| ຊາວຫວຽດນາມອາໄສຢູ່ຕ່າງປະເທດໃນຫຼາຍປະເທດ ຮ່ວມກັນສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ | |
| ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ |
![]() |
| ການສະແດງຊຸດເສື້ອຍາວ ໂດຍແມ່ນບັນດານາງງາມຊາວຫວຽດນາມ ຢູ່ທີ່ ຝຣັ່ງ ແລະ ເອີຣົບ ເປັນຜູ້ສະແດງ ຢູ່ພາຍໃດພິທີສະເຫຼີມສະຫຼອງ. |
ພິທີດັ່ງກ່າວ ໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະເຫຼີມສະຫຼອງ ວັນສ້າງຕັ້ງເຄືອຂ່າຍການສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມທົ່ວໂລກ ຄົບຮອບ 5 ປີ.
ເວທີປຶກສາຫາລື ໄດ້ຈັດຂຶ້ນພາຍໃດຮູບແບບການປະຊຸມແບບເຊິ່ງໜ້າ ຄວບຄູ່ກັບການປະຊຸມທາງອອນລາຍ (Online), ໂດຍສາມາດດຶງດູດຜູ້ຕາງໜ້າເກືອບ 50 ທ່ານ ທີ່ມາຈາກຫຼາຍປະເທດເອີຣົບ ເຊັ່ນ: ຝຣັ່ງ, ໂປໂລຍ, ຮົງກາລີ, ສາທາລະນະລັດ ເຊັກ, ສະວິດ, ໂຮນລັງ, ເຢຍລະມັນ, ອີຕາລີ ແລະ ອູແກຣນ, ພ້ອມກັບຜູ້ຕາງໜ້າຫຼາຍຮ້ອຍທ່ານ ທີ່ເຂົ້າຮ່ວມທາງອອນລາຍ ຈາກຫວຽດນາມ ແລະ ຫຼາຍປະເທດໃນທົ່ວໂລກ.
ແຜນງານດັ່ງກ່າວ ແມ່ນໂອກາດດີ ເພື່ອໃຫ້ບັນດາຄູອາຈານ, ນັກວິຊາການ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ຮ່ວມກັນແລກປ່ຽນບົດຮຽນ, ແບ່ງປັນຮູບແບບການເຄື່ອນໄຫວ ແລະ ຊອກຫາວິທີການແກ້ໄຂ ເພື່ອຍົກສູງຄຸນນະພາບການສອນພາສາຫວຽດ ພາຍໃດສະພາບການເຊື່ອມໂຍງເຂົ້າກັບສາກົນ ແລະ ການຫັນເປັນດິຈິຕອນ.
ກ່າວປາໄສຢູ່ພາຍໃດເວທີປຶກສາຫາລື, ທ່ານ ດິ້ງຫງວຽນດຶກ, ຜູ້ນຳອຳນວຍການສູນວັດທະນະທຳຫວຽດນາມ ປະຈຳ ຝຣັ່ງ, ໄດ້ເນັ້ນຢ້ຳວ່າ ພາສາຫວຽດ ແລະ ວັດທະນະທຳຫວຽດນາມ ແມ່ນຊັບສິນທາງດ້ານຈິດໃຈອັນລ້ຳຄ່າທີ່ບໍ່ສາມາດປະເມີນຄ່າໄດ້ຂອງຊາດ. ຕາມທ່ານແລ້ວ, ພາສາແມ່ ບໍ່ພຽງແຕ່ແມ່ນພາຫະນະພາຍໃດການສື່ສານເທົ່ານັ້ນ ແຕ່ຍັງແມ່ນເສັ້ນເຊືອກແຫ່ງການເຊື່ອມຕໍ່ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມກັບ ບ້ານເກີດເມືອງນອນ, ຄອບຄົວ ແລະ ຮາກເຫງົ້າຂອງຊາດ. ທ່ານຖືວ່າ ຈຳເປັນຕ້ອງໄດ້ສືບຕໍ່ປະຕິຮູບວິທີການສອນ, ເພີ່ມທະວີບັນດາກິດຈະກຳທາງດ້ານວັດທະນະທຳ ເພື່ອຊ່ວຍໃຫ້ຄົນຮຸ່ນໜຸ່ມ ທີ່ເກີດ ແລະ ເຕີບໃຫຍ່ຢູ່ຕ່າງປະເທດ ສາມາດຍົກສູງຄວາມສາມາດພາຍໃດການນຳໃຊ້ພາສາຫວຽດ ແລະ ມີຄວາມເຂົ້າໃຈເລິກເຊິ່ງກວ່າເກົ່າ ກ່ຽວກັບເອກະລັກຂອງຊາດ.
ແບ່ງປັນກັບນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN), ອາຈານ ເລສວນເລີມ (Lê Xuân Lâm), ຫົວໜ້າຄະນະຈັດຕັ້ງເວທີປຶກສາຫາລືການປົກປັກຮັກສາພາສາຫວຽດ ແລະ ວັດທະນະທຳຫວຽດນາມ ຢູ່ຕ່າງປະເທດ, ໃຫ້ຮູ້ວ່າ ພາຍໃດໄລຍະ 5 ປີຜ່ານມາ, ເຄືອຂ່າຍໄດ້ຮັກສາຫຼາຍກິດຈະກຳ ເຊັ່ນ: ການແລກປ່ຽນທາງອອນລາຍ, ການໂອ້ລົມສົນທະນາ, ການສໍາມະນາ (Seminar) ແລະ ກອງປະຊຸມສໍາມະນາທາງດ້ານວິຊາສະເພາະ ໂດຍມີການເຂົ້າຮ່ວມຂອງຄູອາຈານ, ຊ່ຽວຊານ ແລະ ນັກຄົ້ນຄວ້າ ທັງພາຍໃນ ແລະ ຕ່າງປະເທດ.
ຕາມອາຈານ ເລີມ ແລ້ວ, ໜຶ່ງພາຍໃດສິ່ງທ້າທາຍອັນໃຫຍ່ຫຼວງໃນປັດຈຸບັນ ແມ່ນເຮັດແນວໃດ ເພື່ອໃຫ້ຜູ້ປົກຄອງມີຄວາມເອົາໃຈໃສ່ຫຼາຍຂຶ້ນ ຕໍກັບການຮຽນພາສາຫວຽດຂອງລູກຫຼານຕົນເອງ. ຄຽງຂ້າງນັ້ນ, ຄວາມຫຍຸ້ງຍາກທາງດ້ານງົບປະມານ ກໍໄດ້ສົ່ງຜົນສະທ້ອນບໍ່ໜ້ອຍ ຕໍກັບການຮັກສາ ແລະ ເປີດກວ້າງບັນດາກິດຈະກຳ. ທ່ານໄດ້ສະແດງຄວາມມຸ່ງມາດປາດຖະໜາ ຢາກໄດ້ຮັບການສະໜັບສະໜູນເພີ່ມເຕີມ ຈາກບັນດາອົງການຈັດຕັ້ງທີ່ມີພາລະບົດບາດ ແລະ ບັນດາຊ່ຽວຊານ ເພື່ອໃຫ້ເວທີປຶກສາຫາລືສືບຕໍ່ຂະຫຍາຍຕົວພາຍໃດໄລຍະເວລາຕໍ່ໜ້າ.
ຈາກມຸມມອງຂອງຜູ້ທີ່ສອນໂດຍກົງ, ທ່ານນາງ ເລທິບິກເຮືອງ, ອາຈານສອນພາສາຫວຽດ ຢູ່ມະຫາວິທະຍາໄລ Ca' Foscari (ອີຕາລີ), ຖືວ່າ ການສອນພາສາຫວຽດຢູ່ຕ່າງປະເທດ ແມ່ນຜະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍປະການ ຍ້ອນວ່າຜູ້ຮຽນຂາດສະພາບແວດລ້ອມພາຍໃດການນຳໃຊ້ພາສາຢ່າງເປັນປະຈຳ ແລະ ຕ້ອງແຂ່ງຂັນກັບຫຼາຍພາສາຕ່າງປະເທດອື່ນໆ. ຕາມທ່ານນາງແລ້ວ, ເພື່ອດຶງດູດຜູ້ຮຽນ, ຄູອາຈານບໍ່ພຽງແຕ່ສອນດ້ານພາສາເທົ່ານັ້ນ ແຕ່ຍັງຕ້ອງໄດ້ຖ່າຍທອດວັດທະນະທຳຫວຽດນາມ, ຊ່ວຍໃຫ້ຜູ້ຮຽນເກີດມີຄວາມຮັກຕໍກັບປະເທດຊາດ ແລະ ຄົນຫວຽດນາມ. ທ່ານນາງ ເຮືອງ ໃຫ້ຮູ້ວ່າ ມີນັກສຶກສາຈຳນວນຫຼວງຫຼາຍ ພາຍຫຼັງສຳເລັດການສຶກສາແລ້ວ ກໍຍັງຄົງສືບຕໍ່ເຂົ້າຮ່ວມບັນດາກິດຈະກຳວັດທະນະທຳຫວຽດນາມ, ຊຶ່ງສະແດງໃຫ້ເຫັນວ່າ ພາສາຫວຽດແມ່ນຂົວຕໍ່ທີ່ມີປະສິດທິຜົນຢ່າງແທ້ຈິງ ລະຫວ່າງບັນດາປະຊາຊາດ.
ຢູ່ພາຍໃດເວທີປຶກສາຫາລືເຊັ່ນດຽວກັນ, ທ່ານນາງ ຮວ່າງທິຮົ່ງຮ່າ, ທູດວັດທະນະທຳພາສາຫວຽດ ປະຈຳປີ 2025, ໄດ້ຕີລາຄາສູງຕໍກັບບົດບາດການເຊື່ອມຕໍ່ຂອງເຄືອຂ່າຍ ລະຫວ່າງບັນດາສູນ ແລະ ຫ້ອງຮຽນພາສາຫວຽດ ຢູ່ພາຍໃດຫຼາຍປະເທດ. ຕາມທ່ານນາງແລ້ວ, ການແບ່ງປັນບົດຮຽນການສອນ, ອຸປະກອນການຮຽນ-ການສອນ ແລະ ບັນດາຂໍ້ລິເລີ່ມພາຍໃດການອະນຸລັກພາສາຫວຽດ ແມ່ນຮາກຖານອັນສຳຄັນ ທີ່ຊ່ວຍໃຫ້ຄົນຮຸ່ນໜຸ່ມຢູ່ຕ່າງປະເທດ ສາມາດຮັກສາພາສາແມ່ ແລະ ສາຍພົວພັນຕໍກັບບ້ານເກີດເມືອງນອນໄວ້ໄດ້.
ຕາງໜ້າໃຫ້ແກ່ຄົນຮຸ່ນໜຸ່ມ, ນ້ອງ ດັ້ງຖາວເຟືອງ, ນັກຮຽນໂຮງຮຽນພາສາຫວຽດ ລາກລອງກວນ ຢູ່ທີ່ Vácsava (ໂປໂລຍ), ໃຫ້ຮູ້ວ່າ ຕົນເອງໄດ້ຮຽນພາສາຫວຽດມາເປັນເວລາ 5 ປີແລ້ວ ແລະ ມີຄວາມດີໃຈຫຼາຍ ທີ່ໄດ້ເຂົ້າຮ່ວມບັນດາກິດຈະກຳຂອງເວທີປຶກສາຫາລື. ສຳລັບນ້ອງແລ້ວ, ການຮຽນພາສາຫວຽດ ບໍ່ພຽງແຕ່ຊ່ວຍໃຫ້ມີຄວາມເຂົ້າໃຈຕື່ມກ່ຽວກັບພາສາເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ມີຄວາມຜູກພັນກັບວັດທະນະທຳ ແລະ ຮາກເຫງົ້າຂອງຊາດຫຼາຍຂຶ້ນ.
ບັນດາຜູ້ແທນໄດ້ມີຄວາມເຫັນຮ່ວມກັນວ່າ ພາຍໃດສະພາບການໂລກາພິວັດ, ການເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາສູນພາສາຫວຽດ, ການພັດທະນາອຸປະກອນການຮຽນ-ການສອນຮ່ວມກັນ, ການອົບຮົມຄູອາຈານ ແລະ ການນຳໃຊ້ເຕັກໂນໂລຊີເຂົ້າພາຍໃດການສອນ ຈະປະກອບສ່ວນຍົກສູງປະສິດທິຜົນຂອງວຽກງານການອະນຸລັກ ແລະ ເສີມຂະຫຍາຍພາສາຫວຽດ ຢູ່ພາຍໃດປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ. ພາຍຫຼັງການເຄື່ອນໄຫວມາເປັນເວລາ 5 ປີ, ເຄືອຂ່າຍການສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມທົ່ວໂລກ ພວມສືບຕໍ່ຢັ້ງຢືນບົດບາດເປັນຂົວຕໍ່, ປະກອບສ່ວນແຜ່ຂະຫຍາຍພາສາຫວຽດ ແລະ ໂຄສະນາວັດທະນະທຳຫວຽດນາມ ໄປສູ່ເພື່ອນມິດສາກົນ.
| ລາດຕະເວນຢູ່ບົນເສັ້ນຊາຍແດນ ຫວຽດນາມ - ລາວ ຍສໝ - ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນ ຮົ່ງເວີນ, ຄະນະບັນຊາທະຫານຊາຍແດນ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ກອງຮ້ອຍປ້ອງກັນຊາຍແດນ 514, ກອງບັນຊາການທະຫານແຂວງ ສາລະວັນ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ ຢູ່ບົນຊ່ວງເສັ້ນຊາຍແດນ ຫວຽດນາມ - ລາວ ທີ່ທັງສອງກົມກອງຮັບຜິດຊອບຄຸ້ມຄອງ. |
| ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030 ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມຂໍ້ຕົກລົງເລກທີ 1111/QĐ-TTg ລົງວັນທີ 19 ມິຖຸນາ 2026 ຂອງທານນາຍົກລັດຖະມົນຕີ ແຫ່ງລັດຖະບານ ວ່າດ້ວຍການປະກາດໃຊ້ ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030. |
