ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026

13:41 | 08/06/2026

ຍສໝ - ບໍ່ດົນມານີ້, ຄະນະຜູ້ແທນເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026 (Global Summit of Women 2026) ທີ່ຖືກຈັດຂຶ້ນຢູ່ທີ່ Istanbul, ປະເທດ ຕວກກີ.

AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ
ຫວຽດນາມ ແລະ ລາວ ແລກປ່ຽນເອກະສານການຮ່ວມມືອັນສຳຄັນຫຼາກຫຼາຍສະບັບ

ນີ້ແມ່ນໜຶ່ງໃນບັນດາເວທີປາໄສສາກົນທີ່ມີຊື່ສຽງ ແລະ ອິດທິພົນອັນດັບຕົ້ນໆຂອງໂລກ, ເຊິ່ງເປັນບ່ອນເຕົ້າໂຮມເອົາບັນດາຜູ້ນຳຍິງ, ນັກທຸລະກິດ, ນັກວາງແຜນນະໂຍບາຍ, ຕົວແທນຈາກອົງການຈັດຕັ້ງສາກົນ ແລະ ນັກວິຊາການ ທີ່ມາຈາກຫຼາກຫຼາຍປະເທດ ແນໃສ່ຮ່ວມກັນແລກປ່ຽນຄຳຄິດຄຳເຫັນ ແລະ ວິທີການແກ້ໄຂ ເພື່ອຊຸກຍູ້ບົດບາດຂອງແມ່ຍິງພາຍໃດການພັດທະນາເສດຖະກິດ ແລະ ສັງຄົມ.

ພາຍໃດຂອບເຂດຂອງກອງປະຊຸມ, ບັນດາຜູ້ແທນໄດ້ເຂົ້າຮ່ວມວາລະການປຶກສາຫາລືຕາມຫົວຂໍ້ສະເພາະຫຼາກຫຼາຍວາລະ ກ່ຽວກັບການເຕີບໂຕທາງດ້ານເສດຖະກິດ, ການປະດິດສ້າງສ້າງສັນ, ການຫັນເປັນດີຈີຕອນ, ການພັດທະນາແບບຍືນຍົງ, ຜູ້ນຳຍິງໃນຍຸກສະໄໝໃໝ່ ພ້ອມດ້ວຍບັນດາວິທີການແກ້ໄຂ ແນໃສ່ຍົກສູງບົດບາດ ແລະ ທີ່ຕັ້ງຂອງແມ່ຍິງພາຍໃດຊີວິດການເປັນຢູ່ທາງດ້ານເສດຖະກິດ - ສັງຄົມ.

ໜຶ່ງໃນຜົນງານອັນໂດດເດັ່ນເປັນພິເສດ ຂອງຄະນະຜູ້ແທນຫວຽດນາມ ຢູ່ທີ່ກອງປະຊຸມສຸດຍອດໃນປີນີ້ ແມ່ນການທີ່ ປອ ຟານບິກທ້ຽນ, ປະທານເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ຮັບກຽດເຊີນຈາກຄະນະຈັດຕັ້ງ ເພື່ອເຂົ້າຮ່ວມພິທີລັ່ນຄ້ອງ (Rung chuông) ເປີດສະຫຼອງຢູ່ທີ່ຕະຫຼາດຫຼັກຊັບ ອິດສະຕັນບູນ ຮ່ວມກັບບັນດາຜູ້ນຳຂອງກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ແລະ ຕົວແທນຈາກບັນດາອົງການຈັດຕັ້ງ, ວິສາຫະກິດຕົວແບບໃນທົ່ວໂລກ.

ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026
ປອ. ຟານ ບິກ ທ້ຽນ (Phan Bích Thiện), ປະທານເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ (ຜູ້ນຸ່ງຊຸດກະໂປ່ງສີບົວ ຢູ່ທາງນອກສຸດ) ພ້ອມດ້ວຍບັນດາຜູ້ນຳຂອງກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ແລະ ຕົວແທນຈາກບັນດາອົງການຈັດຕັ້ງ, ວິສາຫະກິດຕົວແບບໃນທົ່ວໂລກ. (ພາບ: ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ)

ພິທີລັ່ນຄ້ອງ (ຫຼື ພິທີສັ່ນກະດິ່ງເປີດຕະຫຼາດ) ແມ່ນຮີດຄອງທີ່ມີຄວາມໝາຍເປັນສັນຍະລັກອັນເລິກເຊິ່ງ, ເຊິ່ງຖືກຈັດຂຶ້ນຢູ່ທີ່ຕະຫຼາດຫຼັກຊັບຂະໜາດໃຫຍ່ຫຼາກຫຼາຍແຫ່ງໃນທົ່ວໂລກ ແນໃສ່ຍ້ອງຍໍສັນລະເສີນບົດບາດຂອງແມ່ຍິງພາຍໃດການພັດທະນາເສດຖະກິດ, ຊຸກຍູ້ຄວາມສະເໝີພາບທາງເພດ ແລະ ຍົກສູງການມີສ່ວນຮ່ວມຂອງແມ່ຍິງພາຍໃດຕຳແໜ່ງການນຳ, ການບໍລິຫານຄຸ້ມຄອງວິສາຫະກິດ. ວຽກງານການທີ່ຕົວແທນຂອງເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ຮັບກຽດເຊີນເຂົ້າຮ່ວມເຫດການທີ່ມີຄວາມໝາຍເປັນພິເສດນີ້ ແມ່ນການຍອມຮັບຕໍ່ກັບຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງຄະນະຊຸມຊົນແມ່ຍິງຫວຽດນາມ ຢູ່ຕ່າງປະເທດ ພາຍໃດການກໍ່ສ້າງຕາໜ່າງການເຊື່ອມຕໍ່, ຊຸກຍູ້ການຮ່ວມມືສາກົນ ແລະ ປະກອບສ່ວນເຂົ້າໃສ່ການພັດທະນາຂອງສັງຄົມ.

ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026
ບັນດາສະມາຊິກພາຍໃດເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026. (ພາບ: ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ)

ຢູ່ພາຍໃດພິທີເປີດຢ່າງເປັນທາງການ, ທ່ານນາງ Irene Natividad ປະທານກອງປະຊຸມສຸດຍອດ ໄດ້ໃຫ້ກຽດກ່າວເຖິງການປະກອບສ່ວນຢ່າງຕັ້ງໜ້າ ຂອງແມ່ຍິງຫວຽດນາມ ເວົ້າລວມ ແລະ ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ເວົ້າສະເພາະ ພາຍໃດບັນດາວາລະກອງປະຊຸມຜ່ານມາ. ໃນໄລຍະຫຼາຍປີຜ່ານມາ, ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ຂະຫຍາຍບັນດາກິດຈະກຳການເຊື່ອມຕໍ່ຊຸມຊົນຢ່າງບໍ່ຢຸດຢັ້ງ, ພັດທະນາວັດທະນະທຳວິສາຫະກິດ, ປົກປັກຮັກສາເອກະລັກວັດທະນະທຳຂອງຊາດ ແລະ ເພີ່ມທະວີບັນດາກິດຈະກຳທີ່ຫັນໜ້າຕາສູ່ບ້ານເກີດເມືອງນອນ, ປະເທດຊາດ. ໂດຍຜ່ານຕາໜ່າງສະມາຊິກຢູ່ຫຼາກຫຼາຍປະເທດເອີຣົບ, ເວທີປາໄສໄດ້ຜັນຂະຫຍາຍຫຼາຍກິດຈະກຳທີ່ມີຄວາມໝາຍ ພາຍໃດການຊຸກຍູ້ການທູດປະຊາຊົນ, ເຊື່ອມຕໍ່ການຮ່ວມມື ແລະ ໂຄສະນາເຜີຍແຜ່ພາບພົດຂອງ ຫວຽດນາມ ອອກສູ່ສາຍຕາຊາວໂລກ.

ການເຂົ້າຮ່ວມຂອງຄະນະຜູ້ແທນເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ຢູ່ທີ່ນະຄອນອິດສະຕັນບູນ ບໍ່ພຽງແຕ່ມີຄວາມໝາຍເປັນຕົວແທນໃຫ້ແກ່ຊຸມຊົນແມ່ຍິງຫວຽດນາມ ຢູ່ຕ່າງປະເທດເທົ່ານັ້ນ, ແຕ່ຍັງປະກອບສ່ວນແຜ່ຂະຫຍາຍພາບພົດຂອງ ຫວຽດນາມ ທີ່ເຕັມໄປດ້ວຍຄວາມເຄື່ອນໄຫວ, ການເຊື່ອມໂຍງ, ການພັດທະນາ ແລະ ຍາມໃດກໍຍົກສູງບົດບາດຂອງແມ່ຍິງ ພາຍໃດພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດ.

ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ "ການຮັດແໜ້ນທາງດ້ານຍຸດທະສາດ" ລະຫວ່າງ ສອງປະເທດໃຫ້ກາຍເປັນຮູບປະທຳ

ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊີທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ໄດ້ເດິນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ ແຕ່ວັນທີ 7-9/6. ການຢ້ຽມຢາມ ຫວຽດນາມ ...

ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ ຊ່ວຍເຫຼືອ ລາວ ຫັນບັນດາຄາດໝາຍຍຸດທະສາດທີ່ວາງໄວ້ໃຫ້ກາຍເປັນຈິງ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ ຊ່ວຍເຫຼືອ ລາວ ຫັນບັນດາຄາດໝາຍຍຸດທະສາດທີ່ວາງໄວ້ໃຫ້ກາຍເປັນຈິງ

ຍສໝ - ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ໃນຕອນບ່າຍວັນທີ 7/6, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງລັດຖະບານລາວ ເດີນທາງເຖິງຮາໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ປະຈຳປີ ...

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ