ຍູ້ແຮງການດຶງດູດ ແລະ ເປີດກວ້າງຕາໜ່າງບັນດານັກວິທະຍາສາດ, ຊ່ຽວຊານ ແລະ ປັນຍາຊົນໜຸ່ມຢູ່ ຊູແອັດ

14:54 | 10/06/2026

ຍສໝ - ສະມາຄົມຊ່ຽວຊານວິທະຍາສາດເຕັກໂນໂລຊີຫວຽດນາມ ປະຈຳ ຊູແອັດ (AVISE) ຫາກໍໄດ້ຈັດເຫດການ AVISE DAY 2026, ເຊິ່ງເປັນການເຕົ້າໂຮມເອົາບັນດາຊ່ຽວຊານ, ນັກວິທະຍາສາດ ແລະ ປັນຍາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃດປະເທດ ເອີຣົບເໜືອ ແຫ່ງນີ້.

ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ​ເອີ​ລົບ: ຈາກ​ການ​ເຊື່ອມ​ຕໍ່​ບັນດາ​ນັກ​ຊ່ຽວຊານ, ນັກຮຽນຮູ້ ເຖິງການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.
ຜູ້​ຊ່ຽວຊານ​ອົດ​ສະ​ຕາ​ລີ: ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ຂອງ​ພາກ​ພື້ນ

ເຫດການດັ່ງກ່າວ ໄດ້ຈັດຂຶ້ນພ້ອມກັນຢູ່ສອງຈຸດປາຍທາງ ຄື Stockholm ແລະ Bjuv ໂດຍມີການເຂົ້າຮ່ວມຂອງສະມາຄົມຊ່ຽວຊານທາງການຫຼາຍກວ່າ 40 ທ່ານ ພ້ອມດ້ວຍແຂກຖືກເຊີນ. ນີ້ແມ່ນໂອກາດເພື່ອໃຫ້ສະມາຄົມໄດ້ຮ່ວມກັນທົບທວນຄືນໄລຍະທາງ 2 ປີແຫ່ງການກໍ່ສ້າງ ແລະ ຂະຫຍາຍຕົວ ນັບຕັ້ງແຕ່ວັນສ້າງຕັ້ງວັນທີ 29/6/2024, ໃນຂະນະດຽວກັນ ກໍໄດ້ຮ່ວມກັນປຶກສາຫາລືກ່ຽວກັບທິດທາງການເຄື່ອນໄຫວພາຍໃດໄລຍະຕໍ່ໄປ.

ພາຍໃຕ້ຂອບເຂດຂອງໂຄງການ, ຄະນະບໍລິຫານງານສະມາຄົມ ໄດ້ລາຍງານຜົນສຳເລັດການເຄື່ອນໄຫວອັນພົ້ນເດັ່ນພາຍໃດໄລຍະ 2 ປີຜ່ານມາ. ຈາກຂະໜາດໃນເບື້ອງຕົ້ນທີ່ມີສະມາຊິກປະມານ 20 ທ່ານ, ມາຮອດປັດຈຸບັນ ສະມາຄົມໄດ້ຂະຫຍາຍຕາໜ່າງຂຶ້ນຮອດເກືອບ 100 ທ່ານ, ພາຍໃດນັ້ນ ມີສະມາຊິກທາງການປະມານ 60 ທ່ານ ທີ່ພວມປະຕິບັດງານ, ຄົ້ນຄວ້າ ແລະ ເຮັດວຽກພາຍໃດຫຼາກຫຼາຍຂົງເຂດ ເປັນຕົ້ນແມ່ນ ວິທະຍາສາດ, ເຕັກໂນໂລຊີ, ການປະດິດສ້າງໃໝ່, ການຫັນປ່ຽນເປັນດິຈິຕອນ ແລະ ສາທາລະນະສຸກ ຢູ່ທີ່ ຊູແອັດ.

ຍູ້ແຮງການດຶງດູດ ແລະ ເປີດກວ້າງຕາໜ່າງບັນດານັກວິທະຍາສາດ, ຊ່ຽວຊານ ແລະ ປັນຍາຊົນໜຸ່ມຢູ່ ຊູແອັດ
ທ່ານ ເຈິ່ນວັນຕ໋ວນ (Trần Văn Tuấn) ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຊູແອັດ ກ່າວປາໄສຢູ່ພາຍໃດເຫດການ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຊູແອັດ)

ພາຍໃດໄລຍະຜ່ານມາ, ສະມາຄົມໄດ້ຈັດຕັ້ງຫຼາກຫຼາຍກິດຈະກຳຕົວຈິງທີ່ມີຄວາມໝາຍ, ປະກອບສ່ວນເຂົ້າໃສ່ການເພີ່ມທະວີການເຊື່ອມຕໍ່ປະຊາຄົມປັນຍາຊົນຫວຽດນາມ ຢູ່ ຊູແອັດ. ອັນພົ້ນເດັ່ນແມ່ນ ບັນດາໂຄງການຮ່ວມແບ່ງປັນກ່ຽວກັບຄວາມແຕກຕ່າງລະຫວ່າງວັດທະນະທຳ ອາຊີຕາເວັນອອກ (ພາຍໃດນັ້ນມີ ຫວຽດນາມ) ກັບວັດທະນະທຳ ເອີຣົບເໜືອ ແນໃສ່ສະໜັບສະໜູນສະມາຊິກໜຸ່ມໃນການຍົກສູງຄວາມສາມາດດ້ານການເຊື່ອມໂຍງ ແລະ ການພັດທະນາອາຊີບ; ກິດຈະກຳໃຫ້ຄຳປຶກສາແນະນຳອາຊີບ ຊ່ວຍໃຫ້ສະມາຊິກສາມາດກຳນົດທິດທາງ ແລະ ລາຍການການພັດທະນາທີ່ແທດເໝາະກັບສ່ວນຕົວ; ການຈັດກອງປະຊຸມສຳມະນາສະເພາະເລື່ອງ ແລະ ເວທີປາໄສແລກປ່ຽນບົດຮຽນ ກໍຄືຄວາມຮູ້ພາຍໃດຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນເປັນດິຈິຕອນ, ການປະດິດສ້າງໃໝ່ ແລະ ການຮັກສາສຸຂະພາບ ຢ່າງເປັນປະຈຳ.

ພ້ອມກັນນັ້ນ ຢູ່ພາຍໃດເຫດການ AVISE DAY 2026, AVISE ກໍໄດ້ຈັດຕັ້ງການເລືອກຕັ້ງຄະນະບໍລິຫານງານປະຈຳວາລະປີ 2026–2027. ດ້ວຍຄວາມເຫັນດີເປັນເອກະພາບກັນຢ່າງສົມບູນຈາກບັນດາສະມາຊິກທີ່ເຂົ້າຮ່ວມ, ຄະນະບໍລິຫານງານປະຈຳວາລະໃໝ່ແມ່ນໄດ້ຮັບການເລືອກຕັ້ງອອກມາ, ເຊິ່ງກວມເອົາທັງການເຂົ້າຮ່ວມຂອງບັນດາສະມາຊິກທີ່ມີບົດຮຽນປະສົບການຫຼວງຫຼາຍຈາກວາລະຜ່ານມາ ພ້ອມກັບໃບໜ້າໃໝ່ຂອງຊາວໜຸ່ມທີ່ມີຄວາມຫ້າວຫັນ ແລະ ເຕັມໄປດ້ວຍຄວາມມຸ່ງໝັ້ນ. ຜົນການເລືອກຕັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງການສືບທອດ ແລະ ການຂະຫຍາຍຕົວພາຍໃດກິດຈະກຳຕ່າງໆຂອງສະມາຄົມ, ເຊິ່ງເປັນການປະສົມປະສານລະຫວ່າງບົດຮຽນຄວາມຊ່ຽວຊານ ຂອງບັນດານັກວິທະຍາສາດ ແລະ ຊ່ຽວຊານທີ່ເຮັດວຽກມາເປັນເວລານານ ຮ່ວມກັບຈິດໃຈແຫ່ງການສ້າງສັນ ແລະ ການປະດິດສ້າງໃໝ່ ຂອງຮຸ່ນປັນຍາຊົນໜຸ່ມຫວຽດນາມ ຢູ່ ຊູແອັດ.

ຍູ້ແຮງການດຶງດູດ ແລະ ເປີດກວ້າງຕາໜ່າງບັນດານັກວິທະຍາສາດ, ຊ່ຽວຊານ ແລະ ປັນຍາຊົນໜຸ່ມຢູ່ ຊູແອັດ
ບັນດາຜູ້ແທນຖ່າຍຮູບຮ່ວມກັນເປັນທີ່ລະນຶກ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຊູແອັດ)

ກ່າວປາໄສຢູ່ພາຍໃດເຫດການ AVISE DAY 2026, ທ່ານ ເຈິ່ນວັນຕ໋ວນ (Trần Văn Tuấn) ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຊູແອັດ ໄດ້ຕີລາຄາສູງຕໍ່ກັບບັນດາຜົນສຳເລັດ ທີ່ສະມາຄົມຊ່ຽວຊານວິທະຍາສາດເຕັກໂນໂລຊີຫວຽດນາມ ປະຈຳ ຊູແອັດ ບັນລຸໄດ້ພາຍໃດໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ໄດ້ຮັບຮູ້ເຖິງຄວາມມານະພະຍາຍາມຂອງສະມາຄົມ ພາຍໃດການເປີດກວ້າງຕາໜ່າງສະມາຊິກ, ຈັດຕັ້ງບັນດາກິດຈະກຳວິຊາສະເພາະຢ່າງມີປະສິດທິຜົນ, ສ້າງສະພາບແວດລ້ອມແຫ່ງການເຊື່ອມຕໍ່ ແລະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງບັນດາຊ່ຽວຊານ, ນັກວິທະຍາສາດ, ໃນຂະນະດຽວກັນ ກໍໄດ້ຮ່ວມເດີນທາງຢ່າງຕັ້ງໜ້າຮ່ວມກັບສະຖານເອກອັກຄະລັດຖະທູດ ພາຍໃດບັນດາກິດຈະກຳທີ່ມຸ່ງໜ້າສູ່ປະຊາຄົມຄົນຫວຽດນາມ ຢູ່ ຊູແອັດ.

ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ, ໂດຍຜ່ານບັນດາກິດຈະກຳຂອງ AVISE, ສະຖານເອກອັກຄະລັດຖະທູດ ແມ່ນໄດ້ຄົ້ນພົບ ແລະ ເຊື່ອມຕໍ່ກັບນັກວິທະຍາສາດ, ປັນຍາຊົນໜຸ່ມຫວຽດນາມ ຫຼາກຫຼາຍທ່ານ ທີ່ມີຫົວຂໍ້ການຄົ້ນຄວ້າອັນດີເດັ່ນ, ເປັນເຈົ້າຂອງບັນດາກິດຈະການວິທະຍາສາດຂັ້ນສູງ ທີ່ມີມູນຄ່າຕົວຈິງສູງ, ໂດຍຜ່ານນັ້ນກໍໄດ້ແນະນຳກັບຄືນສູ່ພາຍໃດປະເທດ ແລະ ໄດ້ຮັບການຮັບຮູ້, ຍົກຍ້ອງສັນເສີນ ຢູ່ພາຍໃດບັນດາລາງວັນວິທະຍາສາດຂອງ ຫວຽດນາມ.

ພາຍໃດໄລຍະຕໍ່ໜ້າ, ທ່ານເອກອັກຄະລັດຖະທູດ ເຈິ່ນ ວັນ ຕ໋ວນ ໄດ້ສະແດງຄວາມມຸ່ງຫວັງຢາກໃຫ້ສະມາຄົມສືບຕໍ່ເສີມຂະຫຍາຍບົດບາດ ເປັນຂົວຕໍ່ອັນສຳຄັນຂອງປະຊາຄົມປັນຍາຊົນຫວຽດນາມ ຢູ່ ຊູແອັດ; ຍູ້ແຮງການດຶງດູດ ແລະ ເປີດກວ້າງຕາໜ່າງບັນດານັກວິທະຍາສາດ, ຊ່ຽວຊານ ແລະ ປັນຍາຊົນໜຸ່ມ; ເປັນເຈົ້າການພາຍໃດການຄົ້ນພົບ, ແນະນຳບັນດາບຸກຄົນທີ່ມີຜົນງານອັນພົ້ນເດັ່ນ ເພື່ອເຊື່ອມຕໍ່ ແລະ ຍົກຍ້ອງສັນເສີນຢູ່ທີ່ ຫວຽດນາມ; ພ້ອມກັນນັ້ນ ກໍເພີ່ມທະວີການແບ່ງປັນບົດຮຽນປະສົບການ, ສະໜັບສະໜູນບັນດາສະມາຄົມ, ສະໂມສອນ ແລະ ກຸ່ມປະຊາຄົມຄົນຫວຽດນາມອື່ນໆ ຢູ່ ຊູແອັດ ແນໃສ່ປະກອບສ່ວນເຂົ້າໃສ່ການກໍ່ສ້າງປະຊາຄົມຄົນຫວຽດນາມ ທີ່ມີຄວາມສາມັກຄີ, ພັດທະນາ ແລະ ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃສ່ສັງຄົມປະເທດເຈົ້າພາບ.

ເຫດການ AVISE DAY 2026 ໄດ້ດຳເນີນໄປພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ເປີດກວ້າງ ແລະ ມີຄວາມຮັບຜິດຊອບ, ເຊິ່ງສະແດງໃຫ້ເຫັນເຖິງການຂະຫຍາຍຕົວທີ່ນັບມື້ນັບເຂັ້ມແຂງ ຂອງປະຊາຄົມປັນຍາຊົນຫວຽດນາມ ຢູ່ ຊູແອັດ. ບັນດາຜົນສຳເລັດທີ່ບັນລຸໄດ້ພາຍໃດໄລຍະສອງປີຜ່ານມາ ພ້ອມກັບທິດທາງການເຄື່ອນໄຫວຂອງວາລະໃໝ່ ສັນຍາວ່າຈະສືບຕໍ່ປະກອບສ່ວນໃນທາງບວກ ໃຫ້ແກ່ການພັດທະນາຂອງປະຊາຄົມຄົນຫວຽດນາມ ຢູ່ ຊູແອັດ, ໃນຂະນະດຽວກັນ ກໍເພີ່ມທະວີການເຊື່ອມຕໍ່ອົງຄວາມຮູ້, ຊຸກຍູ້ການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ ລະຫວ່າງ ຫວຽດນາມ ແລະ ຊູແອັດ.

ຄະນະ​ຜູ້​ແທນ​ນັກຮົບ​ອາສາ​ສະໝັກເກົ່າ ​ແລະ ນັກ​ຊ່ຽວຊານ​ການ​ທະຫານ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຈຳປາ​ສັກ ຄະນະ​ຜູ້​ແທນ​ນັກຮົບ​ອາສາ​ສະໝັກເກົ່າ ​ແລະ ນັກ​ຊ່ຽວຊານ​ການ​ທະຫານ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຈຳປາ​ສັກ

ຍສໝ - ວັນທີ 27 ທັນວາ 2024, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ ແລະ ຄະນະນໍາແຂວງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນັກຮົບເກົ່າ ແລະຊ່ຽວຊານທະຫານຫວຽດນາມ ຢູ່ລາວ ໂດຍທ່ານພົນຈັດຕະວາ ເລຮຸຍມາຍ, ປະທານສະມາຄົມນັກຮົບເກົ່າ ຮ່າໂນ້ຍ ໄດ້ນຳພາ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ.

ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ: ຫວຽດນາມ - ຊູແອັດ ຍັງມີຄວາມສາມາດບ່ົມຊ້ອນຫຼາຍເພື່ອພັດທະນາ ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ: ຫວຽດນາມ - ຊູແອັດ ຍັງມີຄວາມສາມາດບ່ົມຊ້ອນຫຼາຍເພື່ອພັດທະນາ

ຍສໝ - ເນື່ອງໃນໂອກາດ ຫວຽດນາມ-ຊູແອັດ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສໍານັກຂ່າວສານຫວຽດນາມ ໄດ້ສຳພາດທ່ານ ເຈິ່ນວັນຕ໊ວນ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຊູແອັດ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ