ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ

11:19 | 25/05/2026

ຍສໝ - ຫຼາຍມື້ຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ (VSAF) ໄດ້ຈັດຕັ້ງເຫດການ “The Next Move 2026” ແນໃສ່ສະຫຼຸບສັງລວມບັນດາກິດຈະກຳໃນປີຜ່ານມາ ແລະ ເລືອກຕັ້ງຄະນະບໍລິຫານງານສະໄໝໃໝ່. ເຫດການໄດ້ດຳເນີນໄປຢູ່ບໍລິເວນ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ, ເຢຍລະມັນ.

ນັກສຶກສາຫວຽດນາມ ດຳລົງຊີວິດຢ່າງມີຄວາມຮັບຜິດຊອບ ແລະ ຮ່ຳຮຽນຢູ່ລາວຢ່າງຈິງຈັງ
ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ

ເຂົ້າຮ່ວມໂຄງການມີ ທ່ານກົງສຸນ ຫງວຽນວັນຟອງ, ຕາງໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ; ທ່ານ ຟຸ່ງວັນເອືອກ, ປະທານສະມາຄົມນັກສຶກສາຫວຽດນາມ ປະຈຳ ເຢຍລະມັນ, ພ້ອມດ້ວຍຕາງໜ້າຫຼາຍສະມາຄົມໃນເຂດ ແລະ ບັນດາສະມາຄົມນັກສຶກສາຫວຽດນາມ ປະຈຳ ດຶສເຊວດອບ, ອາເຄິນ, ໄລບ໌ຊິກ…

ກ່າວຄຳເຫັນໃນໂຄງການ, ທ່ານ ເລມິນລອງ, ປະທານ VSAF ສະໄໝປີ 2023-2025 ໄດ້ສະຫຼຸບສັງລວມບັນດາກິດຈະກຳທີ່ພົ້ນເດັ່ນຂອງສະມາຄົມໃນໄລຍະຜ່ານມາ, ທັງແບ່ງປັນຄວາມຊົງຈຳທີ່ໜ້າຈົດຈຳຫຼາຍຢ່າງໃນວິວັດການເຄື່ອນໄຫວ.

ໃນຂອບເຂດເຫດການ, VSAF ໄດ້ຮັກສາການຈັດຕັ້ງບັນດາໂຄງການດົນຕີປະຈຳປີ ເນື່ອງໃນໂອກາດບຸນຄຣິສມາດ ແລະ ປີໃໝ່, ກໍຄືບັນດາກິດຈະກຳຕ້ອນຮັບນັກສຶກສາໃໝ່ຫວຽດນາມ ປະຈຳ ຟຣັງເຟີດ ໃນທຸກໆປີ.

ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ

ທ່ານ ເລມິນລອງ, ປະທານ VSAF ສະໄໝປີ 2023-2025 ສະຫຼຸບສັງລວມບັນດາກິດຈະກຳທີ່ພົ້ນເດັ່ນຂອງສະມາຄົມໃນໄລຍະຜ່ານມາ. (ຮູບ: ຫົງຈີ້)

ຈຸດເດັ່ນທີ່ໜ້າຈົດຈຳ ແມ່ນຄ້າຍລະດູຮ້ອນ “ໝູ່ບ້ານໃນເມືອງ” ປີ 2023 ໂດຍ VSAF ສົມທົບກັບ ສະມາຄົມນັກສຶກສາຫວຽດນາມ ປະຈຳ ເຢຍລະມັນ ຈັດຕັ້ງຂຶ້ນ, ດຶງດູດຊາວໜຸ່ມເປັນຈຳນວນຫຼວງຫຼາຍໃນທົ່ວປະເທດເຢຍລະມັນ ເຂົ້າຮ່ວມດ້ວຍຫຼາຍກິດຈະກຳສິລະປະ, ກີລາ ແລະ ເຊື່ອມຕໍ່ປະຊາຄົມ.

ສືບຕໍ່ໂຄງການສະຫຼຸບສັງລວມ, ບັນດາສະມາຊິກໄດ້ເລືອກຕັ້ງຄະນະບໍລິຫານງານສະໄໝໃໝ່ ໂດຍແມ່ນທ່ານ ຫງວຽນເຟືອງແອັງ ດຳລົງຕຳແໜ່ງປະທານ ແລະ ທ່ານ ລີຫງອກມາຍ ດຳລົງຕຳແໜ່ງຮອງປະທານ VSAF. ນີ້ລ້ວນແຕ່ແມ່ນບັນດາໃບໜ້າທີ່ດີເດັ່ນ, ເຂົ້າຮ່ວມບັນດາກິດຈະກຳຂອງປະຊາຄົມນັກສຶກສາຫວຽດນາມ ປະຈຳ ເຢຍລະມັນ ຢ່າງຕັ້ງໜ້າ.

ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ

ຄະນະບໍລິຫານງານສະໄໝໃໝ່ ສະມາຄົມນັກສຶກສາຫວຽດນາມ ປະຈຳ ຟຣັງເຟີດ ສະໄໝປີ 2026-2028. (ຮູບ: ຫົງຈີ້)

ຄະນະບໍລິຫານງານຊຸດໃໝ່ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍບັນດາກິດຈະກຳທີ່ເປັນມູນເຊື້ອຂອງສະມາຄົມ, ທັງເພີ່ມທະວີການເຊື່ອມຕໍ່ຊາວໜຸ່ມ, ນັກສຶກສາ, ນັກຮຽນຕ່າງປະເທດຫວຽດນາມ ກໍຄືຄົນຮຸ່ນຊາວຫວຽດນາມ ແລະ ຜູ້ມີເຊື້ອສາຍຫວຽດນາມ ປະຈຳ ເຢຍລະມັນ.

ຄຽງຄູ່ກັນນັ້ນ, VSAF ຈະສືບຕໍ່ເຂົ້າຮ່ວມບັນດາກິດຈະກຳປະຊາຄົມ ເຊັ່ນ: ສະໜັບສະໜູນການຈັດຕັ້ງເຫດການວັດທະນະທຳ-ສິລະປະ ແລະ ການສິດສອນພາສາຫວຽດນາມ ໃຫ້ແກ່ເດັກນ້ອຍຊາວຫວຽດນາມ, ຜູ້ມີເຊື້ອສາຍຫວຽດນາມ ໃນເຂດ.

ທ່ານ ຫງວຽນວັນຟອງ, ຕາງໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງ VSAF ທີ່ມີຕໍ່ຂະບວນການນັກສຶກສາ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ຟຣັງເຟີດ.

ທ່ານໄດ້ເນັ້ນໜັກວ່າ, ສະຖານກົງສຸນໃຫຍ່ ຍາມໃດກໍຮ່ວມເດີນທາງ, ສະໜັບສະໜູນນັກສຶກສາ ແລະ ນັກຮຽນຕ່າງປະເທດຫວຽດນາມ ປະສົມປະສານເຂົ້າກັບປະເທດປະຈຳຖິ່ນໃຫ້ດີ, ບັນລຸຜົນງານສູງໃນການຮຽນ, ປະກອບສ່ວນເພີ່ມທະວີການພົວພັນ ຫວຽດນາມ-ເຢຍລະມັນ.

ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ

ທ່ານ ຫງວຽນວັນຟອງ, ຕາງໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ ກ່າວຄຳເຫັນໃນກອງປະຊຸມ. (ຮູບ: ຫົງຈີ້)

ທ່ານນາງ ຟ້າມທິມິງເຮືອງ, ປະທານສະມາຄົມເຄືອຂ່າຍອາວະກາດຫວຽດນາມ ກໍ່ໄດ້ສົ່ງຄຳຂອບໃຈມາຍັງ VSAF ຕໍ່ກັບການປະກອບສ່ວນໃນການສິດສອນພາສາຫວຽດນາມ ປະຈຳສັບປະດາ ໃຫ້ແກ່ນັກຮຽນເກືອບ 60 ຄົນ, ພ້ອມທັງຊຸກຍູ້ໃຫ້ບັນດານັກສຶກສາ ສືບຕໍ່ເສີມຂະຫຍາຍນ້ຳໃຈເປັນເຈົ້າການ, ຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ.

ຕາງໜ້າສະມາຄົມນັກສຶກສາຫວຽດນາມ ປະຈຳ ສາທາລະນະລັດ ສະຫະພັນ ເຢຍລະມັນ ພ້ອມດ້ວຍບັນດາສະມາຄົມນັກສຶກສາ ຢູ່ຫຼາຍຕົວເມືອງອື່ນໆ ກໍ່ໄດ້ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີການຮ່ວມມືກັບ VSAF ໃນຕໍ່ໜ້າ, ໂດຍສະເພາະແມ່ນໃນງານຄ້າຍພັກແລ້ງ SiviCamp ທີ່ຄາດວ່າຈະຈັດຂຶ້ນໃນເດືອນກັນຍາປີນີ້ ພ້ອມກັບບັນດາກິດຈະກຳ Hackathon ດ້ານເຕັກໂນໂລຊີ ແລະ ການແລກປ່ຽນສິລະປະ.

ເຫດການ “The Next Move 2026” ບໍ່ພຽງແຕ່ແມ່ນໂອກາດເພື່ອທົບທວນຄືນ ເສັ້ນທາງທີ່ຜ່ານມາເທົ່ານັ້ນ, ແຕ່ຍັງເປີດຄວາມຫວັງກ່ຽວກັບໄລຍະແຫ່ງການພັດທະນາໃໝ່ຂອງ VSAF ພ້ອມກັບຫຼາຍກິດຈະກຳເຊື່ອມໂຍງ ແລະ ຮັດແໜ້ນຄວາມສາມັກຄີໃນປະຊາຄົມ ໃຫ້ຫຼາຍຂຶ້ນຕື່ມອີກໃນຕໍ່ໜ້າ.

ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ

ບັນດາຄະນະຜູ້ແທນຖ່າຍຮູບຮ່ວມກັນ. (ຮູບ: ຫົງຈີ້)

ນັກສຶກສາຫວຽດນາມ 4 ຄົນ ຍາດໄດ້ຫຼຽນຄຳໃນງານໂອລິມປິກຄອມຟິວເຕີສາກົນປີ 2023 ນັກສຶກສາຫວຽດນາມ 4 ຄົນ ຍາດໄດ້ຫຼຽນຄຳໃນງານໂອລິມປິກຄອມຟິວເຕີສາກົນປີ 2023

ຍສໝ - ນັກ​ສຶກ​ສາ​ຫວຽດ​ນາມ​ທັງ​ໝົດ 4 ຄົນ​ທີ່​ເຂົ້າ​ຮ່ວມ​ງານ​ໂອ​ລິມ​ປິກຄອມ​ຟິວ​ເຕີ​​ສາ​ກົນ​ປີ 2023 ໄດ້​ຮັບ​ຫຼຽນໄຊ, ໃນນັ້ນມີ 1 ຫຼຽນ​ຄຳ ແລະ 2 ຫຼຽນ​ເງິນ.

ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ ງານແຂ່ງຂັນບານເຕະນັກຮຽນ, ນັກສຶກສາຫວຽດນາມ ຢູ່ອັງກິດ

ຍສໝ - ງານ​ແຂ່ງ​ຂັນ​ບານ​ເຕະນັກຮຽນ, ​ນັກ​ສຶກ​ສາ​ຫວຽດ​ນາມ ​ຢູ່​ອັງ​ກິດ (SVUK CUP 2022) ໄດ້​ດຳ​ເນີນ​​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Birmingham (ລາຊະອານາຈັກ​ອັງ​ກິດ). ​ເຫດການ​ດັ່ງກ່າວ​ໂດຍ​ການ​ສົມທົບກັນຈັດຕັ້ງລະຫວ່າງ​​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ອັງກິດ (SVUK) ​ແລະ ສະມາຄົມ​ນັກ​ສຶກສາ ຫວຽດນາມ ມະຫາວິທະຍາ​ໄລ Aston..

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ