ການແຂ່ງຂັນທີ່ມີຊື່ວ່າ FAVIJA HOKURIKU CUP 2026 ໄດ້ຮັບການຈັດຕັ້ງໂດຍ ອົງການແລກປ່ຽນສາກົນ ຫວຽດນາມ ຍີ່ປຸ່ນ (FAVIJA). 16 ທີມບານເຕະສະມັກເລ່ນຂອງຄົນຫວຽດນາມ ໄດ້ແບ່ງອອກເປັນ 4 ສາຍ, ແຂ່ງຂັນແບບພົບກັນໝົດໃນສາຍໃນເວລາທຳກັນຢູ່ 4 ສະໜາມ ກ່ອນທີ່ຈະດຳເນີນການແຂ່ງຂັນແບບຂັດອອກໂດຍກົງ.
ຕາມທ່ານ ເລແທັງຕຸ່ງ, ຫົວໜ້າຄະນະກຳມະການຈັດການແຂ່ງຂັນ: ນີ້ແມ່ນການແຂ່ງຂັນປະຈຳປີ ໂດຍ FAVIJA ຈັດຕັ້ງຢູ່ເຂດ Hokuriku ເຊິ່ງໄດ້ຮັບການຄອຍຖ້າຈາກບັນດາຊາວໜຸ່ມທີ່ມີຄວາມມັກຮັກໃນກິລາເຕະບານ. ການແຂ່ງຂັນບໍ່ພຽງແຕ່ແມ່ນສະໜາມຫຼິ້ນກິລາເພື່ອເຝິກຝົນຫຼໍ່ຫຼອມສຸຂະພາບເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອໃຫ້ບັນດາຊາວໜຸ່ມຄົນຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ມີໂອກາດໄດ້ພົບປະແລກປ່ຽນນຳກັນ, ເພີ່ມທະວີຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ຢູ່ເທິງດິນແດນຂອງເພິ່ນ.
![]() |
| ບັນດານັກກິລາແຂ່ງຂັນຢູ່ເທິງສະໜາມ. (ຮູບ: FAVIJA) |
ທ່ານ ຊິມະ ໂຢອິຈິ, ຜູ້ນໍາພາ ບໍລິສັດຫຸ້ນສ່ວນ Wise ມາຮອດສະໜາມເພື່ອຮ່ວມເຊຍ ໃຫ້ຮູ້ວ່າ: "ບໍລິສັດພວກເຮົາ ມີພະນັກງານເປັນຄົນຫວຽດນາມ ເປັນຈຳນວນຫຼວງຫຼາຍ. ພວກເຮົາບໍ່ພຽງແຕ່ເອົາໃຈໃສ່ຕໍ່ກັບວຽກງານເທົ່ານັ້ນ ແຕ່ຍັງເອົາໃຈໃສ່ເຖິງຊີວິດການເປັນຢູ່ທາງດ້ານຈິດໃຈຂອງທຸກໆຄົນອີກດ້ວຍ. ພວກເຮົາຫວັງວ່າ, ບັນດາເພື່ອນພະນັກງານຄົນຫວຽດນາມ ຈະສາມາດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເບີກບານມ່ວນຊື່ນ ຕະຫຼອດໄລຍະເວລາທີ່ດຳເນີນຊີວິດຢູ່ ຍີ່ປຸ່ນ. ພວກເຮົາຕີລາຄາສູງຕໍ່ບົດບາດ ແລະ ຄວາມໝາຍຂອງບັນດາເຫດການກິລາແລກປ່ຽນໃນຊຸມຊົນ ຄືດັ່ງການແຂ່ງຂັນເຕະບານໃນຄັ້ງນີ້. ຜ່ານກິລາເຕະບານ, ທຸກສິ່ງກີດຂວາງທາງດ້ານວັດທະນະທຳ, ພາສາ ແມ່ນລ້ວນແຕ່ໄດ້ຮັບການແກ້ໄຂ. ສາຍພົວພັນລະຫວ່າງເພື່ອນຮ່ວມງານ ກໍນັບມື້ນັບມີຄວາມສະໜິດສະໜົມກັນຍິ່ງຂຶ້ນ, ໄລຍະຫ່າງລະຫວ່າງພະນັກງານ ແລະ ຂັ້ນເທິງ ກໍນັບມື້ນັບໃກ້ຊິດຕິດແທດ, ມີຄວາມເຂົ້າອົກເຂົ້າໃຈ ແລະ ຮັກແພງກັນຫຼາຍຂຶ້ນ".
![]() |
| ຂັນລາງວັນຊະນະເລີດ ແມ່ນຕົກເປັນຂອງ ທີມ FC Ba Mien. (ຮູບ: FAVIJA) |
ຫຼັງຈາກການແຂ່ງຂັນເປັນເວລາໜຶ່ງວັນ, ຂັນລາງວັນຊະນະເລີດ ແມ່ນຕົກເປັນຂອງ ທີມ FC Ba Mien, ຮອງຊະນະເລີດ ແມ່ນຕົກເປັນຂອງ ທີມ FC IIKANJI, 2 ທີມຮ່ວມອັນດັບສາມ ແມ່ນ ທີມ FC Komatsu ແລະ ທີມ FC Chat.
ຄະນະກຳມະການຈັດການແຂ່ງຂັນ ຍັງໄດ້ມອບລາງວັນສ່ວນບຸກຄົນໃຫ້ແກ່ ນັກກິລາ ຫງວຽນມິງຮວາງນາມມະຍົດດາວຢິງສູງສຸດ, ນັກກິລາ ເຈີນວັນຊາງ ໄດ້ຮັບນາມມະຍົດຜູ້ຮັກສາປະຕູດີເດັ່ນ ແລະ ນັກກິລາ ເຈີນວັນດາດ ໄດ້ຮັບລາງວັນນັກກິລາດີເດັ່ນ ເຊິ່ງທັງໝົດແມ່ນສັງກັດຢູ່ ທີມ FC Ba Mien.
![]() |
| ທ່ານ ໂດ໋ກວາງບາ, ປະທານ FAVIJA ມອບນາມມະຍົດນັກກິລາດີເດັ່ນ. (ຮູບ: FAVIJA) |
ຕາມທ່ານ ໂດ໋ກວາງບາ, ປະທານ FAVIJA ໃຫ້ຮູ້ວ່າ, 4 ທີມບານເຕະທີ່ໄດ້ຮັບລາງວັນ ແມ່ນຈະໄດ້ຮັບສິດເຂົ້າຮ່ວມມະຫາກຳກິລາເຕະບານຊີງຂັນລາງວັນຊະນະເລີດທົ່ວປະເທດຂອງຄົນຫວຽດນາມ ຢູ່ ຍີ່ປຸ່ນ ເຊິ່ງຈະຈັດຕັ້ງຂຶ້ນໃນກາງເດືອນພະຈິກປີນີ້ ຢູ່ທີ່ ໂຕກຽວ ເມືອງຫຼວງ.
| ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ ຍສໝ - ຕອນຄ່ຳວັນທີ 13 ມັງກອນ, ພິທີເລີ່ມຕົ້ນການເຄື່ອນໄຫວພົບປະແລກປ່ຽນມະນຸດສະທຳ ແລະ ງານມະໂຫລານປະຊາຊົນເຂດຊາຍແດນ ຫວຽດນາມ - ຈີນ 2025 ໄດ້ດຳເນີນຢູ່ເມືອງ ມາລີຟໍ, ແຂວງ ຢຸນນານ, ຈີນ. ເຫດການໄດ້ດຶງດູດປະຊາຊົນເຂດຊາຍແດນສອງປະເທດເຂົ້າຮ່ວມມ່ວນຊື່ນ ແລະ ຮ້ອງເພງມິດຕະພາບໃນລະດູບານໃໝ່ເປັນຈຳນວນຫຼວງຫຼາຍ. |
| ບຸນເຕັດພື້ນເມືອງບຸນປີໃໝ່ ແລະ Chol Chnam Thmay ໄດ້ຮັບການຈັດຕັ້ງຢູ່ຫຼາຍແຂວງ, ນະຄອນຢູ່ ຫວຽດນາມ ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການເຄື່ອນໄຫວປະກອບສ່ວນເຂົ້າໃນການເພີ່ມທະວີການພົບປະແລກປ່ຽນ, ການຕິດພັນ, ຄວາມສາມັກຄີ ແລະ ມິດຕະພາບລະຫວ່າງ 3 ... |
ແທັງຮັ່ງ


