີວິດຂອງມະນຸດ, ຮັບປະກັນໃຫ້ປະຊາຊົນໃນທຸກປະເທດ ແລະ ເຂດແຄວ້ນສາມາດສໍາຜັດເຂົ້າເຖິງຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ດ້ວຍລາຄາທີ່ເໝາະຜົນ.

ເປັນເຈົ້າການໃນໄລຍະ “ສະພາບການປົກກະຕິໃໝ່” ເພື່ອການພັດທະນາແບບຍືນຍົງ, ຮັບປະກັນການປ້ອງກັນການລະບາດຂອງພະຍາດ, ຈັດຕັ້ງປະຕິບັດການຟື້ນຟູເສດຖະກິດຢ່າງຄົບຊຸດ, ສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທືນຂ້າມຊາຍແດນ, ຄວບຄຸມການເຄື່ອນໄຫວໄປມາຂອງປະຊາຊົນ, ຮັກສາຕ່ອງໂສ້ການສະໜອງສິນຄ້າທີ່ຈຳເປັນ, ອາຫານ, ອຸປະກອນການແພດ...

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ສ ງສານເຖ ງກອງປະຊ ມພ ເສດ ຂອງສະຫະປະຊາຊາດກ ຽວກ ບ covid 19
ຄຳຂວັນຕໍ່ຕ້ານ COVID-19 ຢູ່ຫວຽດນາມ. (ພາບ: TTXVN)

ບັນດາປະເທດ ຈຳເປັນຕ້ອງຮັກສາຄຳໝັ້ນສັນຍາ ແລະ ຄວາມພະຍາຍາມຂອງພວກເຂົາ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDG-2030 ແລະ ຄຳໝັ້ນສັນຍາຂອງພວກເຂົາ ກ່ຽວກັບການປ່ຽນແປງດິນຟ້າອາກາດ, ໂດຍສະເພາະ ເພື່ອອຳນວຍຄວາມສະດວກໃຫ້ການສະໜັບສະໜູນດ້ານການເງິນ, ເຕັກໂນໂລຢີ ແລະ ການຄ້າໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາ.

ໂດຍພື້ນຖານແລ້ວ, ປະເທດຫວຽດນາມ ໄດ້ຄວບຄຸມການລະບາດຂອງ COVID-19, ຮັບປະກັນນະໂຍບາຍສະຫວັດດິການສັງຄົມ, ຟື້ນຟູການເຕີບໂຕຂອງພື້ນຖານເສດຖະກິດ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຮ່ວມມື ແລະ ການສະໜັບສະໜູນທີ່ລ້ຳຄ່າ ຂອງບັນດາອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມມືສາກົນໃຫ້ແກ່ຫວຽດນາມ.

ໃນຖານະທີ່ເປັນປະທານອາຊຽນ 2020, ປະເທດຫວຽດນາມ ແລະ ບັນດາປະເທດອາຊຽນ ໄດ້ເຫັນດີເປັນເອກະພາບ ກ່ຽວກັບຫຼາຍຂໍ້ລິເລີ່ມ ແລະ ການຮ່ວມມືເພື່ອຕອບສະໜອງ COVID-19, ເຊັ່ນ: (i) ກອງທຶນອາຊຽນ ເພື່ອຕອບໂຕ້ຕໍ່ການລະບາດຂອງພະຍາດ COVID-19, (ii) ສາງເກັບຮັກສາເຄື່ອງໃຊ້, ອຸປະກອນທາງການແພດ (iii) ຂອບຍຸດທະສາດຂອງອາຊຽນ ສຳລັບການຕອບໂຕ້ບັນດາກໍລະນີສຸກເສີນທາງການແພດ ແລະ (iv) ສູນການແພດອາຊຽນ ເພື່ອຕອບໂຕ້ຢ່າງສຸກເສີນດ້ານສາທາລະນະສຸກ ແລະ ພະຍາດທີ່ກຳລັງເກີດຂື້ນ. (v) ກອບການຟື້ນຟູໂດຍລວມຂອງອາຊຽນ ແລະ (vi) ແຜນການຈັດຕັ້ງປະຕິບັດທີ່ສົມບູນແບບໃນ 3 ເສົາຄ້ຳຂອງຊຸມຊົນ ເພື່ອສະໜັບສະໜູນປະຊາຊົນ ແລະ ນັກທຸລະກິດໃຫ້ສາມາດຜ່ານຜ່າຜົນຮ້າຍຂອງການລະບາດ ແລະ ສະຖຽນລະພາບຊີວິດຂອງພວກເຂົາໂດຍໄວ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ສ ງສານເຖ ງກອງປະຊ ມພ ເສດ ຂອງສະຫະປະຊາຊາດກ ຽວກ ບ covid 19
(ພາບ: TTXVN)

ຫວຽດນາມ ໄດ້ສະເໜີແນວຄວາມຄິດ, ຂໍ້ລິເລີ່ມຫຼາຍຢ່າງ ໃນຂອບຂອງສະຫະປະຊາຊາດ ແລະ ສົມທົບກັບບັນດາປະເທດສະມາຊິກອື່ນໆຢ່າງຕັ້ງໜ້າ ໃນການປຶກສາຫາລື ແລະ ຮັບຮອງເອົາມະຕິ ແລະ ເອກະສານຫຼາຍສະບັບ ເພື່ອເພີ່ມທະວີການຮ່ວມມືສາກົນ ໃນການຕອບສະໜອງກັບ COVID-19.

ດ້ວຍຈິດໃຈ “ຮັກແພງເຊິ່ງກັນ ແລະ ກັນ”, ລັດຖະບານ, ບັນດາອົງການຈັດຕັ້ງ, ນັກທຸລະກິດ ແລະ ປະຊາຊົນຫວຽດນາມ ໄດ້ໃຫ້ການສະໜັບສະໜູນຢ່າງທັນການ ແລະ ແທດເໝາະກັບຕົວຈິງ ໃນການສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດໂດຍຫວຽດນາມ ໄປຍັງຫລາຍປະເທດທີ່ໄດ້ຮັບຜົນກະທົບຍ້ອນການລະບາດຢ່າງໜັກ, ການຮ່ວມມືໃນການແລກປ່ຽນປະສົບການ ພ້ອມທັງການສະໜັບສະໜູນດ້ານການເງິນສຳລັບກອງທຶນສາກົນ ກ່ຽວກັບການຄວບຄຸມການລະບາດ, ເຖິງແມ່ນວ່າ ຫວຽດນາມຍັງມີຄວາມຈຳກັດດ້ານຊັບພະຍາກອນແຫ່ງຊາດ.

ຫວຽດນາມ ເຊື່ອໝັ້ນວ່າ, ໂດຍປະເຊີນ​​ໜ້າກັບສິ່ງທ້າທາຍທີ່ຮ້າຍແຮງທີ່ສຸດ ແຕ່ສະຫະປະຊາຊາດ, ປະຊາຄົມສາກົນ ຈະນຳເອົາຄວາມມຸ້ງຫວັງ ແລະ ກຳລັງແຮງຂອງແຕ່ລະປະເທດ, ພ້ອມທັງສະແດງຄວາມສາມັກຄີ ແລະ ຮ່ວມມືສາກົນຢ່າງແໜ້ນແຟ້ນ ເພື່ອຜ່ານຜ່າ ການລະບາດພະຍາດ COVID-19 ແລະ ສ້າງອະນາຄົດທີ່ດີກວ່າ ສຳລັບແຕ່ລະປະເທດ ແລະ ປະຊາຊົນທັງໝົດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ສ ງສານເຖ ງກອງປະຊ ມພ ເສດ ຂອງສະຫະປະຊາຊາດກ ຽວກ ບ covid 19 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບນະໂຍບາຍທົ່ວໂລກ, ສາມັກຄີກັນກະທຳ ແລະ ຍົກສູງການຮ່ວມມືຫຼາຍຝ່າຍ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ໃນນັ້ນຕີລາຄາສູງບັນດາໝາກຜົນສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງບັນດາປະເທດ G20, ເປັນຕົ້ນແມ່ນການຊຸກຍູ້ການສົມທົບນະໂຍບາຍມະຫາພາກໃນການຟື້ນຟູເສດຖະກິດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ສ ງສານເຖ ງກອງປະຊ ມພ ເສດ ຂອງສະຫະປະຊາຊາດກ ຽວກ ບ covid 19 ຫວຽດນາມ - ອິນເດຍ ກຽມພ້ອມການຊຸກຍູ້ການທ່ອງທ່ຽວສອງຝ່າຍພາຍຫຼັງCOVID-19

ຍສໝ - ໃນວັນທີ 7 ພະຈິກ, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຮູບການຖ່າຍທອດສົດເພື່ອຊຸກຍູ້ການທ່ອງທ່ຽວສອງຝ່າຍ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ສ ງສານເຖ ງກອງປະຊ ມພ ເສດ ຂອງສະຫະປະຊາຊາດກ ຽວກ ບ covid 19 ການຫັນເປັນດິຈິຕອນ ແລະ ແກ້​ໄຂຜົນກະທົບຈາກການລະບາດຂອງ Covid-19 ເພື່ອພັດທະນາເສດຖະກິດຂອງຫວຽດນາມ

ຍ​ສ​ໝ - ຫວຽດນາມສາມາດຫັນຄວາມສ່ຽງກາຍ​ເປັນ​ກາ​ລະ​ໂອ​ກາດຢ່າງສິ້ນເຊິງ ແລະປະ​ຕິ​ບັດມຄວາມມຸ້ງຫວັງ ແລະເປົ້າໝາຍການພັດທະນາຂອງປະເທດຊາດປະ​ກົດ​ຜົນ​ເປັນ​ຈິງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.