ຍສໝ - ສະເໜີບໍລິເວນວັດທະນະທຳຊາ ຫວຽດນາມ ຢູ່ທີ່ງານວາງສະແດງ BEYOND FOOD EXPO 2026 ທີ່ຂອນແກ່ນ (ປະເທດໄທ) ໄດ້ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ນຳມາໃຫ້ເພື່ອນມິດສາກົນໄດ້ມີປະສົບການອັນເຕັມໄປດ້ວຍເອກະລັກວັດທະນະທຳ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ມະນຸດ ຫວຽດນາມ ແລະ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການພົບປະແລກປ່ຽນປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ.
ຍສໝ - ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ໄດ້ຈັດພິທີເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢ່າງເປັນທາງການ, ເຊິ່ງເປັນການເປີດສາກລະດູຮ້ອນອັນມີຄວາມໝາຍ ສາກົນ ສຳລັບຮຸ່ນເຍົາວະຊົນ ຂອງປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ ຣູມານີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງວັນນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ໂຮ່ຈີມິນ ຢ່າງເປັນທາງການ (2/7/1976 - 2/7/2026), ບັນດາພາບສາກກ່ຽວກັບນະຄອນ ໂຮ່ຈີມິນ ແມ່ນໄດ້ຮັບການສາຍຂຶ້ນເທິງຈໍເອເລັກໂຕຣນິກຂະໜາດໃຫຍ່ ຢູ່ທີ່ບໍລິເວນໃຈກາງນະຄອນຫຼວງ ໂຊລ (ປະເທດເກົາຫຼີໃຕ້).
ຍສໝ - ແຕ່ວັນທີ 29 ມິຖຸນາ - 3 ກໍລະກົດ, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ໄດ້ມີການເດີນທາງມາຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ ຢູ່ທີ່ບັນດາແຂວງ, ນະຄອນ: ກວາງຈິ, ເຫວ້ ແລະ ດານັງ.
ຍສໝ - ວັນທີ 27 ມິຖຸນາ, ຢູ່ທີ່ນະຄອນ Montreuil (ຝຣັ່ງ), ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ສົມທົບກັບ ສະຖານທູດ ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ຈັດລະດັບກິດຈະກຳວັດທະນະທຳ - ວິທະຍາສາດ ແນໃສ່ເຊີດຊູມໍລະດົກ ຂອງປະທານ ໂຮ່ຈີມິນ, ເນື່ອງພາຍໃນໂອກາດສະເຫຼີມສະຫຼອງຄົບຮອບ 115 ປີ ວັນທີ່ຊາຍໜຸ່ມຜູ້ຮັກຊາດ ຫງວຽນເຕິດແທັງ ເດີນທາງອອກບວດຊອກຫາຫົນທາງກູ້ຊາດ (5/6/1911-5/6/2026) ແລະ ຄົບຮອບ 80 ປີ ການເດີນທາງຢ້ຽມຢາມປະເທດ ຝຣັ່ງ ຂອງປະທານ ...
ຍສໝ - ວັນທີ 26 ມິຖຸນາ, ຢູ່ທີ່ ນະຄອນໂຮ່ຈິມິນ, ສູນແຮງງານຕ່າງປະເທດ (ກະຊວງພາຍໃນ) ໄດ້ຈັດກອງປະຊຸມຝຶກອົບຮົມວິຊາສະເພາະ ກ່ຽວກັບບັນດາແຜນງານຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕາມຂໍ້ຕົກລົງສາກົນ.
ຍສໝ - ອີງຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ຝຣັ່ງ, ຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ ແລະ ບັນດາຜູ້ທີ່ມີຄວາມຈິງໃຈ ຕໍກັບວຽກງານການສອນພາສາຫວຽດ ຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ການປົກປັກຮັກສາພາສາຫວຽດ ແລະ ວັດທະນະທຳຫວຽດ ຢູ່ຕ່າງປະເທດ”, ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ຢູ່ທີ່ສູນວັດທະນະທຳຫວຽດນາມ ປະຈຳ ຝຣັ່ງ.
ຍສໝ - ບໍ່ພຽງແຕ່ແມ່ນໂອກາດພາຍໃດການຊອກຫາວຽກເຮັດງານທຳເທົ່ານັ້ນ, ບັນດາແຜນງານທີ່ບໍ່ຫວັງຜົນກຳໄລ ທີ່ນຳສົ່ງແຮງງານຫວຽດນາມໄປຕ່າງປະເທດ ພວມກາຍເປັນ “ຂົວຕໍ່” ຊ່ວຍໃຫ້ຜູ້ອອກແຮງງານເຂົ້າເຖິງສະພາບແວດລ້ອມການເຮັດວຽກໃນລະດັບສາກົນ, ໄດ້ຮັບການອົບຮົມບຳລຸງສ້າງຢ່າງເປັນລະບົບ, ຮັບປະກັນດ້ານຜົນປະໂຫຍດ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ມາຈາກບັນດາກິດຈະກຳນາຍໜ້າທີ່ບໍ່ຖືກຕ້ອງຕາມກົດໝາຍ.
ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ ວຽງຈັນ (ສປປ ລາວ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ປະສານງານຮ່ວມກັບ ພາກສ່ວນພາສາຫວຽດນາມ ສັງກັດສະມາຄົມຄົນຫວຽດນາມ ນະຄອນຫຼວງວຽງຈັນ ຈັດຕັ້ງການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ສະເພາະໃຫ້ແກ່ນັກສຶກສາພາສາຫວຽດນາມ ທີ່ເປັນພະນັກງານຫຼັກແຫຼ່ງມາຈາກບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ແລະ ຊຸມຊົນຄົນຫວຽດນາມ ທີ່ອາໄສຢູ່ພາຍໃດນະຄອນຫຼວງວຽງຈັນ.
ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ Praha (ສ.ເຊັກໂກ), ງານວາງສະແດງຮູບພາບພາຍໃດຫົວຂໍ້ "Little Hanoi, Next Generation" (ຮ່າໂນ້ຍນ້ອຍ, ຮຸ່ນຕໍ່ໄປ) ໄດ້ໄຂຂຶ້ນຢ່າງເປັນທາງການ, ເປີດສາກໃຫ້ແກ່ອະວະກາດແຫ່ງການສົນທະນາ ກ່ຽວກັບເອກະລັກ, ຄວາມຊົງຈຳ ແລະ ວິວັດທະນາການແຫ່ງການເຕີບໃຫຍ່ ຂອງຄົນຫວຽດນາມຮຸ່ນທີສອງ ຢູ່ພາຍໃດສາທາລະນະລັດ ສເປັກ.
ຍສໝ - ເທດສະການອາຊີ ທີ່ດຳເນີນຂຶ້ນຢູ່ທີ່ ສວນສາທາລະນະທາງທິດໃຕ້ (South Park) ຂຶ້ນກັບນະຄອນຫຼວງ Sofia ແມ່ນຂົວຕໍ່ອັນສຳຄັນລະຫວ່າງປະຊາຊົນ ບູນກາຣີ ແລະ ບັນດາປະເທດອາຊີ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະຊາຊາດ.
ຍສໝ - ສະມາຄົມຊ່ຽວຊານວິທະຍາສາດເຕັກໂນໂລຊີຫວຽດນາມ ປະຈຳ ຊູແອັດ (AVISE) ຫາກໍໄດ້ຈັດເຫດການ AVISE DAY 2026, ເຊິ່ງເປັນການເຕົ້າໂຮມເອົາບັນດາຊ່ຽວຊານ, ນັກວິທະຍາສາດ ແລະ ປັນຍາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃດປະເທດ ເອີຣົບເໜືອ ແຫ່ງນີ້.
ຍສໝ - ວັນທີ 7 ເດືອນມິຖຸນາ ປີ 2026, ຢູ່ທີ່ນະຄອນ ກວາງຈູ, ສເກົາຫຼີ, ວັດ ກາດເຕື່ອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງການບູລະນະປະຕິສັງຂອນສໍາເລັດຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງພະເຖຣານຸເຖຣະ, ພຸດທະສາສະນິກະຊົນ, ຊຸມຊົນຄົນຫວຽດນາມ ແລະ ເພື່ອນມິດຊາວເກົາຫຼີ ຄືສາກົນຢ່າງຫຼວງຫຼາຍ.
ຍສໝ - ວັນທີ 7 ເດືອນມິຖຸນາ, ຢູ່ທີ່ສະໜາມກິລາ ຄິບາກາຕະ, ນະຄອນ ໂຄມັດສຸ, ແຂວງ ອີຊິກາວະ ປະເທດຍີ່ປຸ່ນ ໄດ້ຈັດຕັ້ງການແຂ່ງຂັນເຕະບານສະມັກເລ່ນຂອງຊຸມຊົນຄົນຫວຽດນາມ ທີ່ກໍາລັງດໍາລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ເຂດ ພາກຕາເວັນຕົກ ແລະ ຕາເວັນຕົກສ່ຽງເໜືອ ຂອງໝູ່ເກາະ ຮົ່ນຊູ.
ຍສໝ - ບໍ່ດົນມານີ້, ຄະນະຜູ້ແທນເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026 (Global Summit of Women 2026) ທີ່ຖືກຈັດຂຶ້ນຢູ່ທີ່ Istanbul, ປະເທດ ຕວກກີ.
ຍສໝ - ວັນທີ 5/6, ຢູ່ທີ່ Karlovy Vary (ສາທາລະນະລັດ ເຊັກ), “ງານບຸນໂຄສະນາວັດທະນະທຳ - ອາຫານ ແລະ ຊຸດອ໋າວຢາຍ ຫວຽດນາມ” ໄດ້ຈັດຂຶ້ນຢ່າງຄຶກຄັກ, ດຶງດູດປະຊາຊົນທ້ອງຖິ່ນ, ນັກທ່ອງທ່ຽວສາກົນ ພ້ອມດ້ວຍຄົມມະນາຄົມສັງຄົມຊາວຫວຽດນາມ ເຂົ້າຮ່ວມຢ່າງຫຼວງຫຼາຍ. ກິດຈະກຳດັ່ງກ່າວ ໄດ້ມີສ່ວນປະກອບສ່ວນພາຍໃດການແນະນຳບັນດາຄວາມງາມທາງດ້ານວັດທະນະທຳມູນເຊື້ອຂອງຫວຽດນາມ, ພ້ອມທັງເພີ່ມທະວີການແແລກປ່ຽນລະຫວ່າງປະຊາຊົນຂອງສອງປະເທດດ້ວຍກັນ.
ຍສໝ - ໃນໝໍ່ໆມານີ້, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດຍີ່ປຸ່ນ ໄດ້ຮ່ວມມືກັບບັນດາສະມາຄົມ ຈັດຕັ້ງແຜນງານ “ມ່ວນຊື່ນຮຽນພາສາຫວຽດ, ຈົດຈຳບຸນຄຸນປະທານ ໂຮ່ຈີມິນ”. ເຫດການດັ່ງກ່າວ ແມ່ນກິດຈະກຳທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ຄົມມະນາຄົມຊາວຫວຽດນາມ ແລະ ຂະຫຍາຍຄຸນຄ່າວັດທະນະທຳຂອງຊາດ ໄປສູ່ຄົນລຸ້ນໜຸ່ມ ຢູ່ພາຍໃນເຂດ Kyushu-Okinawa ແລະ ເຂດພາກກາງ-ພາກໃຕ້ ຂອງປະເທດຍີ່ປຸ່ນ.
ຍສໝ - ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ, ປົກປັກຮັກສາເອກະລັກວັດທະນະທຳຂອງຫວຽດນາມ ໄວ້ໃຫ້ໝັ້ນຄົງ.
ຍສໝ - ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການໃນລະດັບລັດ, ໃນຕອນບ່າຍຂອງມື້ວັນທີ 31 ພຶດສະພາ, ຢູ່ທີ່ນະຄອນຫຼວງ ມານີລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີວາລະການພົບປະສັງສັນຮ່ວມກັບ ພະນັກງານ, ເຈົ້າໜ້າທີ່ສະຖານເອກອັກຄະລັດຖະທູດ ແລະ ຕາງໜ້າຊຸມຊົນ, ວິສາຫະກິດ, ຊ່ຽວຊານຊາວຫວຽດນາມ ທີ່ພວມອາໄສຢູ່ພາຍໃນປະເທດ ຟີລິບປິນ.
ຍສໝ - ປະຊາຄົມຊາວຫວຽດນາມ ໄດ້ຈັດຕັ້ງຮ້ານວາງສະແດງອາຫານດ້ວຍອາຫານມູນເຊື້ອຫຼາຍເຍື່ອງ, ເຊັ່ນ: ຢໍຈືນ, ເຂົ້າໜົມຈືນ… ທັງສະແດງບັນດາລາຍການສິລະປະທີ່ເຕັມໄປດ້ວຍເອກະລັກວັດທະນະທຳຫວຽດນາມ.
ຍສໝ - ເວທີປາໄສປັນຍາຊົນ ແລະ ການປະດິດສ້າງໃໝ່ ຫວຽດນາມ ປະຈຳ ສິງກະໂປ (VSIF 2026) ທີ່ຈັດຂຶ້ນໃນວັນທີ 23 ພຶດສະພາ ໄດ້ເຕົ້າໂຮມເອົາບັນດານັກເຊ່ຽວຊານ, ນັກວິຊາການ, ນັກວິທະຍາສາດ ແລະ ນັກສຶກສາຄົນຫວຽດນາມ ຢູ່ສິງກະໂປ ເປັນຈຳນວນຫຼວງຫຼາຍ, ເພື່ອຮ່ວມກັນສົນທະນາ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ດ້ານວິທະຍາສາດເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການເຊື່ອມຕໍ່ແຫຼ່ງກຳລັງປັນຍາຊົນຫວຽດນາມໃນທົ່ວໂລກ.
ຍສໝ - ຫຼາຍມື້ຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ (VSAF) ໄດ້ຈັດຕັ້ງເຫດການ “The Next Move 2026” ແນໃສ່ສະຫຼຸບສັງລວມບັນດາກິດຈະກຳໃນປີຜ່ານມາ ແລະ ເລືອກຕັ້ງຄະນະບໍລິຫານງານສະໄໝໃໝ່. ເຫດການໄດ້ດຳເນີນໄປຢູ່ບໍລິເວນ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ, ເຢຍລະມັນ.
ຍສໝ - ງານວາງສະແດງ “ທະເລ ແລະ ເກາະດອນ ຫວຽດນາມ ໃນດວງໃຈຂອງພວກເຮົາ” ຢູ່ທີ່ Berlin ໄດ້ຂະຫຍາຍຄວາມຮັກຕໍ່ກັບບ້ານເກີດເມືອງນອນ, ທັງເປັນການເຊື່ອມຕໍ່ຈິດໃຈຂອງຄະນະພີ່ນ້ອງຮ່ວມຊາດ ທີ່ອາໄສຢູ່ຕ່າງປະເທດ ໃຫ້ຫວນຄືນສູ່ທະເລແລະເກາະດອນ ຂອງປິຕິພູມ.
ຍສໝ - ການສາຍຮູບເງົາກ່ຽວກັບເສັ້ນທາງການເຄື່ອນໄຫວປະຕິວັດຂອງເພິ່ນ, ການຈັດກິດຈະກຳເດີນທາງ “ກັບຄືນສູ່ຮາກເຫງົ້າ”, ການວາງສະແດງເອກະສານຂໍ້ມູນ ຫຼື ງານມະຫະກຳກິລາເພື່ອສືບສານຈິດໃຈແຫ່ງການອອກກຳລັງກາຍເພື່ອສຸຂະພາບ… ແມ່ນບັນດາກິດຈະກຳອັນມີຄວາມໝາຍຄວາມສຳຄັນ ເຊິ່ງຊຸມຊົນຄົນຫວຽດນາມ ປະຈຳ ໄທ, ລາວ, ເກົາຫຼີໃຕ້ ແລະ ຈີນ ໄດ້ຮ່ວມກັນຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ພຶດສະພາ 2026).
ຍສໝ - ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ.
ຍສໝ - ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໄດ້ນຳເອົາຫຼາຍສານຂໍ້ຄວາມອັນເລິກເຊິ່ງມາໃຫ້ຜູ້ເຂົ້າຮ່ວມ. ນີ້ແມ່ນໂອກາດເພື່ອເຊີດຊູຄວາມງາມອັນມີສະເໜ່, ສະຕິປັນຍາ, ຄວາມໝັ້ນໃຈ ແລະ ຄວາມກ້າຫານ ຂອງແມ່ຍິງຫວຽດນາມ.
ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ເມືອງ ວານຄູເວີ (Vancouver), ປະເທດ ການາດາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 – 19 ພຶດສະພາ 2026) ຢ່າງສົມກຽດ.
ຍສໝ - ຫວ່າງມໍ່ໆມານີ້ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບຜູ້ແທນຄົນຫວຽດນາມຢູ່ຕ່າງປະເທດ 17 ທ່ານ ທີ່ຫາກໍໄດ້ຮັບການແນະນຳ ແລະ ປຶກສາຫາລືຄັດເລືອກເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສົກປີ 2026-2031.
ຍສໝ - ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ທ່ານ ເຈິ່ນບ໋າຟຸກ, ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ແບ່ງປັນກັບ ວາລະສານ ຍຸກສະໄໝ ກ່ຽວກັບບົດບາດຂອງຊຸມຊົນຄົນຫວຽດນາມ ປະຈຳ ອົດສະຕຣາລີ ໃນວຽກງານການທູດປະຊາຊົນ, ການເຊື່ອມຕໍ່ແຫຼ່ງກຳລັງຂອງຄົນຫວຽດນາມຢູ່ຕ່າງປະເທດ ກໍຄືບັນດາຂໍ້ສະເໜີ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຫຼາຍຂຶ້ນຕື່ມອີກໃນໄລຍະໃໝ່.
ຍສໝ - ສະມາຄົມ GCVF ໄດ້ເປີດໂຕຢ່າງເປັນທາງການຢູ່ທີ່ປະເທດ ຝຣັ່ງ ແນໃສ່ເຊື່ອມຕໍ່ຖັນແຖວປັນຍາຊົນ, ຊ່ຽວຊານ ແລະ ນັກທຸລະກິດ ຫວຽດນາມ ຢູ່ທີ່ທະວີບເອີຣົບ, ເພື່ອຊຸກຍູ້ການຮ່ວມມືທາງດ້ານເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ເຕັກໂນໂລຊີປັນຍາປະດິດ (AI).