| ປະຊາຄົມຊາວຫວຽດນາມ ເຂົ້າຮ່ວມ “ເທດສະການດິນແດນແຫ່ງສີສັນ” ຢູ່ ສາທາລະນະລັດ ເຊັກ | |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ |
ກິດຈະກຳດັ່ງກ່າວ ຈັດຂຶ້ນພາຍໃຕ້ການອຸປະຖຳຂອງ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກ, ສະຫະພັນສະມາຄົມຊາວຫວຽດນາມ ປະຈຳ ເອີຣົບ ແລະ ສະຫະພັນສະມາຄົມສະຕີຫວຽດນາມ ປະຈຳ ເອີຣົບ, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງຕົວແທນອຳນາດການປົກຄອງທ້ອງຖິ່ນ, ບັນດາສະມາຄົມ, ພ້ອມດ້ວຍຄົມມະນາຄົມສັງຄົມຊາວຫວຽດນາມ ແລະ ປະຊາຊົນທ້ອງຖິ່ນ ເປັນຈຳນວນຫຼວງຫຼາຍ.
![]() |
| ພິທີໄຂ “ງານບຸນໂຄສະນາວັດທະນະທຳ - ອາຫານ ແລະ ເສື້ອຍາວ ຫວຽດນາມ”. (ພາບ: TAMDA) |
ພາຍໃດການກ່າວປາໄສໄຂງານ, ທ່ານ ຫງວຽນດິ່ງທັງ (Nguyễn Đình Thắng) - ປະທານສະຫະພັນສະມາຄົມຊາວຫວຽດນາມ ປະຈຳ ສາທາລະນະລັດ ເຊັກ ໃຫ້ຊາບວ່າ ງານບຸນນີ້ໄດ້ຈັດຕັ້ງຂຶ້ນດ້ວຍຄວາມມຸ່ງມາດປາດຖະໜາຢາກນຳເອົາບັນດາມູນຄ່າວັດທະນະທຳມູນເຊື້ອຂອງຫວຽດນາມ ເຂົ້າໃກ້ຊິດຮ່ວມກັບມວນຊົນ ເຊັກ ແລະ ເພື່ອນມິດສາກົນຫຼາຍກວ່າເກົ່າ. ຕາມທ່ານແລ້ວ, ວັດທະນະທຳບໍ່ພຽງແຕ່ແມ່ນເສັ້ນເຊືອກທີ່ເຊື່ອມຕໍ່ຄົມມະນາຄົມສັງຄົມຊາວຫວຽດນາມ ທີ່ຢູ່ຫ່າງໄກບ້ານເກີດເມືອງນອນໃຫ້ຫວນຄືນສູ່ຮາກເຫງົ້າເທົ່ານັ້ນ, ແຕ່ແປວ່າທັງແມ່ນຂົວຕໍ່ອັນຍືນຍົງ ທີ່ຊ່ວຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ການຮັດແໜ້ນຄວາມສາມັກຄີລະຫວ່າງບັນດາປະຊາຊາດດ້ວຍກັນ.
ເພື່ອສະແດງຄວາມຍິນດີຕໍ່ກັບກິດຈະກຳດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ເຢືອງຮວາຍນາມ (Dương Hoài Nam) ໄດ້ເນັ້ນໜັກວ່າ ວັດທະນະທຳ ແລະ ອາຫານ ແມ່ນຍາມໃດກໍມີແຮງແຜ່ຂະຫຍາຍອັນພິເສດ, ກ້າວຂ້າມທຸກຂອບເຂດໄລຍະທາງທາງພູມສາດ ແລະ ພາສາ. ຢູ່ທີ່ໃຈກາງນະຄອນ ຄາໂລວີ ວາຣີ (Karlovy Vary), ບັນດາຜືນເສື້ອຍາວອັນອ່ອນຊ້ອຍ ພ້ອມດ້ວຍລົດຊາດອັນເຂັ້ມຂຸ້ນຂອງບັນດາເຍື່ອງອາຫານຫວຽດນາມ ໄດ້ມີສ່ວນປະກອບສ່ວນພາຍໃດການແນະນຳຕໍ່ມວນຊົນ ກ່ຽວກັບປະເທດຊາດໜຶ່ງທີ່ອຸດົມສົມບູນໄປດ້ວຍມູນເຊື້ອ, ເອກະລັກ ແລະ ພວມມີການເຊື່ອມໂຍງເຂົ້າກັບໂລກຢ່າງບໍ່ຢຸດຢັ້ງ.
ທາງຝ່າຍທ້ອງຖິ່ນ, ທ່ານ ເປເຕີ ຄູບິສ (Petr Kubis) - ເຈົ້າແຂວງ ໄດ້ຕີລາຄາສູງຕໍ່ກັບຄວາມໝາຍຂອງງານບຸນດັ່ງກ່າວ, ໂດຍຖືວ່ານີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ ຄາໂລວີ ວາຣີ ໄດ້ຄົ້ນຫາບັນດາຄວາມງາມອັນໂດດເດັ່ນຂອງວັດທະນະທຳຫວຽດນາມ, ພ້ອມທັງປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດທະນະທຳຫຼາກຫຼາຍສີສັນຂອງທ້ອງຖິ່ນ ມີຄວາມອຸດົມສົມບູນຕື່ມອີກ.
![]() |
| ກິດຈະກຳດັ່ງກ່າວ ໄດ້ດຶງດູດຄວາມເອົາໃຈໃສ່ຈາກອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ເຊັກ. (ພາບ: TAMDA) |
ພາຍຫຼັງພິທີໄຂ, ຂອບເຂດພື້ນທີ່ຂອງງານບຸນແມ່ນໄດ້ກາຍເປັນບັນຍາກາດອັນຄຶກຄັກຢ່າງວ່ອງໄວ ດ້ວຍຮ້ານວາງສະແດງຫຼາຍກວ່າ 20 ຮ້ານ ທີ່ແນະນຳບັນດາເຍື່ອງອາຫານມູນເຊື້ອຂອງຫວຽດນາມ. ເຝີ ຖ້ວຍຮ້ອນໆ, ຢໍ່ຈືນ (ເນັມຮ້ານ) ທີ່ຈືນຈົນເຫຼືອງກອບ, ຫຼື ບັນດາເຍື່ອງອາຫານເອກະລັກຂອງແຕ່ລະທ້ອງຖິ່ນ ໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວໃຫ້ແວ່ຊົມ ແລະ ຊີມລົດຊາດຢ່າງຫຼວງຫຼາຍ. ຫຼາກຫຼາຍທ່ານໄດ້ສະແດງຄວາມປະທັບໃຈ ແລະ ສົນອົກສົນໃຈ ເມື່ອໄດ້ມີໂອກາດສຳຜັດກັບລົດຊາດອັນປະນີດຂອງອາຫານຫວຽດນາມ ເປັນຄັ້ງທໍາອິດ.
ໜຶ່ງພາຍໃດຈຸດເດັ່ນອັນພິເສດຂອງແຜນງານ ກໍແມ່ນກິດຈະກຳການມອບເສື້ອຍາວໃຫ້ແກ່ປະຊາຊົນ ເຊັກ ແລະ ນັກທ່ອງທ່ຽວສາກົນແບບບໍ່ມີຄ່າໃຊ້ຈ່າຍ. ພາຍໃດຂອບເຂດພື້ນທີ່ທີ່ເຕັມໄປດ້ວຍສີສັນຫຼາກຫຼາຍ, ແຂກທ່ອງທ່ຽວຫຼາກຫຼາຍທ່ານແມ່ນມີຄວາມຕື່ນເຕັ້ນພາຍໃດການໄດ້ນຸ່ງເສື້ອຍາວມູນເຊື້ອ, ຮ່ວມກັນບັນທຶກພາບຄວາມຊົງຈຳອັນເປັນໜ້າຈົດຈຳ ພ້ອມທັງໄດ້ສຳຜັດ ແລະ ເຂົ້າໃຈໃກ້ຊິດກວ່າເກົ່າຕໍ່ກັບຄວາມງາມອັນສະຫງ່າງາມ ແລະ ສຸພາບຮຽບຮ້ອຍຂອງວັດທະນະທຳຫວຽດນາມ.
![]() |
| ການເດີນຂະບວນແຫ່ງ ເສື້ອຍາວ ຢູ່ບໍລິເວນໃຈກາງນະຄອນ ຄາໂລວີ ວາຣີ (Karlovy Vary). (ພາບ: TAMDA) |
ພາຍໃດຂອບເຂດຂອງກິດຈະກຳດັ່ງກ່າວ, ບັນດານາງສາວທີ່ຜ່ານເຂົ້າຮ່ວມຮອບຊີງຊະນະເລີດ ການປະກວດນາງງາມເສື້ອຍາວມາຕຣອນ (ມາດາມ) ທົ່ວເອີຣົບ ປະຈຳປີ 2026 ໄດ້ເຂົ້າຮ່ວມການເດີນຂະບວນແຫ່ງເສື້ອຍາວ ຢູ່ບໍລິເວນໃຈກາງKarlovy Vary. ຮ່ວມເດີນທາງໄປພ້ອມກັບບັນດາມາດາມ ກໍແມ່ນບັນດາຄູ່ສົມລົດ (ສາມີ) ພ້ອມດ້ວຍເດັກນ້ອຍ, ໂດຍພາກັນຖືກຸບ ພ້ອມທັງໂບກມືທັກທາຍນັກທ່ອງທ່ຽວຢ່າງເປັນກັນເອງ.
| ພິທີອານາປະນາກຳ (ຝັງສົບ) ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ທະຫານອາສາສະໝັກຫວຽດນາມ 16 ທ່ານ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ກຳປູເຈຍ ຍສໝ - ກອງບັນຊາການທະຫານແຂວງ ໄດ້ຈັດຕັ້ງການຄຸ້ມຄອງ ແລະ ປົກປັກຮັກສາອັດຖິຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢ່າງຖືກຕ້ອງຕາມລະບຽບການທີ່ໄດ້ກຳນົດໄວ້. |
| ຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ຫວຽດນາມ – ອິດສະຣາແອນ ຍສໝ - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ຫງວຽນກີເຊີນ (Nguyễn Kỳ Sơn) ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ຈາກ Nazareth ເພີ່ມທະວີການຮ່ວມມື ແລະ ການລົງທຶນເຂົ້າສູ່ ຫວຽດນາມ, ພ້ອມທັງຂະຫຍາຍໂອກາດພາຍໃດຂົງເຂດການຄ້າ, ເຕັກໂນໂລຊີ, ກະສິກຳ ແລະ ການທ່ອງທ່ຽວ. |


