ຊາວຫວຽດນາມຮຸ່ນໜຸ່ມຢູ່ ສ.ເຊັກໂກ ເລົ່າເລື່ອງລາວແຫ່ງການເຕີບໃຫຍ່ທ່າມກາງສອງກະແສວັດທະນະທຳ

15:09 | 19/06/2026

ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ Praha (ສ.ເຊັກໂກ), ງານວາງສະແດງຮູບພາບພາຍໃດຫົວຂໍ້ "Little Hanoi, Next Generation" (ຮ່າໂນ້ຍນ້ອຍ, ຮຸ່ນຕໍ່ໄປ) ໄດ້ໄຂຂຶ້ນຢ່າງເປັນທາງການ, ເປີດສາກໃຫ້ແກ່ອະວະກາດແຫ່ງການສົນທະນາ ກ່ຽວກັບເອກະລັກ, ຄວາມຊົງຈຳ ແລະ ວິວັດທະນາການແຫ່ງການເຕີບໃຫຍ່ ຂອງຄົນຫວຽດນາມຮຸ່ນທີສອງ ຢູ່ພາຍໃດສາທາລະນະລັດ ສເປັກ.

ບັນດາລົດໂອໂຕ Skoda (ສ.ເຊັກໂກ) ທໍາອິດ ຈະຜະລິດຢູ່ຫວຽດນາມ
ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ

ອີງຕາມຂໍ້ມູນຈາກສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ, ນີ້ແມ່ນງານວາງສະແດງຄັ້ງທຳອິດຢູ່ ສ.ເຊັກໂກ ທີ່ຈັດຂຶ້ນສະເພາະໃຫ້ແກ່ບັນດາຄົນຮຸ່ນໜຸ່ມເຊື້ອສາຍຫວຽດນາມ ທີ່ເກີດ ຫຼື ເຕີບໃຫຍ່ຢູ່ພາຍໃດປະເທດເອີຣົບກາງແຫ່ງນີ້. ສືບຕໍ່ຈາກໂຄງການ "Little Hanoi" ກ່ຽວກັບຄົນຫວຽດນາມຮຸ່ນທຳອິດ ທີ່ໄດ້ຈັດຕັ້ງປະຕິບັດເມື່ອເກືອບສອງທົດສະວັດກ່ອນ, ງານວາງສະແດງຄັ້ງນີ້ໄດ້ແນະນຳ 76 ພາບຕົວຕົນທີ່ເປັນແບບຢ່າງ, ສະທ້ອນໃຫ້ເຫັນເຖິງໂສມໜ້າຂອງຄົນຮຸ່ນໜຶ່ງ ທີ່ພວມນັບມື້ນັບຢືນຢັນຖານະຕຳແໜ່ງຂອງຕົນເອງ ຢູ່ພາຍໃດສັງຄົມ ສ.ເຊັກໂກ.

ຊາວຫວຽດນາມຮຸ່ນໜຸ່ມຢູ່ ສ.ເຊັກໂກ ເລົ່າເລື່ອງລາວແຫ່ງການເຕີບໃຫຍ່ທ່າມກາງສອງກະແສວັດທະນະທຳ
ງານວາງສະແດງໄດ້ວາງສະແດງ 76 ພາບຕົວຕົນທີ່ເປັນແບບຢ່າງ ຂອງຄົນຫວຽດນາມຮຸ່ນທີສອງ ຢູ່ພາຍໃດສາທາລະນະລັດ ສເປັກ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ)

ຜ່ານບັນດາເລື່ອງລາວສ່ວນຕົວ, ງານວາງສະແດງໄດ້ພັນລະນາເຖິງວິວັດທະນາການແຫ່ງການເຕີບໃຫຍ່ທ່າມກາງສອງກະແສວັດທະນະທຳ, ຄວາມວິຕົກກັງວົນກ່ຽວກັບເອກະລັກ ແລະ ຂະບວນການຄົ້ນຫາສຽງເວົ້າສະເພາະຂອງຕົນເອງ ຂອງບັນດາຄົນຮຸ່ນໜຸ່ມທີ່ມີສອງບ້ານເກີດເມືອງນອນພາຍໃດຕົວ. ບັນດາຜົນງານພາບຕົວຕົນ ໂດຍແມ່ນສອງຊ່າງພາບ Štěpánka Stein ແລະ Vendy Mlejnská ເປັນຜູ້ຖ່າຍທອດ, ພ້ອມກັບຄຳສະແດງຄວາມໃນໃຈ ທີ່ໄດ້ຮັບການບັນທຶກໂດຍນັກຂ່າວ ທຸຍເຢືອງຫງວຽນຈິ້ງ, ຊຶ່ງປິ່ນອ້ອມບັນດາຫົວຂໍ້ ຄື: ຮາກເຫງົ້າ, ຄອບຄົວ, ຄວາມມຸ່ງຫວັງ, ຄວາມຮູ້ບຸນຄຸນ, ແຮງກົດດັນພາຍໃດການເຊື່ອມໂຍງ ແລະ ການປະສານສົມທົບຢ່າງກົມກຽວ ລະຫວ່າງ ວັດທະນະທຳຫວຽດນາມ ຮ່ວມກັບ ວັດທະນະທຳ ສ.ເຊັກໂກ.

ກ່າວປາໄສໄຂງານວາງສະແດງ, ທ່ານ ເຢືອງຮວາຍນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໃຫ້ຮູ້ວ່າ, ບັນດາກິດຈະກຳ ຄື "Little Hanoi" ບໍ່ພຽງແຕ່ແມ່ນເຫດການທາງດ້ານວັດທະນະທຳເທົ່ານັ້ນ ແຕ່ຍັງແມ່ນຂົວຕໍ່ລະຫວ່າງມະນຸດ, ແນວຄິດ ແລະ ໂອກາດຮ່ວມກັນ. ອີງຕາມທ່ານເອກອັກຄະລັດຖະທູດ, ນີ້ແມ່ນອະວະກາດເພື່ອໃຫ້ຄົນຮຸ່ນໜຸ່ມໄດ້ແບ່ງປັນພອນສະຫວັນ, ສະຕິປັນຍາປະດິດສ້າງ ແລະ ຄວາມມຸ່ງມາດປາດຖະໜາ ຂອງຕົນເອງ, ໃນຂະນະດຽວກັນ ກໍຊ່ວຍໃຫ້ມວນຊົນ ສ.ເຊັກໂກ ໄດ້ຮັບຮູ້ ແລະ ສຳຜັດເຖິງປະເທດ ຫວຽດນາມ ອັນມີຊີວິດຊີວາ ໂດຍຜ່ານທາງດົນຕີ, ອາຫານການກິນ, ສິລະປະ, ພາສາ ແລະ ຊຸມຊົນຄົນຫວຽດນາມ.

ຊາວຫວຽດນາມຮຸ່ນໜຸ່ມຢູ່ ສ.ເຊັກໂກ ເລົ່າເລື່ອງລາວແຫ່ງການເຕີບໃຫຍ່ທ່າມກາງສອງກະແສວັດທະນະທຳ
ທ່ານ ເຢືອງຮວາຍນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ສເປັກ ກ່າວປາໄສຢູ່ພາຍໃດງານວາງສະແດງ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ)

ທ່ານເອກອັກຄະລັດຖະທູດ ຖືວ່າຄົນຮຸ່ນໜຸ່ມຈະຮັກສາບົດບາດອັນສຳຄັນ ພາຍໃດອະນາຄົດແຫ່ງສາຍພົວພັນ ຫວຽດນາມ - ສ.ເຊັກໂກ. ບັນດານັກທຸລະກິດ, ນັກສຶກສາ, ສິລະປິນ ແລະ ນັກຄົ້ນຄວ້າຮຸ່ນໜຸ່ມ ຈະປະກອບສ່ວນຊຸກຍູ້ການປະຕິຮູບປະດິດສ້າງ, ເພີ່ມທະວີການແແລກປ່ຽນລະຫວ່າງປະຊາຊົນ ແລະ ຫັນປ່ຽນມິດພາບລະຫວ່າງສອງປະເທດ ໃຫ້ກາຍເປັນການຮ່ວມມືແບບເປັນຮູບປະທຳ.

ຢູ່ພາຍໃດພິທີ, ທ່ານ Hynek Kmoníček, ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ຂອງລັດຖະບານ ສ.ເຊັກໂກ, ໃຫ້ຮູ້ວ່າ ທ່ານເຄີຍໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້ ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ ພາຍໃດທ້າຍປີ 2025 ແລະ ມີຄວາມປະທັບໃຈຕໍ່ກັບການຕ້ອນຮັບຂອງມວນຊົນຫວຽດນາມ. ອີງຕາມທ່ານ, ສິ່ງທີ່ໜ້າເອົາໃຈໃສ່ທີ່ສຸດຈາກ 76 ພາບຕົວຕົນນັ້ນ ແມ່ນແຕ່ລະຄົນຕ່າງກໍມີເອກະລັກສະເພາະຕົວ, ບໍ່ສາມາດກຳນົດແບບງ່າຍດາຍດ້ວຍສັນຊາດ ຫຼື ສະຖານທີ່ເກີດໄດ້.

ທ່ານໄດ້ຕີລາຄ່ວາ ງານວາງສະແດງໄດ້ເປີດສາກໃຫ້ມີການຄົ້ນຄິດຫຼາກຫຼາຍປະການ ກ່ຽວກັບເອກະລັກ, ພາສາ ແລະ ຮາກເຫງົ້າ ຂອງບັນດາຄົນຮຸ່ນໜຸ່ມເຊື້ອສາຍຫວຽດນາມ ຢູ່ ສ.ເຊັກໂກ, ໃນຂະນະດຽວກັນ ກໍສະທ້ອນໃຫ້ເຫັນເຖິງຄວາມຫຼາກຫຼາຍ ແລະ ຄວາມເປີດກວ້າງ ຂອງສັງຄົມຍຸກສະໄໝໃໝ່.

ທ່ານປະທານສະຫະພັນບັນດາສະມາຄົມຄົນຫວຽດນາມ ປະຈຳ ສ.ເຊັກໂກ ຫງວຽນວັນດາງ ໄດ້ຫວນຄືນວິວັດທະນາການ ຂອງຄົນຫວຽດນາມຮຸ່ນທຳອິດ ທີ່ເດີນທາງມາຮອດ ສ.ເຊັກໂກ ເມື່ອຫຼາຍກວ່າ 30 ປີກ່ອນ ດ້ວຍຄວາມມຸ່ງມາດປາດຖະໜາກໍ່ສ້າງອະນາຄົດອັນຈົບງາມໃຫ້ແກ່ລູກຫຼານ. ອີງຕາມທ່ານ, ບັນດາໃບໜ້າຢູ່ພາຍໃດງານວາງສະແດງ ແມ່ນຫຼັກຖານຢັ້ງຢືນໃຫ້ແກ່ໝາກຜົນ ຂອງວິວັດທະນາການແຫ່ງການເຊື່ອມໂຍງ ແລະ ພັດທະນາ ຂອງຊຸມຊົນຄົນຫວຽດນາມ ຢູ່ ສ.ເຊັກໂກ. ຖ້າຫາກຄົນຮຸ່ນທີໜຶ່ງແມ່ນຜູ້ວາງຮາກຖານໃຫ້ແກ່ຊຸມຊົນ, ຄົນຮຸ່ນທີສອງກໍພວມສືບຕໍ່ຂຽນຂຶ້ນບັນດາບົດໃໝ່ ດ້ວຍສະຕິປັນຍາຄວາມຮູ້, ພອນສະຫວັນ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ໃນຂະນະດຽວກັນ ກໍກາຍເປັນບັນດາຈັງຫວະຂົວຕໍ່ ເຊື່ອມໂຍງສອງປະຊາຊາດ, ສອງກະແສວັດທະນະທຳ ແລະ ສອງບ້ານເກີດເມືອງນອນ ຫວຽດນາມ - ສ.ເຊັກໂກ.

ຄວບຄຸມໄຟໄໝ້ທີ່ສູນການຄ້າຊາວ ຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຢ່າງທັນການ ຄວບຄຸມໄຟໄໝ້ທີ່ສູນການຄ້າຊາວ ຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຢ່າງທັນການ

ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.

ທ່ານປະທານປະເທດ ໄດ້ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍອາຍາ ລະຫວ່າງຫວຽດນາມ ແລະ ເຊັກໂກ ທ່ານປະທານປະເທດ ໄດ້ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍອາຍາ ລະຫວ່າງຫວຽດນາມ ແລະ ເຊັກໂກ

ຍສໝ - ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫາກໍ່ລົງນາມໃນຂໍ້ຕົກລົງເລກທີ 1109 2023 QD-CTN ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍໃນບັນຫາອາຊະຍາກຳລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ເຊັກໂກ ຕາມຄຳຮຽກຮ້ອງຂອງລັດຖະບານໃນບົດລາຍງານວາລະສານສະບັບເລກທີ 394 TTr- CP ລົງວັນທີ 22 ສິງຫາ 2023.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ