| ເພີ່ມທະວີຄວາມແໜ້ນແຟ້ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສະມາຄົມຄົນຫວຽດນາມ ຢູ່ ຝຣັ່ງ | |
| ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ເຈື່ອງຊາ |
- ທ່ານສາມາດແບ່ງປັນກ່ຽວກັບບັນດາການປະກອບສ່ວນອັນພົ້ນເດັ່ນຂອງຊຸມຊົນຄົນຫວຽດນາມ ປະຈຳ ອົດສະຕຣາລີ ໃນການຈັດຕັ້ງປະຕິບັດແຜນງານການເຄື່ອນໄຫວຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃນສະໄໝກອງປະຊຸມຜ່ານມາໄດ້ບໍ່?
ໃນສະໄໝກອງປະຊຸມຜ່ານມາ, ດ້ວຍບົດບາດເປັນກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈຳ ອົດສະຕຣາລີ, ຂ້າພະເຈົ້າພ້ອມດ້ວຍຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ ໄດ້ປະສານງານຢ່າງແໜ້ນແຟ້ນກັບບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ອົດສະຕຣາລີ ເພື່ອຜັນຂະຫຍຍກິດຈະກຳຕ່າງໆ, ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕຣາລີ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຕໍ່ກັບ ແຜນງານການເຄື່ອນໄຫວສະບັບທີ 5 ວ່າດ້ວຍວຽກງານການທູດປະຊາຊົນ, ການເຊື່ອມໂຍງສາກົນ ແລະ ຄົນຫວຽດນາມຢູ່ຕ່າງປະເທດ ທີ່ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຜູ້ປຸກລະດົມ.
ໜຶ່ງໃນບັນດາຂີດໝາຍອັນພົ້ນເດັ່ນແມ່ນການທີ່ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ຕັ້ງໜ້າຊຸກຍູ້ການເຊື່ອມຕໍ່ດ້ານການຄ້າ, ວິທະຍາສາດເຕັກໂນໂລຊີ ແລະ ການຮ່ວມມືຕ່າງປະເທດລະຫວ່າງສອງປະເທດ. ໃນບັນດາການຢ້ຽມຢາມຂັ້ນສູງຂອງການນຳພັກ ແລະ ລັດ, ສະມາຄົມໄດ້ປະສານງານຈັດຕັ້ງກິດຈະກຳເຊື່ອມຕໍ່ຊຸມຊົນຫຼາກຫຼາຍຮູບແບບ, ປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືສອງຝ່າຍມີຄວາມເລິກເຊິ່ງກວ່າເກົ່າ.
![]() |
| ທ່ານ ເຈິ່ນບ໋າຟຸກ (ຂວາສຸດ) ແນະນຳເຂົ້າສານ ST25 - ເຂົ້າສານທີ່ແຊບທີ່ສຸດໃນໂລກຂອງຫວຽດນາມ ໃຫ້ແກ່ບັນດານັກທຸລະກິດ ແລະ ຄົນຫວຽດນາມ ປະຈຳ ອົດສະຕຣາລີ. (ພາບ: ຄົນໃນຮູບສະໜອງໃຫ້) |
ໃນຂົງເຂດວິທະຍາສາດເຕັກໂນໂລຊີ, ຊຸມຊົນປັນຍາຊົນຄົນຫວຽດນາມ ຢູ່ ອົດສະຕຣາລີ ໄດ້ຜັນຂະຫຍາຍຫຼາຍໂຄງການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ເປັນຕົ້ນແມ່ນໃນຂົງເຂດປັນຍາປະດິດ (AI) ແລະ ເຕັກໂນໂລຊີສີຂຽວ. ບັນດາວິສາຫະກິດໜຸ່ມ ແລະ ປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດຈຳນວນຫຼວງຫຼາຍ ໄດ້ສະແດງບົດບາດຢ່າງຕັ້ງໜ້າໃນການເຊື່ອມຕໍ່ລະຫວ່າງຖັນແຖວຊ່ຽວຊານ, ນັກວິທະຍາສາດຂອງສອງປະເທດ.
ດ້ານການຄ້າ, ສະມາຄົມໄດ້ຈັດກອງປະຊຸມສຳມະນາຊຸກຍູ້ການລົງທຶນຫຼາຍຄັ້ງ, ແນະນຳໂອກາດການຮ່ວມມືທາງດ້ານທຸລະກິດ, ໂຄສະນາສິນຄ້າຫວຽດນາມ ຢູ່ ອົດສະຕຣາລີ ແລະ ນຳພາຄະນະນັກທຸລະກິດຄົນຫວຽດນາມຢູ່ຕ່າງປະເທດ ກັບຄືນມາ ຫວຽດນາມ ເພື່ອຊອກຫາໂອກາດການລົງທຶນ. ຍ້ອນແນວນັ້ນ, ມູນຄ່າການຄ້າສອງຝ່າຍ ຫວຽດນາມ – ອົດສະຕຣາລີ ໃນປີ 2025 ບັນລຸໄດ້ກວ່າ 14 ຕື້ໂດລາສະຫະລັດ, ໃນຂະນະທີ່ຍອດທຶນ FDI ທີ່ຈົດທະບຽນຈາກ ອົດສະຕຣາລີ ແມ່ນລື່ນກາຍ 3 ຕື້ໂດລາສະຫະລັດ. ໃນໝາກຜົນດັ່ງກ່າວນັ້ນ ແມ່ນມີການປະກອບສ່ວນອັນສຳຄັນຂອງຊຸມຊົນນັກທຸລະກິດຄົນຫວຽດນາມ ປະຈຳ ອົດສະຕຣາລີ ດ້ວຍບົດບາດເປັນຂົວຕໍ່ລະຫວ່າງສອງພື້ນຖານເສດຖະກິດ.
ນັກທຸລະກິດຄົນຫວຽດນາມຢູ່ຕ່າງປະເທດຈຳນວນບໍ່ໜ້ອຍ ຍັງໄດ້ເຂົ້າມາລົງທຶນໂດຍກົງຢູ່ ຫວຽດນາມ, ສ້າງວຽກເຮັດງານທຳ ແລະ ຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ສະແດງໃຫ້ເຫັນເຖິງຈິດໃຈ “ຄົນຫວຽດນາມຊົມໃຊ້ສິນຄ້າຫວຽດນາມ, ຄົນຫວຽດນາມລົງທຶນເພື່ອຫວຽດນາມ”.
ຄຽງຄູ່ກັນນັ້ນ, ຊຸມຊົນຄົນຫວຽດນາມ ປະຈຳ ອົດສະຕຣາລີ ຍາມໃດກໍຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳສະຫວັດດິການສັງຄົມ, ຫັນໜ້າຕາຫາບ້ານເກີດເມືອງນອນໃນທຸກຄັ້ງທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກ. ເມື່ອຕອນທີ່ມະຫາພາຍຸ ຢາກິ (Yagi) ໃນປີ 2024 ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ບັນດາແຂວງພາກເໜືອ ຫຼື ພາຍຸ ບົວລອຍ (Bualoi) ໃນປີ 2025 ສົ່ງຜົນກະທົບຕໍ່ເຂດພາກກາງຕອນເໜືອ, ຄົນຫວຽດນາມຢູ່ ອົດສະຕຣາລີ ກໍໄດ້ຮີບຮ້ອນປຸກລະດົມການບໍລິຈາກຫຼາຍຄັ້ງ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາຍໃນປະເທດແກ້ໄຂຜົນສະທ້ອນຈາກໄພທຳມະຊາດ.
ການປະກອບສ່ວນອີກອັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ຄືການປົກປັກຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດໃນຊຸມຊົນຄົນຫວຽດນາມ ຢູ່ ອົດສະຕຣາລີ. ຫຼາຍອົງການຈັດຕັ້ງສະມາຄົມໄດ້ຮັກສາການຈັດຕັ້ງບຸນກຸດຈີນ, ບຸນໄຫວ້ພະຈັນ, ບັນດາວັນບຸນໃຫຍ່ຂອງຊາດ; ພ້ອມທັງເປີດຊຸດຮຽນພາສາຫວຽດນາມ, ວັດທະນະທຳ ແລະ ສິລະປະມູນເຊື້ອໃຫ້ແກ່ຮຸ່ນຄົນໜຸ່ມ. ນີ້ບໍ່ພຽງແຕ່ແມ່ນສາຍໃຍເຊື່ອມຕໍ່ບັນດາຮຸ່ນຄົນຫວຽດນາມຢູ່ຕ່າງປະເທດໃຫ້ຕິດພັນກັບຮາກເຫງົ້າເທົ່ານັ້ນ, ແຕ່ຍັງປະກອບສ່ວນໂຄສະນາວັດທະນະທຳຫວຽດນາມ ໃຫ້ແກ່ເພື່ອນມິດສາກົນອີກດ້ວຍ.
![]() |
| ທ່ານ ເຈິ່ນບ໋າຟຸກ, ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈຳ ອົດສະຕຣາລີ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI. (ພາບ: ຄົນໃນຮູບສະໜອງໃຫ້) |
- ທ່ານມີຂໍ້ສະເໜີແນະກ່ຽວກັບວິທີການແກ້ໄຂໃດແດ່ ເພື່ອເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຫຼາຍຂຶ້ນຕື່ມອີກໃນສະພາບການໃໝ່?
ຈາກພຶດຕິກຳຕົວຈິງໃນການເຄື່ອນໄຫວຂອງຊຸມຊົນຄົນຫວຽດນາມ ປະຈຳ ອົດສະຕຣາລີ, ຂ້າພະເຈົ້າຂໍສະເໜີບາງວິທີການແກ້ໄຂດັ່ງນີ້:
ກ່ອນອື່ນໝົດ, ຈຳເປັນຕ້ອງສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນຂອງວຽກງານການຂົນຂວາຍຄົນຫວຽດນາມຢູ່ຕ່າງປະເທດ. ແນວໂຮມປະເທດຊາດ ຫວຽດນາມ ຈຳເປັນຕ້ອງຜັນຂະຫຍາຍຢ່າງມີປະສິດທິຜົນກວ່າເກົ່າຕໍ່ກັບ ບົດສະຫຼຸບສະບັບທີ 12-KL/TW ວ່າດ້ວຍວຽກງານຄົນຫວຽດນາມຢູ່ຕ່າງປະເທດໃນສະພາບການໃໝ່; ພ້ອມທັງປ່ຽນແປງໃໝ່ວິທີການເຂົ້າເຖິງ, ໂດຍໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ຮຸ່ນຄົນຫວຽດນາມຕ່າງດ້າວທີ່ເປັນຄົນໜຸ່ມ – ເຊິ່ງເປັນກຳລັງແຮງທີ່ນັບມື້ນັບຢືນຢັນໄດ້ເຖິງຖານະຕຳແໜ່ງໃນສັງຄົມປະເທດເຈົ້າພາບ ແລະ ມີຄວາມສາມາດປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ ທັງດ້ານສະຕິປັນຍາ ແລະ ແຫຼ່ງກຳລັງທຶນຮອນ.
ທີສອງ, ຈຳເປັນຕ້ອງປັບປຸງກົນໄກການຮັບ, ການຕອບຮັບ ແລະ ການເສີມຂະຫຍາຍບັນດາຄວາມຄິດສ້າງສັນ, ຂໍ້ຄິດເຫັນຂອງຄົນຫວຽດນາມຢູ່ຕ່າງປະເທດໃຫ້ສົມບູນແບບ. ປັດຈຸບັນ ມີຊ່ຽວຊານ, ປັນຍາຊົນ, ນັກທຸລະກິດຄົນຫວຽດນາມຢູ່ຕ່າງປະເທດເປັນຈຳນວນຫຼວງຫຼາຍທີ່ມີລະດັບຄວາມຮູ້ຄວາມສາມາດສູງ, ມີຄວາມເຂົ້າໃຈຕໍ່ກັບຫຼັກການສາກົນ ແລະ ພ້ອມແລ້ວທີ່ຈະປະກອບສ່ວນໃຫ້ແກ່ບັນດາແຜນງານການພັດທະນາຂອງປະເທດຊາດ. ສະນັ້ນ, ຈຳເປັນຕ້ອງສ້າງກົນໄກການຕອບຮັບທີ່ໂປ່ງໃສ, ທັນການ ຕໍ່ກັບບັນດາຂໍ້ສະເໜີຂອງຄົນຫວຽດນາມຢູ່ຕ່າງປະເທດ; ພ້ອມທັງສ້າງຕັ້ງເຄືອຂ່າຍຊ່ຽວຊານ, ປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດຕາມແຕ່ລະຂົງເຂດ ດ້ວຍກົນໄກການໃຫ້ຄຳປຶກສາທີ່ມີລັກສະນະຕົວຈິງ ແລະ ມີປະສິດທິຜົນກວ່າເກົ່າ.
ທີສາມ, ຈຳເປັນຕ້ອງຍູ້ແຮງການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ ເຂົ້າໃນວຽກງານແນວໂຮມ, ແນໃສ່ສ້າງ “ແນວໂຮມດິຈິຕອນ” ຮຸ່ນໃໝ່.
ໃນຍຸກດິຈິຕອນ, ໄລຍະທາງພູມສາດບໍ່ແມ່ນອຸປະສັກໃນການເຊື່ອມຕໍ່ຄົນຫວຽດນາມຢູ່ຕ່າງປະເທດໃຫ້ຕິດພັນກັບບ້ານເກີດເມືອງນອນອີກຕໍ່ໄປ. ໂດຍສະເພາະ, ການພັດທະນາຢ່າງແຂງແຮງຂອງ AI ພວມເຮັດໃຫ້ວິທີການດຳເນີນງານຂອງບັນດາອົງການຈັດຕັ້ງໃນທົ່ວໂລກມີການປ່ຽນແປງ. ສະນັ້ນ, ແນວໂຮມປະເທດຊາດ ຫວຽດນາມ ຈຳເປັນຕ້ອງເປັນເຈົ້າການໃນການນຳໃຊ້ AI ເຂົ້າໃນວຽກງານມວນຊົນ ແລະ ການເຊື່ອມຕໍ່ຊຸມຊົນ.
ຂ້າພະເຈົ້າຂໍສະເໜີໃຫ້ ແນວໂຮມປະເທດຊາດ ຫວຽດນາມ ສ້າງບັນດາເວທີດິຈິຕອນທີ່ທັນສະໄໝ, ປະສົມປະສານ AI ເພື່ອໃຫ້ຄົນຫວຽດນາມຢູ່ທົ່ວທຸກມຸມໂລກສາມາດອັບເດດຂໍ້ມູນຂ່າວສານ, ມີປະຕິສຳພັນ ແລະ ປະກອບຄຳຄິດຄຳເຫັນກັບ ແນວໂຮມປະເທດຊາດ ຫວຽດນາມ ໄດ້ຢ່າງງ່າຍດາຍ, ເປັນປະຈຳ ແລະ ສະດວກສະບາຍ. ນີ້ບໍ່ພຽງແຕ່ແມ່ນທ່າອ່ຽງເທົ່ານັ້ນ ແຕ່ຍັງແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ແນວໂຮມປະເທດຊາດ ຫວຽດນາມ ໃນໄລຍະໃໝ່.
- ທ່ານມີຄວາມຄາດຫວັງແນວໃດ ເພື່ອໃຫ້ຊຸມຊົນຄົນຫວຽດນາມ ປະຈຳ ອົດສະຕຣາລີ ສາມາດປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ ຢ່າງມີປະສິດທິຜົນກວ່າເກົ່າໃນຕໍ່ໜ້າ?
ປັດຈຸບັນ, ມີຄົນຫວຽດນາມປະມານ 375.000 ຄົນ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອົດສະຕຣາລີ. ເຖິງວ່າຈະຢູ່ຫ່າງໄກຈາກປິຕຸພູມທາງດ້ານພູມສາດ, ແຕ່ຊຸມຊົນຄົນຫວຽດນາມ ປະຈຳ ອົດສະຕຣາລີ ຍາມໃດກໍຫັນໜ້າຕາຫາບ້ານເກີດເມືອງນອນດ້ວຍຄວາມຜູກພັນ ແລະ ການກະທຳທີ່ເປັນຮູບປະທຳຕົວຈິງ.
ພວກເຮົາມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງເນື້ອໜັງມັງສາຂອງປະຊາຊາດຫວຽດນາມ, ຍາມໃດກໍຮ່ວມເດີນທາງຄຽງຄູ່ກັບ ພັກ, ລັດ ແລະ ແນວໂຮມປະເທດຊາດ ຫວຽດນາມ ໃນພາລະກິດສ້າງສາປະເທດຊາດ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ”.
ພວກເຮົາຫວັງວ່າ ແນວໂຮມປະເທດຊາດ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດເວົ້າລວມ ແລະ ຊຸມຊົນຄົນຫວຽດນາມ ປະຈຳ ອົດສະຕຣາລີ ເວົ້າສະເພາະ ມີໂອກາດຕື່ມອີກໃນການປະກອບສ່ວນທີ່ມີລັກສະນະຕົວຈິງ, ມີປະສິດທິຜົນກວ່າເກົ່າໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ.
ໂດຍສະເພາະ, ພວກເຮົາຄາດຫວັງວ່າຈະມີບັນດາກົນໄກທີ່ແທ້ຈິງກວ່າເກົ່າ ເພື່ອໃຫ້ສຽງເວົ້າ, ຄວາມຄິດສ້າງສັນ ແລະ ຄວາມມຸ່ງໝັ້ນຂອງຄົນຫວຽດນາມຢູ່ຕ່າງປະເທດ ໄດ້ຮັບການຮັບຟັງ, ຕອບຮັບ ແລະ ເສີມຂະຫຍາຍຢ່າງແທ້ຈິງ, ເພື່ອໃຫ້ຄົນຫວຽດນາມແຕ່ລະຄົນທີ່ຢູ່ຫ່າງໄກບ້ານເກີດ ຍາມໃດກໍຮັບຮູ້ໄດ້ວ່າຕົນເອງແມ່ນສ່ວນໜຶ່ງທີ່ບໍ່ສາມາດແຍກອອກຈາກກັນໄດ້ຂອງປະຊາຊາດຫວຽດນາມ.
- ຂໍຂອບໃຈທ່ານ!
| ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ ຍສໝ - ຈຸດເດັ່ນຂອງກອງປະຊຸມສຳມະນາ ແມ່ນພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຫຼາຍສະບັບ ລະຫວ່າງ ສຳນັກງານທູດພານິດ ຫວຽດນາມ ປະຈຳ ເກົາຫຼີໃຕ້, ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ປະຈຳ ເກົາຫຼີໃຕ້ ກັບ ບັນດາຄູ່ຮ່ວມມື ເກົາຫຼີໃຕ້. |
| ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 – 2030. |

